ພະເອກເອັມວີໜ້າໃສ ຈິມມີ້ – ວິທະຫວັດ ທຳມະວົງ ຂ້າມຝັ່ງໄທ ເພື່ອຖ່າຍໂປຣໄຟລ໌ຄ້າຍນັກສະແດງ

ແບ່ງປັນ

ພະເອກເອັມວີໜ້າໃສ ຈິມມີ້ – ວິທະຫວັດ ທຳມະວົງ ຂ້າມຝັ່ງໄທ ເພື່ອຖ່າຍໂປຣໄຟລ໌ຄ້າຍນັກສະແດງ

15 July 2026 25

ທຸກຄົນຈື່ເດັກນ້ອຍຜູ້ຊາຍໜ້າຮັກໆທີ່ຫຼິ້ນເປັນພະເອກເອັມວີໃນເພງ “ຂອບໃຈທີ່ເຄີຍສອນຄຳວ່າຮັກ” ຂອງ ຕີ໋ ອຸດາໄລ ໄດ້ຢູ່ບໍ່? ຕອນນັ້ນເພງນີ້ເປັນກະແສຫຼາຍ ຈົນຄົນພາກັນຊອກຫາຂໍ້ມູນກັນໄປທົ່ວເລີຍວ່າເດັກນ້ອຍຄົນນັ້ນແມ່ນໃຜ ເພາະການສະແດງຂອງລາວເຮັດໃຫ້ຄົນເບິ່ງຮູ້ສຶກວ່າຢາກເອົາໃຈຊ່ວຍ ແລະ ຢາກຕິດຕາມຕໍ່ໄປ.

ຄົນທີ່ຫຼິ້ນເປັນພະເອກໃນໄວເດັກຄົນນັ້ນກໍຄື ຈິ້ມມີ້ – ວິທະຫວັດ ທຳມະວົງ ເຊິ່ງການຫຼິ້ນເອັມວີໂຕນັ້ນ ກໍເປັນຈຸດເລີ່ມຕົ້ນທີ່ພາລາວເຂົ້າສູ່ໂລກການສະແດງເປັນຄັ້ງທຳອິດ.

ຫຼັງຈາກທີ່ຫາຍໜ້າຫາຍຕາໄປດົນ ຕອນນີ້ມີຂ່າວດີມາບອກ ເພາະເບິ່ງຄືວ່າ ຈິມມີ້ ກຳລັງມີຜົນງານໃໝ່ໆ ມາໃຫ້ພວກເຮົາໄດ້ຕິດຕາມກັນແລ້ວ ເພາະຫຼ້າສຸດແອບເຫັນລາວເດີນທາງຂ້າມຝັ່ງໄປຖ່າຍຮູບໂປຣໄຟລ໌ເຖິງປະເທດເພື່ອນບ້ານ.

ແຖມທາງເພຈ H2GO Entertainment ເຊິ່ງເປັນບໍລິສັດເບື້ອງຫຼັງທີ່ເຮັດວຽກກ່ຽວກັບສື່ບັນເທີງ ກໍຍັງໄດ້ໂພສຮູບຂອງ ຈິມມີ້ ພ້ອມທັງແນະນຳປະຫວັດເລັກໆນ້ອຍຂອງລາວລົງໃນເພຈອີກດ້ວຍ.

ພໍເຫັນຄວາມເຄື່ອນໄຫວແບບນີ້ແລ້ວ ກໍຊວນໃຫ້ຄິດວ່າ ຈິມມີ້ ກຳລັງຈະກ້າວເຂົ້າສູ່ວົງການບັນເທີງແບບເຕັມໂຕ ຫຼື ອາດຈະມີໂປຣເຈັກໃໝ່ໆອອກມາໃຫ້ໄດ້ເຫັນໃນໄວໆນີ້.

ພວກເຮົາມາລໍຖ້າຕິດຕາມ ແລະ ຊ່ວຍສົ່ງກຳລັງໃຈໃຫ້ລາວໄປນຳກັນເດີ.

ອ່ານຕື່ມ:  ຫຼາຍກວ່າຊຸດຍ່າງພົມແດງ ທີ່ມາຊຸດ Met Gala ຂອງ Sabrina Carpenter

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.