10 ນາທີທີ່ຈະເຮັດໃຫ້ເຂົ້າໃຈຄວາມສຳຄັນຂອງພິທີບາສີສູ່ຂວັນທີ່ບໍ່ຄວນເບິ່ງຂ້າມ “ໝໍພອນ”

ແບ່ງປັນ

10 ນາທີທີ່ຈະເຮັດໃຫ້ເຂົ້າໃຈຄວາມສຳຄັນຂອງພິທີບາສີສູ່ຂວັນທີ່ບໍ່ຄວນເບິ່ງຂ້າມ “ໝໍພອນ”

31 August 2026● 92

ພໍເຮົາໃຫຍ່ຂຶ້ນມາ ຄວາມຊົງຈຳຕ່າງໆທີ່ເຄີຍພົບມັນກໍຄ່ອຍໆຫາຍໄປ ເຊິ່ງເວລາເຮົາໄປງານບາສີສູ່ຂວັນຢູ່ເຮືອນໃດກໍຕາມ ເຮົາຈະຕ້ອງເຫັນພໍ່ຕູ້ຄົນໜຶ່ງໃສ່ຜ້າບ່ຽງ ນັ່ງປະຈຳຢູ່ຕໍ່ໜ້າພາຂວັນສະເໝີ. ພໍຮອດຍາມດີ ເພິ່ນກໍຈະເປັນຄົນຮ້ອງສູ່ຂວັນ ແລະ ເປັນຜູ້ອວຍພອນໃຫ້ກັບທຸກຄົນ ຄົນນັ້ນລະຄື “ໝໍພອນ”.

ເມື່ອບໍ່ດົນມານີ້ ມ່ວນຊວນເບິ່ງ ໄດ້ເບິ່ງໜັງສັ້ນເລື່ອງໜຶ່ງທີ່ມີຄວາມຍາວບໍ່ຮອດ 10 ນາທີ ແຕ່ກັບເຮັດໃຫ້ເຮົາຢຸດນຶກຕາມບໍ່ໄດ້. ເນື້ອເລື່ອງເວົ້າເຖິງອາຊີບໝໍພອນ ເຊິ່ງເປັນອາຊີບທີ່ນັບມື້ນັບຊອກເຫັນໄດ້ຍາກ ແລະ ກຳລັງຈະຄ່ອຍໆຫາຍໄປຕາມເວລາ.

ຄົນຮຸ່ນໃໝ່ຫຼາຍຄົນອາດຈະບໍ່ຄ່ອຍເຂົ້າໃຈວ່າ ເປັນຫຍັງເຮົາຕ້ອງມີພິທີກຳນີ້ ຫຼື ເປັນຫຍັງຕ້ອງມີຄົນມາຄອຍໃຫ້ພອນແບບນີ້. ຄວາມຈິງແລ້ວ ການເປັນໝໍພອນບໍ່ແມ່ນແມ່ນການມາເວົ້າຕາມບົດຕາມຕຳລາຢ່າງດຽວ ແຕ່ມັນຄືການສົ່ງຕໍ່ຄວາມຮັກ, ຄວາມຫວັງດີ ແລະ ເປັນການສືບສານສິ່ງດີໆຈາກຮຸ່ນໜຶ່ງໄປສູ່ອີກຮຸ່ນໜຶ່ງ.

ໜັງສັ້ນເລື່ອງນີ້ໄດ້ຖ່າຍທອດຄວາມຮູ້ສຶກອອກມາໄດ້ກິນໃຈຫຼາຍ ເຮັດໃຫ້ເຮົາເຫັນຄຸນຄ່າຂອງສິ່ງທີ່ເຮົາອາດຈະເຄີຍມອງຂ້າມໄປໃນຊີວິດປະຈຳວັນ. ດ້ວຍຄວາມທີ່ເນື້ອຫາເລິກເຊິ່ງ ແລະ ຖ່າຍທອດອາລົມໄດ້ດີເກີນຄາດພາຍໃນເວລາສັ້ນໆ ເລື່ອງ “ໝໍພອນ (The Borrowed Voice)” ເລີຍສາມາດຄວ້າລາງວັນອັນດັບທີ 2 ຈາກການແຂ່ງຂັນປະກວດຮູບເງົາສັ້ນເມືອງພັດທະຍາ ຄັ້ງທີ 4 (Pattaya Short Film Competition 2026) ມາຄອງໄດ້.

ຖ້າໃຜມີເວລາ ຢາກໃຫ້ລອງໄປເບິ່ງ ເພາະມັນຈະເຮັດໃຫ້ເຮົາເຂົ້າໃຈຄວາມໝາຍຂອງພິທີບາສີສູ່ຂວັນ ແລະ ອາຊີບໝໍພອນໄດ້ຫຼາຍຂຶ້ນເລີຍ.

ສາມາດເບິ່ງໄດ້ທີ່: ໝໍພອນ (The Borrowed Voice)

ອ່ານຕື່ມ:  ຮູບເງົາສັ້ນຄືຫຍັງ? ເປັນຫຍັງຕ້ອງໄປເບິ່ງ ລ້ານຊ້າງຊິເນ.໑ ຍົກທັບຂຶ້ນຈໍໃຫຍ່ 8 ຮູບເງົາສັ້ນສີມືໄວໜຸ່ມລາວ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.