ສ່ອງ FACE of LAOS 2026 EP.7 ກັບໂຈດຖ່າຍຮູບກິນເຂົ້າວິນເທຈແບບຊົນຊັ້ນສູງ ທີ່ບໍ່ໝູຢ່າງທີ່ຄິດ

Key Takeaways:
- The article discusses Episode 7 of the reality show "FACE of LAOS 2026" with the campaign "GEN Z (Ney)".
- This week's challenge required contestants to showcase "high society inner" for a vintage table setting photoshoot, emphasizing storytelling through images.
- Contestants needed to display refined expressions, eating and drinking etiquette, and natural interaction to portray high society, with mentors warning against looking like they were at a temple or chewing betel nuts.
- Notable contestants include Namnueng, praised for her professional and flawless posing, and Mavine, who overcame previous criticism by fully utilizing his charm and aura.
- Lino also stood out by embodying a "royal" persona, showing strong confidence and readiness to compete.
ເດີນທາງມາເຖິງ Episode 7 ເປັນທີ່ຮຽບຮ້ອຍແລ້ວ ສຳລັບລາຍການຣຽລລິຕີ້ຄົ້ນຫານາງແບບ-ນາຍແບບທີ່ຮ້ອນແຮງທີ່ສຸດໃນຕອນນີ້ກັບ FACE of LAOS 2026 ກັບແຄມເປນເຈນຊີ (ເນຍ) ທີ່ເຮັດເອົາຜູ້ເຂົ້າແຂ່ງຂັນຫຼາຍຄົນເຖິງກັບຕ້ອງກຸມຫົວ.
ໃນອາທິດນີ້ ໂຈດບໍ່ໄດ້ວັດກັນພຽງແຕ່ໃຜໜ້າຕາດີ ຫຼື ຫຸ່ນປັງກວ່າກັນ ແຕ່ຜູ້ເຂົ້າແຂ່ງຂັນຕ້ອງດຶງເອົາ “ອິນເນີສັງຄົມຊັ້ນສູງ” ອອກມາໃຊ້ໃນການຖ່າຍແບບສຳລັບແຄມເປນໂຕະອາຫານສະໄຕລ໌ວິນເທຈ. ງານນີ້ບໍ່ແມ່ນພຽງແຕ່ການຍ່າງເຂົ້າໄປໃນສາກແລ້ວຢືນໂພສທ່າງາມໆ ແຕ່ທຸກຄົນຕ້ອງມີທັກສະໃນການເລົ່າເລື່ອງຜ່ານຮູບພາບ.
ການສະແດງອອກທາງສີໜ້າ, ທ່າທາງໃນການກິນ, ການດື່ມ ແລະ ການໂອ້ລົມກັນ ຕ້ອງເບິ່ງແພງ, ມີລະດັບ ແລະ ທີ່ສຳຄັນຄືຕ້ອງອອກມາເປັນທຳມະຊາດທີ່ສຸດ. ເຊິ່ງງານນີ້ບັນດາເມນເທີກໍໄດ້ອອກປາກເຕືອນຢ່າງຊັດເຈນແລ້ວວ່າ: “ຖ້າອິນເນີບໍ່ເຖິງ ຫຼື ຕີໂຈດບໍ່ແຕກ ລະວັງພາບທີ່ອອກມາຈະເບິ່ງຄືຄົນໄປເຮັດບຸນຢູ່ວັດ ຫຼື ຄົນເຖົ້າກຳລັງຄ້ຽວໝາກແທນທີ່ຈະເປັນສັງຄົມຊັ້ນສູງ!”

ນອກຈາກຄວາມກົດດັນຂອງໂຈດແລ້ວ ສີສັນ ແລະ ພັດທະນາການຂອງຜູ້ເຂົ້າແຂ່ງຂັນກໍເປັນສິ່ງທີ່ໜ້າຈັບຕາມອງທີ່ສຸດໃນອີພີນີ້:
ນ້ຳໜຶ່ງຕົວແມ່ຜູ້ແບກທີມ ຕ້ອງຍົກມົງໃຫ້ເລີຍສຳລັບນ້ຳໜຶ່ງ ທີ່ຮອບນີ້ໂພສສັບຈົນກ້ອງແຕກ! ການຈັດລະບຽບຮ່າງກາຍປັງ ແລະ ເປະຫຼາຍ ຈົນເຮັດເອົາເມນເທີເຖິງກັບອຶ້ງ ພິສູດໃຫ້ເຫັນເຖິງຄວາມເປັນມືອາຊີບ ແລະ ຄວາມສາມາດທີ່ພ້ອມຈະເປັນຕົວຈິງ.
ມາວິນຈາກທີ່ເຄີຍຖືກວິຈານວ່າແຂງເປັນຫີນມາຫຼາຍອິພີ ມາຮອບນີ້ມາວິນສາມາດປົດລັອກຕົວເອງໄດ້ສຳເລັດ ໂດຍການໃຊ້ຄວາມຫຼໍ່ ແລະ ອໍຣ່າຂອງຕົວເອງອອກມາໄດ້ຢ່າງເຕັມທີ່ ເຮັດໃຫ້ພາບລວມຂອງທີມອອກມາສົມບູນແບບຍິ່ງຂຶ້ນ.
ອີກໜຶ່ງສີສັນທີ່ບໍ່ເວົ້າເຖິງບໍ່ໄດ້ຄື ລີໂນ່ ທີ່ມາຖ່າຍແບບຮອບນີ້ ເພິ່ນສາມາດຫາ “ເກີບຊົງລາດສະວົງ” ຂອງຕົວເອງເຫັນແລ້ວ ບອກເລີຍວ່າອິນເນີມາເຕັມ ພ້ອມຟາດທຸກຄົນທີ່ຂວາງໜ້າ.
ມາຮ່ວມລຸ້ນ ແລະ ຕິດຕາມເບິ່ງນຳກັນວ່າ ພາບຂອງທີມໃດຈະລອດ? ທີມໃດຈະຕົກມ້າຕາຍ? ແລະ ໃຜຈະສາມາດພຣີເຊັນຄວາມເປັນ “Where Refined Taste Meets Timeless Lao Hospitality” ໄດ້ຕອບໂຈດ ແລະ ເຂົ້າເຖິງອາລົມຂອງແບຣນໄດ້ດີທີ່ສຸດ.