ຄໍາວ່າ ” Chronically Single ຫຼື ໂສດຊໍາເຮື້ອ” ແມ່ນໃຊ້ເພື່ອອະທິບາຍສະຖານະຂອງການເປັນໂສດມາເປັນເວລາດົນ, ມັນອາດຈະມີສາເຫດມາຈາກຫຼາຍປັດໃຈເຊັ່ນ: ການເລືອກຢູ່ເປັນໂສດໂດຍບໍ່ຮູ້ສຶກກົດດັນຈາກສັງຄົມ, ຍັງບໍ່ພົບຄົນທີ່ຮູ້ສຶກວ່າແມ່ນ ຫຼື ຢ້ານທີ່ຈະເປີດໃຈ ແລະ ເລີ່ມຕົ້ນຄວາມສໍາພັນໃໝ່.
ສໍາລັບບາງຄົນການເປັນໂສດແບບຊໍາເຮື້ອມັນໄດ້ສ້າງຄວາມຮູ້ສຶກຂອງເຫງົາ ແລະ ໂດດດ່ຽວ ແຕ່ບາງຄົນອາດຈະມີຄວາມສຸກເພາະມັກຄວາມເປັນອິດສະຫຼະໃນການຢູ່ຄົນດຽວ. ສາເຫດທີ່ເຮັດໃຫ້ເປັນຄົນໂສດຊຳເຮື້ອກໍມີຫຼາກຫຼາຍປັດໄຈຫຼັກນຳກັນເຊັ່ນ: ມາດຕະຖານສູງ ແລະ ມີຄວາມຄາດຫວັງສູງ (ຈົນບໍ່ສາມາດຫາຄົນທີ່ກົງກັບຄວາມຄາດຫວັງໄດ້), ຢ້ານຄວາມເຈັບປວດຈາກຄວາມສໍາພັນທີ່ຜ່ານມາ ຫຼື ຢ້ານການຖືກປະຕິເສດ.
ສຳລັບບາງຄົນການມີຊີວິດທີ່ເປັນໂສດມັນເຮັດໃຫ້ຮູ້ສຶກມີອິດສະລະ ແລະ ສະດວກສະບາຍ, ເພາະວ່າເຈົ້າບໍ່ຈຳເປັນຕ້ອງປັບຕົວເຂົ້າກັບຄົນອື່ນ, ບາງຄົນກໍສົນໃຈແຕ່ການພັດທະນາຕົວເອງໃນໜ້າວຽກເຮັດໃຫ້ຈົນບໍ່ມີເວລາ ຫຼື ຄວາມສົນໃຈອື່ນທີ່ຈະສ້າງຄວາມສຳພັນໃໝ່.
ການໂສດດ້ວຍຄວາມສາມາດແບບນີ້ບາງຄັ້ງມັນກໍດີ, ແຕ່ບາງຄັ້ງມັນກໍເຫງົາໃດລະແລ້ວພວກເຮົາຄວນເຮັດແນວໃດດີຖ້າຢາກເປີດໃຈ ແລະ ມີແຟນຂຶ້ນມາ. ມື້ນີ້ມ່ວນມີວິທີການຈັດການກັບການເປັນໂສດຊໍາເຮື້ອມາແຊຣ໌ໃຫ້ທຸກຄົນກັນວ່າເຮົາກົງກັບຂໍ້ໃດກັນແດ່?
1. ເປີດໃຈ ແລະ ຫຼຸດຄວາມຄາດຫວັງຂອງເຈົ້າລົງແດ່
ລອງເປີດໃຈໃຫ້ກັບປະສົບການໃໝ່ໆ ແລະ ຢ່າຍຶດຕິດກັບເລື່ອງໃນອະດີດຂອງຊີວິດຄູ່ຫຼາຍເກີນໄປ, ເພາະມັນອາດຈະເຮັດໃຫ້ເຈົ້າມີໂອກາດທີ່ບໍ່ຄາດຄິດທີ່ຈະພົບກັບຄົນທີ່ເຂົ້າກັນໄດ້ກັບເຈົ້າ.
2. ພັດທະນາຕົນເອງ
ໃຊ້ເວລາທີ່ເຈົ້າຍັງໂສດຢູ່ພັດທະນາຕົນເອງ, ທັງໃນດ້ານການເຮັດວຽກ, ຄວາມສົນໃຈສ່ວນຕົວ ຫຼື ສ້າງຕົວເອງໃຫ້ດູດີມີຄວາມໝັ້ນ ເຊິ່ງຈະເຮັດໃຫ້ເຈົ້າມີສະເໜ່ຫຼາຍຂຶ້ນເມື່ອເຈົ້າກຳລັງເລີ່ມມີຄວາມຮັກຄວາມສໍາພັນຄັ້ງໃໝ່.
3. ຊອກຫາໝູ່ໃໝ່ ຫຼື ກຸ່ມສັງຄົມໃໝ່ໆ
ການພົບເຈິກັບຄົນໃໝ່ໆໂດຍຜ່ານກິດຈະກໍາ ຫຼື ງານອະດິເຫຼກທີ່ເຈົ້າມັກ, ມັນອາດຈະເຮັດໃຫ້ເຈົ້າເຈິຄົນທີ່ມີຄວາມສົນໃຈຄ້າຍຄືກັນ ເຊິ່ງມັນອາດຈະເປັນຈຸດເລີ່ມຕົ້ນຂອງຄວາມສຳພັນພັນທີ່ດີ.
4. ຍອມຮັບການເປັນໂສດມັນກໍດີຄືກັນ
ບໍ່ວ່າເຈົ້າຈະເລືອກທີ່ຈະເປັນໂສດຕໍ່ ຫຼື ຢາກສະຫຼະໂສດແລ້ວ, ການຍອມຮັບ ແລະ ການຫາຄວາມສຸກໃນສະຖານະທີ່ເຄີຍເປັນຈະຊ່ວຍໃຫ້ເຈົ້າຮູ້ສຶກດີກັບຊີວິດໂສດ ແລະ ບໍ່ຮູ້ສຶກເຖີງຄວາມກົດດັນຫຍັງເລີຍຈາກສັງຄົມ.
ການເປັນໂສດຊໍາເຮື້ອ ມັນມີທັງຂໍ້ດີ ແລະ ຂໍ້ເສຍ, ມັນກໍຂຶ້ນກັບມຸມມອງຂອງແຕ່ລະຄົນ ເຊິ່ງວ່າສິ່ງສໍາຄັນທີ່ຈະສ້າງໃຫ້ເຈົ້າມີຄວາມສຸກຈາກຊີວິດນັ້ນກໍຄືຕົວເຈົ້າເອງ.
ບໍ່ວ່າເຈົ້າເປັນໂສດ ຫຼື ມີຄູ່ ການໃສ່ໃຈໃນເລື່ອງການພັດທະນາຕົວເອງ ແລະ ການເປີດໃຈຮັບປະສົບການໃໝ່ໆມັນຈະນຳໄປສູ່ໂອກາດໃນການສ້າງຄວາມສຳພັນທີ່ດີໃນອະນາຄົດ.
ໂດຍ: ທີມບັນນາທິການ Muan