ຊ່ວງນີ້ເຫັນໄວລຸ້ນ Gen Z ເພິ່ນກຳລັງຮິດເທຣນຖ່າຍຮູບເປີດແຟລັດທີ່ເປັນຟິວເຕີໄອຈີກັນແບບລົວໆ ຄືວ່າແຫຼະ ມີຟິວເຕີຊ່ວຍຊີວິດ ຈັ່ງໃດກໍສວຍ, ເປະ, ປັງ ແລະ ລອດທຸກສະຖານະການຢູ່ແລ້ວ ແຕ່ຕັດພາບມາທີ່ຊີວິດຈິງ ເວລາໄປງານແຕ່ງ, ປາຕີ້ກາງຄືນ ຫຼື ໄປຊິວກັບແກ້ງໝູ່ ລະຖືກໝູ່ແກງ ອັບຮູບກ້ອງສົດເປີດແຟລັດແບບບໍ່ມີຟິວເຕີຊ່ວຍ ບອກເລີຍວ່າ ຕໍ່ໃຫ້ໂບກເມກອັບມາແໜ້ນ ມາຈັດເຕັມສ່ຳໃດ ເຈິແສງແຟລັດສາດເຂົ້າໄປບາດດຽວ ຮັບຮອງວ່າໜ້າລອຍມາແຕ່ໜ້າປາກຊອຍແນ່ນອນ.
ສິ່ງໜຶ່ງທີ່ຫຼາຍຄົນກັງວົນບໍ່ໜ້ອຍໄປກວ່າການເລືອກຊຸດ ຫຼື ຊົງຜົມ ກໍຄື ‘ແຕ່ງໜ້າແລ້ວຈະລອດຫຼືບໍ່ເມື່ອຖືກແສງແຟລັດ’ ເພາະຫຼາຍຄັ້ງທີ່ແຕ່ງໜ້າອອກຈາກບ້ານແລ້ວເບິ່ງງາມພໍດີ ແຕ່ເມື່ອຮອດເວລາຖ່າຍຮູບພັດພົບວ່າຮອງພື້ນເບິ່ງຂາວກວ່າຄໍ, ໃຕ້ຕາເດັ່ນຈົນຜິດທຳມະຊາດ ຫຼື ໃບໜ້າເບິ່ງຈືດ ແລະ ແບນກວ່າທີ່ເຫັນໃນແວ່ນ.
ບັນຫາເຫຼົ່ານີ້ເກີດຂຶ້ນໄດ້ຈາກຫຼາຍປັດໄຈ ທັງລັກສະນະເນື້ອຂອງຜະລິດຕະພັນ, ການເລືອກໂທນສີ ລວມໄປເຖິງເຕັກນິກການແຕ່ງໜ້າທີ່ອາດບໍ່ເໝາະກັບສະພາບແສງ. ຄວາມຈິງແລ້ວ, ການແຕ່ງໜ້າສຳລັບງານທີ່ຕ້ອງຖືກແສງແຟລັດບໍ່ຈຳເປັນຕ້ອງທາໜາ ຫຼື ຈັດເຕັມສະເໝີໄປ ແຕ່ຕ້ອງອາໄສຄວາມສົມດຸນລະຫວ່າງ ການເຮັດໃຫ້ຜິວເບິ່ງເປັນທຳມະຊາດ, ຄວາມຕິດທົນ ແລະ ການສ້າງມິຕິໃຫ້ໃບໜ້າ ເພື່ອໃຫ້ອອກມາງາມທັງໃນຊີວິດຈິງ ແລະ ໃນຮູບຖ່າຍ.
ນີ້ຄື 5 ເຕັກນິກທີ່ຊ່າງແຕ່ງໜ້າມືອາຊີບນິຍົມໃຊ້ ເມື່ອຕ້ອງກຽມການແຕ່ງໜ້າສຳລັບງານທີ່ມີການຖ່າຍຮູບດ້ວຍແສງແຟລັດ:
1. ເລືອກຮອງພື້ນໃຫ້ກົງກັບສີຜິວຈິງ ແລະ ຫຼີກລ່ຽງສູດທີ່ຂາວກວ່າຜິວຫຼາຍເກີນໄປ
ໜຶ່ງໃນສາເຫດທີ່ເຮັດໃຫ້ໜ້າລອຍ (ໜ້າວອກ) ເມື່ອຖືກແຟລັດ ຄືການເລືອກຮອງພື້ນທີ່ສະຫວ່າງກວ່າສີຜິວຈິງຫຼາຍເກີນໄປ. ເຖິງແມ່ນວ່າໃນແວ່ນ ຫຼື ເມື່ອຢູ່ໃຕ້ແສງທຳມະຊາດສີຮອງພື້ນອາດເບິ່ງງາມ ແຕ່ເມື່ອແສງແຟລັດສະທ້ອນກັບ, ຜິວໜ້າທີ່ຂາວເກີນໄປຈະຍິ່ງເບິ່ງໂດດເດັ່ນ ຈົນແຍກອອກຈາກສີຜິວບໍລິເວນຄໍ ແລະ ລຳຕົວຢ່າງຊັດເຈນ.
- ວິທີແກ້: ທາງທີ່ດີຄວນເລືອກຮອງພື້ນທີ່ມີອັນເດີໂທນ (Undertone) ໃກ້ຄຽງກັບຜິວຈິງ ແລະ ລອງທົດສອບສີບໍລິເວນສັນກະໄຕ (Jawline) ຫຼື ຊ່ວງຄໍ ຫຼາຍກວ່າການລອງໃສ່ຫຼັງມື.
- ເຄັດລັບເພີ່ມເຕີມ: ຊ່າງແຕ່ງໜ້າມັກຈະເກັ່ຍຮອງພື້ນລົງມາຮອດສັນກະໄຕ ແລະ ລຳຄໍເລັກນ້ອຍ ເພື່ອໃຫ້ສີຜິວທັງໃບໜ້າເບິ່ງຕໍ່ເນື່ອງ ແລະ ກົມກືນກັນຫຼາຍຂຶ້ນ.
2. ຫຼີກລ່ຽງແປ້ງຝຸ່ນ HD ຫຼື ການລົງແປ້ງ (Bake) ໃຕ້ຕາໜັກເກີນໄປ
ຫຼາຍຄົນຄິດວ່າ ຍິ່ງລົງແປ້ງຫຼາຍ ເຄື່ອງສຳອາງກໍຍິ່ງຕິດທົນ ແຕ່ສຳລັບການຖ່າຍຮູບດ້ວຍແຟລັດ ປະລິມານແປ້ງທີ່ຫຼາຍເກີນໄປອາດໃຫ້ຜົນກົງກັນຂ້າມ. ໂດຍສະເພາະແປ້ງຝຸ່ນບາງປະເພດທີ່ມີສ່ວນປະສົມຂອງ ຊິລິກາ (Silica) ສູງ ຫຼື ແປ້ງ HD (ເຊິ່ງອອກແບບມາເພື່ອຮອງຮັບກ້ອງວິດີໂອຄວາມລະອຽດສູງ) ອາດສະທ້ອນແສງແຟລັດ ຈົນເຮັດໃຫ້ໃຕ້ຕາ, ໜ້າຜາກ ຫຼື ບໍລິເວນທີ່ລົງແປ້ງເບິ່ງຂາວວອກຂຶ້ນມາໃນຮູບ. ຊ່າງແຕ່ງໜ້າຫຼາຍຄົນຈຶ່ງນິຍົມ:
- ລົງແປ້ງສະເພາະບໍລິເວນ ທີໂຊນ (T-Zone) ເທົ່ານັ້ນ.
- ໃຊ້ແປ້ງໃນປະລິມານບາງເບົາ ແລະ ຫຼີກລ່ຽງການລົງແປ້ງໜາໆບໍລິເວນໃຕ້ຕາ.
- ໃຊ້ພັບກົດແປ້ງໃຫ້ກືນໄປກັບຜິວ ຫຼາຍກວ່າການປັດທັບກັນຫຼາຍຊັ້ນ.
3. ເລືອກຄີມກັນແດດໃຫ້ຖືກ ເພາະບາງສູດອາດເຮັດໃຫ້ໜ້າວອກເມື່ອຖືກແຟລັດ
ເຖິງວ່າຄີມກັນແດດຈະເປັນຂັ້ນຕອນທີ່ບໍ່ຄວນມອງຂ້າມ ແຕ່ຖ້າຮູ້ວ່າຈະຕ້ອງຖ່າຍຮູບດ້ວຍແຟລັດຈຳນວນຫຼາຍ ການເລືອກສູດກັນແດດກໍສຳຄັນບໍ່ແພ້ກັນ. ກັນແດດບາງປະເພດທີ່ມີສ່ວນປະສົມຂອງ Physical UV Filter ເຊັ່ນ: Zinc Oxide ຫຼື Titanium Dioxide ໃນປະລິມານສູງ ອາດເຮັດໃຫ້ເກີດປະກົດການ Flashback ເມື່ອຖືກແສງແຟລັດ ສົ່ງຜົນໃຫ້ໃບໜ້າເບິ່ງຂາວກວ່າປົກກະຕິໃນຮູບຖ່າຍ. ຄວນເລືອກສູດທີ່:
- ບໍ່ມີຄາບຂາວ (White Cast).
- ຊຶມເຂົ້າຜິວໄດ້ດີ ແລະ ຜ່ານການທົດສອບແລ້ວວ່າເໝາະກັບການແຕ່ງໜ້າ.
- ມີເນື້ອບາງເບົາ ແລະ ບໍ່ປະຄາບໄວ້ເທິງໜ້າ.
ໝາຍເຫດ: ຖ້າເປັນງານກາງຄືນໃນຮົ່ມ ແລະ ບໍ່ໄດ້ສຳຜັດກັບແສງແດດໂດຍກົງ ຊ່າງແຕ່ງໜ້າບາງຄົນອາດເລືອກໃຊ້ ໄພຣເມີ (Primer) ຫຼື ເບສ (Base) ແທນການທາກັນແດດໜາຫຼາຍຊັ້ນ ເພື່ອຫຼຸດໂອກາດການເກີດໜ້າວອກຈາກແສງແຟລັດໄດ້ຢ່າງເດັດຂາດ.
4. ເລືອກໄຮໄລ (Highlight) ໃຫ້ຜິວເບິ່ງສ່ຳວາວຢ່າງມີຊັ້ນເຊີງ
ຜິວທີ່ເບິ່ງສ່ຳວາວ (Glow) ເປັນເທຣນທີ່ໄດ້ຮັບຄວາມນິຍົມຢ່າງຕໍ່ເນື່ອງ, ແຕ່ສຳລັບການຖ່າຍຮູບດ້ວຍແຟລັດ ຄວາມສ່ຳວາວທີ່ຫຼາຍເກີນໄປອາດກາຍເປັນຄວາມມັນທີ່ສະທ້ອນແສງ ຈົນເຮັດໃຫ້ການແຕ່ງໜ້າເສຍສົມດຸນໄດ້.
- ແທນທີ່ຈະລົງໄຮໄລທົ່ວໃບໜ້າ ຄວນເລືອກແຕ້ມສະເພາະບໍລິເວນທີ່ຮັບແສງເຊັ່ນ: ສັນດັງ, ໂໜກແກ້ມ ແລະ ເໜືອສົບເທິງ ເພື່ອໃຫ້ຜິວເບິ່ງມີມິຕິ ແລະ ສຸຂະພາບດີ.
- ໃນຂະນະດຽວກັນ ຄວນຄວບຄຸມຄວາມມັນບໍລິເວນທີໂຊນດ້ວຍແປ້ງໂປ່ງແສງ ເພື່ອໃຫ້ໃບໜ້າເບິ່ງສົມດຸນຫຼາຍຂຶ້ນເມື່ອຢູ່ໜ້າກ້ອງ. ຈື່ໄວ້ສະເໝີວ່າ ‘ຜິວສ່ຳວາວ ບໍ່ແມ່ນຜິວມັນ’ ເຊິ່ງນີ້ເປັນແນວທາງທີ່ຊ່າງແຕ່ງໜ້າລະດັບມືອາຊີບນິຍົມໃຊ້ສຳລັບງານພົມແດງ ແລະ ງານຍ່າງແບບຕ່າງໆ.
5. ລົງຮອງພື້ນບາງໆ ແລະ ໃຊ້ເຕັກນິກເທັບຊັ້ນ (Layer) ແທນການທາໜາໆ
ໜຶ່ງໃນຂໍ້ຜິດພາດທີ່ພົບເລື້ອຍກ່ອນອອກງານຄື ການລົງຮອງພື້ນໜາໆເພື່ອຫວັງໃຫ້ປົກປິດທຸກຈຸດ, ແຕ່ເມື່ອຖືກແຟລັດ ແລະ ແສງໄຟຈາກຫຼາຍທິດທາງ ຄວາມໜາຂອງຮອງພື້ນພັດຍິ່ງເຫັນຊັດເຈນຂຶ້ນ. ເຕັກນິກທີ່ຖືກຕ້ອງຄືການລົງຮອງພື້ນແບບບາງໆເທັບກັນຫຼາຍຊັ້ນ:
- ເລີ່ມຈາກລົງຮອງພື້ນບາງໆທົ່ວໃບໜ້າ.
- ໃຊ້ຄອນຊີລເລີ (Concealer) ສະເພາະຈຸດທີ່ຕ້ອງການປົກປິດແທ້ໆ.
- ເພີ່ມການປົກປິດສະເພາະບໍລິເວນທີ່ມີຮອຍສິວ ຫຼື ຮອຍແດງ.
- ໃຊ້ຟອງນ້ຳຈຸບນ້ຳໝາດໆ ກົດໃຫ້ເນື້ອຜະລິດຕະພັນກືນເຂົ້າກັບຜິວ.
ວິທີນີ້ຈະຊ່ວຍໃຫ້ຜິວຍັງຄົງເບິ່ງຄືຜິວຈິງ ແລະ ຫຼຸດໂອກາດທີ່ເຄື່ອງສຳອາງຈະເປັນຄາບໄດ້ດີທີ່ສຸດ.
ງານຜິວຕ້ອງມາກ່ອນ ແຕ່ງບາງໆແຕ່ປົກປິດ ລະວັງເຄື່ອງສຳອາງທີ່ສະທ້ອນແສງ ແຄ່ນີ້ກໍກຽມຮັບບົດຕົວແມ່ ຢືນໜຶ່ງໜ້າກ້ອງໄດ້ເລີຍ ແຟລັດຈະສາດມາແຈໃດກໍລອດ ສວຍເປະ ບໍ່ມີຄຳວ່າໜ້າລອຍແນ່ນອນ.