ໜ້າຫຼັກ Muan.la - ສາລະບັນເທີງ Muan Watch - ມ່ວນຊວນເບິ່ງ ປົດປ່ອຍທຸກຄວາມຮູ້ສຶກພາຍໃນກັບ “ສຸກໃຈ It’s Okay the Series”
Muan Watch - ມ່ວນຊວນເບິ່ງ

ປົດປ່ອຍທຸກຄວາມຮູ້ສຶກພາຍໃນກັບ “ສຸກໃຈ It’s Okay the Series”

ແບ່ງປັນ
Getting your Trinity Audio player ready...

ມ່ວນຈະຊວນທຸກຄົນມາລໍຖ້າເບິ່ງຊີຣີສ໌ນ້ຳດີ, ທີ່ຈະມາກະຕຸ້ນທຸກຄວາມຮູ້ສຶກຂອງທຸກຄົນກັບ “ສຸກໃຈ It’s Okay the series” ທີ່ມີລົດຊາດຄົບທຸກລົດເລີຍ. ເບິ່ງຈາກຕົວຢ່າງກໍມີທັງຟິວກູ້ດ, ຄວາມເສົ້າກະມາເຕັມບອກເລີຍວ່າເຂັ້ນຂຸ້ນຢ່າງແນ່ນອນ.

“ສຸກໃຈ It’s Okay the series” ເປັນຊີຣີສ໌ທີ່ຫາຍາກ ແລະ ຖືວ່າໃໝ່ຫຼາຍສຳລັບປະເທດລາວ ໂດຍຊີຣີສ໌ເລື່ອງນີ້ເປັນການຕີແຜ່ກ່ຽວກັບບັນຫາສຸຂະພາບຈິດ, ບັນຫາຕ່າງໆໃນສັງຄົມ ທີ່ສະທ້ອນໃຫ້ເຫັນເຖິງຄວາມຈິງໃນຊີວິດ.

ໂດຍສະເພາະແມ່ນໄວໜຸ່ມທີ່ກຳລັງພົບ ຫຼື ມີຄົນໃກ້ຕົວປະສົບບັນຫາຢູ່, ບໍ່ວ່າຈາກເລື່ອງຄວາມຮັກ, ຄອບຄົວ, ຄວາມກົດດັນ, ຄວາມຜິດຫວັງ, ຄວາມຜິດພາດ, ການ Bully, ການບໍ່ກ້າເປັນຕົວຂອງຕົວເອງ ແລະ ບັນຫາອື່ນໆ. ເຊິ່ງຄວາມເປັນມາ ແລະ ແຮງບັນດານໃຈໃນການສ້າງຊີຣີສ໌ເລື່ອງນີ້ຂຶ້ນມາ, ກໍເພື່ອທີ່ຈະສະທ້ອນສັງຄົມໃຫ້ເຫັນເຖິງບັນຫາທີ່ເກີດຂຶ້ນ ແລະ ໄດ້ຂໍ້ຄິດທີ່ດີໃນການດຳລົງຊີວິດ.

ລວມໄປເຖິງການເປັນກະບອກສຽງໃນສັງຄົມລາວກ່ຽວກັບເລື່ອງສຸຂະພາບຈິດໃຫ້ກັບຄົນຮຸ່ນໃໝ່, ຄົນທີ່ເປັນເຫຍື່ອຖືກຈາກການໃຊ້ຄວາມຮຸນແຮງຈາກຄຳເວົ້າ, ຮ່າງກາຍ ແລະ ຈິດໃຈ. ຕົວຢ່າງ: ກຸ່ມຄົນທີ່ເປັນ LGBTQ+ ເປັນຕົ້ນ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ໂສດດ້ວຍຄວາມສາມາດ Chronically Single ເປັນແລ້ວອອກຍາກ ບໍ່ຢາກມີແຟນ ແກ້ແນວໃດ?
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ຮັກຄືເລື່ອງຫົວໃຈ ແຕ່ຊີວິດຄູ່ບໍ່ມີເປົ້າໝາຍ ຄວນໄປຕໍ່ ຫຼື ຢຸດຄວາມສຳພັນ?

ຫຼາຍຄັ້ງທີ່ເຮົາມັກຈະເບິ່ງວ່າການທີ່ຢູ່ໃນຄວາມສຳພັນໃດໜຶ່ງ ພຽງຮັກກັນກໍພໍແລ້ວ ແຕ່ເວລາຜ່ານໄປຄວາມຮັກພຽງຢ່າງດຽວອາດຈະບໍ່ພຽງພໍທີ່ຈະສ້າງອະນາຄົດທີ່ໝັ້ນຄົງໄດ້ ຖ້າບໍ່ມີເປົ້າໝາຍ ຫຼື ທິດທາງທີ່ຊັດເຈນ ຈະເລືອກຈັບມືກັນ ຫຼື ປ່ອຍໃຫ້ແຕ່ລະຄົນພົບເສັ້ນທາງຂອງຕົນເອງ?

ຄວນເລືອກ “ຮັກແທ້” ຫຼື “ເງິນ”? ເຈາະວິທີຈັດການບັນຫາທາງການເງິນ ເພື່ອໃຫ້ຄວາມສຳພັນໄປຕໍ່ໄດ້

ບົດຄວາມນີ້ເປີດເຜີຍມຸມມອງກ່ຽວກັບຄວາມຮັກ ແລະ ການເງິນ ພ້ອມຄຳແນະນຳທີ່ເປັນປະໂຫຍດສຳລັບຄູ່ຮັກທຸກຄົນ.

ເຈາະເລິກພຶດຕິກຳ Agnes ມັກຮຽກຮ້ອງຄວາມສົນໃຈ ແລະ ການຮຽນແບບຄົນອື່ນເປັນຄື ເງົາ

ຕົວລະຄອນ Agnes DeMil ໃນຊີຣີສ໌ Wednesday ຊີຊັນ 2 ໄດ້ເຮັດໃຫ້ເຫັນເຖິງພຶດຕິກຳທີ່ບໍ່ໜ້າຮັກຂອງຕົວລະຄອນນີ້ ເປັນຜົນມາຈາກຄວາມຮູ້ສຶກໂດດດ່ຽວ ແລະ ຢາກເປັນທີ່ຍອມຮັບຈາກສັງຄົມ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.