ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຖ້າມາຫຼິ້ນໆກໍເຊີນປ້າຍໜ້າ Breadcrumbing ວິທີຢຸດຄວາມສຳພັນທີ່ຫຼອກລວງ ແລະ ການໃຫ້ຄວາມຫວັງໂດຍທີ່ບໍ່ຈິງຈັງ
Muan RelationTips

ຖ້າມາຫຼິ້ນໆກໍເຊີນປ້າຍໜ້າ Breadcrumbing ວິທີຢຸດຄວາມສຳພັນທີ່ຫຼອກລວງ ແລະ ການໃຫ້ຄວາມຫວັງໂດຍທີ່ບໍ່ຈິງຈັງ

ແບ່ງປັນ
Getting your Trinity Audio player ready...

ຖ້າຄວາມສຳພັນແບບ Ghosting ທີ່ຢູ່ໆກໍຫາຍໄປວ່າເຈັບແລ້ວ, ການຖືກ Breadcrumbing ທີ່ມັກມາໃຫ້ຄວາມຫວັງຊ້ຳໆແບບບໍ່ຈິງຈັງກໍເຈັບໜັກບໍ່ຕ່າງກັນ. ທັງສອງຄຳນີ້ແມ່ນຖືກນຳມາໃຊ້ກັບພຶດຕິກຳທີ່ກ່ຽວຂ້ອງກັບຄວາມສຳພັນຂອງຄົນໃນໂລກອອນລາຍ.

“Breadcrumbing”​ ເປັນຄຳສັບທີ່ມີຮາກຖານມາຈາກນິທານກຣິມເລື່ອງ “Hansel and Gretel” ທີ່ຄົນໃນອອນລາຍນຳມາປັບໃຊ້ກັນຫຼາຍຂຶ້ນ ແລະ ມັນໄດ້ຮັບຄວາມນິຍົມມາຈາກພຶດຕິກຳການໃຊ້ໂຊຊ້ຽວມີເດຍ ແລະ ແອັບຫາຄູ່.

Breadcrumbing ມັກໃຊ້ໃນຄວາມສໍາພັນທີ່ໝາຍເຖິງການທີ່ຄົນໆໜຶ່ງ ທີ່ເຈົ້າກຳລັງລົມຢູ່ໄດ້ສົ່ງສັນຍານຄວາມສົນໃຈພຽງເລັກໆນ້ອຍໆໃຫ້ກັບເຈົ້າເຊັ່ນ: ການສົ່ງຂໍ້ຄວາມບໍ່ສະໝ່ຳສະເໝີ, ການຕິດຕໍ່ຫາໃນບາງເທື່ອ ແລະ ຫຼີກລ້ຽງການນັດໝາຍ, ແຕ່ກໍມາຫາແລ້ວກໍຫາຍໄປຊ້ຳໆ.

ພຶດຕິກຳນີ້ມັນໄດ້ເຮັດໃຫ້ເຈົ້ານັ້ນຍັງມີຄວາມຫວັງວ່າຄວາມສຳພັນຈະພັດທະນາໄປໄດ້ໃນທາງທີ່ດີຂຶ້ນ, ແຕ່ໃນຄວາມເປັນຈິງເຂົານັ້ນພຽງແຕ່ໃຫ້ຄວາມຫວັງແບບລອຍໆໂດຍທີ່ບໍ່ຄິດທີ່ຈະຈິງຈັງຄືພຶດຕິກຳການຖິ້ມ “ເສດຂະໜົມປັງ” ໃນລະຫວ່າງທາງຄືເລື່ອງ Hansel and Gretel.

ມ່ວນເລີຍນຳ 3 ວິທີຮັບມືກັບຄົນທີ່ມີພຶດຕິກຳແບບ Hansel and Gretel ມາແຊຣ໌ໃຫ້ທຸກຄົນໄດ້ລອງນຳໄປປັບໃຊ້ກັນເລີຍ

  1. ປະເມີນສະຖານະການ.

ໃຫ້ພິຈາລະນາຄວາມສະໝ່ຳສະເໝີ ແລະ ຄວາມຕັ້ງໃຈລາວ. ຖ້າຫາກເຈົ້າເຫັນວ່າຄວາມສໍາພັນຍັງບໍ່ພັດທະນາ ແລະ ຍັງຢູ່ບ່ອນເກົ່າ, ເຈົ້າຄວນພິ​ຈາ​ລະ​ນາ​ວ່າ​ລາວ​ກໍາ​ລັງ breadcrumbing ເຈົ້າຫຼືບໍ?​

2. ຖ້າຢາກຮູ້ຄຳຕອບໃຫ້ຖາມເລີຍ.

ຖ້າເຈົ້າຮູ້ສຶກສົງໄສ ແລະ ເລີ່ມເບື່ອໜ່າຍກັບຄວາມສຳພັນທີ່ບໍ່ຊັດເຈນແບບນີ້, ແມ່ນໃຫ້ເປີດໃຈກ່ຽວກັບຄວາມຮູ້ສຶກຂອງເຈົ້າ ແລະ ຖາມລາວເລີຍວ່າຈະເຮັດແນວໃດກັບຄວາມສໍາພັນນີ້? ເພື່ອໃຫ້ເຈົ້າມີຄວາມຊັດເຈນ ແລະ ຕັດສິນໃຈວ່າຈະເດີນໜ້າ ຫຼື Move on ດີກວ່າ.

3. ກໍານົດຂອບເຂດ ແລະ ຮັກສາຄວາມໝັ້ນຄົງທາງດ້ານຈິດໃຈໃຫ້ກັບເຈົ້າເອງ.

ຢ່າປ່ອຍໃຫ້ຕົວເອງຕ້ອງຕົກຢູ່ໃນສະຖານະການທີ່ເຮັດໃຫ້ເຈົ້າຮູ້ສຶກບໍ່ສະບາຍໃຈ ຫຼື ບໍ່ປອດໄພໃນຄວາມສຳພັນ,ຖ້າລາວຍັງຢາກຫຼິ້ນເກມຄວາມສໍາພັນ ເຈົ້າຄວນຖອຍອອກມາເພື່ອຮັກສາຄວາມສຸກຂອງເຈົ້າເອງ. ເຈົ້າຄວນມີສະຕິ ແລະ ໝັ້ນໃຈໃນຄວາມຕ້ອງການຂອງເຈົ້າຢ່າລັງເລທີ່ຈະຍ່າງອອກມາຢ່າງກ້າຫານ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.