ໜ້າຫຼັກ The Crown Exclusive ຮູ້ຈັກ ນິກກີ້ – ຂັນພະສິດ ຄ້າຍພົມ ນາງສາວລາວ 2024 ຈາກນະຄອນຫຼວງວຽງຈັນ
The Crown Exclusive

ຮູ້ຈັກ ນິກກີ້ – ຂັນພະສິດ ຄ້າຍພົມ ນາງສາວລາວ 2024 ຈາກນະຄອນຫຼວງວຽງຈັນ

ແບ່ງປັນ

ຮູ້ຈັກ ນິກກີ້ – ຂັນພະສິດ ຄ້າຍພົມ ນາງສາວລາວຄົນຫຼ້າສຸດຈາກນະຄອນຫຼວງວຽງຈັນ ສາວທະນາຄານໄວ 25 ດີກຣີຈົບອັກສອນສາດພາສາຈີນ ຈາກ ສປ ຈີນ

ຈົບກັນໄປເປັນທີ່ຮຽບຮ້ອຍແລ້ວສຳລັບການປະກວດນາງສາວລາວ 2024 ເຊິ່ງຜົນອອກມາກໍຄື ສາວງາມຈາກນະຄອນຫຼວງວຽງຈັນ ນິກກີ້ – ຂັນພະສິດ ຄ້າຍພົມ ML22 ເປັນຜູ້ທີ່ໄດ້ຮັບຕຳແໜ່ງນາງສາວລາວ 2024 ໄປຄອງ. ນັບຕັ້ງແຕ່ນີ້ໜຶ່ງປີ ນິກກີ້ ຈະຮັບພາລະບົດບາດໃນການເຄື່ອນໄຫວໃນຖານະເປັນນາງສາວລາວຄົນໃໝ່ ຕໍ່ຈາກ ດາວພະຫັດ ແກ້ວສຳພັນ ຜູ້ເຊິ່ງດຳລົງຕຳແໜ່ງນາງສາວລາວ 2023.

ນິກກີ້ ປັດຈຸບັນອາຍຸ 25 ປີ ເປັນຜູ້ເຂົ້າປະກວດໝາຍເລກໝາຍເລກ ML22 ຕົວແທນຈາກ ນະຄອນຫຼວງວຽງຈັນ. ລາວຈົບການສຶກສາປະລິນຍາຕີຈາກ ສປ ຈີນ ສາຂາອັກສອນສາດພາສາຈີນ. ປັດຈຸບັນ ນິກກີ້ ເຮັດວຽກຢູ່ ທະນາຄານຮ່ວມພັດທະນາ (JDB) ແລະ ກໍາລັງສຶກສາຕໍ່ ປະລິນຍາໂທ ຢູ່ທີ ສະຖາບັນທະນາຄານ.

ນິກກີ້ ກ່າວກັບທີມງານມ່ວນວ່າ ຄວາມໄຝ່ຝັນທີ່ຍິ່ງໃຫຍ່ທີ່ສຸດຂອງຕົນເອງແມ່ນ ການໃຫ້ພະລັງບວກ ແລະ ໂອກາດຂອງຕົນເອງເພື່ອສ້າງແຮງບັນດານໃຈ ພ້ອມທັງເປັນປະໂຫຍດຕໍ່ສັງຄົມ ໂດຍສະເພາະທາງດ້ານສົ່ງເສີມການສຶກສາ , ການພັດທະນາຊີວິດ ແລະ ເສດຖະກິດ ຢາກເຫັນຜູ້ຍິງລາວທຸກຄົນເຊື່ອໝັ້ນໃນຄວາມສາມາດຂອງຄົນເອງທຸກຄົນເຊື່ອໝັ້ນໃນຄວາມສາມາດຂອງຕົນເອງ ແລະ ກ້າທີຈະຂ້າມຜ່ານຂໍ້ຈໍາກັດຕ່າງໆເພື່ອພັດທະນາຕົນເອງ ແລະ ຊ່ວຍເຫຼືອສັງຄົມ.

ເຫດຜົນທີ່ ນິກກີ້ ຕັດສິນໃຈເຂົ້າປະກວດນາງສາວລາວໃນປີນີ້ກໍຍ້ອນວ່າ ນີ້ເປັນໂອກາດໃນການສ້າງຊື່ສຽງ, ການພັດທະນາຕົນເອງ, ແຮງບັນດານໃຈໃນການເຮັດປະໂຫຍດຕໍ່ສັງຄົມ, ຄວາມຝັນ ແລະ ເປົ້າໝາຍສ່ວນຕົວ ພ້ອມນັ້ນກໍຍັງເປັນຄວາມມັກຮັກໃນວັດທະນະທໍາການປະກວດນາງສາວລາວ.

See also  ຮູ້ຈັກ 'ແຊມ ສິດປະເສີດ' Mister World Laos 2024 ດີກຣີເທຣນເນີ ແລະ ນັກກີລາທີມຊາດ

“ແມ່ຍິງລາວມີຄວາມງາມໃນແບບຂອງຕົນເອງ ມີທັງຄວາມງາມພາຍໃນ ແລະ ພາຍນອກທີ່ສະທ້ອນເປັນເອກະລັກຂອງຊາດ ຄວາມງາມພາຍໃນທີ່ມາຈາກຈິດໃຈທີດີ ຄວາມໝັ້ນໃຈໃນຕົນເອງ ແລະ ການເຮັດໜ້າທີ່ເພື່ອສັງຄົມ. ຄວາມງານແບບນີ້ຄືສິ່ງທີ່ແທ້ຈິງ ແລະ ໝັ້ນຄົງ,” ນິກກີ້ ກ່າວ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ໃກ້ຄຽງ
Papao Phaimany Miss Universe Laos 2023 as a very first Friend of UNFPA in Lao PDR.
The Crown Exclusive

ປາເປົ້າ ໄພມະນີ Miss Universe Laos 2023 ກາຍເປັນ Friend of UNFPA ຄົນທຳອິດຂອງລາວ

ປາເປົ້າ ໄພມະນີ, Miss Universe Laos 2023, ໄດ້ຖືກແຕ່ງຕັ້ງໃຫ້ເປັນ Friend of UNFPA ຄົນທຳອິດຂອງປະເທດລາວ ເພື່ອສົ່ງເສີມສິດທິ,...

Crown TalkThe Crown Exclusive

“ຄວາມພູມໃຈເລີ່ມຈາກໂຕເຮົາ” ມິດປະຊາ ບຸດສາວົງ TOP3 MR BEAR INTERNATIONAL 2025

ຈາກແວດວົງພິທີກອນ ທີ່ເຮົາເຫັນຕາມງານຕ່າງໆ ໄປຈົນເຖິງອິນຟລູເອນເຊີສາຍຮາໃນໂລກອອນລາຍ, ມິດປະຊາ ບຸດສາວົງ ຫຼື ມິດ ບໍ່ໄດ້ຈຳກັດໂຕເອງໄວ້ພຽງແຕ່ເທົ່ານັ້ນ ແລະ ໄດ້ພາໂຕເອງອອກໄປສູ່ແວດວົງໃໝ່ໆ ເຊິ່ງຫຼ້າສຸດກໍຄືເວທີການປະກວດ ແລະ...

The Crown Exclusive

ວິກຕໍ້: ຈາກສະໜາມບານສູ່ແຊ້ມ Oishi Teen Idol The Final Season

ທຸກຄົນພ້ອມບໍ່ທີ່ຈະມາຮູ້ຈັກກັບໜຸ່ມນ້ອຍຜູ້ເກັ່ງຮອບດ້ານ ຜູ້ຄວ້າແຊ້ມ Oishi Teen Idol: The Final Season? ມາພົບກັບ ວິກຕໍ້ – ສີສຸພົນ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.