Highlights
- MILLI ແມ່ນແຣັບເປີຍິງພຽງຄົນດຽວໃນຮອບ Final 5 ຄົນສຸດທ້າຍ ແລະ ເປັນຄົນຕ່າງປະເທດຄົນທຳອິດຂອງລາຍການ ໂດຍຄວ້າ ອັນດັບ 4 ມາຄອງ.
- ໃນທ່ອນຮ້ອງເພງ Ssaak ຂອງ MILLI ກາຍເປັນໄວຣa]ຂຶ້ນອັນດັບ 1 ໃນ iTunes ແລະ ຕິດອັນດັບ (Chart) ໃນເກົາຫຼີ ລວມເຖິງມີ Challenge ໃນຕິກຕັອກ.
- ການສະແດງໃນຮອບ Final ທີ່ປະສົມປະສານເອກະລັກຂອງ MILLI ເຂົ້າກັບ Rap Flow ທີ່ດຸດັນ ໄດ້ຮັບຄຳຍ້ອງວ່າເປັນການຊ່ວຍຂະຫຍາຍຖານຜູ້ຊົມຂອງ SMTM ໃຫ້ເປັນສາກົນຫຼາຍຂຶ້ນ.
ສຳລັບລາຍການ Show Me the Money 12 (SMTM12) ຖືວ່າເປັນຊີຊັນ (Season) ທີ່ສ້າງປະຫວັດສາດໃໝ່ໆໃຫ້ກັບວົງການຮິບຮອບໃນພາກພື້ນເອເຊຍເລີຍກໍວ່າໄດ້. ມື້ນີ້ Muan Scoop ເລີຍຈະພາທຸກຄົນໄປເບິ່ງວ່າເປັນຫຍັງ MILLI ຄືໄດ້ໃຈແຟນໆທົ່ວໂລກ.
MILLI ສິລະປິນສາວຈາກໄທ ໄດ້ເຂົ້າແຂ່ງຂັນໃນລາຍການຈົນຮອດຮອບສຸດທ້າຍ ແລະ ຄວ້າໄດ້ອັນດັບ 4 (3rd runner-up) ມາຄອງໄດ້ສຳເລັດ ເຊິ່ງໃນເວລາດຽວກັນ MILLI ກໍຊະນະໃນຮອບຜົນໂຫວດອອນລາຍເປັນອັນດັບ 1 ໃນລະດັບ Global.
ຜົນການແຂ່ງຂັນໃນຮອບສຸດທ້າຍ
- Kim Haon
- Nowimyoung
- Tray B
- MILLI
- Mason Home
ທີມໂປຣດິວເຊີ Coray (Gray x Loco)
MILLI ຢູ່ໃນທີມຂອງໂປຣດິວເຊີ Gray ແລະ Loco (ຫຼື ທີ່ແຟນໆເອີ້ນວ່າ ທີມ Coray) ເຊິ່ງໃນທີມນີ້ປະກອບດ້ວຍສະມາຊິກຄື: OXYNOVA, MASON HOME, Foggyatthebottom, MILLI ແລະ OSUN
ໃນຊ່ວງເວລາການແຂ່ງຂັນໃນລາຍການ SMTM12, MILLI ເຮັດໃຫ້ແຣັບເປີຜູ້ເຂົ້າແຂ່ງຂັນ ແລະ ກຳມະການຕ້ອງຮ້ອງວ້າວໃນຄວາມສາມາດ ເພາະລາວນັ້ນມີຜົນງານທີ່ໂດດເດັ່ນຫຼາຍຈົນກາຍເປັນກະແສການກ່າວເຖິງໄປທົ່ວໂລກ.
ນອກຈາກນີ້, MILLI ຍັງເປັນແຣັບເປີຍິງພຽງຄົນດຽວໃນຮອບ 5 ຄົນສຸດທ້າຍ ແລະ ເປັນແຣັບເປີຕ່າງປະເທດຄົນທຳອິດໃນລາຍການທີ່ເຂົ້າໄປຢູ່ໃນທີມໂປຣດິວເຊີຫຼັກ.
ເພງ Ssaak ຂອງທີມ Coray ທີ່ກາຍເປັນກະແສທົ່ວໂລກ
ໃນຮອບຂອງການແຂ່ງຂອງທີມໃນເພງ Ssaak (ທີມ Gray & Loco) ທ່ອນຮ້ອງຂອງ MILLI ກໍໄດ້ກາຍເປັນໄວຣັລ (Viral) ຢ່າງໜັກຈົນຂຶ້ນອັນດັບ 1 ໃນ iTunes ແລະ ຕິດອັນດັບ (Chart) ໃນເກົາຫຼີ ລວມເຖິງມີ Challenge ໃນຕິກຕັອກທີ່ສິລະປິນລະດັບໂລກຢ່າງ Jung Kook (BTS) ຮ່ວມຫຼິ້ນນຳອີກ.
ການສະແດງໃນຮອບສຸດທ້າຍທີ່ຄວ້າອັບດັບ 4 ຄອງ
ພໍຮອດຮອບຕັດສິນ MILLI ໄດ້ສະແດງການປະສົມປະສານເອກະລັກຂອງໂຕເອງເຂົ້າກັບ Rap Flow ທີ່ດຸດັນ, ທ່ອນຮ້ອງໄຣມ໌ (Rhyme) ທີ່ລ່ຽນໄຫຼ ແລະ ຮູບແບບການແຣັບສະເພາະໂຕຂອງ Milli ທີ່ມີຄວາມຄວາມໜ້າຮັກແບບຂີ້ດື້ທີ່ເປັນສະເໜ່ຂອງລາວ ຈົນໄດ້ຮັບຄຳຍ້ອງຈາກໂປຣດິວເຊີວ່າ MILLI ໄດ້ຊ່ວຍຂະຫຍາຍຖານຜູ້ເບິ່ງລາຍການ SMTM ໃຫ້ກາຍເປັນລະດັບສາກົນຫຼາຍຂຶ້ນ.
ສຳລັບຜູ້ທີ່ຄວ້າແຊ້ມໃນ SMTM12 ແມ່ນ Kim Haon (ຈາກທີມ Zico & Crush) ເຊິ່ງຖືເປັນການກັບມາຄວ້າໄຊຊະນະຄັ້ງອີກຄັ້ງ ຫຼັງຈາກທີ່ເຄີຍຊະນະໃນ High School Rapper 2 ມາກ່ອນ.