ໜ້າຫຼັກ Muan.la - ສາລະບັນເທີງ Muan Suan Pai (Explore) - ມ່ວນຊວນໄປ ຊວນໄປ ນິທັດສະການ COEXISTENCE ໂດຍສິລະປິນກຸ່ມ Lost Jigsaw ທີ່ i:cat gallery
Muan Suan Pai (Explore) - ມ່ວນຊວນໄປ

ຊວນໄປ ນິທັດສະການ COEXISTENCE ໂດຍສິລະປິນກຸ່ມ Lost Jigsaw ທີ່ i:cat gallery

ແບ່ງປັນ

ອາທິດນີ້ເຖິງວ່າອາກາດຈະໜາວ ໃຜກໍບໍ່ຄ່ອຍຢາກຈະຕີງໂຕກັນປານໃດ ແຕ່ວົງການສິລະປະຂອງບ້ານເຮົາກຳລັງກັບມາເລີ່ມຟົດຟື້ນກັນອີກຄັ້ງ! ງານນີ້ຖືວ່າເປັນງານຕົ້ນປີທີ່ໜ້າສົນໃຈເລີຍ ເປັນການລວມເອົາຜົນງານຄັກໆຈາກສິລະປິນຫຼາກຫຼາຍຄົນມາລວມໄວ້ໃນບ່ອນດຽວ ກັບນິທັດສະການ COEXISTENCE ໂດຍກຸ່ມສິລະປິນ Lost Jigsaw ທີ່ຈັດຂຶ້ນໃນລະຫວ່າງວັນທີ 15 – 26 ມັງກອນ 2025 ທີ່ i:cat gallery.

ເອົາລະ ໃຜທີ່ພ້ອມຈະໄປເສບງານສິນກັບເຮົາແລ້ວ ກໍກຽມໂຕຮັບປະສົບການໃໝ່ໆໄປພ້ອມໆກັນເລີຍ.

COEXISTENCE ເປັນນິທັດສະການສິລະປະທີ່ຈັດຂຶ້ນໂດຍ Lost Jigsaw ຫຼື ຈິກຊໍທີ່ຫາຍໄປ ເຊິ່ງເປັນຕົວແທນໃຫ້ກັບກຸ່ມສິລະປິນຮຸ່ນໃໝ່ ທີ່ຕ້ອງການເປັນສ່ວນໜຶ່ງໃນການສານຕໍ່ຄຸນຄ່າຂອງສິລະປະ ແລະ ວັດທະນະທຳ ເພື່ອນຳມາໃຊ້ເປັນຕົ້ນທຶນ, ສັນຍາລັກ ແລະ ພາບແທນໃນການບອກເລົ່າເລື່ອງລາວ ແລະ ສົ່ງສານໄປຫາຜູ້ຊົມຜົນງານໄດ້ຢ່າງມີປະສິດທິພາບ ລວມທັງສ້າງຊຸມຊົນສິລະປະ ແລະ ແບ່ງປັນຄວາມຮັບຮູ້ ແລະ ເຂົ້າໃຈທີ່ໄດ້ຮັບມາໃຫ້ກັບສິລະປິນຮຸ່ນຕໍ່ໄປ.

ສຳລັບໃຈຄວາມຂອງງານວາງສະແດງໃນຄັ້ງນີ້, COEXISTENCE ຫຼື ການຢູ່ຮ່ວມກັນ ບໍ່ໄດ້ໝາຍເຖິງສະເພາະແຕ່ການຢູ່ຮ່ວມກັນຂອງກຸ່ມສິລະປິນ Lost Jigsaw ຜູ້ສ້າງສັນຜົນງານໃນຄັ້ງນີ້ ແຕ່ຍັງເປັນການຢູ່ຮ່ວມກັນຂອງບັນດາສິລະປິນໄວໜຸ່ມທີ່ຫຼາກຫຼາຍທັງທີ່ມາ, ຄວາມເຂົ້າໃຈ, ຄວາມຄິດ ແລະ ວິທີການໃນການສ້າງສັນ ເຊິ່ງມັນສະແດງອອກໃນດ້ານຂອງຜົນງານທີ່ຜູ້ຮ່ວມງານຈະໄດ້ສຳຜັດພາຍໃນນິທັດສະການຄັ້ງນີ້.

This image has an empty alt attribute; its file name is coexistence-2-1024x683.jpg

ຜົນງານທີ່ວາງສະແດງໃນນິທັດສະການຄັ້ງນີ້ມາຈາກສິລະປິນ 16 ຊີວິດ ທີ່ຕ້ອງການໃຊ້ພາສາສິລະປະມາສື່ສານກັບຜູ້ເບິ່ງ ປະກອບດ້ວຍ: Willie Xaiwouth, Vongsak Hansana, Hinseela Vongdala, Anousone Douangdeesavath, Tounisa Lornamphim, Samphasith Laungaphai, Viengphet Thongmalit, Fanta Keomanila, Ladtikone Inthavong, Souksun Douangxay, Phonepaserth Phimsavanh, Soutida Manyxay, Phanuphong Ophaso, Chare Chaochaikhong, Phoudthasone Souksampheng, Thanh Vuong Van ແລະ Yana Pkhasavat.

ອ່ານຕື່ມ:  ພາທົວໂຊຣູມ Land Rover Laos ແລະ ທົດລອງຂັບ Range Rover Evoque PHEV ຮຸ່ນໃໝ່ 2024

ນິທັດສະການນີ້ເປີດໃຫ້ເຂົ້າຊົມ ຟຣີ

Date: 15 – 26 ມັງກອນ 2024

Time: 11 AM – 6 PM (ປິດວັນຈັນ)

Location: i:cat gallery ບ້ານໂພນທັນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ
The Interview

ນ້ຳຫວານ: ຈາກຄວາມຮູ້ສຶກອັນຊັບຊ້ອນຂອງມະນຸດ… ສູ່ຜົນງານສິລະປະທີ່ເຂົ້າເຖິງຈິດໃຈຂອງຜູ້ເບິ່ງ

ເຮົາທຸກຄົນລ້ວນແຕ່ມີ “ສະຖານທີ່” ໃນໃຈ ບ່ອນທີ່ເຮົາສາມາດປິດປະຕູໜີຈາກຄວາມວຸ່ນວາຍແລ້ວໃຊ້ເວລາກັບຕົວເອງ. ສໍາລັບນັກສຶກສາສາວໄວ 20 ປີຄົນນີ້, ນ້ຳຫວານ ຫຼື ພອຍໄພລິນ ຫຼວງອາມາດ, ສະຖານທີ່ແຫ່ງນັ້ນບໍ່ພຽງແຕ່ເປັນບ່ອນທີ່ຊ່ວຍຢຽວຢາຈິດໃຈໃຫ້ສະຫງົບເມື່ອຮູ້ສຶກບໍ່ດີ,...

Muan Suan Pai (Explore) - ມ່ວນຊວນໄປ

ຊວນໄປ Encyclopedia ງານວາງສະແດງດ່ຽວ ຄັ້ງທີ 2 ຂອງ @nnene.iie ທີ່ບາງກອກ ປະເທດໄທ

ສຳລັບຜູ້ທີ່ຫຼົງໄຫຼໃນສິລະປະທີ່ເຕັມໄປດ້ວຍລາຍເສັ້ນ ແລະ ເລື່ອງລາວ, ງານວາງສະແດງ Encyclopedia ຂອງ @nnene.iie ທີ່ GalieOasis ນະຄອນບາງກອກ ປະເທດໄທ ເປັນສິ່ງທີ່ບໍ່ຄວນພາດ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.