ພາຮູ້ຈັກ ປ້ອມ ກະມົນພົບ ແຊ້ມ The Face Men Thailand 4

ແບ່ງປັນ

ພາຮູ້ຈັກ ປ້ອມ ກະມົນພົບ ແຊ້ມ The Face Men Thailand 4

ໂດຍ: Tonmai Phoutthasack Tonmai Phoutthasack
27 April 2026 10

ຈາກຊາຍໜຸ່ມພະເຍົາຜູ້ທີ່ເຄີຍມີຄວາມຝັນຢາກເປັນ Top Model ໃນມື້ນີ້ ປ້ອມ – ກະມົນພົບ ແກ້ວດຽວ ສາມາດເຮັດໄດ້ແລ້ວດ້ວຍການຄວ້າແຊັມເທິງເວທີໃຫຍ່ຢ່າງ The Face Men Thailand Season 4 ໃນຖານະສະມາຊິກທີມຂອງ ເມນເທີ ອອຟ ຈຸມພົນ.

ເລີ່ມຕົ້ນຈາກການເດີນສາຍປະກວດ ປ້ອມ ເປັນໜຸ່ມເໜືອ ລາວຮຽນຈົບຈາກຄະນະບໍລິຫານທຸລະກິດ ສາຂາວິຊາເອກການຈັດການ ມະຫາວິທະຍາໄລແມ່ໂຈ້. ກ່ອນຈະມາເຖິງຈຸດນີ້ ປ້ອມ ໄດ້ສະສົມປະສົບການມາຫຼາຍພໍສົມຄວນ ໂດຍສະເພາະໃນປີ 2023 ທີ່ຖືວ່າເປັນປີທອງຂອງລາວໃນການກວາດລາງວັນໃຫຍ່ລະດັບປະເທດ ແລະ ເທິງເວທີລະດັບໂລກ ບໍ່ວ່າຈະເປັນ:

  • ຮອງອັນດັບ 1 Mister ChiangMai 2023
  • ຮອງອັນດັບ 2 Manhunt Thailand 2023
  • ຮອງອັນດັບ 4 Man of The Year 2023 (ເວທີລະດັບໂລກ!)
  • ຮອງອັນດັບ 9 Manhunt Thailand 2025

ດ້ວຍສ່ວນສູງທີ່ໂດດເດັ່ນເຖິງ 189 ຊັງຕີແມັດ ບວກກັບໜ້າຕາທີ່ມີເອກະລັກ ເຮັດໃຫ້ໄປໃສກໍສະດຸດຕາຄົນໄດ້ບໍ່ຍາກ. ບໍ່ພຽງແຕ່ຍ່າງແບບເກັ່ງເທົ່ານັ້ນ ແຕ່ທັກສະການສະແດງຂອງປອມກໍເລີ່ມຕົ້ນໄດ້ງາມຫຼາຍ. ລາວປະເດີມຜົນງານລະຄອນເລື່ອງທຳອິດໃນຊີຣີສ໌ ເດືອນພາງ (ສ້າງຈາກນິຍາຍຂອງ Violet Rain) ໂດຍຮັບບົດເປັນ ອ້າຍແສງ.

ອ່ານຕື່ມ:  ເປີດໃຈ ຊານົນ ມະນີຜົນ ເຜີຍການໄປ The Face Men ເປັນຫຼາຍກວ່າການໄປປະກວດ

ສຳລັບລາຍການ The Face Men Thailand Season 4 ຫຼັງຈາກສ້າງກະແສເທິງໂລກໂຊຊຽວໃນທຸກໆ ຕອນທີ່ຜ່ານມາ, ໂດຍບົດສະຫຼຸບສຸດທ້າຍສຳລັບຮອບ Final Walk ນີ້ ຜູ້ເຂົ້າແຂ່ງຂັນຕ້ອງເຮັດແຄມເປນສຸດຫີນພາຍໃຕ້ໂຈດ “ເທບພະບຸດສຸດເວຫາ”. ຜູ້ເຂົ້າແຂ່ງຂັນຕ້ອງໂຊທັກສະການສະແດງລະຄອນ ມີທັງແອັກຊັນ, ດຣາມ່າ ແລະ ທີ່ສຸດຄືການຂຶ້ນສະລິງ.

ໂດຍໃນຮອບຕັດສິນນີ້ໄດ້ຄັດເລືອກຜູ້ເຂົ້າແຂ່ງຂັນ 4 ຄົນສຸດທ້າຍຈາກ 3 ທີມ ຫຼັງຈາກແຂ່ງຂັນພາຍໃຕ້ໂຈດສຸດເຂັ້ມຂຸ້ນຕະຫຼອດ 7 ອາທິດທີ່ຜ່ານມາ ໄດ້ແກ່ ຄິມຫັນ ຣົນນະກອນ ຈາກທີມເມນເທີ ແພນເຄັກ ເຂມະນິດ ແລະ ອະນັນດາ ເອເວີຣິງແຮມ. ໃນສ່ວນຂອງທີມເມນເທີ ມາຍ ພາກພູມ ໄດ້ສົ່ງຕົວແທນ 2 ໜຸ່ມຄື ພີມ ນັດຖະພັດ ແລະ ກັລຟ໌ ທະນະພົງ. ໃນຂະນະທີ່ ປ້ອມ ກະມົນພົບ ກໍເປັນຕົວແທນຈາກທີມເມນເທີ ອອຟ ຈຸມພົນ ເຂົ້າຮ່ວມການແຂ່ງຂັນໃນຮອບສຸດທ້າຍ.

ແລະ ຜ່ານມາຕະຫຼອດ 7 ອາທິດ ປ້ອມ ກະມົນພົບ ຈາກທີມເມນເທີ ອອຟ ຈຸມພົນ ກໍສາມາດຄວ້າໄຊຊະນະ ແລະ ກາຍເປັນ THE FACE MEN SEASON 4 ເມື່ອວັນທີ 25 ເມສາ 2026.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.