ເປັນຫຍັງຍຸກນີ້ຕ້ອງເປັນຄຳວ່າ ງາມແພງ ແລ້ວຂໍເປັນແບບງາມຖືກບໍ່ໄດ້ຫວາ?

ແບ່ງປັນ

ເປັນຫຍັງຍຸກນີ້ຕ້ອງເປັນຄຳວ່າ ງາມແພງ ແລ້ວຂໍເປັນແບບງາມຖືກບໍ່ໄດ້ຫວາ?

ໂດຍ: Tonmai Phoutthasack Tonmai Phoutthasack
21 October 2026● 12

ເຄີຍສົງໄສບໍວ່າ ເປັນຫຍັງເວລາໄປລອງສິນຄ້າ ບໍ່ວ່າຈະເປັນເສື້ອຜ້າ, ກະເປົາ, ເຄື່ອງປະດັບ ຫຼືແມ່ນແຕ່ເຄື່ອງສຳອາງ ແມ່ຄ້າພໍ່ຄ້າມັກຈະບອກວ່າ “ໃສ່ແລ້ວງາມແພງ” ຈົນອົດຄິດແບບກວນໆບໍ່ໄດ້ວ່າ ບໍ່ຂໍງາມແພງ ຂໍງາມແບບລາຄາຖືກໄດ້ບໍ່?

ຄວາມຈິງແລ້ວ ຄຳວ່າ “ງາມແພງ” ບໍ່ໄດ້ໝາຍຄວາມວ່າເຮົາຕ້ອງໃຊ້ແຕ່ຂອງລາຄາແພງສະເໝີໄປ ແຕ່ເປັນການສື່ເຖິງພາບລັກທີ່ເບິ່ງດີ ມີລະດັບ ແລະມີຄວາມສະຫງ່າງາມ. ເພາະໃນສັງຄົມ ຮູບລັກພາຍນອກ ແລະການສະແດງອອກສາມາດສົ່ງຜົນຕໍ່ຄວາມປະທັບໃຈຕັ້ງແຕ່ການພົບກັນຄັ້ງທຳອິດໄດ້ ຄຳວ່າ “ງາມແພງ” ຈຶ່ງກາຍເປັນຄຳທີ່ຄົນມັກໃຊ້ເພື່ອຊື່ນຊົມພາບລັກ ແລະສ້າງຄວາມໝັ້ນໃຈໃຫ້ກັບຜູ້ຟັງ.

ແຕ່ຮູ້ບໍວ່າ ເຮົາສາມາດງາມແພງໄດ້ໂດຍບໍ່ຕ້ອງຈ່າຍແພງ? ເພາະສິ່ງທີ່ເຮັດໃຫ້ເຮົາເບິ່ງດີ ບໍ່ໄດ້ຂຶ້ນກັບລາຄາຂອງສິ່ງທີ່ໃຊ້ພຽງຢ່າງດຽວ ແຕ່ຍັງລວມເຖິງການດູແລຕົນເອງ, ບຸກຄະລິກ ແລະການເລືອກສິ່ງທີ່ເໝາະກັບຕົນເອງອີກດ້ວຍ.

ມື້ນີ້ ມ່ວນຈຶ່ງຈະມາແບ່ງປັນ 3 ເຄັດລັບທີ່ຊ່ວຍໃຫ້ເຮົາເບິ່ງດີຢ່າງມີລະດັບ ໂດຍບໍ່ຈຳເປັນຕ້ອງຈ່າຍແພງ!

1. ສີໜ້າ ແລະບຸກຄະລິກທີ່ເບິ່ງຜ່ອນຄາຍ

ຫຼາຍຄົນອາດຄິດວ່າ ການຈະດູດີຕ້ອງເລີ່ມຈາກການເຮັດຫັດຖະການຄວາມງາມ ຫຼື ການໄປສິດໂບທອກ ແຕ່ຄວາມຈິງແລ້ວ ການສະແດງອອກທາງສີໜ້າກໍມີສ່ວນຊ່ວຍສ້າງພາບລັກໄດ້ເຊັ່ນກັນ

ການເຮັດໃຫ້ໃບໜ້າເບິ່ງຜ່ອນຄາຍ, ບໍ່ຂະໝວດຄິ້ວໂດຍບໍ່ຈຳເປັນ, ສົບຕາຢ່າງເປັນທຳມະຊາດ ແລະສະແດງສີໜ້າໃຫ້ເໝາະກັບສະຖານະການ ລ້ວນແຕ່ຊ່ວຍໃຫ້ເຮົາເບິ່ງເປັນມິດ ແລະ ເຂົ້າຫາງ່າຍຂຶ້ນ

ເວົ້າແບບນີ້ ຫຼາຍຄົນອາດຈະຄິດວ່າ ຂ້ອຍຕ້ອງຍິ້ມຕະຫຼອດເວລາ ຫຼື ຝືນເຮັດຕົວໃຫ້ເບິ່ງມີຄວາມສຸກຫວາ? ບໍ່ແມ່ນເລີຍ ເພາະຄົນທີ່ມີສີໜ້າສະຫງົບກໍສາມາດສະຫງ່າໄດ້ເຊັ່ນກັນ ເພາະສິ່ງສຳຄັນຄືການສະແດງອອກຢ່າງເປັນທຳມະຊາດ ແລະມີຄວາມໝັ້ນໃຈໃນຕົນເອງ

2. ດູແລຜິວໃຫ້ສຸຂະພາບດີ ບໍ່ຈຳເປັນຕ້ອງມີຜິວຄືກັບໃຜ

ພື້ນຖານອີກຢ່າງໜຶ່ງຂອງການດູແລຕົນເອງ ນອກຈາກການອອກກຳລັງກາຍແລ້ວ ຄືການໃສ່ໃຈສຸຂະພາບຜິວ ບໍ່ວ່າຈະເປັນການທຳຄວາມສະອາດຜິວຢ່າງເໝາະສົມ, ປ້ອງກັນບໍ່ໃຫ້ຜິວເບິ່ງໂຊມ ຫຼື ໝອງ ກໍຊ່ວຍໃຫ້ພາບລັກເຮົາເບິ່ງເປັນຄົນທີ່ສະອາດ ຮູ້ຈັກຮັກ ແລະ ໃສ່ໃຈຕົວເອງ.

ອ່ານຕື່ມ:  ຊຸດດຽວກັນ ເປັນຫຍັງນາງແບບໃສ່ເທິງຣັນເວ ກັບ ດາລາໃສ່ເທິງພົມແດງ ຈຶ່ງເບິ່ງບໍ່ຄືກັນ?

ເຮົາບໍ່ຈຳເປັນຕ້ອງມີຜິວຂາວໃສຕາມ Beauty Standard ຫຼື ໃຊ້ສະກິນແຄຣລາຄາແພງຫຼາຍຂັ້ນຕອນຈຶ່ງຈະດູດີ ເພາະສະພາບຜິວຂອງແຕ່ລະຄົນແຕກຕ່າງກັນ ສິ່ງທີ່ຄວນໃສ່ໃຈຄືການເລືອກຜະລິດຕະພັນທີ່ເໝາະກັບສະພາບຜິວ ແລະງົບປະມານຂອງຕົນເອງ

ການດູແລຕົນເອງທີ່ດີ ບໍ່ແມ່ນການພະຍາຍາມປ່ຽນຕົນເອງໃຫ້ຄືກັບຄົນອື່ນ ແຕ່ແມ່ນການເຮັດໃຫ້ຕົນເອງຢູ່ໃນສະພາບທີ່ດີ ແລະມີຄວາມໝັ້ນໃຈໃນແບບທີ່ຕົນເອງເປັນ

3. ແຕ່ງຕົວໃຫ້ດູດີ ບໍ່ຈຳເປັນຕ້ອງໃສ່ແຕ່ແບຣນເນມ

ອີກໜຶ່ງຄວາມເຂົ້າໃຈຜິດຄືການຄິດວ່າ ການແຕ່ງຕົວໃຫ້ເບິ່ງແພງຕ້ອງໃສ່ເສື້ອຜ້າແບຣນເນມ ຫຼືໃຊ້ສິນຄ້າ Luxury ເທົ່ານັ້ນ, ພຽງແຕ່ເຮົາປັບການແຕ່ງໂຕທີ່ໃຫ້ຄວາມສຳຄັນກັບລາຍລະອຽດນ້ອຍໆ ເຊັ່ນ ຄວາມສະອາດ, ຂະໜາດທີ່ພໍດີກັບຮູບຮ່າງ ແລະການເລືອກສີໃຫ້ເຂົ້າກັນ ກໍຊ່ວຍໃຫ້ພາບລວມຂອງການແຕ່ງຕົວດູດີຂຶ້ນໄດ້ຫຼາຍ

ເຮົາສາມາດນຳແນວຄິດບາງສ່ວນຂອງ Quiet Luxury ຫຼືແຟຊັນທີ່ເນັ້ນຄວາມຫຼູຫຼາແບບຮຽບງ່າຍ, ຝີມືໃນການຕັດຫຍິບ ແລະຄຸນນະພາບຂອງວັດສະດຸ ຫຼາຍກວ່າການສະແດງໂລໂກ້ໃຫ້ໂດດເດັ່ນ ມາປັບໃຊ້ຕາມງົບປະມານຂອງຕົນເອງໄດ້

ຕົວຢ່າງເຊັ່ນ ເລືອກເສື້ອຜ້າທີ່ພໍດີກັບຮູບຮ່າງ, ລີດໃຫ້ຮຽບຮ້ອຍ, ຈັບຄູ່ສີທີ່ເຂົ້າກັນ ແລະເລືອກເສື້ອຜ້າທີ່ສາມາດນຳມາໃສ່ໄດ້ຫຼາຍໂອກາດ ໂດຍບໍ່ຈຳເປັນຕ້ອງຊື້ເສື້ອຜ້າໃໝ່ຢູ່ຕະຫຼອດເວລາ

ເພາະບາງຄັ້ງ ເສື້ອຜ້າທີ່ມີລາຄາບໍ່ສູງ ແຕ່ເລືອກມາໄດ້ຢ່າງເໝາະສົມ ກໍສາມາດເຮັດໃຫ້ພາບລວມດູດີໄດ້ບໍ່ແພ້ການແຕ່ງຕົວດ້ວຍຂອງລາຄາແພງ.

ເຮົາບໍ່ຈຳເປັນຕ້ອງໃສ່ເພັດ, ໃສ່ຄຳ, ໃຊ້ກະເປົາແບຣນເນມ ຫຼືປ່ຽນຕົນເອງໃຫ້ກົງກັບມາດຕະຖານຄວາມງາມຂອງໃຜ ພຽງແຕ່ຮູ້ຈັກດູແລຕົນເອງ, ເລືອກສິ່ງທີ່ເໝາະກັບຮູບຮ່າງ, ບຸກຄະລິກ ແລະວິຖີຊີວິດ ກໍສາມາດສ້າງພາບລັກທີ່ສວຍແພງໃນແບບຂອງຕົນເອງໄດ້

ເພາະສິ່ງສຳຄັນບໍ່ແມ່ນການເຮັດໃຫ້ຄົນອື່ນຮູ້ສຶກວ່າ ເຮົາມີລາຄາແພງພຽງໃດ ແຕ່ແມ່ນການຮູ້ວ່າສິ່ງໃດເໝາະກັບເຮົາ ແລະສິ່ງໃດຊ່ວຍໃຫ້ເຮົາຮູ້ສຶກດີກັບຕົນເອງ ໂດຍບໍ່ຈຳເປັນຕ້ອງໃຊ້ຈ່າຍເກີນກຳລັງ

ແລ້ວສຳລັບທ່ານ ຄຳວ່າ “ງາມແພງ” ໝາຍເຖິງຫຍັງ? ຫຼືແທ້ຈິງແລ້ວ ພຽງແຕ່ງາມໃນແບບຂອງຕົນເອງ ກໍພຽງພໍແລ້ວ?

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.