“ຢຸດເຮັດວຽກແບບເກົ່າ ໃນຂະນະທີ່ຄົນອື່ນກຳລັງແຊງໄປໜ້າ”
ຖ້າທຸກມື້ນີ້ ເຈົ້າຮູ້ສຶກຄືກຳລັງແບບວຽກທັງໝົດໄວ້ຄົນດຽວ ເສຍເວລາສ່ວນໃຫຍ່ໄປກັບ ການປະຊຸມໝົດມື້ແຕ່ບໍ່ມີຂໍ້ສະຫຼຸບ ສັ່ງວຽກໄປໃຫ້ແກ້ໄຂບັນຫາເກົ່າຊ້ຳຊ້ອນຈົນເບື່ອ ກັບມານັ່ງກວດອ່ານອີເມວແຕ່ລະມື້ກໍໝົດເວລາລະ… ໃນຂະໜະທີ່ຍັງຮູ້ສຶກວ່າ ເປົ້າໝາຍທີ່ມັນສຳຄັນແທ້ ໆ ພັດບໍ່ມີຄວາມຄືບໜ້າເລີຍ.
AI ກໍລອງມາເປັນປີແລ້ວ ຖາມຫຍັງຕອບໝົດ… ແຕ່ບໍ່ເຂົ້າກັບວຽກໂຕຈິງເລີຍ
ພວກເຮົາເຂົ້າໃຈ ເພາະເຄີຍຜ່ານມັນມາແລ້ວ.
AI ຫຼື ປັນຍາປະດິດ ບໍ່ແມ່ນເລື່ອງໃໝ່, ທາງທີມມ່ວນພວກເຮົາເຊື່ອວ່າ ຫຼາຍຄົນກໍອາດຈະລອງໃຊ້ມັນມາດົນແລ້ວ, ແຕ່ຜົນລັບກໍບໍ່ໄດ້ດັ່ງທີ່ຄາດຫວັງ. ຈົນຍັງບໍ່ຮູ້ຊ້ຳວ່າທຸກມື້ນີ້ ມັນຈະມາຊ່ວຍວຽກແນວໃດກັນແທ້.
ປະເດັນຄື ຕອນນີ້ມັນກຳລັງມີຄົນທີ່ເບິ່ງຄືເຮັດວຽກໜ້ອຍກວ່າເຈົ້າ ແຕ່ສ້າງຜົນລັບໄດ້ດີກວ່າເຈົ້າ x10 ເທົ່າ… ແລ້ວຍັງເອົາເວລາທີ່ເຫຼືອໄປພັດທະນາຕົນເອງ ຄິດກົນລະຍຸດ ແລະ ມີເວລາພັກຜ່ອນ. ຂະໜະດຽວກັນ ທຸລະກິດເຂົາກໍພັດມີທ່າທີເຕີບໂຕແບບກ້າວກະໂດດ.
“ເພາະເຂົາຮູ້ຈັກໃຊ້ AI ຢ່າງຖືກວິທີ
ບັນຫາບໍ່ແມ່ນວ່າ ໃຊ້ໂຕໃດຄັກສຸດ ແຕ່ມັນຄືການຮູ້ວ່າ ມັນຄວນໃຊ້ແນວໃດ”
ມ່ວນ ຈຶ່ງຢາກຊວນເຈົ້າ ເຂົ້າມາຮຽນເວີກຊັອບເຕັມມື້ກັບ
CTC Laos : AI Commerce
ຖ່າຍທອດໂດຍ ຄຸນປຣິນ ຈຳເຣີນພານິດ, CEO of AEIOU Solution ຈາກປະເທດໄທ. ຜູ້ຊ່ຽວຊານໃນການພັດທະນາອົງກອນໃຫ້ກ້າວກະໂດດດ້ວຍພະລັງຂອງ AI.
ນີ້ບໍ່ແມ່ນເວີກຊັອບທີ່ຈະມາສອນຂຽນຄຳສັ່ງ (Prompt) ແລ້ວຈົບ. ແຕ່ນີ້ເປັນການຮຽນໃຊ້ເອໄອແບບເຂົ້າໃຈບໍລິບົດ ເພື່ອສ້າງຄວາມໄດ້ປຽບສຳລັບຄົນທີ່ຢາກເຕີບໂຕ ເພື່ອວາງລະບົບວຽກຂອງໂຕເອງໃໝ່.
ໃຫ້ AI ມາເປັນສ່ວນໜຶ່ງຂອງວຽກ ແລ້ວສ້າງການປ່ຽນແປງ ບໍ່ວ່າຈະກັບຕົນເອງ ຫຼື ອົງກອນ.
Workshop ນີ້ບໍ່ໄດ້ເໝາະກັບທຸກຄົນ ແຕ່ສ້າງຂຶ້ນມາສະເພາະສຳຫຼັບ:
- ຄົນເຮັດທຸລະກິດ ຫຼື ອົງກອນທຸລະກິດທີ່ຢາກເພີ່ມຜົນຜະລິດ (Productivity) ແຕ່ຊອກຄົນເຮັດວຽກຍາກ.
- ຜູ້ບໍລິຫານ ທີ່ຕ້ອງການຜູ້ຊ່ວຍທີ່ເກັ່ງແທ້ ເຂົ້າໃຈວຽກຂອງໂຕເອງ ແລະ ຂອງອົງກອນ. ສາມາດຈັດການວຽກທີ່ຊ້ຳຊ້ອນ ໂດຍທີ່ບໍ່ຕ້ອງສອນອັນເກົ່າຫຼາຍເທື່ອ.
- ຄົນເຮັດວຽກ ທີ່ບໍ່ຢາກຢຸດຢູ່ກັບທີ່ຍ້ອນບໍ່ທັນເລື່ອງ AI ແລະ ຕ້ອງການໃຊ້ AI ໃຫ້ເກີດຜົນຈິງ ເພື່ອເລື່ອນຕຳແໜ່ງ ຫຼື ຕໍ່ລອງເງິນເດືອນ.
ເຈົ້າອາດຈະກຳລັງຄິດວ່າ
“ໜ້າຈະຍາກ ບໍ່ໄດ້ເກັ່ງເລື່ອງໄອທີ ເຮັດບໍ່ເປັນ ຮຽນບໍ່ເຂົ້າໃຈດອກ”
ເຂົ້າໃຈໄດ້ ເພາະເຮົາກໍເຄີຍຄິດແນວນັ້ນຄືກັນ.
ສຳລັບ workshop ນີ້ ແມ່ນບໍ່ຕ້ອງກັງວົນ ເພາະພວກເຮົາຊ່ວຍກັນອອກແບບຫຼັກສູດນີ້ໃຫ້ເໝາະກັບ ສາຍເຮັດວຽກ ສາຍເຮັດທຸລະກິດ ບໍ່ແມ່ນສາຍໄອທີ ທີ່ຕ້ອງມານັ່ງຂຽນໂຄ໊ດ. ຖ້າເຈົ້າຫຼິ້ນເຟສບຸກເປັນ ພິມເອກະສານ ສັ່ງວຽກຜ່ານອີເມວ ຫຼື ສົ່ງ WhatsApp ໄດ້ປົກກະຕິ ເຈົ້າກໍຮຽນເລື່ອງນີ້ໄດ້ສະບາຍ.
“AI ກັບພາສາລາວໜ້າຈະຍັງບໍ່ໄດ້ດີເທື່ອ”
ນັ້ນແມ່ນຄວາມຄິດພາບຈຳໃນອະດິດ
ເພາະທີ່ຈິງແລ້ວ AI ໃນປັດຈຸບັນຖືກພັດທະນາຢ່າງຕໍ່ເນື່ອງ ແລະ ມີການແຂ່ງຂັນກັນສູງ. ໃນດ້ານພາສາລາວ ຖືວ່າເກັ່ງຂຶ້ນຕາມພາສາໄທຫຼາຍແລ້ວ (ພາສາໄທ 80% ພາສາລາວ 78% ພາສາອັງກິດ 98%) ແຕ່ສິ່ງທີ່ເຮົາຕ້ອງການບໍ່ແມ່ນພຽງແຕ່ຄວາມເຂົ້າໃຈທາງພາສາ ແຕ່ເຮົາຕ້ອງການຈາກມັນຄື ຄວາມສະຫຼາດທີ່ມາພ້ອມກັບຄວາມໄວ ແລະ ຄວາມຄຸ້ມຄ່າ. ນອກຈາກນັ້ນ ໃນແງ່ຂອງການເຮັດວຽກໂຕຈິງ Workshop ນີ້ຍັງມີຫຼາຍເທັກນິກໃນການປັບແຕ່ງ ເຊັ່ນການເຮັດ Multimodal ເຊິ່ງເປັນການເຮັດວຽກຂອງ AI ແບບປະສານກັນຫຼາຍໂຕເພື່ອໃຫ້ໄດ້ຜົນລັບທີ່ດີທີ່ສຸດ ແທດເໝາະກັບບ້ານເຮົາ ຫຼື ເຂົ້າໃຈໃນບໍລິບົດຂອງບໍລິສັດເຈົ້າແບບລະອຽດນຳອີກ.
“ດຽວນີ້ຢູ່ໃສກໍມີສອນ AI ຄືກັນໝົດ”
ສິ່ງທີ່ເຮັດໃຫ້ Workshop ນີ້ແຕກຕ່າງຄື ພວກເຮົາເອງກໍບໍ່ແມ່ນສາຍໄອທີ ແຕ່ເປັນສາຍທຸລະກິດ ສາຍການຕະຫຼາດ ທີ່ມັກເລື່ອງເຕັກໂນໂລຊີ ເຮັດວຽກມາຫຼາຍກວ່າສິບປີ ເຂົ້າໃຈທັງບໍລິບົດຂອງລາວເຮົາ ແລະ ຍັງກ້າວທັນໄປກັບເຕັກໂນໂລຊີລະດັບໂລກ. ໃນຂະນະດຽວກັນ ນີ້ກໍເປັນການຮ່ວມມືກັນກັບຜູ້ຊ່ຽວຊານໂດຍກົງກັບທາງ CTC (Creative Talk Conference) ປະເທດໄທ ທີ່ມີປະສົບການໃນວົງການທຸລະກິດ ແລະ ການຖ່າຍທອດຄວາມຮູ້ໃຫ້ຜູ້ບໍລິຫານ ຫຼາຍກວ່າ 25 ປີ.
ເຮົາຈະບໍ່ມາບອກແຕ່ “ທິດສະດີ” ແຕ່ເຮົາສອນ “Workflow” ທີ່ເປັນຂະບວນການແຕ່ຕົ້ນຈົນຈົບ ເຮົາບໍ່ຈົບແຕ່ການສອນໃຫ້ AI ຂຽນນັ້ນຂຽນນີ້ມາໃຫ້ ແຕ່ເຮົາຈະສອນໃຫ້ AI “ຄິດແບບນັກວາງກົນລະຍຸດການຕະຫຼາດ” ແລະ ເຮັດວຽກປານ “ເລຂາສ່ວນຕົວ” ທີ່ບໍ່ຮູ້ຈັກອິດເມື່ອຍ.
“ຮຽນໄປແລ້ວ ຈະໄດ້ໃຊ້ແທ້ກັບທຸລະກິດຊ່ຳໃດ”
ດຽວຂໍເລົ່າ Use case ທີ່ຈັບຕ້ອງໄດ້ ເຊັ່ນ:
- ການໃຊ້ຂໍ້ມູນສິນຄ້າຂອງເຮົາ ໃຫ້ AI ກາຍເປັນຜູ້ຊ່ຽວຊານດ້ານການຂາຍ ທີ່ສາມາດໃຫ້ຂໍ້ມູນທີ່ຖືກຕ້ອງ ແນ່ນອນ ກັບພະນັກງານທີມຂາຍທີ່ຫາກໍເຂົ້າວຽກໄດ້ສະບາຍໂດຍບໍ່ຕ້ອງສອນຫຼາຍຮອບ.
- ການໃຊ້ຂໍ້ມູນທີ່ມີແລ້ວໃຫ້ AI ກາຍເປັນນັກກົນລະຍຸດ ຊ່ວຍວິເຄາະງົບການເງິນ ແລະ ສະແດງຜົນເປັນແຜນພາບ.
- ການໃຊ້ຂໍ້ມູນບໍລິສັດແລ້ວໃຫ້ AI ກາຍເປັນນັກການຕະຫຼາດປະລິນຍາເອກມືອາຊີບ ຊ່ວຍຄິດ ແລະ ວາງແຜນຄອນເທັນປະຈຳເດືອນພາຍໃນ 10 ນາທີ.
“ຈາກ 3 ມື້ ເຫຼືອ 2 ຊົ່ວໂມງ”
ພວກເຮົາຢາກເລົ່າປະສົບການຂອງພວກເຮົາເອງສູ່ຟັງ.
ຄືວຽກພວກເຮົາແມ່ນທຸລະກິດການຕະຫຼາດ ໂດຍສ່ວນຕົວຂອງຜູ້ຂຽນບົດນີ້ ແມ່ນເຮັດໜ້າທີ່ເປັນ CEO ຂອງ ມ່ວນ.
ແຕ່ລະຄັ້ງໃນການຄິດແຜນກົນລະຍຸດການຕະຫຼາດໄປໃຫ້ລູກຄ້າແຕ່ລະເຈົ້າ ແມ່ນຈະຕ້ອງໃຊ້ເວລາຢ່າງຕ່ຳ 2 ຫາ 3 ມື້ແບບໄວສຸດ ຫຼືຖ້າຈະໃຫ້ດີທີ່ສຸດກໍປະມານ 5 ມື້, ເພາະຕ້ອງມີເວລາຮຽນຮູ້ກ່ຽວກັບລູກຄ້າ, ເຮັດບົດຄົ້ນຄວ້າ, ອ່ານບົດລາຍງານຕ່າງ ໆ ໃນໂລກອິນເຕີເນັດ, ເຮັດການວິເຄາະ, ແບ່ງວຽກກັບທີມງານ, ຈັດສັນງົບ, ຈັດຕາຕະລາງເວລາໃນການດຳເນີນງານ… ຍັງບໍ່ນັບວຽກບໍລິຫານພາຍໃນ ບໍລິຫານຄອນເນັກຊັນກັບພາກສ່ວນອື່ນ ໆ ອີກແບບອຶກກະທຶກ.
ຫຼັງຈາກທີ່ໄດ້ສຶກສາ ແລະ ເຂົ້າໃຈການໃຊ້ AI ແບບຈິງຈັງ ແລະ ເລິກເຊິ່ງ, ເຮັດໃຫ້ໂຕເອງ ແລະ ທີມສາມາດເຮັດວຽກໂຕເກົ່າໄດ້ໄວຂຶ້ນແບບກ້າວກະໂດດ. ຈາກບາງວຽກທີ່ປົກກະຕິໃຊ້ເວລາ 3 ມື້ ເຫຼືອ 2-3 ຊົ່ວໂມງ ເພື່ອຂັດເກົາ ແລະ ເອົາເວລາໄປຕັດສິນໃຈເລື່ອງສຳຄັນ ຈາກນັ້ນກໍສາມາດອອກໄປລຸຍກັບລູກຄ້າໄດ້ທັນທີ.
ມີເວລາຄິດກົນລະຍຸດຫຼາຍຂຶ້ນ ຮັບມືກັບລູກຄ້າໄດ້ຫຼາຍຂຶ້ນ.
ທີມງານແຮັບປີ້ ລູກຄ້າແຮັບປີ້!
ພວກເຮົາໝັ້ນໃຈວ່າ ທຸກຄົນທີ່ໄດ້ເຂົ້າຮ່ວມ Workshop ນີ້ຈະໄດ້ຊຸດຄວາມຮູ້ ຄວາມເຂົ້າໃຈໃໝ່ຫຼ້າສຸດ ກ່ຽວກັບ AI, ທີ່ສຳຄັນຈະໄດ້ແຜນງານທີ່ປົກກະຕິຄິດກັນເປັນອາທິດ ເປັນເດືອນ ຫຼຸດເຫຼືອ 15 ນາທີ, ແລະ ເພື່ອໃຫ້ໝັ້ນໃຈວ່າ ເຈົ້າຈະໄດ້ວິທີໃຊ້ AI ໄປເຮັດວຽກໄດ້ແທ້ ບໍ່ພຽງແຕ່ເຂົ້າມາຮຽນໃຫ້ມັນຈົບໄປຊື່ ໆ ໃນມື້ງານພວກເຮົາກໍພ້ອມຊັບຜອດທຸກຂະບວນການຂັ້ນຕອນ.
“ໂລກຂອງການແຂ່ງຂັນ ບໍ່ລໍຖ້າໃຜ”
ແລະ AI ກໍກຳລັງແລ່ນໄປທາງໜ້າດ້ວຍຄວາມໄວແສງ ແລ້ວຄຳຖາມຄື… ເຈົ້າຈະເລືອກເປັນຄົນທີ່
“ໃຊ້ AI ເປັນໂຕເລັ່ງໃຫ້ເຕີບໂຕ” ຫຼື
“ຖືກຄົນທີ່ໃຊ້ AI ແຊງໜ້າເຈົ້າໄປ”
ບ່ອນນັ່ງທັງໝົດ ຈຳກັດພຽງ 100 ບ່ອນເທົ່ານັ້ນ
ທີ່ໂຮງແຮມ Doubletree by Hilton ນະຄອນຫຼວງວຽງຈັນ (ຕໍ່ໜ້ານ້ຳພຸ)
ວັນທີ: 13/02/2026, ເລີ່ມເວລາ 9:00 – 17:00
ພ້ອມ 🍴ອາຫານທ່ຽງ ແລະ ☕ອາຫານຫວ່າງ ຄົບຈົບ.
Prin Chamroenpanich (ປຣິນ ຈຳເຣີນພານິດ)
Facebook Profile
ปฤณ จําเริญพานิช Founder & CEO AEIOU Solution Co., LTD.
- ທີ່ເປິກສາດ້ານກົນລະຍຸດການຕະຫຼາດ ແລະ ຜູ້ຊ່ຽວຊານດ້ານ Generative AI
- Co-Director ຫຼັກສູດ VAIP ມະຫາວິທະຍາໄລສີປະທຸມ
- ທີ່ປຶກສາດ້ານວິທະຍາກອນທາງດ້ານ Digital Marketing ສອນຜູ້ປະກອບການ ແລະ ອົງກອນທັງພາກລັດ ແລະ ເອກະຊົນທົ່ວປະເທດໄທ
- Recommended LINE Certified Coach ຕັ້ງແຕ່ຮຸ່ນທຳອິດ 7 ປີຊ້ອນຈາກ LINE Thailand
- Marketing Strategy Consultant and Generative AI Specialist
- Co-Director of the VAIP Program, Sripatum University
- Digital Marketing Advisor and Speaker, providing training and consultation for entrepreneurs and organizations across both public and private sectors nationwide
- Recommended LINE Certified Coach for seven consecutive years since the first generation, recognized by LINE Thailand.