ໜ້າຫຼັກ The Crown Exclusive Rachel Gupta ແມ່ນໃຜ? ພາຮູ້ຈັກສາວງາມຈາກອິນເດຍ ຜູ້ຄວ້າມຸງກຸດ Miss Grand International 2024
The Crown Exclusive

Rachel Gupta ແມ່ນໃຜ? ພາຮູ້ຈັກສາວງາມຈາກອິນເດຍ ຜູ້ຄວ້າມຸງກຸດ Miss Grand International 2024

ແບ່ງປັນ

ການປະກວດໃນຄໍ່າຄືນຂອງມື້ວານນີ້ຢູ່ບາງກອກ ປະເທດໄທ ຈົບລົງໄປດ້ວຍຜົນທີ່ອອກມາຢ່າງໜ້າພໍໃຈສຳລັບແຟນໆນາງງາມ ດ້ວຍການທີ່ ເຣເຊລ ຄຸບຕາ ສາວອິນເດຍໄວ 20 ປີເປັນຜູ້ຊະນະເລີດໃນການປະກວດມິສແກຣນອິນເຕີເນຊັນແນລ 2024. ສາວຄົນນີ້ແມ່ນໃຜ ແຕ່ທີ່ແນ່ນອນກໍຄື ລາວມີຄວາມຄົບສູດຕາມ 4B ນັ້ນກໍຄື Beauty, Body, Brain ແລະ Business ຕາມຄ່ານິຍົມຂອງ MGI ຢ່າງແນ່ນອນ ຈຶ່ງມາຢືນຢູ່ຈຸດສູງສຸດຂອງຄໍ່າຄືນນີ້ໄດ້.

ນັກທຸລະກິດສາວຈາກແດນອິນເດຍ

ເມື່ອ ເຣເຊລ ບໍ່ໄດ້ຢູ່ເທິງຣັນເວ ແລະ ເວທີປະກວດນາງງາມ, ລາວກໍມີອີກໜຶ່ງບົດບາດໃນຖານະຜູ້ປະກອບການທຸລະກິດເສີມຄວາມງາມທີ່ຊື່ວ່າ The Glam Bar ເຊິ່ງລາວເລີ່ມເຮັດມາຕັ້ງແຕ່ອາຍຸ 18 ປີ.

ນອກຈາກທຸລະກິດຂອງລາວຈະຊ່ວຍເຕີມແຕ່ງຄວາມງາມໃຫ້ກັບລູກຄ້າແລ້ວ, ອີກໜຶ່ງພາລະກິດຂອງລາວແມ່ນການສົ່ງມອບຄວາມຮູ້ ແລະ ທັກສະ ໃຫ້ກັບຄົນອື່ນໆທີ່ສົນໃຈທີ່ຈະປະກອບອາຊີບດ້ານນີ້. ລາວໄດ້ຊ່ວຍໃຫ້ນັກຮຽນຂອງລາວມີຄວາມສາມາດໃນດ້ານການເສີມຄວາມງາມ ບໍ່ວ່າຈະເປັນເທິງໃບໜ້າ ຫຼື ຮ່າງກາຍ ເພື່ອໃຫ້ພວກເຂົາສາມາດນຳໄປຕໍ່ຍອດ ແລະ ສ້າງເປັນທຸລະກິດຂອງຕົນເອງໄດ້.

ລາວເຄີຍໃຫ້ສຳພາດໃນຄັ້ງໜຶ່ງວ່າ “ຂ້ອຍຄິດວ່າທຸລະກິດຄືສິ່ງທີ່ຂ້ອງເຮັດໄດ້ດີ ມັນຄືຄວາມມັກຮັກຂອງຂ້ອຍ ແລະ ຂ້ອຍກໍເປັນຜູ້ໜຶ່ງທີ່ມັກຄິດວາງແຜນຢ່າງເປັນລະບົບ.”

ສາວງາມຜູ້ມີຄວາມສາມາດທີ່ຫຼາກຫຼາຍ

ການຢູ່ເທິງຣັນເວບໍ່ແມ່ນພຽງແຕ່ສິ່ງດຽວທີ່ສາວຄົນນີ້ເຮັດໄດ້ດີ ເພາະລາວຍັງເປັນແຟຊັນໂມເດວ ແລະ ນັກສະແດງນຳອີກ.

ລາວໄດ້ໃຫ້ສຳພາດກັບສື່ໄວ້ວ່າ ທີ່ຜ່ານມາຕົນເອງໄດ້ເຮັດວຽກໃນອຸດສາຫະກຳບັນເທີງມາໄດ້ໄລຍະໜຶ່ງແລ້ວ ແລະ ກໍມີປະສົບການຫຼາຍໃນແວດວົງນີ້.

ນອກຈາກນັ້ນ ລາວຍັງສາມາດເວົ້າໄດ້ເຖິງ 3 ພາສາ ຄື: ອັງກິດ, ຮີນດີ ແລະ ປັນຈາບີ.

ສາວງາມຜູ້ມີຈິດໃຈທີ່ໂອບເອື້ອ

ເຣເຊລ ໄດ້ພິສູດແລ້ວວ່າ ລາວເປັນຜູ້ທີ່ງາມມາຈາກພາຍໃນຢ່າງແທ້ຈິງ ຜ່ານການສະໜັບສະໜຸນ ແລະ ກິດຈະກຳເພື່ອສັງຄົມທີ່ລາວໄດ້ເຮັດຜ່ານມາ.

ໃນໂອກາດທີ່ໄດ້ຮ່ວມປະກວດ Miss Grand International 2024 ຢູ່ໄທ ລາວໄດ້ຮ່ວມບໍລິຈາກສິ່ງຂອງທີ່ຈຳເປັນມູນຄ່າ 10,000 ບາດໃຫ້ກັບມູນນິທິເພື່ອການເບິ່ງແຍງເດັກນ້ອຍໃນສະລຳຂອງກຸງເທບ . ພ້ອມນັ້ນກໍຍັງໄດ້ລະດົມທຶນຫຼາຍກວ່າ 2 ແສນຣູປີອິນເດຍ ເພື່ອຊຸກຍູ້ການສຶກສາຂອງເດັກນ້ອຍ ແລະ ຍັງສົ່ມເສີມຄວາມເທົ່າທຽມທາງເພດ, ຕໍ່ຕ້ານຄວາມຮຸນແຮງ ແລະ ເປັນກະບອກສຽງເພື່ອສິດທິຂອງແມ່ຍິງນຳອີກ.

ອ່ານຕື່ມ:  ຮູ້ຈັກ ນິກກີ້ - ຂັນພະສິດ ຄ້າຍພົມ ນາງສາວລາວ 2024 ຈາກນະຄອນຫຼວງວຽງຈັນ

ນອກຈາກນັ້ນ ລາວຍັງຕໍ່ຕ້ານການເພີ່ມຂຶ້ນຂອງປະຊາກອນທີ່ຫຼາຍຈົນເກີນໄປ ເຊິ່ງລາວໄດ້ສະແດງທັດສະນະຜ່ານການຕອບຄຳຖາມໃນຮອບຕັດສິນຂອງ MGI2024 ເຖິງບັນຫາສຳຄັນທີ່ທົ່ວໂລກຕ້ອງໄດ້ເລັ່ງແກ້ໄຂ.

“ໃນໂລກນີ້ບໍ່ມີຊັບພະຍາກອນທີ່ພຽງພໍສຳລັບທຸກຄົນ. ຂ້ອຍຄິດວ່າ ເຖິງເວລາແລ້ວທີ່ຜູ້ນຳໂລກຕ້ອງໄດ້ສະແດງຄວາມຮັບຜິດຊອບ ແລະ ເລີ່ມສົ່ງເສີມແນວຄິດກ່ຽວກັບຊັບພະຍາກອນທີ່ພຽງພໍສຳລັບທຸກຄົນ. ສິ່ງທີ່ສາມາດເຮັດໄດ້ແມ່ນ ການສົ່ງເສີມວິທີການຄຸມກຳເນີດໃນປະເທດຕ່າງໆທົ່ວໂລກ,” ເຣເຊລ ກ່າວ.

“ຂ້ອຍມາຈາກປະເທດອິນເດຍ ບ່ອນທີ່ບໍ່ແມ່ນທຸກຄົນຈະສາມາດເຂົ້າເຖິງອາຫານ, ນໍ້າ, ການສຶກສາ ແລະ ສິ່ງທີ່ຈຳເປັນພື້ນຖານ, ແລະ ນີ້ກໍເປັນແບບດຽວກັບຫຼາຍໆພື້ນທີ່ໃນໂລກ. ມັນເຖິງເວລາແລ້ວທີ່ເຮົາຕ້ອງຢຸດຕໍ່ສູ້ກັນ ແລະ ເລີ່ມເຄົາລົບເຊິ່ງກັນ ແລະ ກັນ ພ້ອມທັງຮັບປະກັນວ່າ ພວກເຮົາມີຊັບພະຍາກອນທີ່ພຽງພໍສຳລັບທຸກຄົນໃນດາວເຄາະແຫ່ງນີ້,” ເຣເຊລ ກ່າວ.

ໂດຍ: ທີມບັນນາທິການ Muan – the Crown Exclusive

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ
The Crown Exclusive

ໂອປໍ – ສຸຊາຕາ ຊ່ວງສີ ສ້າງປະຫວັດສາດໃຫ້ປະເທດໄທ ຄວ້າມຸງກຸດ Miss World 2025

ໂອປໍ ສຸຊາຕາ ສ້າງປະຫວັດສາດ! ສາວໄທຜູ້ຄວ້າມຸງກຸດ Miss World ຄົນທຳອິດ. ຮູ້ຈັກເສັ້ນທາງນາງງາມ, ຄຳຕອບຊົງພະລັງ ແລະ ຊຸດລາຕີຄວາມໝາຍເລິກເຊິ່ງຂອງລາວ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.