Jenny Bella ກ້າວສູ່ເວທີ The Voice ເພື່ອພິສູດຄວາມສາມາດ ແລະ ສ້າງໂອກາດໃຫ້ຕົນເອງ

Key Takeaways:
- ເຈນນີ ຫຼື ຈັນທະໜອມ ແກ້ວມໍລະກົດ ນັກຮ້ອງສາວຈາກລາວ ໄດ້ຜ່ານການຝຶກຝົນ ແລະ ສະສົມປະສົບການດ້ານການຮ້ອງເພງມາຫຼາຍກວ່າ 10 ປີ ກ່ອນຈະກ້າວຂຶ້ນສູ່ເວທີ The Voice Thailand.
- ໃນຮອບ Blind Audition ເຈນນີ ຕ້ອງປະສົບກັບອຸປະສັກດ້ານລິຂະສິດ ຈຶ່ງຕ້ອງປ່ຽນມາຮ້ອງເພງລູກທົ່ງ ນ້ອງມັນຄົນໂງ່ ແທນເພງທີ່ກຽມໄວ້ໃນເບື້ອງຕົ້ນ.
- ການໄດ້ຢືນຢູ່ເທິງເວທີ The Voice Thailand ຖືເປັນຄວາມພາກພູມໃຈໃນຖານະຄົນລາວ ທີ່ໄດ້ສະແດງໃຫ້ເຫັນວ່າຄົນລາວກໍມີຄວາມສາມາດບໍ່ແພ້ຊາດໃດ.
ຄວາມຝັນອາດບໍ່ໄດ້ພາເຮົາໄປຮອດຈຸດໝາຍທັນທີ ແຕ່ມັນອາດພາເຮົາໄປຢືນຢູ່ໃນບ່ອນທີ່ເຄີຍຄິດວ່າໄກເກີນໄປ ເຊິ່ງກວ່າຈະມີໂອກາດໄດ້ກ້າວຂຶ້ນສູ່ເວທີ The Voice Thailand, Jenny Bella (ເຈນນີ) ຫຼື ຈັນທະໜອມ ແກ້ວມໍລະກົດ ນັກຮ້ອງສາວຈາກລາວ ໄດ້ຜ່ານການຝຶກຝົນ ແລະ ສະສົມປະສົບການດ້ານການຮ້ອງເພງມາຫຼາຍກວ່າ 10 ປີ.
ສຳລັບ ເຈນນີການໄດ້ໄປຢືນຢູ່ເທິງເວທີນີ້ ຈຶ່ງບໍ່ແມ່ນພຽງການທົດສອບຄວາມສາມາດຂອງຕົນເອງ ແຕ່ຍັງເປັນໂອກາດໃນການພາຄວາມສາມາດຂອງຄົນລາວໄປໃຫ້ຜູ້ຄົນຮູ້ຈັກຫຼາຍຂຶ້ນ. ເຖິງ ເຈນນີ ຈະມີປະສົບການມາຫຼາຍປີ ແຕ່ການກ້າວສູ່ເວທີໃໝ່ກໍຍັງມາພ້ອມຄວາມຕື່ນເຕັ້ນ, ຄວາມກົດດັນ ແລະ ຄວາມກັງວົນ ໂດຍສະເພາະຮອບ Blind Audition ທີ່ຕ້ອງຮ້ອງເພງໃຫ້ດີພໍທີ່ຈະເຮັດໃຫ້ໂຄຊຫັນມາ.

ສິ່ງນີ້ເອງມັນໄດ້ກາຍເປັນອີກໜຶ່ງບົດທົດສອບທີ່ຕ້ອງກ້າວຂ້າມຜ່ານ ບໍ່ພຽງແຕ່ຕ້ອງສະແດງດ້ານທັກສະການຮ້ອງເພງ ແຕ່ຍັງລວມເຖິງການເອົາຊະນະຄວາມກັງວົນພາຍໃນໃຈຂອງຕົນເອງ ເຊິ່ງການແຂ່ງຂັນໃນຮອບນີ້ລາວກໍໄດ້ເຈິອຸປະສັກດ້ານທຳອິດ.
ເພາະຂໍ້ຈຳກັດດ້ານລິຂະສິດ ຈຶ່ງຕ້ອງປັບປ່ຽນເພງທີ່ກຽມມາ ແລະ ຮ້ອງເພງ “ນ້ອງມັນຄົນໂງ່ (น้องมันคนโง่)” ແທນ ແຕ່ລາວກໍໄດ້ນຳສະເໜີອີກດ້ານໜຶ່ງຂອງຕົນເອງ ນັ້ນຄືຄວາມເປັນລູກທົ່ງ.
ຈາກເພງທີ່ກຽມໄວ້ ສູ່ການເລືອກເພງລູກທົ່ງ
ສຳລັບການກະກຽມຕົວໃນຮອບ Blind Audition, ເຈນນີ ເນັ້ນການຝຶກຊ້ອມຮ້ອງເພງ ໂດຍຍອມຮັບວ່າເຖິງຈະມີຄວາມຖະໜັດໃນແນວເພງທີ່ເລືອກ ແຕ່ກໍຍັງບໍ່ໝັ້ນໃຈເຕັມຮ້ອຍ. ຄວາມທ້າທາຍຈຶ່ງບໍ່ແມ່ນພຽງການຮ້ອງເພງໃຫ້ດີ ແຕ່ຍັງເປັນການທ້າທາຍຄວາມກັງວົນຂອງຕົນເອງວ່າ ຈະສາມາດເຮັດອອກມາໄດ້ຕາມທີ່ຄາດຫວັງຫຼືບໍ່.
ອີກໜຶ່ງເລື່ອງອຸປະສັກທີ່ລາວໄດ້ເຈິກ່ອນຂຶ້ນສະແດງຄື ການເລືອກເພງສຳລັບຂຶ້ນຮ້ອງ ເຊິ່ງໃນເບື້ອງຕົ້ນ ເຈນນີ ໄດ້ກຽມເພງໄວ້ຫຼາຍແນວທັງ ເພງຈີນ, ເພງຫວຽດ ແລະ ເພງສາກົນ ແຕ່ສຸດທ້າຍກໍບໍ່ສາມາດໃຊ້ເພງທີ່ກຽມໄວ້ໄດ້ ເນື່ອງຈາກຕິດບັນຫາລິຂະສິດ ແລະ ຂໍອະນຸຍາດບໍ່ທັນ.
ລາວຈຶ່ງໄດ້ປຶກສາກັບທີມງານ The Voice ກ່ຽວກັບການນຳສະເໜີຄວາມເປັນລູກທົ່ງຂອງຕົນ ແລະ ເລືອກເພງ “ນ້ອງມັນຄົນໂງ່” ມາຮ້ອງ ເພາະຄິດວ່າເປັນແນວເພງທີ່ຜູ້ຟັງສາມາດເຂົ້າເຖິງໄດ້ງ່າຍ. ເຖິງຈະເປັນອີກຄວາມທ້າທາຍໜຶ່ງ ແຕ່ລາວກໍຢາກລອງນຳສະເໜີອີກດ້ານຂອງຕົນເອງໃຫ້ໂຄຊໄດ້ເຫັນ.

ຄວາມພາກພູມໃຈໃນຖານະຄົນລາວ
ສຳລັບ ເຈນນີ ການໄດ້ຢືນຢູ່ເທິງເວທີ The Voice Thailand ບໍ່ແມ່ນພຽງການທຳຕາມຄວາມຝັນຂອງຕົນເອງ ແຕ່ຍັງເປັນໂອກາດໃນການສະແດງໃຫ້ຄົນອື່ນເຫັນວ່າ ຄົນລາວກໍມີຄວາມສາມາດບໍ່ແພ້ຊາດໃດ.
ລາວເບິ່ງເຫັນວ່າ ການທີ່ຕົນເອງສາມາດມາຮອດຮອບ Blind Audition ໄດ້ ກໍຖືເປັນອີກໜຶ່ງຄວາມສຳເລັດແລ້ວ ເພາະບໍ່ແມ່ນທຸກຄົນຈະມີໂອກາດມາຢືນຢູ່ຈຸດນີ້ໄດ້. ອີກທັງການເດີນທາງມາຮອດນີ້ ກໍເປັນຜົນຈາກຄວາມສາມາດ ແລະ ການຝຶກຝົນມາຫຼາຍກວ່າ 10 ປີ. ດັ່ງນັ້ນ, ບໍ່ວ່າຜົນການແຂ່ງຂັນຈະເປັນແນວໃດກໍບໍ່ຮູ້ສຶກເສຍໃຈກັບໂອກາດຄັ້ງນີ້.
ນອກຈາກນັ້ນ, ເຈນນີ ຍັງຢາກຝາກຂໍ້ຄິດເຖິງຄົນຮຸ່ນໃໝ່ວ່າ “ຫາກມີຄວາມຝັນ ຫຼື ມີສິ່ງໃດທີ່ຢາກເຮັດ ກໍຄວນກ້າຕັດສິນໃຈລົງມືເຮັດ ເພາະຖ້າມື້ນີ້ຍັງບໍ່ແມ່ນໂອກາດຂອງເຮົາ ມື້ຕໍ່ໄປກໍອາດຈະມາຮອດ. ສິ່ງສຳຄັນຄືຕ້ອງຝຶກຝົນພັດທະນາຕົນເອງໃຫ້ພ້ອມ, ສ້າງຕົວຕົນໃຫ້ຄົນຮູ້ຈັກ ແລະ ອີກສິ່ງທີ່ບໍ່ຄວນເບິ່ງຂ້າມຄື ການຫາລາຍໄດ້ເພື່ອຊັບພອດຄວາມຝັນຂອງຕົນເອງ”.

ສິ່ງທີ່ຢາກຮຽນຮູ້ ແລະ ໂອກາດທີ່ຢາກຕໍ່ຍອດ
ຖ້າເວົ້າເຖິງໂຄຊທີ່ ເຈນນີ ຢາກຮ່ວມທີມນຳເປັນພິເສດຄືລາວໄດ້ບອກກັບເຮົາວ່າ “ແນ່ນອນ ເຈນນີ ເລືອກໂຄຊຈ໋າຍ ເພາະຕິດຕາມຜົນງານມາດົນ ແລະ ປະທັບໃຈໃນຄວາມສາມາດ, ຄວາມເດັດດ່ຽວ ລວມເຖິງຄວາມຮັກ ແລະ ການດູແລສະມາຊິກໃນວົງຂອງລາວ. ນີ້ຈຶ່ງເປັນເຫດຜົນທີ່ ເຈນນີ ຢາກເຂົ້າໄປຮຽນຮູ້ ແລະ ຢູ່ໃນທີມຂອງໂຄຊຄົນນີ້.
ສ່ວນການມາຮ່ວມລາຍການ The Voice Thailand ນັ້ນ ເຈນນີ ບອກວ່າ “ເຈນນີ ຢາກໃຫ້ການໄປ The Voice Thailand ຄັ້ງນີ້ເປີດໂອກາດໃຫ້ທຸກຄົນໄດ້ຮູ້ວ່າ Jenny Bella ແມ່ນໃຜ ແລະ ນັກຮ້ອງຄົນລາວຄົນນີ້ມີຄວາມສາມາດຫຍັງແດ່ຈຶ່ງໄປຢືນຢູ່ເວທີນີ້ໄດ້ ເພາະເຖິງຈະມີຕົວຕົນໃນວົງການຢູ່ແລ້ວ ແຕ່ຍັງບໍ່ໃຫຍ່ພໍ ຈຶ່ງຢາກຂະຫຍາຍໃຫ້ໃຫຍ່ຂຶ້ນກວ່າເກົ່າເພື່ອຕໍ່ຍອດວຽກໃນອະນາຄົດ”.
ເພາະສຳລັບ ເຈນນີ ແລ້ວ, ການມີຄົນຮູ້ຈັກຈາກລາຍການ ບໍ່ໄດ້ມີຄວາມໝາຍພຽງແຕ່ຊື່ສຽງ ແຕ່ຍັງເປັນໂອກາດໃນການຕໍ່ຍອດອາຊີບການເປັນນັກຮ້ອງ ບໍ່ວ່າຈະເປັນການຮັບງານ, ການມີຜູ້ຈ້າງງານ ຫຼື ການເຂົ້າເຖິງໂອກາດໃໝ່ໆ.
ກ່ອນຈະຈົບບົດຄວາມນີ້ ສິ່ງສຸດທ້າຍທີ່ ເຈນນີ ຢາກໃຫ້ຜູ້ຄົນຈື່ລາວໄດ້ຈາກການໄປຮ່ວມ The Voice Thailand ບໍ່ແມ່ນພຽງຜົນການແຂ່ງຂັນ ແຕ່ແມ່ນການໄດ້ເຫັນວ່າ ຄົນລາວຄົນໜຶ່ງກໍສາມາດກ້າວຂຶ້ນມາຢືນຢູ່ເທິງເວທີນີ້ ແລະ ໃຊ້ຄວາມສາມາດຂອງຕົນເອງສ້າງໂອກາດໃຫ້ກັບອະນາຄົດ.
