ເຈົ້າເຄີຍມີຄວາມຝັນບ້າໆໃນຕອນຍັງນ້ອຍບໍ່? ຄວາມຝັນປະເພດທີ່ວ່າ ໃຫຍ່ຂຶ້ນມາຂ້ອຍຈະເປັນໂຈນສະລັດໃນ One Piece ໃຫ້ໄດ້! ຮືມ… Muan TheInterview ວ່າປະໂຫຍກນີ້ມັນຄຸ້ນໆເນາະ ຄືຈັ່ງວ່າກຳລັງເບິ່ງ ໝວກຟາງ ລູຟີ່ ມາຮ້ອງໃສ່ ແລະ ຍິ້ມໃຫ້ເລີຍ.
ການຢາກເປັນໂຈດສະລັດແບບ ລູຟີ່ ນີ້ແຫຼະຄືຈຸດເລີ່ມຕົ້ນ ແລະ ກໍແມ່ນອີກໜຶ່ງຄວາມຝັນໃນໄວເດັກຂອງນັກພາກສຽງລາວຄົນນີ້ ນັດ – ໄຊຊະນະ ບຸນທະວີ ໄວໜຸ່ມອາຍຸ 20 ປີ ຈາກແຂວງ ອັດຕະປື, ທີ່ປັດຈຸບັນກຳລັງຮຽນຢູ່ ສະຖາບັນເສດຖະກິດ-ການເງິນ ດົງຄຳຊ້າງ.
ແຕ່ໃຜຈະຄິດວ່າຈາກເດັກນ້ອຍທຳມະດາຄົນໜຶ່ງທີ່ມັກເບິ່ງກາຕູນ ແລະ ເປັນຄົນໂລກສ່ວນຕົວສູງ, ຂີ້ອາຍ, ບໍ່ກ້າສະແດງອອກ ແລະ ບໍ່ເຄີຍກ້າເວົ້າຄວາມຮູ້ສຶກຂອງໂຕເອງໃຫ້ໃຜຟັງ ຈະກາຍມາເປັນນັກພາກສຽງທີ່ມີຜົນງານ ແລະ ມີຄົນຕິດຕາມລໍຖ້າເບິ່ງຜົນງານໃນມື້ນີ້.
ຈຸດປ່ຽນຊີວິດຂອງ ນັດ ມັນເລີ່ມຂຶ້ນຕອນທີ່ລາວຮູ້ວ່າ ສຽງກາຕູນທີ່ພວກເຮົາໄດ້ຍິນມັນຖືກພາກທັບຂຶ້ນມາໃໝ່ ແລະ ນັ້ນກໍຄືແສງສະຫວ່າງທີ່ຈຸດປະກາຍໃນໃຈທັນທີ ເຊິ່ງຕະຫຼອດ 5 ປີທີ່ຜ່ານມາ, ສຽງພາກນີ້ແຫຼະທີ່ເຮັດໜ້າທີ່ເປັນສຽງຮ້ອງບອກແທນຄວາມຮູ້ສຶກທັງໝົດຂອງເດັກຂີ້ອາຍຄົນນີ້ໃຫ້ຄົນໄດ້ຮູ້ຈັກໂຕຕົນຂອງລາວຜ່ານສິ່ງທີ່ເຮັດ.
ການເປັນນັກພາກສຽງມັນໂຄດຊິເທ່ເລີຍ! ຂ້ອຍເຫັນແລ້ວຮູ້ສຶກວ່າ ໂຕເອງກໍໜ້າຈະເຮັດໄດ້.
5 ປີກັບຄຳວິຈານ ແລະ ໂອກາດທີ່ເຂົ້າມາພິກຊີວິດ
ແນ່ນອນວ່າເສັ້ນທາງນີ້ບໍ່ໄດ້ໂຮຍດ້ວຍກີບກຸຫຼາບ, ນັດ ຝຶກຝົນຢ່າງໜັກ ແລະ ປ່ອຍຜົນງານລົງ ເຟສບຸກເພຈຕະຫຼອດ 5 ປີ. ເວລາທີ່ຜ່ານມາກໍມີທັງຄຳຍ້ອງຍໍ, ຄຳວິຈານທີ່ບໍ່ດີມາກໍຫຼາຍ ແຕ່ລາວບໍ່ເຄີຍຄິດຈະຢຸດ ແລະ ເລືອກເຮັດມັນຕໍ່ໄປ.
“ເພາະນີ້ຄືສິ່ງທີ່ຂ້ອຍຮັກ ພຽງແຕ່ຂ້ອຍມີຄວາມສຸກກັບມັນກໍພໍແລ້ວ…” ນັດ ກ່າວ.
ແລ້ວຄວາມພະຍາຍາມກໍສົ່ງຜົນ ເມື່ອລາວໄດ້ຮັບໂອກາດຄັ້ງໃຫຍ່ໃນການພາກສຽງພາສາໄທ ເປັນຕົວລະຄອນຫຼັກຄື ຄຽວກິ ໂຢຈິ ພະເອກຈາກເອນິເມຊັນເລື່ອງ Kanan-sama wa Akumade Choroi.
“ຂ້ອຍຮູ້ສຶກເປັນກຽດຫຼາຍ ບໍ່ຄິດວ່າເດັກລາວຈາກໃຕ້ສຸດຂອງປະເທດ ຈະໄດ້ມີໂອກາດພາກງານທີ່ເປີດປະຕູສູ່ໂລກກວ້າງຂະໜາດນີ້ ມັນຄືຄວາມຝັນທີ່ເປັນຈິງເລີຍ. ຂອບໃຈທຸກຄົນທີ່ເອັນດູ, ຂອບໃຈອ້າຍໄບ ນັກພາກໃນດວງໃຈ ແລະ ເອື້ອຍຊັນນີ້ ທີ່ໜ້າຮັກທີ່ສຸດ” ນັດ ເລົ່າດ້ວຍຄວາມປະທັບໃຈ.
ເບື້ອງຫຼັງຄວາມທ້າທາຍໃນການພາກສຽງ ຄຽວກິ ໂຢຈິ
ການພາກງານ Official ພາສາໄທຄັ້ງນີ້ບໍ່ແມ່ນເລື່ອງງ່າຍເລີຍ ເຊິ່ງ ນັດ ໄດ້ເປີດໃຈກັບ Muan TheInterview ວ່າ: “ໂຕລະຄອນ ໂຢຈິ ເປັນແນວທີ່ຂ້ອຍບໍ່ຖະໜັດທີ່ສຸດ ເພາະເປັນຕົວລະຄອນທີ່ມີພະລັງງານ (Energy) ສູງແຮງ, ຕ້ອງໃຊ້ສຽງທີ່ພຸ່ງ ແລະ ປົດປ່ອຍອາລົມອອກມາແບບສຸດໆ”.
ນັດ ໄດ້ເລົ່າຄວາມຍາກທີ່ລາວໄດ້ພົບອີກເລື່ອງຄື “ຂ້ອຍຕ້ອງຄຸມທັງຄວາມຕື່ນເຕັ້ນຂອງໂຕເອງ ແລະ ທີ່ໂຫດໄປກວ່ານັ້ນຄືໃນຊ່ວງທີ່ອັດສຽງ ຂ້ອຍມີບັນຫາເລື່ອງໂລກປະຈຳໂຕນຳອີກ ບອກໄດ້ຄຳດຽວເລີຍວ່າ ໂຄດທ້າທາຍ!“.
ໃນການພາກສຽງນັ້ນ ນັດ ກໍສູ້ສຸດໃຈ ຈົນສາມາດຜ່ານມັນມາໄດ້ ແລະ ສ້າງຜົນງານອອກມາໄດ້ຢ່າງໜ້າພາກພູມໃຈ.
ເຮັດແນວໃດຈຶ່ງຈະໄດ້ພາກສຽງແບບ Official ຄື ນັດ
ອ່ານມາຮອດນີ້ແລ້ວ ຫຼາຍຄົນຄົງຢາກຮູ້ແມ່ນບໍ່? ວ່ານັກພາກສຽງຈາກອັດຕະປືຄົນນີ້ລາວເຮັດແນວໃດ ຈຶ່ງສາມາດໂດດໄປຄວ້າງານພາກລະດັບ Official ໄດ້ ເຊິ່ງນັດບໍ່ເຄີຍປ່ອຍໃຫ້ສຽງຂອງລາວຢູ່ແຕ່ໃນຫົວ ແລະ ສິ່ງທີ່ຕ້ອງເຮັດຄື ໝັ່ນອັດເດໂມສຽງຂອງໂຕເອງທຸກໆເດືອນ ແລະ ປັບປຸງມັນເລື້ອຍໆ.
ລາວໄດ້ສົ່ງເດໂມສຽງໄປທຸກບ່ອນທີ່ມີການເປີດຮັບສະໝັກນັກພາກ ແລະ ຢາກຝາກເຖິງນັກພາກທີ່ຍັງບໍ່ກ້າວ່າ: “ເດໂມສຽງຄືອາວຸດທີ່ສຳຄັນທີ່ສຸດ ຢ່າລໍຖ້າໃຫ້ໂອກາດເຂົ້າໄປຫາ ເພາະໃນໂລກຄວາມຈິງ… ເຮົາຕ້ອງເປັນຄົນໄປຍາດມັນ ໄປເອົາມັນມາເອງ”.
Tips: Voice Demo ຫຼື ເດໂມສຽງ ແມ່ນແຟ້ມສະສົມສຽງທີ່ມີຄວາມຫຼາກຫຼາຍຂອງຄາແລັກເຕີໂຕລະຄອນ.
ຢາກໃຫ້ເປີດໃຈໃນສະເໜ່ຂອງພາສາ ແລະ ພາກລາວບໍ່ໄດ້ມີດີແຕ່ຄວາມຕະຫຼົກ
ຖ້າໃຜເຄີຍໄດ້ຟັງສຽງພາກພາສາລາວຂອງ ນັດ ກໍຈະຮູ້ວ່າມີເອກະລັກຫຼາຍ ທັງມ່ວນ, ເປັນທຳມະຊາດ ແລະ ເຂົ້າເຖິງອາລົມແຮງ ພໍຮູ້ແນວນີ້ Muan TheInterview ເລີຍໄປຖາມນັດຕື່ມ ເພາະຢາກເຫັນມຸມມອງຂອງຄົນເຮັດວຽກເບື້ອງຫຼັງວ່າສະເໜ່ຂອງການພາກສຽງພາສາລາວມັນຢູ່ບ່ອນໃດແທ້?
ນັດ ກໍເລີ່ມເລົ່າໃຫ້ຟັງດ້ວຍຄວາມພູມໃຈວ່າ: “ສະເໜ່ຂອງພາກລາວສຳລັບຂ້ອຍ ມັນຄືໂຕພາສານີ້ລະ, ຄຳເວົ້າສຳນຽງມີຄວາມມ່ວນສະບາຍ ແລະ ກໍຢາກໃຫ້ທຸກຄົນເປີດໃຈກັບສຽງພາກລາວນຳ, ບໍ່ຢາກໃຫ້ແນມແຕ່ວ່າພາກລາວແລ້ວຕ້ອງຕະຫຼົກ ຢາກໃຫ້ເປີດໃຈເບິ່ງ. ຖ້າຢາກເບິ່ງພາກລາວດີໆຕິດຕາມເພຈເຮົາໄດ້ ຂໍຝາກເພຈ: ພາກຫຍັງດີ ຂອງຂ້ອຍແດ່ເດີ ຮັບຮອງວ່າໂຄດດີ”.
ມຸມມອງນັກພາກ ຄືຢາກເນັ້ນຄວາມບັນເທີງຂອງຄົນເບິ່ງເປັນອັນດັບໜຶ່ງ
ໃນຖານະເດັກຮຸ່ນໃໝ່ທີ່ເອົາໂຕເອງເຂົ້າສູ່ສະໜາມນັກພາກສຽງໂຕຈິງ, ນັດ ກໍມີຄວາມຝັນໃຫຍ່ໆທີ່ຢາກເຫັນວົງການພາກສຽງໃນລາວເຕີບໂຕໄປໄກກວ່ານີ້. ຖ້າຖາມວ່າຢາກໃຫ້ວົງການນີ້ຍ່າງໄປໃນທິດທາງໃດ? ນັດ ກໍຕອບແບບກົງໄປກົງມາວ່າ: “ຂ້ອຍຢາກໃຫ້ມີການຈັດ Workshop ອົບຮົມແບບຈິງຈັງ, ມີພື້ນທີ່ໃຫ້ຄົນທີ່ຮັກໃນສິ່ງນີ້ໄດ້ປ່ອຍຂອງ ແລະ ໄດ້ສະແດງໂຕຕົນອອກມາ”.
ແຕ່ສິ່ງທີ່ສຳຄັນ ແລະ ເປັນກຳແພງໃຫຍ່ທີ່ສຸດໃນຕອນນີ້ຂອງບ້ານເຮົາກໍຄື ການເປີດໃຈຂອງຜູ້ໃຫຍ່ໃນວົງການ ເຊິ່ງນັດໄດ້ເລົ່າໃຫ້ Muan TheInterview ຟັງຕໍ່ວ່າ: “ຢາກໃຫ້ຜູ້ໃຫຍ່ທຸກຄົນເປີດໃຈກັບການພາກສຽງ ແລະ ການຮຽບຮຽງບົດພາກຮຸ່ນໃໝ່ໆຫຼາຍຂຶ້ນ. ບໍ່ຢາກໃຫ້ບີບບັງຄັບດ້ວຍກອບເດີມໆວ່າ ‘ແບບນີ້ບໍ່ໄດ້, ແບບນີ້ບໍ່ດີ, ຄຳນີ້ບໍ່ສຸພາບ, ບໍ່ຄວນເວົ້າ‘ ຢ່າລືມວ່າ ຄວາມບັນເທີງ ແລະ ຄວາມອິນຂອງຄົນເບິ່ງຄືສິ່ງທີ່ສຳຄັນທີ່ສຸດ” ນັດ ແຊຣ໌ມຸມມອງ.
ເປົ້າໝາຍຂັ້ນຕໍ່ໄປຂອງນັດ
ສຸດທ້າຍ, Muan TheInterview ຖາມ ນັດ ກ່ຽວກັບເປົ້າໝາຍ ຫຼື ຄວາມຝັນຂັ້ນຕໍ່ໄປຄືຫຍັງ? ລາວກໍໄດ້ຕອບແບບກັນເອງວ່າ: “ຂ້ອຍຢາກເປັນນັກພາກອັນດັບຕົ້ນໆຂອງລາວ! ຢອກເດີ ບໍ່ແມ່ນດອກ… ສຳລັບຂ້ອຍການໄດ້ເຫັນວົງການນີ້ມີສີມີສັນຂຶ້ນມາກໍດີໃຈແລ້ວ ແຕ່ຂ້ອຍກໍຄິດຢາກພາກກາຕູນຂອງ Disney ເບິ່ງ, ມັນໜ້າສົນໃຈດີ”.
ສ່ວນໃຜທີ່ຖາມຫາຜົນງານເລື່ອງຕໍ່ໄປຂອງນັກພາກສຽງຄົນນີ້ ບອກເລີຍວ່າຕອນນີ້ ນັດ ຂໍແອບຈຸໆໄວ້ກ່ອນ ເພາະຕ້ອງເກັບເປັນຄວາມລັບ ແຕ່ຮັບຮອງວ່າຈະມີເຊີໄພຣສ໌ ສາມາດຕິດຕາມນັດໄດ້ທີ່ເພຈ ພາກຫຍັງດີ ເດີ.
ສຳລັບ Muan TheInterview ເອງກໍຄິດວ່າ ການພາກໜັງ ຫຼື ພາກກາຕູນ ມັນກໍຄືສິລະປະໜຶ່ງໃນດ້ານຂອງຄວາມບັນເທີງ. ຖ້າເຮົາປັບບົດໃຫ້ມັນເຂົ້າກັບຍຸກສະໄໝ ແລະ ມີຄວາມເປັນທຳມະຊາດ ວົງການພາກສຽງລາວຈະໄປໄດ້ໄກ ແລະ ຄົນລາວກໍຈະຫັນມາຊັບພັອດຄົນລາວນຳກັນຢ່າງແນ່ນອນ.
“ມື້ໜຶ່ງເຈົ້າຈະຫັນມາຂອບໃຈໂຕເອງ” ຄຳສົ່ງທ້າຍຈາກນັດ
ກ່ອນຈາກກັນ, ນັດ ໄດ້ຖິ້ມທ້າຍເຖິງໄວຮຸ່ນລາວທຸກຄົນທີ່ມີຄວາມຝັນຢາກກ້າວເຂົ້າສູ່ວົງການພາກສຽງ ຫຼື ກຳລັງລັງເລທີ່ຈະເຮັດຕາມຄວາມຝັນຂອງໂຕເອງວ່າ:
“ຝຶກມັນເຂົ້າໄປ, ຝຶກໃຫ້ມັນເປັນສ່ວນໜຶ່ງຂອງຮ່າງກາຍ. ສິ່ງທີ່ຕ້ອງເຮັດຄືຝຶກຝົນໃຫ້ໜັກ ຝຶກອ່ານໜັງສື, ຝຶກການເວົ້າ, ຝຶກການອອກສຽງ ແລະ ທີ່ສຳຄັນທີ່ສຸດຄື ຕ້ອງມີລະບຽບວິໄນກັບໂຕເອງ. ມັນອາດຈະຍາກ, ມັນອາດຈະລຳບາກ ແລະ ເບິ່ງຄືບໍ່ມີມື້ເປັນໄປໄດ້ໃນຕອນທຳອິດ… ແຕ່ເຊື່ອໝັ້ນໃນໂຕເອງເຂົ້າໄວ້ ເພາະມື້ໜຶ່ງທີ່ເຈົ້າເຮັດມັນສຳເລັດ ເຈົ້າຈະຫັນຫຼັງກັບມາຂອບໃຈໂຕເອງທີ່ບໍ່ຍອມແພ້ໃນມື້ນີ້”.
ທຸກຄົນສາມາດຕິດຕາມຜົນງານຂອງນັດໄດ້ທີ່:
- Facebook Page: ພາກຫຍັງດີ
- TikTok: with_sankaya
- ເບິ່ງຜົນງານພາກສຽງຂອງນັດ: Kanan-sama wa Akumade Choroi