ເປັນຫຍັງຈຶ່ງຄວນຕື່ນເຕັ້ນກັບລຸກໃໝ່ MVIIZ? ຊວນແກະຮອຍຄວາມໝາຍໃນ Visual Concept

ແບ່ງປັນ

ເປັນຫຍັງຈຶ່ງຄວນຕື່ນເຕັ້ນກັບລຸກໃໝ່ MVIIZ? ຊວນແກະຮອຍຄວາມໝາຍໃນ Visual Concept

23 June 2026 20

ທຸກຄົນເຫັນຮູບສາວໆ MVIIZ ໂຕຫຼ້າສຸດແລ້ວບໍ? ບອກເລີຍວ່າເທື່ອນີ້ພວກເຂົາມີຫຍັງໃໝ່ໆມາຝາກທຸກຄົນແນ່ນອນ ເພາະເພຈທາງການຂອງ MVIIZ ເລີ່ມປ່ອຍ Key Visual Concept ຂອງເພງໃໝ່ທີ່ຊື່ວ່າ FOCUZ ອອກມາໃຫ້ເຮົາໄດ້ຄາດເດົາຫຼິ້ນໆກັນແລ້ວ.

ຫຼາຍຄົນທີ່ຍັງບໍ່ຮູ້ກໍຄົງຈະງົງໆກັນແມ່ນບໍ່ວ່າ Muan Scoop ຕື່ນເຕັ້ນຫຍັງພິລຶກແທ້ ເອົ້າ! ຈະບໍ່ໃຫ້ຕື່ນເຕັ້ນໄດ້ແນວໃດລະທຸກຄົນ ເພາະ MVIIZ ມາພ້ອມກັບສະໄຕລ໌ໃໝ່ທີ່ປັງກວ່າເກົ່າ ຕ້ອງບອກວ່າຄອນເຊັບຮອບນີ້ມີຄວາມພິເສດຫຼາຍ ເພາະຈັດເຕັມທັງຄວາມເທ່ ແລະ ຍັງມີຄວາມແປກໃໝ່ທີ່ຍັງບໍ່ເຄີຍເກີດຂຶ້ນໃນບ້ານເຮົາເທື່ອ.

(ວິເຄາະຈາກຄວາມຄິດເຫັນສ່ວນຕົວຂອງນັກຂຽນ)

ຄວາມປັງຂອງແຟຊັນທີ່ເຊື່ອງໃນ Visual Concept

ຈາກທີ່ໄດ້ເຫັນແລ້ວກໍຄິດເຖິງແຟຊັນສະໄຕລ໌ຍີ່ປຸ່ນຂຶ້ນມາທັນທີເລີຍ ແບບວ່າມັນໃຫ້ກິ່ນອາຍ Y2K Futuristic ປະສົມເຂົ້າກັບ Cyberpunk ທີ່ເຮັດໃຫ້ຮູ້ສຶກວ່າເບິ່ງທັນສະໄໝ ແຕ່ຍັງມີຄວາມດິບຂອງຍຸກເກົ່າປະສົມຢູ່ ພ້ອມກັນນັ້ນກໍເຮັດໃຫ້ຮູ້ສຶກເລິກລັບ ແລະ ມີພະລັງໃນເວລາດຽວກັນ.

ສ່ອງລຸກຂອງສະມາຊິກ MVIIZ ທີ່ປ່ອຍອອກມາ

ຮູບສະມາຊິກຄົນທຳອິດທີ່ປ່ອຍມາຄື NAMTHIP ທີ່ມີຜົມສີຟ້າສົດເປັນສັນຍາລັກຂອງແຟຊັນຍຸກ Y2K ທີ່ໃຫ້ຄວາມຮູ້ສຶກແບບມີສະເໜ່ແບບໂຕແມ່ທີ່ຖືຄວາມໝັ້ນໃຈມາເກີນ 1000%, ຖືວ່າເປັນການນຳສະເໜີຮູບແບບ Visual Concept ທີ່ສາມາດເອີ້ນໄດ້ວ່າມີຫຼາຍມິຕິແຮງ.

NAMTHIP
ພາບ: M.VIIZ

ຮູບທີສອງທີ່ປ່ອຍອອກມາຂອງ YIANYII ທີ່ມີທັງຄວາມຫວານແຕ່ແອບເຊັກຊີນັ້ນ ມີການໃຊ້ Retro-Technology ເປັນອົງປະກອບຫຼັກ, ການນຳເອົາຮູບດວງຕາໄວ້ໃນໜ້າຈໍຄອມພິວເຕີເກົ່າໆ ມາເປັນອົງປະກອບມັນສື່ເຖິງຄວາມເປັນ Cyber ແລະ ການຖືກຈັບຕາເບິ່ງ.

ອ່ານຕື່ມ:  ລົມຫາຍໃຈ: ບົດເພງທີ່ປ່ຽນຄວາມເຈັບປວດໃຫ້ເປັນພະລັງໃຈ

ພໍມາລວມກັບແຟຊັນທີ່ທັນສະໄໝ ເຮັດໃຫ້ມັນເປັນຜົນງານທີ່ຮັກສາຄວາມສົມດຸນລະຫວ່າງການຫວນຄືນອະດີດ ແລະ ການກ້າວໄປສູ່ອະນາຄົດໄດ້ຢ່າງລົງຕົວທີ່ສຸດ ເປັນການສະແດງເຖິງຄວາມໝາຍຂອງຊື່ເພງ FOCUZ ໄດ້ດີຫຼາຍ ຍິ່ງເບິ່ງຍິ່ງຢາກຮູ້ວ່າໃນເພງຈະມີຫຍັງເຊື່ອງຢູ່.

YIANYII
ພາບ: M.VIIZ

ຮູບທີສາມ SOBAII ເປັນສະໄຕລ໌ທີ່ປະສົມປະສານລະຫວ່າງ Gothic ແລະ Futuristic Chic ທີ່ມີຄວາມມືດມົນ, ເລິກລັບ ແຕ່ມີຄວາມທັນສະໄໝ ແລະ ຫຼູຫຼາ ໃຫ້ອາລົມແບບມີຄວາມມືດມົນ, ດຶງດູດ ແລະ ມີພະລັງ. ບໍ່ແມ່ນຄວາມມືດແບບໜ້າຢ້ານເດີທຸກຄົນ ແຕ່ເປັນຄວາມມືດມົນທີ່ຊົງສະເໜ່ ແລະ ມີສະໄຕລ໌ແບບແພງໆຫັນນະ.

SOBAII
ພາບ: M.VIIZ

ຮູບທີສີ່ THIDA ມີດວງຕາທີ່ມີສະເໜ່ຫຼາຍ ແລະ ຍັງຖືກດຶງຄວາມໂດດເດັ່ນຜ່ານການແຕ່ງໜ້າທີ່ເນັ້ນລາຍລະອຽດ ແລະ ການຈັດແສງທີ່ເນັ້ນໜ້າສິລະປິນໃຫ້ໂດດເດັ່ນແບບ Futuristic Chic, ຄວາມໝັ້ນໃຈປະກອບກັບການໃສ່ເສື້ອຜ້າທີ່ເປັນໜັງ ແລະ ເສື້ອຂົນສັດ ການທີ່ສອງຢ່າງນີ້ຢູ່ຮ່ວມກັນໃນພາບດຽວ ເຮັດໃຫ້ມີຄວາມເປັນ High-Fashion ທີ່ໜ້າສົນໃຈ.

THIDA
ພາບ: M.VIIZ

ສິ່ງທີ່ໜ້າຕື່ນເຕັ້ນ ແລະ ຄວນຕິດຕາມ

ການທີ່ທາງ Miracle Music ຄ່ອຍໆປ່ອຍສະປອຍຮູບອອກມາແບບນີ້ ໃນວົງການເພງໂດຍສະເພາະ K-Pop ຫຼື T-Pop ການເຮັດແບບນີ້ຍັງຖືກເອີ້ນວ່າເປັນການ Teasing  ຫຼື ປ່ອຍນ້ຳແຈ່ວລົດເດັດ ເພື່ອໃຫ້ແຟນເພງຕີຄວາມໝາຍຂອງ Storyline ຫຼື ປົມເລື່ອງທີ່ຈະເກີດຂຶ້ນໃນ Music Video ໂຕເຕັມ ນັ້ນເອງທຸກຄົນ ນີ້ແຫຼະຄືເລື່ອງມ່ວນໆທີ່ Muan Scoop ບອກ.

ຖືວ່າເປັນປະສົມປະສານໃນຍຸກປັດຈຸບັນທີ່ມີຄວາມເປັນດິຈິຕອລ ຫຼື ໂລກອະນາຄົດ, ການອອກແບບ Concept ທີ່ທັນສະໄໝທີ່ເນັ້ນຄວາມເລິກລັບ, ຄວາມຫຼູຫຼາ, ເພື່ອສ້າງບຸກຄະລິກທີ່ແຂງແກ່ນ ແລະ ໂດດເດັ່ນໃຫ້ກັບສິລະປິນໄດ້ຢ່າງລົງໂຕ. Muan Scoop ໄດ້ເບິ່ງຈາກຮູບແລ້ວ, ຄິດວ່າໂຕເພງນີ້ໜ້າຈະມີຈັງຫວະທີ່ໄວ, ໜັກແໜ້ນ ແລະ ເຕັມໄປດ້ວຍເລື່ອງລາວໃຫ້ເຮົາໄດ້ຄົ້ນຫາແນ່ນອນ ໃຜທີ່ລໍຖ້າການກັບມາຂອງ MVIIZ ຢູ່ ຢ່າລືມກຽມໂຕ FOCUZ ສາຍຕາໄວ້ໃຫ້ດີເດີ.

ອ່ານຕື່ມ:  ບໍ່ມີວິທີໃຫ້ລືມ ດື່ມເມົາທຸກວັນຍິ່ງຄິດຮອດ ຟັງເພງ "ສໍດຳ" ຮ້ອງໂດຍ Heo VVK ft. GX2

ໃຜທີ່ລໍຖ້າການກັບມາຂອງ MVIIZ ຢູ່ ຢ່າລືມກຽມໂຕລໍຖ້າເບິ່ງເພງເຕັມໃນວັນທີ 7 ກໍລະກົດ 2026 ນີ້ ລະຫວ່າງນີ້ກໍຕິດຕາມການອັບເດດຈາກເພຈທາງການ M.VIIZ ໄປກ່ອນເດີ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.