ແຈັກກີ້ ທິລະພົງ ເລື່ອງລາວເບື້ອງຫຼັງກ່ອນຈະເປັນ Top 7 Mr. Bear International 2026

ແບ່ງປັນ

ແຈັກກີ້ ທິລະພົງ ເລື່ອງລາວເບື້ອງຫຼັງກ່ອນຈະເປັນ Top 7 Mr. Bear International 2026

ໂດຍ: Tonmai Phoutthasack Tonmai Phoutthasack
20 April 2026 17

ຖ້າເວົ້າເຖິງເວທີການປະກວດ ຫຼາຍຄົນອາດຈະນຶກເຖິງມາດຕະຖານຄວາມງາມທີ່ຕາຍຕົວ ແຕ່ສຳລັບເວທີ Mr Bear ແລ້ວ ນີ້ຄືພື້ນທີ່ຂອງການເປີດກວ້າງ, ຄວາມອົບອຸ່ນ ແລະ ການຍອມຮັບໃນຄວາມແຕກຕ່າງ.

ມື້ນີ້ ​ມ່ວນຈະພາທຸກຄົນມາຮູ້ຈັກກັບ “ແຈັກກີ້ ທິລະພົງ ຈັນທະວົງ” ເຈົ້າຂອງຕຳແໜ່ງ Top 7 Mr. Bear International 2026 ກັບ ເລື່ອງລາວເບື້ອງຫຼັງທີ່ເຕັມໄປດ້ວຍແຮງບັນດານໃຈ ທີ່ຫຼາຍຄົນອາດຈະຍັງບໍ່ເຄີຍຮູ້ມາກ່ອນ.


ໃຜຈະຮູ້ວ່າຊາຍໜຸ່ມທີ່ຢືນຢ່າງສະຫງ່າຜ່າເຜີຍໃນຖານະຕົວແທນປະເທດຄົນນີ້ ກ່ອນໜ້ານີ້ບໍ່ເຄີຍມີຄວາມຝັນ ຫຼື ຄວາມຄິດທີ່ຈະລົງປະກວດມາກ່ອນເລີຍ.

ແຈັກກີ້ໃຊ້ຊີວິດຮຽບງ່າຍໃນຖານະພະນັກງານເສີບຢູ່ຮ້ານອາຫານກາງຄືນ (Red9199) ຈົນມື້ໜຶ່ງໂອກາດກໍຍ່າງເຂົ້າມາຫາ ເມື່ອໄດ້ຮັບການທາບທາມຈາກຜູ້ໃຫຍ່ໃຫ້ລອງເຂົ້າຮ່ວມປະກວດ. ສຳລັບຄົນທີ່ບໍ່ເຄີຍມີປະສົບການ ການຕັດສິນໃຈຄັ້ງນີ້ບໍ່ແມ່ນເລື່ອງງ່າຍ ລາວຕ້ອງໃຊ້ເວລາຄິດດົນຫຼາຍ ຕ້ອງຕໍ່ສູ້ກັບຄວາມກັງວົນ ແລະ ຄວາມບໍ່ໝັ້ນໃຈໃນຕົນເອງ ຈົນເຖິງຂັ້ນນອນບໍ່ຫຼັບ ເພາະຄວາມກົດດັນຈາກຜົນງານທີ່ລຸ້ນອ້າຍເຄີຍເຮັດໄວ້ໄດ້ດີຫຼາຍ.

ໃນມຸມມອງຂອງຄົນທົ່ວໄປ, ຜູ້ຊາຍກຸ່ມ Bear ອາດໝາຍເຖິງພຽງແຕ່ຜູ້ຊາຍ Plus size ຫຼື ຄົນໂຕຕຸ້ຍ. ແຕ່ສຳລັບແຈັກກີ້ແລ້ວ ມັນມີຄວາມໝາຍທີ່ເລິກເຊິ່ງກວ່ານັ້ນຫຼາຍ. ເພິ່ນນິຍາມວ່າ ມັນຄືຕົວແທນຂອງ “ຄວາມອົບອຸ່ນ ແລະ ຄວາມໜ້າຮັກ” ທີ່ໃຜໄດ້ຢູ່ໃກ້ກໍຈະສຳຜັດໄດ້ເຖິງຄວາມຮູ້ສຶກປອດໄພສະເໝີ.

ສິ່ງນີ້ເອງທີ່ປ່ຽນຄວາມຢ້ານກົວໃຫ້ກາຍເປັນຄວາມພູມໃຈ. ແຈັກກີ້ຕັ້ງເປົ້າໝາຍວ່າຈະໃຊ້ໂອກາດ ແລະ ສຽງຂອງຕົນເອງເທິງເວທີນີ້ ເພື່ອເປັນສ່ວນໜຶ່ງໃນການສ້າງຄວາມເທົ່າທຽມໃນສັງຄົມ. ລາວຫວັງຢ່າງຍິ່ງວ່າ ຕົນເອງຈະກາຍເປັນແຮງບັນດານໃຈໃຫ້ກັບຜູ້ຄົນທີ່ມີຮູບຮ່າງແຕກຕ່າງ ຫຼື ຜູ້ທີ່ຮູ້ສຶກວ່າຕົນເອງບໍ່ກົງກັບມາດຕະຖານຄວາມງາມທົ່ວໄປ (Beauty Standard) ໃຫ້ກ້າທີ່ຈະລຸກຂຶ້ນມາສູ້, ຮັກຕົນເອງ ແລະ ມີຄວາມສຸກກັບສິ່ງທີ່ຕົນເອງເປັນ.

ອ່ານຕື່ມ:  ຜົນງານໃໝ່ຈາກ Just” ກັບ “Playground” ພື້ນທີ່ຕົວຕົນພ້ອມເປີດໃຈໃຫ້ໃຜບາງຄົນເຂົ້າມາ

ແນ່ນອນວ່າການກ້າວຂຶ້ນສູ່ເວທີລະດັບສາກົນ ຕ້ອງປະເຊີນໜ້າກັບຄູ່ແຂ່ງທີ່ເກັ່ງໆຈາກຫຼາຍປະເທດ ແຕ່ສິ່ງທີ່ສ້າງຄວາມກົດດັນໃຫ້ກັບແຈັກກີ້ທີ່ສຸດ ພັດບໍ່ແມ່ນຄູ່ແຂ່ງ ແຕ່ແມ່ນການມີຄຳວ່າ “ປະເທດລາວ” ຕໍ່ທ້າຍຊື່. ມັນຄືຄວາມຮັບຜິດຊອບອັນຍິ່ງໃຫຍ່ທີ່ແບກໄວ້ ແລະ ຄວາມຢ້ານວ່າຈະເຮັດຜົນງານອອກມາໄດ້ບໍ່ດີພໍ.

ແຕ່ເຖິງຢ່າງໃດກໍຕາມ ຄວາມກົດດັນເຫຼົ່ານັ້ນກໍໄດ້ຖືກປ່ຽນເປັນພະລັງຊຸກຍູ້ໃຫ້ລາວຕັ້ງໃຈຝຶກຝົນພັດທະນາຕົນເອງໃຫ້ໜັກຂຶ້ນ ໂດຍມີເປົ້າໝາຍສູງສຸດຄືການເປັນສ່ວນໜຶ່ງທີ່ໄດ້ສ້າງຊື່ສຽງ ແລະ ຜົນງານທີ່ໜ້າພູມໃຈໃຫ້ກັບປະເທດຊາດ ແລະ ສາມາດຄວ້າເອົາຕຳແໜ່ງ Top 7 Top 7 Mr. Bear International 2026 ມາຄອງໄວ້ໄດ້.


ເລື່ອງລາວຂອງ ແຈັກກີ້ ທິລະພົງ ໄດ້ພິສູດໃຫ້ເຫັນແລ້ວວ່າ ບໍ່ວ່າຈະເປັນໃຜ, ເຮັດອາຊີບຫຍັງ ຫຼື ມີຮູບຮ່າງໜ້າຕາແບບໃດ ຂໍພຽງແຕ່ເຫັນຄຸນຄ່າໃນຕົນເອງ ແລະ ກ້າທີ່ຈະກ້າວອອກຈາກກອບເດີມໆ ກໍສາມາດສ້າງແຮງກະເພືອມທາງບວກ ແລະ ກາຍເປັນແຮງບັນດານໃຈທີ່ຍິ່ງໃຫຍ່ໃຫ້ກັບຄົນອື່ນໄດ້ເຊັ່ນກັນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.