ຖ້າຄວາມສຳພັນແບບ Ghosting ທີ່ຢູ່ໆກໍຫາຍໄປວ່າເຈັບແລ້ວ, ການຖືກ Breadcrumbing ທີ່ມັກມາໃຫ້ຄວາມຫວັງຊ້ຳໆແບບບໍ່ຈິງຈັງກໍເຈັບໜັກບໍ່ຕ່າງກັນ. ທັງສອງຄຳນີ້ແມ່ນຖືກນຳມາໃຊ້ກັບພຶດຕິກຳທີ່ກ່ຽວຂ້ອງກັບຄວາມສຳພັນຂອງຄົນໃນໂລກອອນລາຍ. “Breadcrumbing” ເປັນຄຳສັບທີ່ມີຮາກຖານມາຈາກນິທານກຣິມເລື່ອງ “Hansel and Gretel” ທີ່ຄົນໃນອອນລາຍນຳມາປັບໃຊ້ກັນຫຼາຍຂຶ້ນ ແລະ ມັນໄດ້ຮັບຄວາມນິຍົມມາຈາກພຶດຕິກຳການໃຊ້ໂຊຊ້ຽວມີເດຍ ແລະ ແອັບຫາຄູ່. Breadcrumbing ມັກໃຊ້ໃນຄວາມສໍາພັນທີ່ໝາຍເຖິງການທີ່ຄົນໆໜຶ່ງ ທີ່ເຈົ້າກຳລັງລົມຢູ່ໄດ້ສົ່ງສັນຍານຄວາມສົນໃຈພຽງເລັກໆນ້ອຍໆໃຫ້ກັບເຈົ້າເຊັ່ນ: ການສົ່ງຂໍ້ຄວາມບໍ່ສະໝ່ຳສະເໝີ, ການຕິດຕໍ່ຫາໃນບາງເທື່ອ ແລະ...