ບໍ່ແມ່ນ “ຄົນເກັ່ງບໍພໍ” ແຕ່ບໍ່ຮູ້ວ່າ “ຈະເກັ່ງໄປເພື່ອຫຍັງ” ບົດຮຽນຈາກ ນິ້ວກົມ ໃນ PPC2025

ແບ່ງປັນ

ບໍ່ແມ່ນ “ຄົນເກັ່ງບໍພໍ” ແຕ່ບໍ່ຮູ້ວ່າ “ຈະເກັ່ງໄປເພື່ອຫຍັງ” ບົດຮຽນຈາກ ນິ້ວກົມ ໃນ PPC2025

08 April 2025● 260

ໄດ້ມາຟັງຫົວຂໍ້ “ຈະພັດທະນາຄົນແນວໃດໃນມື້ທີ່ໂລກໄຮ້ທິດທາງ” ໂດຍ ສະຣາວຸດ ເຮ້ງສະຫວັດ ຫຼື ທີ່ຫຼາຍໆຄົນຮູ້ຈັກໃນນາມ “ນິ້ວກົມ” ຈາກງານ People Performance Conference 2025 ເຮັດໃຫ້ເຫັນພາບຫຼາຍຂຶ້ນວ່າ ໂລກເຮົາມັນໄປໄວຫຼາຍ, ໄວເກີນກວ່າທີ່ເຮົາຈະຕາມທັນ ຈົນເຮົາຕ້ອງກັບມາຖາມໂຕເອງວ່າ ເຮົາໃນຖານະມະນຸດໂຕນ້ອຍໆຄົນໜຶ່ງ ຕ້ອງສູ້ເພື່ອພັດທະນາໂຕເອງ ແລະ ເຮັດສິ່ງຕ່າງໆໄປເຮັດຫຍັງ? ເຊິ່ງຫົວຂໍ້ນີ້ ລາວເຮັດໃຫ້ເຮົາໄດ້ຢຸດຄິດຕາມ ແລະ ເຂົ້າໃຈເລື່ອງນີ້ຫຼາຍຂຶ້ນອີ່ຫຼີ.

ໂລກຍຸກນີ້ທ້າທາຍແລະຢູ່ຍາກ: ການປ່ຽນແປງໄວຂອງເທັກໂນໂລຢີ, ການເມືອງ, ສິ່ງແວດລ້ອມ, ວັດທະນະທຳ ແລະ ຄຸນຄ່າ ເຮັດໃຫ້ຊີວິດສັບສົນ.

ໂລກໄຮ້ທິດທາງຍ້ອນ:
– ຂໍ້ມູນຫຼາຍແຕ່ປັນຍາບໍ່ເພີ່ມ: ມີຂໍ້ມູນມະຫາສານ ແຕ່ບໍ່ໄດ້ຊ່ວຍໃຫ້ເຂົ້າໃຈຊີວິດ ຫຼື ຮູ້ຈັກຕົວເອງຫຼາຍຂຶ້ນ.
– ບໍ່ມີເປົ້າໝາຍຮ່ວມ: ມະນຸດບໍ່ມີຈຸດມຸ່ງໝາຍທົ່ວໄປຄືແຕ່ກ່ອນ.
– ຂາດເລື່ອງເລົ່າໃຫຍ່: ສາສະໜາ, ຊາດ, ຫຼື ຄວາມເຊື່ອທີ່ເຄີຍຜູກມັດຄົນ ມັນເລືອນລາງລົງ.
– ພະລັງຢູ່ກັບຍັກໃຫຍ່ທີ່ເປັນກຸ່ມນ້ອຍໆ: ຄົນທົ່ວໄປຮູ້ສຶກບໍ່ມີອຳນາດກຳນົດອະນາຄົດ ເຮົາຈະເຮັດຫຍັງໄດ້ໃນຖານະທີ່ເປັນຄົນໂຕນ້ອຍໆຄົນໜຶ່ງ.
– ຄວາມໄວບໍ່ເໝາະກັບມະນຸດ: ໂລກໄວເກີນໄປ ຈົນເຮົາຕາມບໍ່ທັນ.

ຜົນກະທົບ: ເຮົາຮູ້ສຶກບໍ່ເໝາະກັບໂລກ, ໄປຂ້າງໜ້າແບບບໍ່ຮູ້ທິດ ແລະ ເມື່ອຍ ຍ້ອນບໍ່ມີຄຳຕອບວ່າ “ເຮັດໄປເພື່ອຫຍັງ?”

ອ່ານຕື່ມ:  ເປັນຫຍັງການສະເຫຼີມສະຫຼອງ ແລະ ດົນຕີ ຈຶ່ງສົ່ງຜົນດີຕໍ່ການເຮັດວຽກ?

ທິດທາງສຳຄັນກວ່າຄວາມໄວ: ການມີເຂັມທິດທີ່ຖືກຕ້ອງ ຈະຊ່ວຍໃຫ້ກ້າວໄປຂ້າງໜ້າດ້ວຍຄວາມໝາຍ.

ແລ້ວເຮົາພັດທະນາຫຍັງໄດ້ແດ່?
– Skillset: ຄວາມສາມາດໃນການຮຽນຮູ້ (Learning Ability).
– Mindset: Growth Mindset
– Heartset: ການພັດທະນາພາຍໃນ (Inner Awareness – IA).

ເປັນຫຍັງຕ້ອງພັດທະນາຄົນ?

ຍຸກ AI ກຳລັງປ່ຽນເປັນຍຸກ IA: ໂລກໄວຂຶ້ນ ນີ້ເຮັດໃຫ້ເຮົາຍິ່ງຕ້ອງການຄວາມເຂົ້າໃຈຕົວເອງຫຼາຍຂຶ້ນ.

ບັນຫາບໍ່ແມ່ນຂາດຄົນເກັ່ງ ແຕ່ຂາດຄວາມຮູ້ວ່າ “ເກັ່ງໄປເພື່ອຫຍັງ?”

ສິ່ງສຳຄັນແມ່ນ Heart Skill (IA):
– ຜົນປະໂຫຍດຂອງ IA: ມີ EQ (ຮູ້ຈັກອາລົມ), Resilience (ຟື້ນຕົວໄວ), Creativity (ສ້າງສັນ).
– ສ້າງ IA ແນວໃດ:
*ສັງເກດຕົວເອງໂດຍບໍ່ຕັດສິນ.
*ຮັບຮູ້ຄວາມຮູ້ສຶກຢ່າງຈິງໃຈ.
*ເຫັນຮູບແບບຄວາມຄິດຂອງຕົວເອງ.
*ຟັງສັນຍານຈາກຮ່າງກາຍ.
*ຕັ້ງເປົ້າໝາຍສ່ວນຕົວທີ່ມາຈາກໂຕເອງ ບໍ່ແມ່ນຄົນອື່ນຕັ້ງໃຫ້

ຝຶກ IA ແນວໃດ:
– ສັງເກດລົມຫາຍໃຈ, ຮ່າງກາຍ, ອາລົມ, ແລະ ຄວາມຄິດ.
– ຖ້າຍັງເຮັດບໍ່ໄດ້ ໃຫ້ລອງຂຽນອອກມາ.
– ຖາມຕົວເອງວ່າ “ຕອນນີ້ຮູ້ສຶກແນວໃດ?”

ການພັດທະນາຄົນ ແລະ ອົງກອນ:
– ພາຍນອກ: ປະສົບຜົນສຳເລັດ, ເງິນ, ການຍອມຮັບ ເປັນສິ່ງທີ່ເຮົາຄວບຄຸມບໍ່ໄດ້
– ພາຍໃນ: ຮັກຕົວເອງ, ສ້າງປະໂຫຍດ, ກ້າວໜ້າ, ມີຄວາມສຳພັນດີກັບຄົນອື່ນ ເປັນສິ່ງທີ່ເຮົາຄວບຄຸມໄດ້.

ອ່ານຕື່ມ:  ສູດລັບປັ້ນຄອນເທັນສະໄຕລ໌ Go Went Go ເປີດມຸມໃໝ່ໃນບ່ອນເກົ່າ ເພີ່ມຄວາມສົດໃໝ່ໃຫ້ທຸກການເດີນທາງ

ຜູ້ນຳກັບ IA:
– ກ້າເປີດເຜີຍຄວາມຮູ້ສຶກ (ເມື່ອຍ, ບໍ່ຮູ້, ບໍ່ແນ່ໃຈ ກໍເວົ້າອອກມາໄດ້).
– ສ້າງພື້ນທີ່ປອດໄພໃຫ້ທີມງານແບ່ງປັນຄວາມຮູ້ສຶກ.
– ບໍ່ໂຟກັສແຕ່ປະສິດທິພາບ ແຕ່ວັດສະພາບຈິດໃຈນຳ.

ອົງກອນແບບນີ້ທີ່ສົ່ງເສີມ IA:
– ປອດໄພ, ຊ້າບາງຈັງຫວະ, ຟັງຢ່າງເລິກເຊິ່ງ, ຕັ້ງຄຳຖາມສະທ້ອນກັບ, ຜູ້ນຳກ້າເປີດໃຈ.

ຄຳຖາມສຳຄັນ: “ເຮົາຢາກເກັ່ງໄປເພື່ອຫຍັງ?” ຫຼື “ເຮົາເກີດມາເພື່ອຫຍັງ?”

– ເຮົາເຮັດສິ່ງໃດ? ເຮົາເຮັດມັນແນວໃດ? ແລະ ເຮົາເຮັດມັນເພື່ອຫຍັງ?

ຖ້າຕອບໄດ້ ຈະພາໄປສູ່ຄວາມສຸກ ແລະ ປະໂຫຍດຕໍ່ຕົວເອງ ແລະຄົນອື່ນ.

ສະຫຼຸບ: ການພັດທະນາຄົນໃນໂລກໄຮ້ທິດທາງ ຕ້ອງເລີ່ມຈາກການສ້າງ Inner Awareness (IA) ເພື່ອໃຫ້ມີເຂັມທິດພາຍໃນ ທີ່ຈະຊ່ວຍໃຫ້ທັງຕົວເຮົາ ແລະ ອົງກອນກ້າວໄປຂ້າງໜ້າດ້ວຍຄວາມໝາຍ ໃນຍຸກທີ່ປ່ຽນແປງໄວ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.