ມີສະກິນແຄຣ໌ຫຼັກແສນ ກໍພັງໄດ້ຖ້າບໍ່ຮູ້ລຳດັບວິທີການທາທີ່ຖືກຕ້ອງ

Key Takeaways:
- ລຳດັບການທາສະກິນແຄຣ໌ມີຄວາມສຳຄັນກວ່າທີ່ຄິດ ເພາະການທາມົ້ວບໍ່ພຽງແຕ່ສິ້ນເປື້ອງແຕ່ອາດເຮັດໃຫ້ປະສິດທິພາບຫຼຸດລົງ ຫຼື ເຮັດໃຫ້ໜ້າພັງໄດ້.
- ຫຼັກການທາສະກິນແຄຣ໌ຄື: 1. ທາຈາກເນື້ອເບົາໄປຫາໜັກ ເພື່ອໃຫ້ຊຶມເຂົ້າຜິວໄດ້ດີ. 2. ຄຳນຶງເຖິງຄ່າ pH ຂອງຜິວ ແລະ ຜະລິດຕະພັນ. 3. ໃຊ້ຈັງຫວະເວລາການຊຶມຜ່ານໃຫ້ເໝາະສົມກັບສານແຕ່ລະຊະນິດ. 4. ຫຼັກການທາກັນແດດ + ວິຕາມິນຊີ ເພື່ອປະສິດທິພາບສູງສຸດ.
- ການທາຕາມລຳດັບທີ່ຖືກຕ້ອງສາມາດເພີ່ມປະສິດທິພາບການດູດຊຶມໄດ້ເຖິງ 10 ເທົ່າ, ເພີ່ມການຊຶມເລິກຂອງ Active Ingredients ໄດ້ 25%, ຫຼຸດການສູນເສຍນ້ຳໄດ້ 20% ແລະ ເພີ່ມຄວາມຊຸ່ມຊື່ນໄດ້ 30%.
- ສູດການທາສະກິນແຄຣ໌ 5 ຂັ້ນຕອນ: 1. Cleanser (ທຳຄວາມສະອາດ). 2. Toner (ກຽມຜິວ, ປັບ pH). 3. Serum/Actives (ແກ້ບັນຫາ). 4. Moisturizer (ກັກເກັບຄວາມຊຸ່ມຊື່ນ). 5. Sunscreen (ປົກປ້ອງ).
- ຜົນຮັບຂອງສະກິນແຄຣ໌ຂຶ້ນຢູ່ກັບການຈັດລຳດັບການເຮັດວຽກຂອງໂຄງສ້າງທາງເຄມີໃຫ້ສົ່ງເສີມເຊິ່ງກັນ ແລະ ກັນ ໃຫ້ເຕັມປະສິດທິພາບ.
ພວກເຮົາຫຼາຍຄົນມັກຈະຕາມຫາສະກິນແຄຣ໌ຕົວທັອບໆມາບຳລຸງຜິວ, ແຕ່ຮູ້ບໍ່ວ່າບາງເທື່ອທີ່ທາໄປແລ້ວບໍ່ເຫັນຜົນ ອາດຈະບໍ່ແມ່ນຍ້ອນຄຣີມບໍ່ດີ ແຕ່ມັນຢູ່ທີ່ “ລຳດັບການທາ” ລ້ວນໆ.
ການທາສະກິນແຄຣ໌ແບບມົ້ວໆ ຕາມໃຈມັກ ບໍ່ພຽງແຕ່ເປັນການສິ້ນເປື້ອງເທົ່ານັ້ນ, ແຕ່ໃນທາງແພດຜິວໜັງ ຫຼື Dermatology ມັນຄືການເຮັດໃຫ້ສານເຄມີໃນສະກິນແຄຣ໌ຕີກັນເອງຈົນປະສິດທິພາບຫຼຸດລົງ ຫຼື ດີບໍ່ດີອາດເຮັດໃຫ້ໜ້າພັງກວ່າເກົ່າ ແລະ ມື້ນີ້ ມ່ວນຈະພາທຸກຄົນມາທຳຄວາມເຂົ້າໃຈວ່າເປັນຫຍັງ “ລຳດັບ” ຈຶ່ງສຳຄັນກວ່າທີ່ທ່ານຄິດ
- ທາຈາກເນື້ອເບົາໄປຫາໜັກ: ສະກິນແຄຣ໌ແຕ່ລະໂຕມີຂະໜາດໂມເລກຸນບໍ່ເທົ່າກັນ. ຖ້າເຮົາຟ້າວທາຄຣີມເນື້ອໜັກ ຫຼື ອອຍລ໌ (Oil) ລົງໄປກ່ອນ, ມັນຈະສ້າງຟິມເຄືອບຜິວໄວ້ ເມື່ອເຮົາລົງເຊຣັ່ມເນື້ອທີ່ເປັນນ້ຳຂວດແພງໆທີ່ທາຕາມຫຼັງກໍຈະຊຶມລົງໄປບໍ່ໄດ້ແລ້ວ. ປຽບເໝືອນການໃສ່ເສື້ອກັນຝົນແລ້ວພະຍາຍາມເອົານ້ຳມາເທທັບ.
- ອາລົມຂອງຜິວ (ຄ່າ pH) ແລະ ການດູດຊຶມ: ຜິວຂອງເຮົາມີສະພາບເປັນກົດອ່ອນໆ. ອ້າງອີງຈາກງານວິໄຈໃນວາລະສານ Dermatologic Surgery ລະບຸຊັດເຈນວ່າ ສານອອກລິດຢ່າງວິຕາມິນຊີ (L-ascorbic acid) ຈະຊຶມຜ່ານຊັ້ນເກາະປ້ອງກັນຜິວ ແລະ ເຮັດວຽກໄດ້ດີທີ່ສຸດໃນສະພາບຜິວທີ່ມີຄ່າ pH ຕ່ຳກວ່າ 3.5. ຖ້າເຮົາຫຼົງເອົາຜະລິດຕະພັນອື່ນທີ່ມີຄ່າ pH ສູງກວ່າມາທາກ່ອນ, ປະສິດທິພາບໃນການກູ້ຜິວໃສກໍຈະຫາຍໄປທັນທີ.
- ຈັງຫວະເວລາການຊຶມຜ່ານ (Absorption Rate): ການທາຄຣີມຕອນຜິວແຫ້ງ ກັບ ຜິວປຽກນັ້ນໃຫ້ຜົນທີ່ຕ່າງກັນ ຄືສານບາງຕົວຢ່າງ ເຣຕິນອລ (Retinol) ຖ້າທາຕອນຜິວປຽກໝາດໆຄືຫາຍະນະ ເພາະມັນຈະຊຶມໄວ ແລະ ເລິກເກີນໄປຈົນເຮັດໃຫ້ໜ້າລອກ ແລະ ອັກເສບ. ວາລະສານ Journal of Drugs in Dermatology ຢືນຢັນວ່າ ການໃຊ້ເທັກນິກທາມອຍສ໌ເຈີໄຣເຊີປະກົບໜ້າຫຼັງ ສາມາດຫຼຸດອາການຜິວອັກເສບຈາກເຣຕິນອລໄດ້ຢ່າງເຫັນຜົນ ໂດຍບໍ່ໄປຫຼຸດປະສິດທິພາບຂອງສານບຳລຸງ.
- ກັນແດດ + ວິຕາມິນຊີ = ຄູ່ຫູຄູ່ເປ໊ະ: ຄຣີມກັນແດດຖືກອອກແບບມາໃຫ້ເຊັດຕົວເປັນເກາະຄຸ້ມກັນຊັ້ນເທິງສຸດ, ຫ້າມທາສະກິນແຄຣ໌ອື່ນທັບເດັດຂາດ (ອ້າງອີງຈາກ JAMA Dermatology). ແຕ່ໃນຂະນະດຽວກັນ, ງານວິໄຈລະດັບໂລກຈາກ Journal of the American Academy of Dermatology (JAAD) ພົບວ່າ: ການທາເຊຣັ່ມວິຕາມິນຊີກ່ອນ ແລ້ວປິດທ້າຍດ້ວຍຄຣີມກັນແດດ ຈະຊ່ວຍຫຼຸດຄວາມເສຍຫາຍຂອງເຊລລ໌ຜິວຈາກລັງສີ UV ໄດ້ດີກວ່າການທາກັນແດດພຽງຢ່າງດຽວ. ນີ້ຄືເຫດຜົນທີ່ວ່າເປັນຫຍັງເຊຣັ່ມຈຶ່ງຕ້ອງມາກ່ອນກັນແດດສະເໝີ.

ແລະຍັງມີຂໍ້ມູນທີ່ມາຢັ້ງຢືນເລື່ອງການໃຫ້ຄວາມສຳຄັນຂອງລຳດັບການທາສະກິນແຄຣອີກເຊັ່ນ
- ຄວາມຕ່າງຂອງການດູດຊຶມເຖິງ 10 ເທົ່າ: ວາລະສານ Journal of Clinical and Aesthetic Dermatology (ປີ 2019) ລະບຸວ່າ ການທາຕາມລຳດັບທີ່ຖືກຕ້ອງ ສາມາດສ້າງຄວາມແຕກຕ່າງຂອງອັດຕາການດູດຊຶມໄດ້ສູງສຸດເຖິງ 10 ເທົ່າ.
- ເພີ່ມປະສິດທິພາບສານອອກລິດ 25%: ວາລະສານ Journal of Cosmetic Dermatology (ປີ 2020) ພົບວ່າ ການທາສະກິນແຄຣ໌ຈາກເນື້ອເບົາໄປຫາເນື້ອໜັກ ຊ່ວຍເພີ່ມການຊຶມເລິກຂອງ Active Ingredients ໄດ້ເຖິງ 25%.
- ຫຼຸດການສູນເສຍນ້ຳອອກຈາກຜິວໄດ້ 20%: ງານວິໄຈໃນ Clinical, Cosmetic and Investigational Dermatology (ປີ 2019) ຢືນຢັນວ່າ ການໃຊ້ມອຍສ໌ເຈີໄຣເຊີປິດທ້າຍເຊຣັ່ມຢ່າງຖືກຂັ້ນຕອນ ຈະຊ່ວຍຫຼຸດອັດຕາການລະເຫີຍຂອງນ້ຳອອກຈາກຊັ້ນຜິວ (TEWL) ໄດ້ເຖິງ 20%.
- ຄວາມຊຸ່ມຊື່ນເພີ່ມຂຶ້ນ 30% ຈາກເທັກນິກຈັງຫວະການທາ: ວາລະສານ Dermatology and Therapy (ປີ 2021) ພົບວ່າ ການທາມອຍສ໌ເຈີໄຣເຊີລົງເທິງຜິວທີ່ຍັງຊຸ່ມໝາດໆ (Damp skin) ທັນທີຫຼັງລົງໂທນເນີ ຊ່ວຍເພີ່ມລະດັບຄວາມຊຸ່ມຊື່ນໄດ້ຫຼາຍກວ່າການລໍຖ້າໃຫ້ຜິວແຫ້ງສະນິດເຖິງ 30%.

ອ່ານມາຮອດນີ້ແລ້ວຫຼາຍຄົນກໍອາດຈະເລີ່ມເຫັນຄວາມສຳຄັນຂອງລຳດັບຂອງການລົງສະກິນແຄຣ ສະນັ້ນເຮົາຈະມາແຈກສູດທີ່ບໍ່ລັບພຽງ 5 ລຳດັບງ່າຍທີ່ຈະຊ່ວຍໃຫ້ການດູແລຜິວໜ້າຈາກສະກິນແຄຣເຫັນຜົນໄດ້ດີຂຶ້ນ
- Cleanser (ທຳຄວາມສະອາດ): ເຄຍຜິວ, ລ້າງຄວາມມັນ ແລະ ມົນລະພາວະອອກໃຫ້ໝົດ.
- Toner ຫຼື ນ້ຳຕົບ (ກຽມຜິວ): ເລີ່ມທີ່ເນື້ອແຫຼວ ແລະ ເບົາທີ່ສຸດ ເພື່ອເປີດຜິວຮັບການບຳລຸງ ແລະ ປັບສົມດຸນ pH.
- Serum ຫຼື Actives (ແກ້ບັນຫາສະເພາະຈຸດ): ລົງສານອາຫານເຂັ້ມຂຸ້ນໂມເລກຸນນ້ອຍ ເຊັ່ນ: ວິຕາມິນຊີ, ໄຮຍາລູໂຣນິກ ຫຼື ຕົວຜັດເຊລລ໌ຜິວ.
- Moisturizer (ກັກເກັບຄວາມຊຸ່ມຊື່ນ): ທາຄຣີມບຳລຸງເນື້ອໜັກຂຶ້ນມາ ເພື່ອລັອກຄວາມຊຸ່ມຊື່ນ ແລະ ດັນສານບຳລຸງໃນຂັ້ນຕອນກ່ອນໜ້າໃຫ້ເຮັດວຽກໃຕ້ຊັ້ນຜິວ.
- Sunscreen (ປົກປ້ອງຜິວ): ຂັ້ນຕອນສຸດທ້າຍຂອງຊ່ວງເຊົ້າສະເໝີ ປຽບເໝືອນການກາງຄັນຮົ່ມໃຫ້ຜິວແບບຫ້າມມີຫຍັງມາຂວາງ.
ຜົນຮັບຂອງສະກິນແຄຣ໌ບໍ່ໄດ້ຢູ່ທີ່ວ່າໃຊ້ຜະລິດຕະພັນລາຄາແພງສ່ຳໃດ, ແຕ່ມັນຢູ່ທີ່ການຈັດລຳດັບການເຮັດວຽກຂອງໂຄງສ້າງທາງເຄມີໃຫ້ສົ່ງເສີມເຊິ່ງກັນ ແລະ ກັນ. ພຽງແຕ່ປັບປ່ຽນລຳດັບໜ້ອຍດຽວ ສະກິນແຄຣ໌ເທິງໂຕະເຄື່ອງສຳອາງຂອງທ່ານກໍຈະເຮັດວຽກປະສານກັນໄດ້ຢ່າງເຕັມປະສິດທິພາບ ຮັບຮອງວ່າຄຸ້ມຄ່າທຸກຢົດແນ່ນອນ.
