ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຜູ້ຍິງທາເລັບສີແດງເຂົາວ່າແຮງວ່າແຮງແທ້ບໍ? ເປັນຫຍັງສາວໆຈຶ່ງນິຍົມ ແຊຣ໌ທິດສະດີເລັບແດງ (Red Nail Theory)
Muan RelationTips

ຜູ້ຍິງທາເລັບສີແດງເຂົາວ່າແຮງວ່າແຮງແທ້ບໍ? ເປັນຫຍັງສາວໆຈຶ່ງນິຍົມ ແຊຣ໌ທິດສະດີເລັບແດງ (Red Nail Theory)

ແບ່ງປັນ

ຫຼາຍໆຄົນຄົງຈະສົງໄສວ່າເປັນຫຍັງເລັບສີແດງຈຶ່ງເປັນຕາດຶງດູດໃຈ?

“Red Nail Theory  ຫຼື ທິດສະດີເລັບສີແດງ” ແມ່ນຄວາມເຊື່ອທີ່ວ່າ: ເລັບສີແດງນັ້ນຈະມີພະລັງງານເພີ່ມສະເໜ່, ຄວາມໝັ້ນໃຈ ແລະ ການດຶງດູດຄວາມສົນໃຈ, ໂດຍສະເພາະຈາກເພດກົງກັນຂ້າມ ເຊິ່້ງວ່າທິດສະດີນີ້ເນັ້ນໃສ່ຄວາມຄິດທີ່ວ່າເລັບສີແດງເປັນສັນຍາລັກຂອງຄວາມເຊັກຊີ່, ຄວາມຫມັ້ນໃຈ ແລະ ຄວາມເປັນແມ່ຍິງທີ່ມີພະລັງ. ການທາສີເລັບຂອງເຈົ້າເປັນສີແດງເຮັດໃຫ້ເຈົ້າຈະມີຄວາມໂດດເດັ່ນ ແລະ ສະແດງເຫັນເຖິງຕົວຕົນຢ່າງຊັດເຈນ.

ສີແດງໃນຄວາມໝາຍທາງຈິດວິທະຍາແມ່ນມີຄວາມຄ້າຍຄືກັບພະລັງງານອຳນາດ, ຄວາມມັກສ່ວນຕົວ ແລະ ຄວາມຮັກ ເຮັດໃຫ້ມີອິດທິພົນໃນການດຶງດູດຄວາມສົນໃຈຂອງຄົນອ້ອມຂ້າງ. ໂດຍການທາສີເລັບສີແດງອາດຈະເປັນອີກວິທີໜຶ່ງທີ່ຈະສົ່ງເສີມບຸກຄະລິກກະພາບ ແລະ ຄວາມໝັ້ນໃຈຂອງຜູ້ທີ່ໃຊ້ມັນ.

ທິດສະດີເລັບສີແດງຈຶ່ງເປັນສິ່ງທີ່ເຮັດໃຫ້ສາວໆຫຼາຍຄົນນັ້ນມັກເລືອກທີ່ຈະທົດລອງທາ ແລະ ຫຼາຍຄົນກໍ່ເຊື່ອວ່າມັນນັ້ນໄດ້ດຶງດູດສິ່ງດີໆເຂົ້າມາໃນຊີວິດແທ້ໆ, ຕ້ອງລອງທາສີແດງສັກຄັ້ງໜຶ່ງກໍບໍ່ເສຍຫາຍ ເພາະສີແດງນັ້ນມັນເຮັດໃຫ້ໂດດເດັ່ນກັບຄົນທຸກສະພາບຜິວ ແລະ ບຸກຄະລິກຕ່າງໆ.

  1. ສີແດງເປັນສີທີ່ໂດດເດັ່ນ

ສີແດງເປັນສີທີ່ໜ້າຈັບຕາ ແລະ ໂດດເດັ່ນ ເຮັດເລັບສີແດງຊ່ວຍເພີ່ມຄວາມໜ້າສົນໃຈໃຫ້ກັບບຸກຄະລິກກະພາບໃຫ້ດີຍິ່ງຂຶ້ນ.

  • ເປັນສັນຍາລັກຂອງຄວາມໝັ້ນໃຈ

ການທາສີເລັບເປັນສີແດງສະແດງໃຫ້ເຫັນຄວາມໝັ້ນໃຈຕົນເອງ ແລະ ຄວາມກ້າໃນການທີ່ຈະເປັນຕົວເອງ.

  • ມີເອກະລັກຄລາສສິກ

ເລັບສີແດງແມ່ນຄລາສສິກ ແລະ ເປັນທີ່ນິຍົມມາດົນແບບບໍ່ຕົກຍຸກກັນເລີຍ, ໂດຍສະເພາະໃນອຸດສາຫະກໍາແຟຊັນ ແລະ ຄວາມງາມ.

  • ສະທ້ອນເຖິງຄວາມເປັນຜູ້ຍິງ

ສີແດງມັກຈະກ່ຽວຂ້ອງກັບຄວາມເປັນຜູ້ຍິງ, ພະລັງງານ ແລະ ການດຶງດູດ, ເຮັດໃຫ້ເລັບສີແດງມີບາງສິ່ງບາງຢ່າງທີ່ຊ່ວຍເພີ່ມສະເໜ່, ຄວາມໝັ້ນໃຈ ແລະ ມີອໍານາດ.

ຄວາມໝາຍຂອງສີແດງໃນດ້ານວັດທະນະທໍາ ແລະ ຄວາມເຊື່ອ ມັກຈະຖືວ່າເປັນສີຂອງຄວາມຮັກ, ຄວາມຮ້ອນແຮງ ແລະ ພະລັງງານ ໃນຫຼາຍໆວັດທະນະທໍາເຊັ່ນ: ເອເຊຍ ( ຈີນ, ອິນເດຍ, ຍີ່ປຸ່ນ, ເກົາຫຼື ແລະ ໄທ) ແລະ ທາງດ້ານຕາເວັນຕົກ (ຍູໂຣບ, ອາເມລິກາ, ອາຟລິກາ ແລະ Native American Cultures).

ອ່ານຕື່ມ:  ເຈົ້າເຮັດໄດ້ ຂ້ອຍກໍເຮັດຄືກັນ Mirroring behaviors ສ່ອງພຶດຕິກຳການຮຽນແບບການກະທຳຂອງຄົນຮັກ

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ເປັນຫຍັງຕ້ອງກອດກັນ? ເພາະຊ່ວຍເຮັດໃຫ້ຄວາມສຳພັນດີຂຶ້ນ ຊວນສ້າງພະລັງໃຈຈາກການກອດ

ວັນກອດແຫ່ງຊາດ ທີ 21 ມັງກອນ, ຢ່າລືມໃຊ້ການກອດຊ່ວຍຟື້ນຟູຈິດໃຈ ແລະ ເສີມສ້າງຄວາມສຳພັນ. ກອດເພື່ອບອກຮັກ, ສ້າງພື້ນທີ່ປອດໄພ ແລະ ສົ່ງຕໍ່ຄວາມອົບອຸ່ນພຽງກອດກັນ ນີ້ແມ່ນກຸນແຈສຳຄັນທີ່ເຮັດໃຫ້ຄວາມສຳພັນໝັ້ນຄົງ...

ຮັກກັນຢ່າມີແຕ່ຮ້າຍ ໃຊ້ Critical Reflection ແບບມີສະຕິໃນການຮັກສາຄວາມສຳພັນ

Critical Reflection ບໍ່ໄດ້ໝາຍຄວາມວ່າເຮົາຕ້ອງທົນ ຫຼື ການຕ້ອງຍ່າງອອກມາຈາກຄວາມສຳພັນທັນທີ ແຕ່ມັນແມ່ນການຂີດ "ຄວາມຊັດເຈນ" ບໍ່ແມ່ນການຕັດສິນໃຈເລືອກທາງອອກຈາກຄວາມຢ້ານ ຫຼື ບາດແຜເກົ່າທີ່ເກີດຂຶ້ນ.

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.