ໜ້າຫຼັກ Muan.la - ສາລະບັນເທີງ The Interview The Meow: ຈາກວົງດົນຕີຂອງຄົນຮັກແມວ ສູ່ການມີເພງທຳອິດເປັນຂອງຕົວເອງ
The Interview

The Meow: ຈາກວົງດົນຕີຂອງຄົນຮັກແມວ ສູ່ການມີເພງທຳອິດເປັນຂອງຕົວເອງ

ເສັ້ນທາງການເດີນໃນສາຍນັກດົນຕີຂອງ The Meow ສູ່ການເປັນສິລະປິນທີ່ມີເພງທຳອິດຊື່ວ່າ “How To ຖືກຖິ້ມ” ຊວນຮູ້ຈັກກັບຄວາມຝັນໃນຖານະນັກດົນຕີຂອງພວກເຂົາ.

ແບ່ງປັນ

ຖ້າເປັນຄົນໜຶ່ງທີ່ມັກຟັງເພງ ແລ້ວເຄີຍໄປງານເທດສະການດົນຕີຕ່າງໆ ຫຼື ໄປກິນເຂົ້າຢູ່ຮ້ານອາຫານໃນນະຄອນຫຼວງວຽງຈັນອາດຈະເຄີຍໄດ້ຍິນຊື່ຂອງວົງດົນຕີ “The Meow”.

ພໍໄດ້ຍິນຊື່ນີ້ຫຼາຍຄົນກໍຈະງົງໜ່ອຍໜຶ່ງວ່າເຮົາຈະອ່ານອອກສຽງວ່າແນວໃດ, ຈະອ່ານເປັນ ເດິ ແມວ ຫຼື ເດິ ມຽວ? ສະຫຼຸບແມ່ນແບບໃດກັນແທ້ ເພາະບາງທີ່ເຮົາກໍອາດຈະອອກສຽງຜິດກໍໄດ້ແມ່ນບໍ່. ເອົາເປັນວ່າໃຫ້ທຸກຄົນລໍຖ້າບຶດໜຶ່ງເດີດຽວຫຼັງຈາກນີ້ ມ່ວນ ຈະມາບອກວ່າ The Meow ອ່ານອອກສຽງແນວໃດ.

ມາເລີ່ມຕົ້ນກັນທີ່ ມ່ວນ ຈະຊວນທຸກຄົນໄປທຳຄວາມຮູ້ຈັກກັບ ຊຳເມີ ຫຼື ກັນນິກາ ອິນທະຊຸມ ນັກຮ້ອງນຳຂອງວົງ The Meow ກັນກ່ອນ ເພາະ ມ່ວນ ໄດ້ມີໂອກາດນັ່ງລົມກັບລາວກ່ຽວກັບວົງດົນຕີ The Meow ເຖິງເສັ້ນທາງຂອງວົງ ກ່ອນທີ່ພວກເຂົາຈະມີເພງທຳອິດເປັນຂອງຕົນເອງ.

ທີ່ມາຂອງຊື່ວົງ The Meow

The Meow ແມ່ນຕ້ອງອ່ານອອກສຽງວ່າ “ເດິ ໝຽວ” ເດີທຸກຄົນ ແລະ ທີ່ມາຂອງຊື່ກໍເກີດຈາກສະມາຊິກໃນວົງ “ມັກແມວ” ເລີຍໄດ້ຊື່ວ່າ The Meow ນັ້ນເອງ, ຖືວ່າເປັນຊື່ທີ່ມີຄວາມໜ້າຮັກ ແລະ ຮູ້ສຶກວ່າເໝາະກັບພາບລັກວົງຂອງພວກເຂົາຫຼາຍ.

ພາບ: The MEOW – ເດິໝຽວ

ຊຳເມີ ເລົ່າວ່າ: “ສະມາຊິກວົງ The Meow ແມ່ນເລີ່ມລວມຕົວກັນໃນປີ 2018 ແລະ ຄວາມຈິງໃນການສະເໜີໄອເດຍ ຊື່ວົງ The Meow ແມ່ນຈະໃຊ້ເປັນຊື່ເອີ້ນແທນໂຕ ຊຳເມີ ພຽງຄົນດຽວ, ແຕ່ກ່ອນໜ້ານັ້ນແມ່ນຈະໃຊ້ຊື່ວ່າ “The Toy ຫຼື The Weeknd” ແຕ່ຊິໄປຄົນດຽວກໍຮູ້ສຶກເຂີນ ເລີຍຊວນໝູ່ມາເຂົ້າຮ່ວມວົງນຳ ແລະ ວົງ The Meow ກໍໄດ້ເດີນທາງມາເລື້ອຍໆ ທັງການປ່ຽນສະມາຊິກມາຫຼາຍຄົນ-ຫຼາຍຮຸ່ນ ຈົນປີ 2022 ພວກເຮົາກໍປ່ຽນຊື່ວົງເປັນ urfavhook ແລ້ວກັບມາປ່ຽນເປັນ The Meow ຄືນໃນປີ 2024 ຈົນຮອດປັດຈຸບັນ”.

ອ່ານຕື່ມ:  ຮູ້ຈັກ "ສີລາ ວັນນະສຸກ" ໜຶ່ງໃນຄົນລາວທີ່ຜ່ານເຂົ້າຮອບໃນອອບລາຍອໍດິຊັນ The Face Thailand Season 6

ສະມາຊິກທຸກຄົນແມ່ນຢູ່ໃນວົງການດົນຕີມາບໍ່ຕ່ຳກວ່າ 10 ປີ ດ້ວຍຄວາມສາມາດທີ່ຫຼາກຫຼາຍລວມເຖິງເອກະລັກທີ່ແຕກຕ່າງ ເຮັດໃຫ້ວົງ The Meow ຖືກກ່າວເຖິງຢູ່ສະເໝີ ແລະ ຖືວ່າເປັນອີກໜຶ່ງຊຸມຊົນຂອງນັກດົນຕີເລີຍກໍວ່າໄດ້ ເພາະເວລາພວກເຂົາຮັບງານກໍຈະເລືອກວ່າງານໃດເໝາະກັບຄວາມສາມາດຂອງໃຜ, ແລ້ວເອີ້ນໂຕມາຫຼິ້ນໃນງານນັ້ນ ເຊິ່ງສະມາຊິກທີ່ເປັນຫຼັກແທ້ໆແມ່ນມີ 5 ຄົນດ້ວຍກັນຄື: ຊຳເມີ ນັກຮ້ອງນຳ, ໂຕ້ ນັກຮ້ອງນຳ-ກີຕ້າ, ອັອຟ ກີຕ້າ, ຕີນ້ອຍ ເບສ-ໂປຣດິວເຊີ ແລະ ຕົ້ນ ຕີກອງ.

ພາບ: The MEOW – ເດິໝຽວ

ແນວທາງການຫຼິ້ນດົນຕີຂອງວົງ

The Meow ເປັນວົງດົນຕີທີ່ຮ້ອງເພງຄັບເວີ (Cover ຄືການເອົາເພງຕົ້ນສະບັບຂອງສິລະປິນໃດໜຶ່ງມາຮ້ອງ) ຫຼື ເອີ້ນວ່າ Session Musicians, ພວກເຂົາຈະເສບດົນຕີປະຈຳຢູ່ທີ່ຮ້ານ ແລະ ໂຮງແຮມ, ບາງເທື່ອກໍຈະມີທັງຮັບງານເທດສະການ ຫຼື ອີເວັ້ນຕ່າງໆ ແລະ ປົກກະຕິດົນຕີທີ່ພວກເຂົາຫຼິ້ນກໍຈະເນັ້ນຫຼິ້ນເພງສາກົນແນວປັອບ ທັງພາສາລາວ, ໄທ, ອັງກິດ, ຈີນ, ເກົາຫຼີ, ຍີ່ປຸ່ນ ແລະ ຫວຽດນາມ. ການທີ່ The Meow ຫຼິ້ນ Cover ເພງໄດ້ຫຼາຍພາສານີ້ກໍຖືວ່າເປັນຈຸດເດັ່ນ ແລະ ພວກເຂົາຍັງສາມາດຫຼິ້ນເພງສາກົນຮຸ່ນເກົ່າໄດ້ດີ.

ເພງທຳອິດຂອງວົງ The Meow

The Meow ໄດ້ປ່ອຍເພງເດຂອງຕົນເອງໃນຊ່ວງເດືອນ ມິຖຸນາ 2025 ທີຜ່ານມາ, ຊື່ເພງ How To ຖືກຖິ້ມ – The Meow ft RGB. ເພງນີ້ໄດ້ບອກເຖິງຄວາມຮູ້ສຶກທີ່ເສົ້າເສຍໃຈຂອງຄົນທີ່ຢູ່ໃນຄວາມສຳພັນທີ່ຖຶກຖິ້ມ ແລະ ໄດ້ເລົ່າອີກມຸມໜຶ່ງວ່າການທີ່ເຮົາເອງທີ່ໄດ້ເບິ່ງຂ້າມເຂົາໄປ, ບໍ່ສົນໃຈດູແລ, ບໍ່ໃຫ້ຄວາມສຳຄັນກັນ ສຸດທ້າຍເຂົາກໍຖອຍອອກໄປ ແລະ ຖິ້ມເຮົາປະໄວ້ຢູ່ທາງຫຼັງ.

ອ່ານຕື່ມ:  ເປີດຕົວ "VOC" Sub-Unit ຫຼ້າສຸດຈາກ PROXIE ພ້ອມສັ່ນສະເທືອນວົງການ T-POP ກຽມລຸຍເສັ້ນທາງອິນເຕີ

“ຂ້ອຍຕື່ນເຕັ້ນກັບເພງນີ້ຫຼາຍ ເພາະວ່າມັນເປັນການຮ່ວມມືຈາກຫຼາຍພາກສ່ວນ, ທີມງານຊ່ວຍກັນແບບສຸດຝີມື ທັງທີມເພງ ແລະ ທີມເຮັດວິດີໂອເພງ, ຢາກໃຫ້ທຸກຄົນໄດ້ເຫັນຜົນງານດີໆທີ່ພວກເຮົາທຸ່ມເທ ແລະ ຄວາມຝັນສູງສຸດກໍຢາກໃຫ້ເພງໄດ້ 100 ລ້ານວິວ.

ຊຳເມີ ເລົ່າຄວາມຮູ້ສຶກກ່ຽວກັບເພງທຳອິດຂອງ The Meow ດ້ວຍຄວາມດີໃຈ ແລະ ຍັງເລົ່າເພີ່ມກ່ຽວອະນາຄົດທີ່ຄິດໄວ້ວ່າ: “ຫວັງວ່າຕົນເອງຈະໄດ້ເຮັດເພງ ແລະ ຫຼິ້ນດົນຕີແບບນີ້ຕໍ່ໄປເລື້ອຍໆ ໃນໃຈຄືຢາກເຫັນວົງການດົນຕີບ້ານເຮົາເຕີບໃຫຍ່ຂຶ້ນກວ່າເກົ່າ ເພາະມັນເປັນອຸດສາຫະກຳໜຶ່ງທີ່ສ້າງລາຍຮັບໄດ້ຫຼາຍ ແລະ ອີກຢ່າງແມ່ນຢາກເຫັນອາຊີບນັກດົນຕີເປັນທີ່ຍອມຮັບໃຫ້ແຜ່ຫຼາຍ ໂດຍບໍ່ມີການດ້ອຍຄ່າໃນອາຊີບນີ້”.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

URBOYTJ ດຶງ SARAN ຮ່ວມ Feat. ສົ່ງເພງ “ຍິ່ງຮູ້ຍິ່ງໂງ່ (dumbass)” ພາແຟນໆກ້າວຂ້າມຄວາມເຈັບປວດຂອງການເຕີບໃຫຍ່

URBOYTJ ກັບ SARAN ປ່ອຍເພງ “ຍິ່ງຮູ້ຍິ່ງໂງ່” ທີ່ສະທ້ອນຄວາມເຈັບປວດ ແລະ ຄວາມຈິງຂອງການເຕີບໃຫຍ່ ຜ່ານ Flow ແບບ Old...

Remy Highbros ປ່ອຍເພງ Thousand Miles ບົດເພງທີ່ສ້າງຈາກສຽງຫົວໃຈເຖິງຄົນຮັກ

Thousand Miles ເພງນີ້ໄດ້ເລົ່າເລື່ອງລາວຄົນໆໜຶ່ງທີ່ໄດ້ອອກເດີນທາງຕາມຫາຝັນ ແລະ ລາວກໍໄດ້ເຈິຮັກແທ້ທີ່ທັງສອງມີຄວາມຮັກ ແລະ ເປົ້າໝາຍໃນສິ່ງດຽວກັນ. ໃນສ່ວນຂອງເພງມີຄວາມໂດດເດັ່ນດ້ານດົນຕີແບບ Country Music ປະສົມປະສານເນື້ອງຮ້ອງລາວ ແລະ...

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ເປັນຄືກັນບໍ່? ຢາກເຂົ້າສັງຄົມ ແຕ່ມັກການຢູ່ຄົນດຽວ – JUST” ກັບມາພ້ອມກັບເພງໃໝ່ LONER

ເປັນນັກຮ້ອງທີ່ເປັນຄົນລາວ ແຕ່ເນື້ອເພງຂອງລາວມັກມີພາສາອັງກິດມານຳ ແຕ່ລາວຊໍ້າພັດຢູ່ໃນສັງກັດຢູ່ໄທ ເອະ? ລາວຄົນນີ້ບໍ່ແມ່ນໃຜ ແຕ່ເປັນໜຸຸ່ມ JUST” ທີ່ໃນເທື່ອນີ້ລາວກັບມາພ້ອມກັບເພງໃໝ່ຂອງລາວ Loner ເຊິ່ງເປັນການ feature ກັບ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.