Thinla ບອກເກືອບຖິ້ມໂອກາດ ແຕ່ກໍຍອມລຸຍ ລົງແຂ່ງຂັນລາຍການ Eurovision Song Contest Asia 2026

ຖ້າຢູ່ຊື່ໆກໍມີໂອກາດໃຫຍ່ລະດັບໂລກແລ່ນເຂົ້າໃສ່ມາຫາຕົວເຮົາເອງ ທຸກຄົນຈະຮູ້ສຶກ ແລະ ເຮັດແນວໃດ? ໃນເວລານັ້ນ, ອາດຈະຮູ້ສຶກກົດດັນຈົນຕັ້ງຮັບບໍ່ທັນກໍໄດ້ເນາະທຸກຄົນ ເຊິ່ງເລື່ອງນີ້ມັນໄດ້ເກີດຂຶ້ນກັບ Thinla (ຖິ່ນລາ) ຫຼື ທີ່ທຸກຄົນຮູ້ຈັກກັນໃນຊື່ Thinlamphone ແລ້ວນັ້ນເອງ.
Thinla ແມ່ນສິລະປິນຍິງລາວທີ່ມີຊື່ສຽງຫຼາຍ ແລະ ລາວກໍຍັງເຄີຍໄດ້ຮ່ວມງານກັບສິລະປິນຫຼາກຫຼາຍທັງລາວ ແລະ ຕ່າງປະທດ ເຊິ່ງໃນຄັ້ງນີ້, ລາວໄດ້ຮັບໂອກາດທີ່ພິເສດ ແລະ ສຳຄັນຫຼາຍໃນການເປັນຕົວແທນຄົນລາວໄປເຂົ້າແຂ່ງຂັນຮ້ອງເພງທີ່ມີຄົນທີ່ມີພອນສະຫວັນດ້ານການຮ້ອງເພງທັງ 11 ປະເທດ ທົ່ວເອເຊຍມາລວມໄວ້ຢູ່ໃນລາຍການ Eurovision Song Contest Asia 2026.
Thinla ແລະ ປະສົບການໃນສາຍງານສິລະປິນ
ຖິ່ນລາ ໄດ້ເລີ່ມປ່ອຍຜົນງານເພງຂອງລາວໃນຖານະສິລະປິນມາຕັ້ງແຕ່ປີ 2021 ແລະ ມີຜົນງານເພງຫຼາຍກວ່າ 20 ເພງໃນແພລດຟອມດິຈິຕອລນັບຕັ້ງແຕ່ການເປີດຕົວເປັນສິລະປິນ.
ຕະຫຼອດໄລຍະເວລາທີ່ຜ່ານມາ, ລາວໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຟັງດ້ວຍການປະສົມປະສານເພງທີ່ເປັນເອກະລັກລະຫວ່າງດົນຕີພື້ນເມືອງ ໝໍລຳ ແລະ ດົນຕີສະໄໝໃໝ່ຄືແນວ Pop, R&B ແລະ Dance ໄດ້ຢ່າງກົມກ່ອມຈົນເຮັດໃຫ້ເພງລາວເປັນທີ່ຕິດຫູຂອງຄົນຟັງເພງ.

ແນວເພງຂອງລາວທີ່ໄດ້ປະສົມປະສານກັນນີ້, ໄດ້ຮັບການຕອບຮັບເປັນຢ່າງດີຈາກແຟນເພງທັງໃນລາວ, ເອເຊຍ ແລະ ພາກພື້ນອື່ນໆ. ບໍ່ດົນມານີ້, ລາວກໍຍັງໄດ້ເດີນທາງໄປສະແດງຄອນເສີດຢູ່ສະຫະລັດອາເມລິກາ ເຊິ່ງຖືເປັນກ້າວສຳຄັນໃນສາຍການເປັນສິລະປິນຂອງລາວ ແລະ ຊ່ວຍເພີ່ມຍອດການຟັງ ແລະ ການຮັບຊົມຈາກຜູ້ຊົມໃນອາເມລິກາເໜືອຢ່າງຫຼວງຫຼາຍ.
ຖ້າເວົ້າເຖິງ Thinla ແລ້ວ, Muan TheInterview ຕ້ອງບອກເລີຍວ່າປະສົບການໃນເວທີສາກົນຂອງລາວບໍ່ແມ່ນທຳມະດາເລີຍ ເພາະກ່ອນທີ່ຈະໄດ້ຮັບເລືອກໃຫ້ເປັນຕົວແທນໄປ Eurovision Song Contest Asia ນັ້ນ, Thinla ເຄີຍໄດ້ຮັບກຽດເປັນຕົວແທນປະເທດລາວໄປຮ່ວມງານ Round Festival ທີ່ເມືອງປູຊານ, ປະເທດເກົາຫຼີໃຕ້ ມາແລ້ວ.
ການໄດ້ໄປສະແດງໃນງານນັ້ນ ເປັນອີກໜຶ່ງກ້າວສຳຄັນທີ່ຊ່ວຍໃຫ້ນັກຟັງເພງໃນລະດັບສາກົນໄດ້ຮູ້ຈັກ ແລະ ສຳຜັດກັບຄວາມງາມຂອງດົນຕີລາວກວ້າງຂວາງຂຶ້ນກວ່າເກົ່າ. ເອີ້ນໄດ້ວ່າເປັນສິລະປິນທີ່ມີປະສົບການ ແລະ ຄວາມສາມາດພ້ອມທີ່ຈະນຳພາສຽງເພງລາວໄປປະກາດໃຫ້ໂລກໄດ້ຍິນສຽງດົນຕີລາວ.
ໂອກາດໃຫຍ່ທີ່ແລ່ນເຂົ້າຫາ
ນອກຈາກຄວາມທ້າທາຍ ແລະ ຄວາມຕື່ນເຕັ້ນແລ້ວ, ສິ່ງທີ່ເຮັດໃຫ້ Thinla ຕັດສິນໃຈກ້າວເຂົ້າຮ່ວມການແຂ່ງຂັນຄັ້ງນີ້ ກໍແມ່ນເປົ້າໝາຍທີ່ຍິ່ງໃຫຍ່ກວ່ານັ້ນ. ລາວຫວັງທີ່ຈະປ່ຽນແປງມຸມມອງຂອງເວທີສາກົນທີ່ມີຕໍ່ດົນຕີລາວ, ພ້ອມທັງຢາກເປັນຜູ້ເປີດທາງ ແລະ ສ້າງແຮງບັນດານໃຈໃຫ້ສິລະປິນລາວຄົນອື່ນໆ ໄດ້ມີໂອກາດຍົກລະດັບວົງການດົນຕີເຮົາໃຫ້ກ້າວໄປໄກກວ່າເກົ່າ.
Thinla ໄດ້ເລົ່າເຖິງເຫດການ ແລະ ຄວາມຮູ້ສຶກໃຫ້ກັບ Muan TheInterview ຟັງວ່າ: “ການທີ່ຂ້ອຍໄດ້ເຂົ້າມາຮ່ວມ Eurovision Song Contest Asia ຖືເປັນໂອກາດໃຫຍ່ ແລະ ເປັນຄວາມຮູ້ສຶກທີ່ເປັນກຽດສຸດໆ ເວົ້າເຖິງຄວາມພ້ອມບໍ່ ກໍອາດຈະຍັງ ເພາະງານຄ່ອນຂ້າງຈຳກັດເວລາແຮງ ໂອກາດນີ້ເກີດຂຶ້ນຜ່ານ VTE9 ທີ່ເປັນຕົວແທນ Broadcaster ຂອງລາວໃນໂຄງການ Eurovision Asia”.
Thinla ເລົ່າຕໍ່ເຖິງຄວາມຮູ້ສຶກ “ຕອນທີ່ຮູ້ວ່າໄດ້ຖືກເລືອກ, ຍອມຮັບວ່າທັງດີໃຈ, ຕື່ນເຕັ້ນ ແລະ ກົດດັນ ເພາະ Eurovision ເປັນເວທີໃໝ່ສຳລັບອາຊີ ແລະ ເຮົາເອງຈະໄດ້ມີໂອກາດນຳເອົາດົນຕີລາວໄປໃຫ້ຄົນຈາກຫຼາຍປະເທດໄດ້ຮູ້ຈັກ”.
ຄວາມກົດດັນທີ່ໄດ້ຮັບຂອງ Thinla
ສຳລັບຂັ້ນຕອນການຄັດເລືອກຮອບ National Selection ຂອງປະເທດລາວ. Thinla ກໍໄດ້ເລົ່າເຖິງປະສົບການ ແລະ ລາຍລະອຽດກ່ຽວກັບເພງທີ່ໄດ້ສະເໜີໃນລາຍການທັງ 3 ວ່າ:
“ໃນນາມທີ່ເປັນສິລະປິນທີ່ຕ່າງໜ້າຂອງປະເທດລາວໃນປີທຳອິດນີ້ ກໍໄດ້ພົບຂັ້ນຕອນສຳລັບການຄັດເລືອກໃນຮອບ National Selection ຄືການເລືອກເພງທີ່ຈະນຳໄປແຂ່ງຂັນໃນລາຍການ ເຊິ່ງໄດ້ນຳສະເໜີ 3 ເພງ (ເພງ Star, BAE ແລະ Water) ໃນລາຍການ Sieng Lao: The One ເຊິ່ງໃຫ້ຜູ້ຊົມທັງໃນລາວ ແລະ ຕ່າງປະເທດຮ່ວມໂຫວດ”.
ຈາກທີ່ Muan TheInterview ໄດ້ໄປເບິ່ງ-ໄປຟັງມາ ແລະ ເຫັນວ່າເພງໜຶ່ງທີ່ເປັນໄວຣັລໃນຕິກຕັອກ ແລະ ຍັງໄດ້ຮັບກະແສຕອບຮັບດີຈາກຜູ້ຟັງຕ່າງປະເທດ ກໍຄິດວ່າໜ້າຈະຕ້ອງເປັນເພງນີ້ທີ່ໄດ້ຮັບເລືອກ. ສຸດທ້າຍເພງ BAE ກໍໄດ້ຖືກເລືອກໂດຍຄະນະກຳມະການ ແລະ ມີຍອດໂຫວດໃນອອນລາຍສູງທີ່ສຸດ ຈຶ່ງຖືກເລືອກໃຫ້ເປັນເພງຂອງຕົວແທນຈາກລາວໃນການໄປແຂ່ງຂັນໃນລາຍການ Eurovision Asia (Eurovision Song Contest).
“ຄວາມຈິງແລ້ວ, ງານນີ້ເປັນງານທີ່ຄ່ອນຂ້າງດ່ວນ ແລະ ມີເວລາໃນການກະກຽມກໍຈຳກັດຫຼາຍ ເຊິ່ງຕາມປົກກະຕິ ຖ້າຈະຈັດການຄັດເລືອກຕົວແທນປະເທດ ກໍຄວນຈະມີການຈັດງານ ຫຼື ການປະກວດໃນຮູບແບບມີເວທີ, ແສງ, ສີສຽງ ແລະ ລວມເຖິງການຜະລິດຕ່າງໆ ເພື່ອໃຫ້ຄົນມາຮ່ວມຊົມ ແລະ ຮ່ວມໂຫວດ” Thinla ໄດ້ເລົ່າໃຫ້ຟັງຕື່ມ.
Thinla ໄດ້ເລົ່າເຖິງຄວາມຈຳເປັນ ແລະ ອຸປະສັກບາງສ່ວນ ໃຫ້ຟັງວ່າ: “ແຕ່ສຳລັບລາວເຮົາໃນເວລານັ້ນ, ດ້ວຍທັງງົບປະມານ ແລະ ເວລາທີ່ຈຳກັດ ເຮົາບໍ່ສາມາດຈັດງານໃຫຍ່ແບບນັ້ນໄດ້. ເວລາທີ່ມີໃຫ້ກະກຽມກໍປະມານພຽງ 2 ອາທິດ ເຊິ່ງຖືວ່າເວລາໜ້ອຍແຮງ ສຳລັບການຈັດງານປະກວດໃຫຍ່”.
ເກືອບພາດໂອກາດທີ່ຈະເຂົ້າຮ່ວມ
ໃນຕອນທຳອິດ Thinla ເອງກໍເຄີຍປະຕິເສດໂອກາດນີ້ໄປ ເພາະລາວຄິດວ່າເວລາບໍ່ພຽງພໍ ແລະ ບໍ່ສາມາດກະກຽມທຸກຢ່າງໃຫ້ສົມບູນໄດ້ໃນໄລຍະເວລາທີ່ສັ້ນ ແຕ່ທາງລາຍການເອງກໍຢາກໃຫ້ປະເທດລາວເຂົ້າຮ່ວມໃນປີທຳອິດນີ້ຫຼາຍຈຶ່ງເຮັດໃຫ້ Thinla ຍິນດີ ແລະ ເລືອກທີ່ຈະຮັບໂອກາດນີ້.
Thinla ໄດ້ເລົ່ານາທີທີ່ມີຄົນຕິດຕໍ່ຫາເພື່ອເຊີນເຂົ້າຮ່ວມໃນລາຍການ “ທາງ VTE9 ໄດ້ຕິດຕໍ່ມາຫາ ເພື່ອໃຫ້ໄປເປັນໂຕແທນສິລະປິນລາວ ແລະ ຂ້ອຍກໍຕ້ອງປະກວດຕາມກະຕິກາລາຍການຢູ່ດີ ເລີຍໄດ້ຈັດຖ່າຍລາຍການທອດສົດໃນໂທລະພາບ VTE9 ເພື່ອຄັດເລືອກ. ຈາກຈະໄດ້ຄັດເລືອກສິລະປິນ ກໍໄດ້ເນັ້ນໄປທີ່ການຄັດເລືອເພງແທນ”.
ສະເໜີແນວເພງທີ່ເປັນເອກະລັກແບບ Thinla
ສຽງເພງລາວສູ່ເອເຊຍ ພາລະກິດສຳຄັນທີ່ Thinla ຈະນຳເອົາທຳນອງຮ່ວມສະໄໝເອກະລັກຂອງລາວ ໄປປະກາດໃຫ້ໂລກໄດ້ຍິນພ້ອມໆກັນໃນລາຍການ ເຊິ່ງລາວກໍໄດ້ເລົ່າສົ່ງທ້າຍກ່ອນປິດບົດຄວາມນີ້ວ່າ:
“ການທີ່ໄດ້ເປັນຄົນທຳອິດທີ່ຕ່າງໜ້າສິລະປິນລາວໃນ Eurovision Asia ມີຄວາມໝາຍຫຼາຍ ແລະ ຮູ້ສຶກໂຊກດີທີ່ເປັນຜູ້ຖືກເລືອກໃນປີທຳອິດນີ້. ກໍຈະນຳເອົາວັດທະນະທຳ, ດົນຕີ ແລະ ຄວາມສາມາດຂອງຕົວເອງທີ່ມີ ງັດອອກມາໂຊ. ສ່ວນຕົວເອງກໍຢາກນຳສະເໜີດົນຕີລາວໃນຮູບແບບທີ່ຮ່ວມສະໄໝ ເພື່ອປະສົມປະສານແນວເພງ ແລະ ດົນຕີ ໃນສິ່ງທີ່ມັກຄືເກົ່າ”.

