ເປັນຫຍັງໝູ່ (ຫຼື ຄົນທີ່ເຮົາມັກ) ເຮັດຜິດ ແຕ່ເຮົາຍັງປົກປ້ອງ? ພາຮູ້ຈັກ Halo Effect ທີ່ເຮັດໃຫ້ເທີດທູນບູຊາຄົນຈາກຄວາມດີດ້ານດຽວ

ແບ່ງປັນ

ເປັນຫຍັງໝູ່ (ຫຼື ຄົນທີ່ເຮົາມັກ) ເຮັດຜິດ ແຕ່ເຮົາຍັງປົກປ້ອງ? ພາຮູ້ຈັກ Halo Effect ທີ່ເຮັດໃຫ້ເທີດທູນບູຊາຄົນຈາກຄວາມດີດ້ານດຽວ

03 July 2026 12
AI Summarized

Key Takeaways:

  • Halo Effect: ແມ່ນຄວາມລຳອຽງທີ່ເຮົາເໝົາລວມວ່າ "ຄົນທີ່ດີໃນດ້ານໜຶ່ງ ຕ້ອງດີໃນທຸກດ້ານ" ໂດຍໃຊ້ພຽງຄວາມປະທັບໃຈທຳອິດມາຕັດສິນ.
  • ທຳມະຊາດຂອງມະນຸດມັກຈະປົກປ້ອງກຸ່ມຂອງຕົນເອງຢ່າງບໍ່ມີເງື່ອນໄຂ ເພື່ອຮັກສາຄວາມເປັນເອກະພາບ ໂດຍບໍ່ສົນຄວາມຖືກຜິດ ຕາມການວິໄຈເລື່ອງ In-group Bias.
  • ເພື່ອຫຼີກເວັ້ນການເບິ່ງຄົນຈາກຄວາມດີດ້ານດຽວ ເຮົາຄວນມີສະຕິ, ແຍກພຶດຕິກຳອອກຈາກຕົວຕົນ, ຟັງຄວາມເຫັນທີ່ແຕກຕ່າງ ແລະ ຕັດສິນທຸກຢ່າງໂດຍອີງໃສ່ຂໍ້ເທັດຈິງເທົ່ານັ້ນ.

ເຄີຍເຫັນເຫດການທີ່ຄົນເຮົາເຮັດຜິດຢ່າງຈະແຈ້ງ ແຕ່ກໍຍັງມີຄົນອອກມາປົກປ້ອງແບບເອົາເປັນເອົາຕາຍບໍ່? ທັງທີ່ຫຼັກຖານກໍຢູ່ຕໍ່ໜ້າ, ຂໍ້ເທັດຈິງກໍຢັ້ງຢືນໄດ້ແລ້ວ… ແຕ່ພວກເຂົາກໍຍັງເລືອກທີ່ຈະປິດຫູປິດຕາປົກປ້ອງຕໍ່ໄປ.

ທຸກຄົນສົງໄສບໍວ່າ ມັນເກີດຫຍັງຂຶ້ນໃນຫົວຂອງເຂົາເຈົ້າ? ເປັນຫຍັງຄວາມຮັກ ຫຼື ຄວາມເທີດທູນ ຈຶ່ງເຮັດໃຫ້ເຮົາກາຍເປັນຄົນເບິ່ງບໍ່ເຫັນຄວາມຈິງ? ມື້ນີ້ Muan RelationsTips ຈະພາໄປຖອດລະຫັດປາກົດການນີ້ກັນ.

Halo Effect: ເມື່ອຄວາມດີດ້ານດຽວ ບັງຕາເຮົາທັງໝົດ

ປາກົດການນີ້ເອີ້ນວ່າ Halo Effect ຫຼື ຂະບວນການຄິດແບບເທີດທູນບູຊາ. ມັນເປັນຄວາມລຳອຽງທາງສະຕິປັນຍາ ຫຼື Cognitive Bias ທີ່ເຮັດໃຫ້ເຮົາຄິດເອົາເອງວ່າ ຄົນທີ່ດີໃນດ້ານໜຶ່ງ ຕ້ອງດີໃນທຸກດ້ານ ໂດຍບໍ່ໄດ້ໃຊ້ເຫດຜົນມາຕັດສິນ.

ນັກຈິດຕະວິທະຍາ Edward Thorndike ຜູ້ຄົ້ນພົບປາກົດການນີ້ໃນປີ 1920 ໄດ້ອະທິບາຍວ່າ ຄວາມປະທັບໃຈທຳອິດທີ່ເຮົາມີຕໍ່ບຸກຄົນໃດໜຶ່ງ ບໍ່ວ່າຈະເປັນ ຮູບຮ່າງໜ້າຕາ, ຄວາມສະຫຼາດ ຫຼື ຊື່ສຽງ ມັນຈະສ້າງລັດສະໝີ (Halo) ອ້ອມຮອບຕົວເຂົາເຈົ້າ. ເມື່ອມີລັດສະໝີນີ້ແລ້ວ, ບໍ່ວ່າເຂົາເຈົ້າຈະເຮັດຫຍັງ ສະໝອງຂອງເຮົາກໍຈະພະຍາຍາມບິດເບືອນຄວາມຈິງເພື່ອໃຫ້ມັນສອດຄ່ອງກັບພາບລັກທີ່ເຮົາເທີດທູນໄວ້.

ນອກຈາກນີ້, ຍັງມີຜົນວິໄຈເລື່ອງ In-group Bias ຫຼື ຄວາມລຳອຽງໃນກຸ່ມຄົນດຽວກັນ ໂດຍ Tajfel & Turner ມາຊ່ວຍເສີມວ່າ: ມະນຸດເຮົາມີທຳມະຊາດຢາກປົກປ້ອງກຸ່ມຂອງເຮົາ ເພື່ອຄວາມສະບາຍໃຈ ແລະ ຄວາມເປັນເອກະພາບຂອງກຸ່ມ ໂດຍບໍ່ສົນວ່າກຸ່ມຕົນເອງຈະເຮັດຖືກ ຫຼື ຜິດ.

ຢ່າປ່ອຍໃຫ້ຄວາມເທີດທູນບັງຕາ

ເມື່ອເກີດເຫດການຄືກັບທີ່ກ່າວໄປຕອນຕົ້ນ ຢາກໃຫ້ລອງຄິດຕາມວ່າ ການວິພາກວິຈານ ຫຼື Constructive Criticism ບໍ່ແມ່ນການດ່າ ແຕ່ແມ່ນການກວດສອບເພື່ອໃຫ້ສັງຄົມດີຂຶ້ນ. ເພື່ອບໍ່ໃຫ້ເຮົາຫຼົງໄຫຼໄປກັບ Halo Effect ຈົນປົກປ້ອງຄົນຜິດ, ລອງປັບຈັງຫວະການຄິດດ້ວຍວິທີນີ້:

  1. ຢຸດພັກກ່ອນຕັດສິນໃຈ: ເມື່ອເຮົາຮູ້ສຶກຖືກຊະຕາ ຫຼື ມັກໃຜແບບສຸດຂີດ, ໃຫ້ຢຸດຄິດກ່ອນຄາວໜຶ່ງ. ຢ່າຟ້າວຕັດສິນທັນທີວ່າເຂົາເຈົ້າເປັນຄົນດີ 100% ພຽງເພາະເຂົາເບິ່ງໜ້າຕາດີ, ເຄີຍເຮັດດີມາກ່ອນ ຫຼື ເວົ້າເກັ່ງ.
  2. ແຍກ ພຶດຕິກຳ ອອກຈາກ ຕົວຕົນ: ໃຫ້ໂຟກັສທີ່ ຂໍ້ເທັດຈິງ ບໍ່ແມ່ນ ຄວາມປະທັບໃຈ. ຖ້າເຂົາເຮັດຜິດ ກໍຄືຜິດ, ບໍ່ໄດ້ໝາຍຄວາມວ່າເຂົາເປັນຄົນຊົ່ວຕະຫຼອດໄປ ແລະ ກໍບໍ່ໄດ້ໝາຍຄວາມວ່າຜິດນັ້ນຈະຫາຍໄປໄດ້.
  3. ຟັງຄວາມເຫັນທີ່ແຕກຕ່າງ: ລອງຖາມຄວາມເຫັນຈາກຄົນອື່ນທີ່ບໍ່ໄດ້ເປັນແຟນຄລັບຂອງຄົນນັ້ນເບິ່ງ. ມຸມມອງທີ່ຫຼາກຫຼາຍຈະຊ່ວຍທຳລາຍລັດສະໝີ Halo Effect ໃຫ້ເບົາບາງລົງ.
  4. ບັນທຶກເຫດການຕາມຄວາມຈິງ: ແທນທີ່ຈະຈື່ແຕ່ສິ່ງທີ່ເຂົາເຄີຍເຮັດດີ, ໃຫ້ບັນທຶກພຶດຕິກຳທີ່ເກີດຂຶ້ນຈິງໃນແຕ່ລະເຫດການ. ຂໍ້ມູນເຫຼົ່ານີ້ຈະເປັນສະຕິທີ່ດີທີ່ສຸດໃຫ້ເຮົາ.

ບາງຄັ້ງເຮົາກໍຕ້ອງໄດ້ຍອມຮັບວ່າ ຄວາມຜິດພາດເປັນເລື່ອງທຳມະດາຂອງມະນຸດ. ການຍອມຮັບຄວາມຜິດພາດນັ້ນ ຄືບົດທົດສອບຄວາມເປັນຜູ້ໃຫຍ່ທີ່ແທ້ຈິງ.

ຖ້າເຮົາຮັກ ຫຼື ເຄົາລົບໃຜ, ການທີ່ເຮົາກ້າທີ່ຈະຕັກເຕືອນ ຫຼື ກວດສອບຢ່າງກົງໄປກົງມາ ຄືການໃຫ້ກຽດ ແລະ ຊ່ວຍໃຫ້ເຂົາໄດ້ປັບປຸງຕົວເອງ… ດີກວ່າການປົກປ້ອງເຂົາດ້ວຍຄວາມຫຼົງໄຫຼ ຈົນເຮັດໃຫ້ເຂົາເສຍຄົນໄປເລື້ອຍໆ.

ຈົ່ງຮັກດ້ວຍສະຕິ ບໍ່ແມ່ນຮັກດ້ວຍຄວາມຫຼົງ. ຫຼັງຈາກນັ້ນ ເຈົ້າຈະພົບວ່າການເບິ່ງໂລກຕາມຄວາມເປັນຈິງ ມັນສະບາຍໃຈກວ່າທີ່ເຈົ້າຄິດ.

ເຈົ້າເຄີຍຜ່ານເຫດການທີ່ ຫຼົງໄປເທີດທູນຄົນຜິດຈົນເຮັດໃຫ້ຕົນເອງຕ້ອງມາເສຍໃຈພາຍຫຼັງບໍ່? ມາແບ່ງປັນບົດຮຽນ ແລະ ວິທີກ້າວຜ່ານເລື່ອງນີ້ໃຫ້ໝູ່ເພື່ອນຟັງແດ່ເດີ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.