ໜ້າຫຼັກ The Crown Exclusive ພາຮູ້ຈັກ ຊີ – ອິນຊີ ເລືອງວິຫານ ນາຍແບບຜູ້ຊະນະ FACE of LAOS 2025
The Crown Exclusive

ພາຮູ້ຈັກ ຊີ – ອິນຊີ ເລືອງວິຫານ ນາຍແບບຜູ້ຊະນະ FACE of LAOS 2025

ຊີ - ອິນຊີ ເລືອງວິຫານ ຊະນະ FACE of LAOS 2025 ດ້ວຍຄວາມໝັ້ນໃຈ. ຮູ້ຈັກ 10 ເລື່ອງທີ່ເຮັດໃຫ້ລາວໂດດເດັ່ນ ແລະ ພ້ອມກ້າວສູ່ Asia Model Festival 2025.

ແບ່ງປັນ

ຫຼັງຈາກການແຂ່ງຂັນໃນເວທີ FACE of LAOS 2025 ຈົບລົງ, ຊີ – ອິນຊີ ເລືອງວິຫານ ກໍໄດ້ຄວ້າຕຳແໜ່ງຊະນະເລີດມາຄອງໄດ້ສຳເລັດຮ່ວມກັບ ເມ – ຈິນດາ ຈັນມູນນີ. ລາວບໍ່ໄດ້ມາພ້ອມກັບຄວາມໝັ້ນໃຈພຽງຢ່າງດຽວ ແຕ່ມາພ້ອມຄວາມເປັນຜູ້ໃຫຍ່, ຄວາມຄິດທີ່ເລິກເຊິ່ງ ແລະປະສົບການທີ່ບໍ່ທຳມະດາ.

ມາເປີດເຜີຍ 10 ເລື່ອງສຸດພິເສດທີ່ຈະພາທຸກຄົນໄປຮູ້ຈັກກັບນາຍແບບຜູ້ຊະນະຄົນນີ້:

1. ລາວໄດ້ກ່າວໄວ້ວ່າ: “ຖ້າຂ້ອຍໄດ້ໄປເກົາຫຼີ ຊິເອົາລາງວັນຕິດມືມາໃຫ້ຄົນລາວພູມໃຈໃຫ້ໄດ້” ເຊິ່ງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງຕົນເອງ ແລະ ຄວາມຕັ້ງໃຈທີ່ຈະສ້າງຊື່ສຽງໃຫ້ປະເທດ.

2. ອິນຊີເຊື່ອວ່າຈຸດຂາຍທີ່ເຮັດໃຫ້ຄົນຈື່ລາວໄດ້ບໍ່ແມ່ນຮູບຮ່າງໜ້າຕາ, ແຕ່ເປັນ “ມຸມມອງທີ່ເປັນຜູ້ໃຫຍ່” ແລະຄວາມຄິດທີ່ແຕກຕ່າງຈາກຜູ້ເຂົ້າປະກວດຄົນອື່ນ.

3. ລາວເຄີຍມີປະສົບການໃນການເດີນແບບໃນງານ Lao Fashion Week 2019 ມາແລ້ວ, ເຊິ່ງເຮັດໃຫ້ລາວຮູ້ຈັກກັບບັນຍາກາດການເຮັດວຽກທີ່ເປັນມືອາຊີບ.

4. ລາວຮູ້ສຶກແປກໃຈໃນທາງບວກກັບບັນຍາກາດຂອງກອງປະກວດ FACE of LAOS ປີນີ້ທີ່ເປັນລະບົບ, ຮຽບງ່າຍ ແລະເປັນກັນເອງ ເຊິ່ງແຕກຕ່າງຈາກທີ່ລາວຄິດໄວ້.

5. ອິນຊີເປີດເຜີຍວ່າລາວໄດ້ກຽມຕົວມາຢ່າງເຕັມທີ່ຕະຫຼອດ 1 ປີ, ເຊິ່ງເຮັດໃຫ້ລາວພ້ອມທີ່ຈະປະເຊີນກັບທຸກສະຖານະການໃນການປະກວດ.

6. ລາວໄດ້ຕັ້ງໃຈຮັກສາຮູບຮ່າງໜ້າຕາເພື່ອການປະກວດນີ້ໂດຍສະເພາະ ແລະນຳເອົາປະສົບການຕ່າງໆທີ່ເຄີຍມີມາປະຍຸກໃຊ້ກັບການແຂ່ງຂັນໄດ້ຢ່າງລົງໂຕ.

7. ສຳລັບອິນຊີ, ແຄມເປນຂອງລາຍການບໍ່ເຖິງຂັ້ນຍາກ ແຕ່ເປັນສິ່ງທີ່ແປກໃໝ່, ເຮັດໃຫ້ລາວໄດ້ທົດລອງ ແລະ ເພີ່ມພູນປະສົບການໃຫ້ກັບຕົວເອງ.

8. ເຖິງຈະມີອາຍຸ 29 ປີ, ເຊິ່ງເປັນຜູ້ໃຫຍ່ກວ່າຜູ້ເຂົ້າປະກວດຄົນອື່ນ, ລາວກັບເຫັນວ່ານີ້ຄືຂໍ້ໄດ້ປຽບທີ່ຊ່ວຍໃຫ້ລາວມີມຸມມອງ ແລະ ຄວາມຄິດທີ່ຮອບດ້ານກວ່າ.

9. ລາວບໍ່ໄດ້ເບິ່ງຜູ້ເຂົ້າປະກວດຄົນອື່ນເປັນຄູ່ແຂ່ງ, ແຕ່ເຫັນວ່າການປະກວດນີ້ເປັນການທ້າທາຍ ແລະ ພັດທະນາຕົນເອງ.

10. ດ້ວຍປະສົບການ, ຄວາມຕັ້ງໃຈ ແລະມຸມມອງທີ່ເປັນຜູ້ໃຫຍ່, ອິນຊີໄດ້ພິສູດແລ້ວວ່າລາວຄືນາຍແບບຄົນໃໝ່ທີ່ພ້ອມແລ້ວທີ່ຈະສ້າງຊື່ສຽງໃຫ້ກັບວົງການແຟຊັ່ນຂອງລາວ.

ອ່ານຕື່ມ:  JoJo Miracle ສ້າງປະຫວັດສາດ ຄວ້າລາງວັນ HOFS Award 2025

ອິນຊີ ໄດ້ສະແດງໃຫ້ເຫັນແລ້ວວ່າຄວາມສຳເລັດບໍ່ໄດ້ຂຶ້ນຢູ່ກັບອາຍຸ, ແຕ່ຂຶ້ນຢູ່ກັບປະສົບການ ແລະ ຄວາມຕັ້ງໃຈທີ່ແທ້ຈິງ. ມາຮ່ວມສົ່ງກຳລັງໃຈໃຫ້ລາວໃນເສັ້ນທາງການເຮັດໜ້າທີ່ຕໍ່ໄປໃນການແຂ່ງຈັນ Asia Model Festival 2025 ໃນເດືອນກັນຍານີ້ ທີ່ປະເທດເກົາຫຼີໃຕ້.

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

URBOYTJ ດຶງ SARAN ຮ່ວມ Feat. ສົ່ງເພງ “ຍິ່ງຮູ້ຍິ່ງໂງ່ (dumbass)” ພາແຟນໆກ້າວຂ້າມຄວາມເຈັບປວດຂອງການເຕີບໃຫຍ່

URBOYTJ ກັບ SARAN ປ່ອຍເພງ “ຍິ່ງຮູ້ຍິ່ງໂງ່” ທີ່ສະທ້ອນຄວາມເຈັບປວດ ແລະ ຄວາມຈິງຂອງການເຕີບໃຫຍ່ ຜ່ານ Flow ແບບ Old...

ຕ໋ອດ ລີນ້າ ເຜີຍມຸມມອງຊີວິດ ສູ່ການເປັນແຮງບັນດານໃຈໃນວົງການແຟຊັ່ນລາວ

ນັບຕັ້ງແຕ່ບາດກ້າວທຳອິດທີ່ເລີ່ມຈາກຄວາມໃຝ່ຝັນ… ຈົນກາຍເປັນ “ຕົວແມ່” ທີ່ຄອງວົງການທັງເບື້ອງໜ້າ ແລະ ເບື້ອງຫຼັງ. ບໍ່ວ່າຈະເປັນ ນັກຮ້ອງ, ນັກສະແດງ, ນາງແບບ ຫຼື ພິທີກອນ,...

ສຸກສະຫວັດ ອຸ່ນໄຕ ນາຍແບບໜ້າໃໝ່ຈາກເມືອງມໍລະດົກໂລກ ເລືອກຄວ້າໂອກາດໃນເມືອງໃຫຍ່ເພື່ອເຮັດໃນສິ່ງທີ່ມັກ

ຄົ້ນຫາແຮງບັນດານໃຈຈາກນາຍແບບໜ້າໃໝ່ ດ້ວຍຄວາມຮັກຈຶ່ງເລືອກຕາມຝັນໃນການເປັນນາຍແບບລາວ ເລືອກຍ້າຍຈາກຫຼວງພະບາງ ສູ່ການຄວ້າໂອກາດໃໝ່ທີ່ ນະຄອນຫຼວງວຽງຈັນ.

The Meow: ຈາກວົງດົນຕີຂອງຄົນຮັກແມວ ສູ່ການມີເພງທຳອິດເປັນຂອງຕົວເອງ

ເສັ້ນທາງການເດີນໃນສາຍນັກດົນຕີຂອງ The Meow ສູ່ການເປັນສິລະປິນທີ່ມີເພງທຳອິດຊື່ວ່າ “How To ຖືກຖິ້ມ” ຊວນຮູ້ຈັກກັບຄວາມຝັນໃນຖານະນັກດົນຕີຂອງພວກເຂົາ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.