ຜູ້ຊ່ວຍຜູ້ກໍາກັບ ປະກອນຄໍາ ບົວເຫຼັກ ກັບວຽກເບື້ອງຫຼັງກອງຖ່າຍທີ່ຂັບເຄື່ອນດ້ວຍໃຈ

Key Takeaways:
- ນົກຍູງ ປະກອນຄຳ ບົວເຫຼັກ, 28 ປີ, ເປັນຄົນໜຸ່ມທີ່ມີຄວາມຄິດສ້າງສັນ ແລະ ສະໜັບສະໜູນວົງການຮູບເງົາລາວ, ໄດ້ລອງເຮັດສິ່ງໃໝ່ໆ ແລະ ຕາມຫາຄວາມຝັນຂອງຕົນເອງ.
- ນົກຍູງ ຈົບການສຶກສາລະດັບປະລິນຍາຕີ ສາຂາກະຕູນ ແລະ ຮູບເງົາ ຈາກສະຖາບັນວິຈິດສິນແຫ່ງຊາດ, ເຮັດວຽກໃນວົງການ Production ໂດຍເລີ່ມຕົ້ນຈາກຕຳແໜ່ງຜູ້ຊ່ວຍຜູ້ກຳກັບ.
- ນອກຈາກການເຮັດວຽກເບື້ອງຫຼັງ, ນົກຍູງ ຍັງມີຄວາມສາມາດໃນການສະແດງອີກດ້ວຍ, ເຮັດໃຫ້ເປັນຄົນທີ່ມີຄວາມສາມາດຮອບດ້ານ.
- ນົກຍູງ ໄດ້ເຮັດວຽກກັບຫຼາຍໂປຣເຈັກທີ່ໜ້າປະທັບໃຈ, ລວມມີ: ການເຮັດໂຄສະນາ Foodpanda 18 ແຂວງ, ຮູບເງົາສັ້ນ "Fly Sandy Fly", ແລະ ຮູບເງົາຟອມຍັກ "ກ່ອງກ່ອຍ".
- ນົກຍູງ ຕ້ອງການຊຸກຍູ້ວົງການບັນເທີງລາວ, ໂດຍສະເພາະຄົນຮຸ່ນໃໝ່, ໂດຍການໃຫ້ໂອກາດ ແລະ ເຊື່ອໝັ້ນໃນຄວາມສາມາດຂອງພວກເຂົາ, ພ້ອມທັງຮຽກຮ້ອງໃຫ້ທຸກຄົນເປີດໃຈຮັບຊົມ ແລະ ສະໜັບສະໜູນຜົນງານຂອງຄົນລາວ.
ຖ້າເວົ້າເຖິງໄວໜຸ່ມທີ່ມີຄວາມຄິດສ້າງສັນ ແລະ ຜູ້ທີ່ມັກສະໜັບສະໜຸນວົງການຮູບເງົາລາວ ທີ່ເປັນກຳລັງແຮງຊ່ວຍຊຸກຍູ້ຄົນທີ່ເຮັດວຽກເບື້ອງຫຼັງໃນຍຸກນີ້ກໍຕ້ອງມີຊື່ຂອງ ນົກຍູງ ຫຼື ປະກອນຄຳ ບົວເຫຼັກ ຢູ່ນຳແນ່ນອນ. ປັດຈຸບັນ, ນົກຍູງ ອາຍຸ 28 ປີແລ້ວ ເຊິ່ງລາວເປັນຄົນໜຶ່ງທີ່ມັກຈະລອງເຮັດແນວໃໝ່ໆຫຼາຍຢ່າງ ພ້ອມທັງຄົ້ນຫາຄວາມມັກຂອງໂຕເອງ ແລະ ເດີນຕາມຄວາມຝັນໄດ້ແບບສຸດທາງ.
ຫຼາຍຄົນອາດຈະສົງໄສວ່າລາວຮຽນດ້ານໃດມາ? ຄືເຮັດວຽກຢູ່ກັບຊຸມຊົນຄົນເຮັດຮູບເງົາ ຫຼື Production ໄດ້ລະ! ບອກເລີຍວ່າໂປຣຟາຍຂອງລາວບໍ່ທຳມະດາເດີ ດຽວ Muan TheInterview ຈະເລົ່າໃຫ້ຟັງຕື່ມເລີຍ. ນົກຍູງ – ປະກອນຄຳ ບົວເຫຼັກ ເປັນຜູ້ຍິງທີ່ທັງເກັ່ງ, ມີສະໄຕລ໌ ພ້ອມມັກລຸຍງານສາຍອາດ ແລະ ງານຄຣີເອທີບແບບສຸດໆ. ລາວຮຽນຈົບກົງສາຍນິເທດສາດນີ້ສະເພາະເລີຍ ເພາະຈົບປະລິນຍາຕີ ສາຂາກະຕູນ ແລະ ຮູບເງົາ, ພາກວິຊາອອກແບບນິເທດສິນ, ຈາກສະຖາບັນວິຈິດສິນແຫ່ງຊາດ.
ເສັ້ນທາງການລຸຍວຽກເບື້ອງຫຼັງຂອງ ນົກຍູງ
ຫຼັງຈາກຮຽນຈົບນົກຍູງກໍບໍ່ລໍຊ້າ, ເລີ່ມຕົ້ນລຸຍວຽກສາຍ Production ທັນທີ ໂດຍຕຳແໜ່ງທຳອິດທີ່ໄດ້ປະເດີມສີມືກໍຄື ຜູ້ຊ່ວຍຜູ້ກຳກັບ ເຊິ່ງບອກເລີຍວ່າເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ລາວໄດ້ເກັບກ່ຽວປະສົບການເບື້ອງຫຼັງມາແບບແໜ້ນໆ ບໍ່ວ່າຈະເປັນການເຮັດຮູບເງົາສັ້ນ, ຮູບເງົາທີ່ເປັນເລື່ອງຍາວ, ງານໂຄສະນາ, ໄປຈົນຮອດການເຮັດ MV ມ່ວນໆ ທີ່ພວກເຮົາອາດໄດ້ເຫັນຜົນງານຜ່ານຕາມາແລ້ວຫຼາຍໆເພງ.

ແຕ່ຄວາມເກັ່ງຮອບດ້ານຂອງລາວຍັງບໍ່ໝົດເທົ່ານີ້, ເພາະນົກຍູງໄດ້ໂອກາດຂຶ້ນມາເຮັດໃນຕຳແໜ່ງ ຜູ້ກຳກັບ ແລະ ໂປຣດິວເຊີ ໃຫ້ກັບລາຍການ ໂຄດລາວ ຂອງ ບໍລິສັດ ລາວນິວເວັບຊິເນມາ (Lao New Wave Cinema) ເຊິ່ງສາມາດເອີ້ນໄດ້ວ່າ ນົກຍູງ ເປັນທັງມັນສະໝອງ ແລະ ຜູ້ນຳພາຂອງລາຍການເລີຍລະ.
ເຖິງຫຼາຍຄົນຈະຮູ້ວ່າລາວມັກລຸຍງານທີ່ເປັນເບື້ອງຫຼັງມາຕະຫຼອດຫຼາຍກວ່າ ແຕ່ຍັງມີອີກສິ່ງໜຶ່ງທີ່ນົກຍູງຮັກ ແລະ ຍັງຄົງເຮັດຢູ່ສະເໝີຄື ການກ້າວມາຢູ່ເບື້ອງໜ້າໃນຖານະ ນັກສະແດງ ນຳອີກ. ຖືວ່າເປັນຄົນທີ່ມີຄວາມສາມາດຮອບດ້ານທີ່ເຮັດໄດ້ທັງເບື້ອງໜ້າ ແລະ ເບື້ອງຫຼັງແບບຄົບເຄື່ອງແທ້ໆ.
ຄວາມມ່ວນທີ່ໄດ້ລອງແກ້ໂຈດໃໝ່ໆ ແລະ ໂປຣເຈັກສຸດປະທັບໃຈ
ຕັ້ງແຕ່ທີ່ໄດ້ກ້າວຂາເຂົ້າໄປລຸຍວຽກສາຍ Production ແບບເຕັມໂຕ, ປີນີ້ກໍເຂົ້າ ປີທີ 5 ແລ້ວສຳລັບນົກຍູງ ແລະ ລາວກໍໄດ້ເລົ່າໃຫ້ Muan TheInterview ຟັງວ່າ:
ຕະຫຼອດເວລາທີ່ຜ່ານມາ, ຂ້ອຍໄດ້ເຮັດຫຼາກຫຼາຍໂປຣເຈັກແຮງ ແລະ ແຕ່ລະງານມັນມີຄວາມມ່ວນໃນໂຕເອງ, ຍ້ອນວ່າບັນຫາທີ່ເຈິໃນແຕ່ລະກອງບໍ່ຄືກັນຈັກເທື່ອ ແຕ່ນັ້ນແຫຼະຄືສະເໜ່ ເພາະມັນມ່ວນທຸກເທື່ອທີ່ໄດ້ທ້າທາຍ ແລະ ໄດ້ແກ້ບັນຫາໃໝ່ໆໄປເລື້ອຍໆ

ຫຼັງຈາກຟັງ ນົກຍູງ ເລົ່າແລ້ວ, Muan TheInterview ກໍໄດ້ຖາມເຖິງຜົນງານທີ່ປະທັບໃຈທີ່ສຸດຂອງລາວ ເຊິ່ງນົກຍູງກໍໄດ້ເລົ່າຕໍ່ທັນທີວ່າ:
“ຕອບຍາກຢູ່ໃດ… ເພາະມີຫຼາຍອັນແຮງ ແຕ່ຖ້າໃຫ້ຄັດເນັ້ນໆທີ່ຢູ່ໃນຄວາມຊົງຈຳຕ້ອງຍົກໃຫ້ 3 ໂປຣເຈັກນີ້ເລີຍຄື ການເຮັດໂຄສະນາ Foodpanda 18 ແຂວງ ທີ່ເປັນໂປຣເຈັກທຳອິດໃນຊີວິດ, ຕໍ່ມາໂປຣເຈັກທີ 2 ສຸດທ້າທາຍແມ່ນຮູບເງົາສັ້ນເລື່ອງ Fly Sandy Fly ແລະ ໂປຣເຈັກຫຼ້າສຸດທີ່ພູມໃຈແມ່ນຮູບເງົາຟອມຍັກຊື່ວ່າ ກ່ອງກ່ອຍ“.
3 ໂປຣເຈັກທີ່ປ່ຽນໃຫ້ເປັນ ນົກຍູງ ໃນເວີຊັນທີ່ເກັ່ງຂຶ້ນ
ໂປຣເຈັກທຳອິດໃນຊີວິດນົກຍູງຄືການເຮັດໂຄສະນາ Foodpanda 18 ແຂວງ, ນີ້ຄືຈຸດເລີ່ມຕົ້ນໃນຕຳແໜ່ງຜູ້ຊ່ວຍຜູ້ກຳກັບຂອງລາວເລີຍ ເຊິ່ງງານນີ້, ຜູ້ກຳກັບ ແກ້ວຄຸງ ເປັນຄົນຊັກຊວນລາວໃຫ້ເຂົ້າໄປລອງ ແລະ ເປັນຄົນທີ່ສອນວິຊາຜູ້ຊ່ວຍຜູ້ກຳກັບໃຫ້ແບບຈັດເຕັມແບບບໍ່ມີກັກ ຈົນເຮັດໃຫ້ນົກຍູງມີວິຊາຕິດໂຕ ແລະ ໄດ້ເຮັດຕຳແໜ່ງນີ້ມາຍາວໆຈົນຮອດປັດຈຸບັນ.
ໂປຣເຈັກທີ 2 ສຸດທ້າທາຍຂອງລາວຄື ຮູບເງົາສັ້ນເລື່ອງ Fly Sandy Fly ຜົນງານການກຳກັບຂອງ ຕົ້ນ ພານຸມາດ ທີ່ຕອນນັ້ນນົກຍູງຫາກໍກ້າວຂາເຂົ້າໄປໃນວົງການໄດ້ປະມານເຄິ່ງປີ ແຕ່ຕ້ອງມາເຈິວຽກໜັກ ຫຼື ວ່າເປັນກອງທີ່ຟອມໃຫຍ່ ແລະ ມີລາຍລະອຽດທີ່ຕ້ອງກຽມຫຼາຍ. ເອີ້ນວ່າເປັນບົດຮຽນວິຊາຫຼັກທີ່ເຮັດໃຫ້ນົກຍູງໄດ້ຮຽນຮູ້ທຸກຂັ້ນຕອນແບບລະອຽດສຸດໆ ແລະ ເຕີບໃຫຍ່ຂຶ້ນແບບກ້າວກະໂດດໃນສາຍວຽກນີ້ເລີຍ.

ໂປຣເຈັກຫຼ້າສຸດທີ່ເຮັດໃຫ້ ນົກຍູງ ຮູ້ສຶກພູມໃຈຫຼາຍກໍຄື ຮູບເງົາຟອມຍັກເລື່ອງ ກ່ອງກ່ອຍ ທີ່ພວກເຮົາກຳລັງຈະໄດ້ເບິ່ງໃນເດືອນ ກໍລະກົດ 2026 ນີ້ ທີ່ ໂຮງໜັງລາວທົ່ວປະເທດ. ນີ້ແມ່ນຮູບເງົາເລື່ອງຍາວຄັ້ງທຳອິດໃນຊີວິດຂອງນົກຍູງ ທີ່ໄດ້ຮັບໂອກາດດີໆຈາກ ອານິໄຊ ແກ້ວລາ ຜູ້ກຳກັບຊື່ດັງ ທີ່ໄດ້ເຫັນຄວາມຕັ້ງໃຈຂອງນົກຍູງ ເລີຍຊວນມາລົງສະໜາມໃນການສ້າງຮູບເງົາເລື່ອງນີ້ນຳກັນ.
“ຍອມຮັບເລີຍວ່າຕອນທຳອິດຄືຢ້ານ ແລະ ກົດດັນຫຼາຍ ເພາະເປັນໜັງໃຫຍ່ ແຖມຍັງໄດ້ຮ່ວມງານກັບທີມງານຈາກປະເທດໄທນຳ. ແຕ່ເມື່ອໂອກາດມາແລ້ວ ຈະປ່ອຍໃຫ້ຫຼຸດມືໄດ້ຈັ່ງໃດ ຂ້ອຍເລີຍຂໍສູ້ສຸດຕົວ ເຊິ່ງຜົນອອກມາຄືມ່ວນແຮງ, ໄດ້ທັງຄວາມຮູ້ໃໝ່ໆ ແລະ ໄດ້ເສີມທັກສະວິຊາການແກ້ບັນຫາໄປອີກຂັ້ນ” ນົກຍູງ ກ່າວ.
ນົກຍູງ ໄດ້ຂໍຝາກຜົນງານຕື່ມອີກວ່າ “ຂໍນອກເລື່ອງເປັບເດີ ຂ້ອຍຢາກຝາກຮູບເງົາເລື່ອງ ກ່ອງກ່ອຍ ທີ່ກຳລັງຈະເຂົ້າສາຍໃນໄວໆນີ້ແດ່ເດີ ເປັນຜົນງານທີ່ພູມໃຈຢາກສະເໜີໃຫ້ຄົນລາວໄດ້ຮັບຊົມແຮງ, ເນື້ອເລື່ອງແປກໃໝ່, ພາບງາມ ແລະ ຄວາມຫຼອນເຕັມ 100 ເລີຍ ຂໍຝາກແດ່ເດີທຸກຄົນ”.
ຈຸດປ່ຽນໃນການເຮັດໃນສິ່ງທີ່ມັກ ເພື່ອຊຸກຍູ້ວົງການ ເບື້ອງໜ້າ ແລະ ເບື້ອງຫຼັງ
ການເຮັດສິ່ງນີ້ບໍ່ໄດ້ງ່າຍຢ່າງທີ່ຄິດ ເພາະຈາກເດັກທີ່ມັກສິລະປະທຳມະດາ ສູ່ຄວາມຈິງໃນປັດຈຸບັນທີ່ເປັນເຖິງຜູ້ຊ່ວຍຜູ້ກຳກັບ ເຊິ່ງ ນົກຍູງ ໄດ້ເລົ່າໃຫ້ຟັງວ່າ: “ຖ້າຍ້ອນກັບໄປຕັ້ງແຕ່ຍັງນ້ອຍ, ຂ້ອຍນັ້ນຮູ້ໂຕເອງວ່າມັກວຽກວົງການບັນເທີງມາແຕ່ຕອນນັ້ນແລ້ວ. ຍ້ອນເກີດມາໃນຄອບຄົວສາຍສິລະປະທີ່ພ້ອມຊັບພັອດ ແລະ ສົ່ງເສີມໃຫ້ເດີນທາງນີ້ມາຕະຫຼອດ”.
ນົກຍູງ ຍັງໄດ້ເລົ່າມຸມມອງທີ່ຢາກຈະສົ່ງເສີມວົງການບັນເທີງບ້ານເຮົາຕື່ມອີກວ່າ: “ຂ້ອຍເຫັນວ່າວົງການບັນເທີງບ້ານເຮົາມັນກຳລັງພັດທະນາ ແຕ່ຍັງຂາດບຸກຄະລາກອນອີກຫຼາຍ, ເລີຍມີຄວາມຕັ້ງໃຈຢາກເປັນສ່ວນໜຶ່ງທີ່ຊ່ວຍຊຸກຍູ້ວົງການນີ້”.

ໃນຕອນທຳອິດ, ນົກຍູງກໍມັກວຽກເບື້ອງໜ້າຄືກັບຫຼາຍໆຄົນ ເຊິ່ງມັນເປັນເລື່ອງປົກກະຕິທີ່ໃຜໆກໍຢາກຢູ່ໜ້າກ້ອງ ແຕ່ໃນຄວາມເປັນຈິງແລ້ວໂອກາດທີ່ຈະຫາເງິນນຳວຽກເບື້ອງໜ້າມັນຂ້ອນຂ້າງຍາກຫຼາຍ ໂດຍສ່ວນໂຕນົກຍູງເອງນັ້ນ, ກໍຍັງມີຄວາມສົນໃຈໃນວຽກເບື້ອງຫຼັງຢູ່ເຊັ່ນກັນ.
ດ້ວຍເຫດນີ້, ລາວຈຶ່ງໄປຖາມພວກ ອ້າຍ-ເອື້ອຍ ທີ່ຢູ່ວົງການມາກ່ອນ ເພື່ອຫາໜ້າວຽກໃໝ່ໆວ່າມີຕຳແໜ່ງໃດແດ່ທີ່ຄົນເຮັດໜ້ອຍ ແລະ ຍັງຂາດຄົນຢູ່ ເຊິ່ງອີກຄວາມໝາຍທີ່ລາວຄິດໃນໃຈຕອນນັ້ນກໍຄື ຖ້າວຽກໃດທີ່ຄົນເຮັດໜ້ອຍ ກໍເທົ່າກັບວ່າຫາລາຍໄດ້ງ່າຍ ແລະ ເງິນດີແນ່ນອນ.
“ຄຳຕອບທີ່ຂ້ອຍໄດ້ມາຄື ຜູ້ຊ່ວຍຜູ້ກຳກັບ ກໍເລີຍຈື່ຝັງໃຈເລີຍວ່າ ໂອເຄ! ຕ້ອງໄປຮຽນຮູ້ວຽກນີ້ໃຫ້ໄດ້. ພໍໂອກາດມາເຖິງປຸບ ຂ້ອຍກໍບໍ່ລໍຊ້າພ້ອມລຸຍທັນທີ ທັງໆທີ່ຕອນນັ້ນຄວາມຮູ້ເລື່ອງນີ້ຄືເປັນສູນເລີຍ ແຕ່ຄິດວ່າຈັ່ງໃດກໍຕ້ອງລອງເບິ່ງ” ນົກຍູງ ເລົ່າ.
ນົກຍູງ ເລົ່າປະສົບການຫຼັງຈາກທີ່ໄດ້ລົງມືເຮັດວຽກ ເປັນຜູ້ຊ່ວຍຜູ້ກຳກັບແທ້ໆວ່າ: “ແຕ່ພໍໄດ້ເຂົ້າມາເຮັດແທ້ໆເທົ່ານັ້ນລະ… ໂອໂຫ! ຮ້ອງອໍທັນທີເລີຍວ່າເປັນຫຍັງຄົນຄືເຮັດໜ້ອຍແທ້ ເພາະມັນຍາກຫຼາຍ! ຍາກທີ່ຈະເຂົ້າໃຈວຽກໃນແຕ່ລະຂັ້ນຕອນ ເພາະມັນເປັນຕຳແໜ່ງທີ່ສຳຄັນ ແລະ ຈຳເປັນຫຼາຍໃນກອງຖ່າຍ. ບໍ່ວ່າຈະເປັນການຄຸມເລື່ອງເວລາ, ການປະສານງານ, ການວາງແຜນຖ່າຍ ໄປຈົນຮອດການຈັດແຈງເບິ່ງຄວາມພ້ອມຕ່າງໆ ທຸກຢ່າງຄືມີຜົນຕໍ່ທີມງານ ແລະ ງົບປະມານທັງໝົດ! ຂັ້ນຕອນມັນຝັງຢູ່ນຳທຸກລາຍລະອຽດເລີຍ”.

ຈາກມື້ນັ້ນ, ທີ່ນົກຍູງບອກວ່າຄວາມຮູ້ຂອງລາວເປັນສູນໃນມື້ນັ້ນ ໃຜຈະຄິດວ່າຄວາມຍາກຂອງມັນຈະກາຍມາເປັນວຽກທີ່ນົກຍູງເຮັດມາດົນເຖິງ 5 ປີໃນມື້ນີ້.
ເບື້ອງຫຼັງຄວາມເມື່ອຍທີ່ຂັບເຄື່ອນດ້ວຍໃຈ
ນົກຍູງ ໄດ້ເລົ່າເຖິງເບື້ອງຫຼັງຄວາມຕັ້ງໃຈ ແລະ ອຸດົມການທີ່ມີ ເຖິງວຽກຈະໜັກແຕ່ກໍຢາກເຮັດໃຫ້ມັນສາມາດຂັບເຄື່ອນໄປຕໍ່ໄດ້: “ຍອມຮັບວ່າວຽກເບື້ອງຫຼັງມັນໜັກອີ່ຫຼີ, ບາງວຽກກໍຈຳເປັນໄດ້ຊອດແຈ້ງ, ບາງວຽກກໍໄດ້ນອນເຊົ້າ ແຕ່ສິ່ງທີ່ມີຄ່າອີ່ຫຼີສຳຫຼັບຂ້ອຍ ນອກຈາກຄ່າຕອບແທນກໍຄືຄົນທີ່ ມັກ-ຮັກ ໃນສິ່ງດຽວກັນ ແລະ ມີອຸດົມການດຽວກັນ. ບາງວຽກຄ່າແຮງເກືອບບໍ່ໄດ້ຊ້ຳ ແຕ່ເຮົາກໍມາລົມ ແລະ ເຫັນຄວາມຕັ້ງໃຈ, ຂ້ອຍກໍຢາກສະໜັບສະໜຸນ ເຊິ່ງອັນນີ້ເປັນສິ່ງທີ່ສຳຄັນຫຼາຍ, ເຮົາຢາກເຫັນວົງການບ້ານເຮົາເຕີບໃຫຍ່ແບບມີຄຸນນະພາບ, ມີວຽກເຮັດທຸກທີມ ແລະ ມີຫຼາກຫຼາຍທີມເພີ່ມຂຶ້ນ”.

“ແຕ່ມີສິ່ງໜຶ່ງທີ່ສຳຄັນແຮງ, ຢາກບອກນ້ອງໆທີ່ກຳລັງເລີ່ມເຂົ້າວົງການນີ້ວ່າ ຕອນເລີ່ມງານຊ່ວງທຳອິດທີ່ເປັນງານຟຣີ, ງານທີ່ຊ່ວຍກັນໄດ້ໃຫ້ລອງເຮັດ ເພື່ອເປັນການເກັບຜົນງານ. ແຕ່ຖ້າເປັນງານທີ່ມີເມັດເງິນເຂົ້າມາເຮົາກໍຄວນຊື່ສັດກັບທີມ, ບໍ່ກົດລາຄາກັນ ເພາະສຸດທ້າຍມັນຈະມີຜົນກັບໂຕເຮົາເອງໃນອະນາຄົດ ແລະ ກັບບາງຄົນທີ່ຢາກເຮັດອາຊີບນີ້ແທ້ໆ ແຕ່ໄປບໍ່ລອດຍ້ອນຖືກກົດລາຄາກັນ. ຖ້າຢາກເຫັນວົງການບ້ານເຮົາກ້າວຂຶ້ນໄປເລື້ອຍໆຢ່າດ້ອຍຄ່າຜົນງານໂຕເອງ” ນົກຍູງ ກ່າວ.
ບົດຮຽນທີ່ຮູ້ສຶກມັກມັນທີ່ສຸດ
ນົກຍູງ ນຳປະສົບການທີ່ເປັນບົດຮຽນລ້ຳຄ່າ ມາເລົ່າໃຫ້ຟັງວ່າ: “ສຳລັບຂ້ອຍ, ທີ່ຜ່ານມາບໍ່ເຄີຍເອີ້ນວ່າເປັນຄວາມລົ້ມເຫຼວ ແຕ່ມັນເປັນຂໍ້ຜິດພາດເລັກໆນ້ອຍໆທີ່ເຮົາ ແລະ ທີມ ສາມາດໃຫ້ອະໄພກັນໄດ້ ເຊິ່ງມັນສຳຄັນຫຼາຍສຳລັບປະສົບການ ເພາະຖ້າບໍ່ເຈິບັນຫາ ເຮົາກໍບໍ່ຮູ້ທາງແກ້ ແລະ ຈະບໍ່ເຕີບໃຫຍ່ຈັກເທື່ອ. ຂ້ອຍໂຊກດີນຳທີ່ໄດ້ເຮັດວຽກກັບທີມງານເກັ່ງໆຫຼາຍຄົນ ເວລາຜິດພາດມາເຮົາຊ່ວຍບອກເຕືອນກັນເພື່ອນຳໄປປັບປຸງບໍ່ໃຫ້ເກີດອີກ”.
ໂອກາດ ຄືຂອງຂວັນທີ່ດີທີ່ສຸດ ແລະ ພູມໃຈ ທີ່ສາມາດເປີດປະຕູໃຫ້ຄົນຮຸ່ນໃໝ່
ຂອງຂວັນທີ່ດີທີ່ສຸດສຳລັບຄົນທີ່ຢາກພັດທະນາໂຕເອງກໍຄື ໂອກາດ, ນີ້ແມ່ນສິ່ງທີ່ ນົກຍູງ ໄດ້ມອບໃຫ້ຮຸ່ນນ້ອງຂອງລາວທີ່ສົນໃຈຢາກຮຽນຮູ້ໃນການເຮັດວຽກສາຍ Production ຢູ່ໃນທີມກ້ອງ. ແຕ່ຕອນນັ້ນ, ຄົນໃນທີມກ້ອງມີຄົບແລ້ວ ນົກຍູງ ຈຶ່ງພາລາວໄປລອງເຮັດຕຳແໜ່ງອື່ນໆ ເພື່ອໃຫ້ຄົນໃນກອງເຫັນວ່າລາວສົນໃຈທີ່ຢາກຈະເຮັດວຽກນີ້ ຫຼື ຮຽນຮູ້ວຽກນີ້ແທ້ໆ.

ຈົນລາວຄ່ອຍໆເລີ່ມເຂົ້າຕາ ອ້າຍ-ເອື້ອຍ ໃນກອງ ແລະ ມີໂອກາດເຂົ້າໄປຊ່ວຍກອງຖ່າຍຫຼາຍຂຶ້ນ ເຊິ່ງຕຳແໜ່ງຂອງລາວກໍໄດ້ມີການຫຍັບຍ້າຍຂຶ້ນເລື້ອຍໆ ຈົນຕອນນີ້ໄດ້ກາຍເປັນຕາກ້ອງທີ່ມີຜົນງານທີ່ໄດ້ຮັບລາງວັນກາລັນຕີຄວາມສາມາດມາແລ້ວ.
“ຂ້ອຍບໍ່ໄດ້ຄິດວ່າລາວປະສົບຜົນສຳເລັດຍ້ອນໂຕເອງ ແຕ່ມັນດີໃຈທີ່ໄດ້ເຫັນເດັກນ້ອຍຄົນນັ້ນທີ່ບອກກັບເຮົາວ່າຢາກເຮັດໃນສິ່ງທີ່ມັກ ແລະ ຂ້ອຍໄດ້ເປັນຈຸດເລີ່ມຕົ້ນທີ່ພາເຂົ້າມາ ແລ້ວເຂົາກໍປະສົບຜົນສຳເລັດ. ເທົ່ານີ້, ຂ້ອຍກໍດີໃຈນຳເຂົາແລ້ວ ແລະ ດີໃຈວ່າວົງການຮູບເົງາບ້ານເຮົາກຳລັງຂະຫຍາຍໄປເລື້ອຍໆ ພ້ອມກັບໄວໜຸ່ມທີ່ມີພອນສະຫວັນ ແລະ ພະລັງທີ່ຈະຊຸກດັນວົງການນີ້ໃຫ້ໄປສູ່ສາກົນໄດ້” ນົກຍູງ ເລົ່າຄວາມຮູ້ສຶກດ້ວຍຄວາມຍິນດີ.
ໂໝດເຮັດວຽກສຸດຈິງຈັງ VS ໂໝດຊີວິດຈິງສຸດຊິລ ໃນແບບນົກຍູງ
Muan TheInterview ຂໍພາທຸກຄົນມາເບິ່ງອີກມຸມຂອງ ນົກຍູງ ໜ້ອຍໜຶ່ງເດີ, ຂໍບອກເລີຍວ່າ ລາວມີພາກການໃຊ້ຊີວິດທັງສອງແບບໄດ້ຕ່າງກັນຫຼາຍ ເຊິ່ງ ນົກຍູງ ເລົ່າໃຫ້ຟັງວ່າ:
“ປົກກະຕິແລ້ວ, ຂ້ອຍເປັນຄົນທີ່ຢູ່ລ້າໆບໍ່ເປັນ ແລະ ຕ້ອງຫາຫຍັງເຮັດຕະຫຼອດ. ແຕ່ຖ້າຕັດພາບໄປຕອນເຮັດວຽກບອກເລີຍວ່າຂ້ອຍຈະປ່ຽນເປັນອີກຄົນທັນທີ ເພາະເປັນຄົນທີ່ມີຄວາມກົດດັນ, ຄຽດ, ເຄັ່ງຄັດກັບເວລາ, ບໍ່ຍອມປ່ອຍຜ່ານເລື່ອງເລັກໆນ້ອຍໆ ແລະ ມີຄວາມຄາດຫວັງສູງກັບວຽກທີ່ເຮັດຢູ່ສະເໝີ ເພື່ອໃຫ້ຜົນງານອອກມາດີທີ່ສຸດ”.

“ແຕ່ພໍຫຼຸດຈາກໂໝດເຮັດວຽກມາສູ່ຊີວິດຈິງ, ຂ້ອຍກໍພະຍາຍາມປ່ອຍວາງໃຫ້ໄດ້ຫຼາຍທີ່ສຸດ ບາງບັນຫາທີ່ບໍ່ໄດ້ເກີດຈາກເຮົາກໍເລືອກທີ່ຈະປ່ອຍຜ່ານມັນໄປ ບໍ່ເກັບມາຄິດໃຫ້ປວດຫົວ. ວິທີເຕີມພະລັງຂອງຂ້ອຍຄືການຫາເວລາພັກຜ່ອນ, ເບິ່ງໜັງ, ຫາແນວແຊບໆກິນ, ມີເວລາໃຫ້ກັບໂຕເອງ ແລະ ຫາສິ່ງທີ່ມັກ ຫຼື ສົນໃຈເຮັດຢູ່ເລື້ອຍໆ ເພື່ອພາໂຕເອງຫຼຸດອອກຈາກຄວາມກົດດັນໃນວຽກໃຫ້ຫຼາຍທີ່ສຸດ. ອີກໜຶ່ງສິ່ງສຳຄັນທີ່ເປັນໂຕຊ່ວຍຊັ້ນດີຂອງຂ້ອຍກໍຄື ການອອກກຳລັງກາຍ ເພາະມັນເປັນຊ່ວງເວລາທີ່ເຮັດໃຫ້ໄດ້ຜ່ອນຄາຍ, ໄດ້ຫຼຸດຈາກໂລກຫຼື ວຽກທີ່ວຸ່ນວາຍ ແລະ ໄດ້ກັບ ມາຮັກ- ມາເບິ່ງແຍງໂຕເອງ” ນົກຍູງ ເລົ່າເສີມ.
ຈາກແຮງກົດດັນສູ່ຄວາມຕັ້ງໃຈເຕັມ 100 ແລະ ຢາກໃຫ້ທຸກຄົນເປີດໃຈ
ຕະຫຼອດເວລາທີ່ຜ່ານມາ, ນົກຍູງ ມັກຈະໄດ້ຍິນຄຳເວົ້າຢອກຢູ່ຕະຫຼອດວ່າເປັນ ຜູ້ຊ່ວຍມື 1, ຜູ້ຊ່ວຍຄິວທອງ ຫຼື ໜຶ່ງດຽວໃນປະເທດລາວ ເພາະມີຄົນດຽວ.
ພໍຟັງທຳອິດກໍເບິ່ງຄືເປັນຄຳຍ້ອງ ແຕ່ທຸກຄົນຮູ້ບໍ່ວ່າ? ມັນເປັນຄຳເວົ້າຢອກທີ່ເຮັດໃຫ້ລາວມັກທີ່ຈະເກັບມາຄິດຫຼາຍ ແລະ ຕັ້ງຄຳຖາມກັບໂຕເອງສະເໝີວ່າ: “ຈາກທີ່ໄດ້ຍິນຍ້ອງແບບນັ້ນມາ, ຂ້ອຍມັກຄິດກັງວົນວ່າ ເຮົາເຮັດມັນໄດ້ບໍ່ດີພໍຫວາ? ເພາະສິ່ງທີ່ຕ້ອງການບໍ່ແມ່ນການໃຫ້ຄົນມາຈື່ຈຳຂ້ອຍພຽງແຕ່ວ່າ ມີຄົນດຽວໃນປະເທດ ແຕ່ຂ້ອຍຢາກໃຫ້ທຸກຄົນຈື່ຍ້ອນວ່າ ເຮົາເຮັດມັນອອກມາໄດ້ດີແທ້ໆ”.

ສິ່ງນີ້ແມ່ນຜົນຫຼັກທີ່ເຮັດໃຫ້ ນົກຍູງ ເລີ່ມທີ່ຈະທຸ່ມເທໃຫ້ກັບທຸກວຽກແບບເຕັມ 100 ເພາະຢາກພັດທະນາໂຕເອງໃຫ້ເກັ່ງຂຶ້ນໃນທຸກໆວັນ ແລະ ທີ່ສຳຄັນຄື ການເປັນແບບຢ່າງໃຫ້ຮຸ່ນນ້ອງມີກຳລັງໃຈເຮັດວຽກໃນວົງການນີ້ຕໍ່ ແລະ ຢາກໃຫ້ພວກເຂົາເຫັນວ່າລາວຍັງຜ່ານມັນມາໄດ້ ເຊິ່ງນ້ອງໆທີ່ເກັ່ງກວ່າລາວກໍຕ້ອງຜ່ານມັນໄປໄດ້ຄືກັນ.
ນົກຍູງ ກໍມີຄວາມໃນໃຈທີ່ຢາກຝາກເຖິງຄົນຮຸ່ນຫຼັງ ແລະ ຜູ້ເສບຜົນງານທຸກຄົນວ່າ “ຂ້ອຍຢາກໃຫ້ທຸກຄົນເປີດໃຈຮັບຊົມຮູບເງົາ ຫຼື ຜົນງານຕ່າງໆທີ່ເປັນສີມືຂອງຄົນລາວ. ຢາກໃຫ້ທຸກຄົນ ລອງເປີດໃຈສະໜັບສະໜຸນໄປກ່ອນ ເລື່ອງດີຫຼືບໍ່ດີຄ່ອຍວ່າກັນຕາມຫຼັງ ເພາະຂ້ອຍເຊື່ອໝັ່ນວ່າໄວຮຸ່ນຍຸກນີ້ເກັ່ງຫຼາຍ ແລະ ມີຄວາມຢາກພັດທະນາວົງການໃຫ້ກ້າວໄປຂ້າງໜ້າອີ່ຫຼີ” ນົກຍູງ ກ່າວປິດທ້າຍ.

ທຸກຜົນງານຂອງວົງການທັງຮູບເງົາ ຫຼື ວຽກເບື້ອງຫຼັງຄື Production ທຸກສິ່ງທຸກຢ່າງທີ່ເກີດຂຶ້ນໃນແວດລ້ອມບ້ານເຮົາ ແມ່ນຕ້ອງການແຮງສະໜັບສະໜຸນຈາກທຸກຄົນທີ່ຈະຊ່ວຍກັນຊ່ວຍຂັບເຄື່ອນໃຫ້ດີຂຶ້ນຕໍ່ໄປ ບໍ່ແມ່ນພຽງແຕ່ວ່າເພາະຄົນໃນວົງການມາຂໍຮ້ອງ… ແຕ່ ນົກຍູງ ຢາກໃຫ້ທຸກຄົນບໍ່ວ່າຈະເປັນສາຍໃດເປີດໃຈໄປເບິ່ງຜົນງານຄົນຮຸ່ນໃໝ່.
ເພື່ອທີ່ພວກເຮົາທຸກຄົນຈະໄດ້ເຫັນການພັດທະນາຂອງສັງຄົມ ແລະ ວົງການຮູບເງົາບ້ານເຮົາໄປພ້ອມໆກັນ.