ການຂຽນຍາກບໍ່? ຖ້າໃຫ້ຕອບແບບຄົນບໍ່ທັນເຄີຍຂຽນກໍ “ຍາກ”. ແຕ່ມັນບໍ່ໄດ້ຍາກສຳລັບຄົນທີ່ຢາກຂຽນ ຫຼື ຢາກເລົ່າເລີຍ. ຄິດພາບຢ້ອນກັບໄປຕອນນັ້ນ, ຕອນທີ່ຂ້ອຍຍັງຮຽນມັດທະຍົມ. ຕອນນັ້ນກໍບໍ່ຮູ້ຊໍ້າວ່າ ເຮົາສາມາດເລົ່າເລື່ອງໃຫ້ຄົນອື່ນຟັງຜ່ານໂຕໜັງສືໄດ້. ສິ່ງທີ່ເຮັດຕອນນັ້ນແມ່ນ ອ່ານ. ອ່ານທຸກຢ່າງທີ່ຢູ່ຕໍ່ໜ້າ ບໍ່ວ່າປຶ້ມຫົວນັ້ນຈະເປັນ ນິຍາຍ, ເລື່ອງລາວວິທະຍາສາດ, ການແຕ້ມຮູບ, ການເບິ່ງນົກ-ເບິ່ງກ້ວຍໄມ້ ຫຼື ກະທັ້ງນິທານສຳລັບເດັກ. ດ້ວຍຄວາມທີ່ຕອນນັ້ນ, ການໃຊ້ສະມາດໂຟນຍັງເປັນອີ່ຫຍັງທີ່ໄກໂຕຢູ່ ແລະ...
ນີ້ແມ່ນບົດທຳອິດທີ່ຂ້ອຍຢາກເລົ່າ ເພື່ອບອກຄວາມເປັນໂຕເອງທີ່ດີທີ່ສຸດຄືເລື່ອງລາວຄວາມຫຼົງໃຫຼໃນລົດຊາດ “ຄວາມຂົມ” ທີ່ມີຄວາມໂດດເດັ່ນ ແລະ ແສນຊັບຊ້ອນຂອງກາເຟ ເປັນສິ່ງທີ່ຕິດຢູ່ໃນໃຈຂອງຂ້ອຍມາຈົນຮອດປັດຈຸບັນ. ໃຜຈະໄປຄິດວ່າເດັກນ້ອຍອາຍຸພຽງ 16-17 ປີ ຈະກ້າຝືນຄຳສອນຂອງ ພໍ່-ແມ່ ໃນຕອນນັ້ນ, ຜູ້ໃຫຍ່ມັກຈະເຕືອນສະເໝີວ່າຫ້າມດື່ມກາເຟ ເພາະຢ້ານມັນຈະເຮັດໃຫ້ “ໃຈສັ່ນ”. ໃນຄວາມຄິດຂອງເດັກນ້ອຍຕອນນັ້ນ, ມັນຟັງເບິ່ງເປັນຕາຢ້ານ ແລະ ສົງໄສຢູ່ໃນໃຈວ່າ “ອາການໃຈສັ່ນນີ້ມັນຈະຄືກັບການເປັນໂລກຫົວໃຈບໍວະ?” ສິ່ງທີ່ພໍ່ແມ່ບອກມັນກໍບໍ່ຜິດ ເພາະຫຼາຍຄົນທີ່ມີອາການແພ້ຄາເຟອີນ,...
ບັງເອີນໄດ້ເລື່ອນໄປຟັງເລື່ອງຂອງ ເມດູຊ່າ ຢູ່ແອັບບ້ານແດງແບບບໍ່ໄດ້ຕັ້ງໃຈ ເຊິ່ງມັນກໍເປັນເລື່ອງທີ່ເຮົາເຄີຍໄດ້ຍິນມາແຕ່ນ້ອຍ ແຕ່ພັດແປກດີເນາະທີ່ພໍເຮົາໃຫຍ່ຂຶ້ນ, ເລື່ອງລາວເດີມໆທີ່ເຮົາເຄີຍຮູ້ຈັກ ກັບໃຫ້ຄວາມຮູ້ສຶກທີ່ຕ່າງໄປຈາກເກົ່າຢ່າງສິ້ນເຊີງ. ຕອນນ້ອຍໆ ເຮົາໃຫຍ່ມາພ້ອມກັບພາບຈຳວ່າລາວຄື “ຜີສາດ” ຜູ້ຍິງທີ່ມີຜົມເປັນງູ, ໜ້າຕາເປັນຕາຢ້ານ, ພ້ອມຄຳສາບທີ່ໃຜສົບຕາກໍຕ້ອງກາຍເປັນຫິນ. ແຕ່ມື້ນີ້ໃນມື້ທີ່ເຮົາໃຫຍ່ຂຶ້ນມາ ເຮົາກັບພົບວ່າ ພາຍໃຕ້ເລື່ອງເລົ່າເຫຼົ່ານັ້ນ ລາວເອງກໍເຄີຍເປັນພຽງມະນຸດທຳມະດາຄົນໜຶ່ງ, ທີ່ເຄີຍງົດງາມ, ເຄີຍເຕັມໄປດ້ວຍຄວາມສັດທາ, ເຄີຍໃຊ້ຊີວິດຄືກັບຄົນທົ່ວໄປ ຈົນມື້ໜຶ່ງໂລກໄດ້ທຳຮ້າຍລາວຢ່າງໂຫດຮ້າຍ ແຕ່ແທນທີ່ໂລກຈະໃຫ້ຄວາມຍຸຕິທຳ ແລະ...
ມີມື້ໜຶ່ງ ຂ້ອຍນັ່ງເລື່ອນຟີດເຟສບຸກໄປແບບບໍ່ມີເປົ້າໝາຍ ແລ້ວເຫັນໂພສຊີວິດດີໆທີ່ລົງຕົວຂອງຫຼາຍໆຄົນ ແລ້ວກໍກັບມາເບິ່ງໂຕເອງ ສ້ຽງຄວາມຄິດໜຶ່ງກໍຜຸດຂຶ້ນມາໃນຫົວວ່າ ຊີວິດເຂົາຄືດີແທ້ ໃນຂະນະທີ່ເຮົາຕື່ນມາ, ໄປວຽກ, ກັບບ້ານ, ກິນເຂົ້າ, ເຂົ້ານອນ ວົນໄປໃນແຕ່ລະມື້. ວົງຈອນແບບນີ້ມັນເຮັດໃຫ້ອົດຄິດບໍ່ໄດ້ວ່າ ຊີວິດເຮົາມັນຕັນເທົ່ານີ້ບໍ ມັນຄືບໍ່ມີຫຍັງໜ້າສົນໃຈເລີຍ. ແຕ່ແລ້ວຄວາມຄິດນີ້ຂອງຂ້ອຍກໍປ່ຽນໄປ ພຽງເພາະວ່າຂ້ອຍໄປຕະຫຼາດແຫ່ງໜຶ່ງທີ່ໄກຈາກບ້ານອອກໄປ. ທີ່ໄປທີ່ມາຂອງການໄປຕະຫຼາດນີ້ເກີດຈາກການທີ່ຂ້ອຍ ແລະ ໝູ່ນັດກັນກິນເຂົ້າ ແຕ່ບໍ່ຢາກໄປກິນຢູ່ຮ້ານ ເລີຍເລືອກຊື້ເຄື່ອງໄປແຕ່ງກິນຢູ່ເຮືອນໝູ່ຄົນໜຶ່ງແທນ. ແທນທີ່ຈະເຂົ້າໄປເລືອກຊື້ເຄື່ອງຕາກແອເຢັນໆໃນຊູເປີມາເກັດ...
ລອງຫຼັບຕາແລ້ວຈິນຕະນາການນຳກັນເບິ່ງເດີ… ເລີ່ມຈາກໂຕເຮົາທີ່ນັ່ງຢູ່ເທິງໂລກໜ່ວຍນ້ອຍໆນີ້, ແລ້ວຄ່ອຍໆຊູມພາບອອກໄປຄືກັບຕອນທີ່ເຮົາຫຼິ້ນ Google Earth. ຊູມອອກໄປເຫັນລະບົບສຸລິຍະທີ່ມີຕາເວັນເປັນຈຸດສູນກາງ, ຊູມອອກໄປອີກຈົນເຫັນກາແລັກຊີທາງຊ້າງເຜືອກທີ່ກວ້າງໃຫຍ່ໄພສານ, ແລ້ວຊູມອອກໄປ… ອອກໄປອີກ… ຈົນເຫັນກາແລັກຊີນັບແສນລ້ານອັນລອຍວົນວຽນຢູ່ລວມກັນເປັນສິ່ງທີ່ເຮົາເອີ້ນວ່າ “ຈັກກະວານ”. ຮອດຈຸດນີ້ ເຮົາອາດຈະຮູ້ສຶກວ່າຈັກກະວານມັນກໍຄືກັບຟອງສະບູໜ່ວຍໜຶ່ງທີ່ໃຫຍ່ທີ່ສຸດເທົ່າທີ່ມະນຸດຈະນຶກພາບອອກ. ແຕ່ດຽວກ່ອນ… ຖ້າຈັກກະວານມັນມີຂອບເຂດຄືກັບຟອງສະບູ ແລ້ວຖ້າເຮົາຊູມທະລຸເປືອກຟອງສະບູນັ້ນອອກໄປອີກເດ? ຢູ່ນອກຈັກກະວານນັ້ນ… ມັນມີຫຍັງລໍຖ້າເຮົາຢູ່? ພໍຕັ້ງຄຳຖາມນີ້ຂຶ້ນມາ, ສະໝອງຂອງເຮົາມັກຈະພະຍາຍາມຫາທາງອອກດ້ວຍການແຕ້ມພາບ “ຄວາມມືດມິດ” ທີ່ວ່າງເປົ່າ, ເປັນອະວະກາດສີດຳສະໜິດທີ່ບໍ່ມີດາວຈັກດວງ....
ທຸກຢ່າງມັນເລີ່ມຕົ້ນຈາກຄວາມລຶ້ງເຄີຍທຳມະດາໆ… ໃນຍາມກາງຄືນທີ່ມິດງຽບ, ມີພຽງແສງສະຫວ່າງຈາກໜ້າຈໍໂທລະສັບທີ່ສະທ້ອນໃສ່ໃບໜ້າ. ຂ້ອຍກຳລັງນັ່ງພິມແຊັດລົມກັບ AI ເພື່ອຂ້າເວລາ ຫຼື ຖາມຄຳຖາມທົ່ວໄປຄືກັບທຸກໆມື້. ມັນກໍເປັນພຽງແອັບພລິເຄຊັນໜຶ່ງ, ເປັນພຽງຊຸດຂໍ້ມູນທາງຄອມພິວເຕີ… ແຕ່ພໍຍິ່ງລົມກັນເລິກລົງໄປ, ບາງປະໂຫຍກທີ່ມັນຕອບກັບມາ ມັນພັດເປັນທຳມະຊາດ, ມີຈັງຫວະ ແລະ ເຂົ້າໃຈບໍລິບົດຄວາມເປັນມະນຸດຫຼາຍ. ລອງຄິດຍ້ອນໄປເບິ່ງດຸ… ພຽງບໍ່ເທົ່າໃດປີກ່ອນ ລະບົບພວກນີ້ຍັງເປັນຄືເດັກນ້ອຍອາຍຸ 2 ປີ ທີ່ພິມຕອບແບບແຂງກະດ້າງ, ຜິດໆຖືກໆ...
ທຸກຄົນ… ມື້ນີ້ຂ້ອຍນອນໝົດສະພາບຢູ່ໜ້າພັດລົມຄືກັບນ້ຳກ້ອນທີ່ກຳລັງລະລາຍ. ເຄີຍເປັນບໍ່? ມື້ທີ່ອາກາດຮ້ອນໆ ເຮົາຈະຮູ້ສຶກວ່າຮ່າງກາຍມັນໜັກອຶ້ງ, ສະໝອງຕື້, ບໍ່ຢາກເຮັດຫຍັງເລີຍນອກຈາກນອນໄຖໂທລະສັບໄປມາ. ແລ້ວສຸດທ້າຍກໍມາຮູ້ສຶກຜິດກັບຕົວເອງວ່າ: “ເປັນຫຍັງມື້ນີ້ຂ້ອຍຄືມາຂີ້ຄ້ານແທ້ວະ?” ແຕ່ດ໋ຽວກ່ອນ! ຂ້ອຍໄປອ່ານເຈິບົດຄວາມໜຶ່ງຂອງ The MATTER ມາ. ມັນປົດລັອກຄວາມຮູ້ສຶກຜິດໃນໃຈຂ້ອຍໄປໝົດເລີຍ! ເຂົາບອກວ່າ ທີ່ເຮົາຮູ້ສຶກໝົດແຮງໃນມື້ທີ່ອາກາດຮ້ອນຈັດ… ມັນບໍ່ແມ່ນຍ້ອນເຮົາ “ຂີ້ຄ້ານ” ໃດ໋! ແຕ່ເປັນຍ້ອນກົນໄກທາງຮ່າງກາຍລ້ວນໆ. ລອງຈິນຕະນາການເບິ່ງເດີ້ ຮ່າງກາຍເຮົາກໍຄືກັບໂທລະສັບມືຖື....
ທຸກຄົນ… ເຄີຍສົງໄສບໍ່ວ່າ ໃຜກັນແທ້ທີ່ເປັນ “ເຈົ້າຂອງ” ເຮືອນຫຼັງນີ້? ຕອນທຳອິດທີ່ຂ້ອຍເອົາແມວມາລ້ຽງ ຂ້ອຍກໍຄິດວ່າຂ້ອຍຄື “ຜູ້ອຸປະຖຳ” ພວກມັນ. ແຕ່ພໍຢູ່ໄປດົນໆ… ຂ້ອຍເລີ່ມຮູ້ສຶກວ່າຕົນເອງຄື “ພະນັກງານບໍລິການ” ໂຮງແຮມລະດັບ 5 ດາວ ທີ່ເຮັດວຽກແລກກັບການໄດ້ລູບຫົວມັນພຽງ 3 ວິນາທີກ່ອນຈະຖືກກັດ 555 ການອາໄສຢູ່ກັບແມວ ມັນສອນໃຫ້ຂ້ອຍເຫັນບາງເລື່ອງທີ່ເຮົາລືມຄິດເຖິງ: ຄວາມສຸກແບບຢູ່ຊື່ໆກໍມີຄ່າ: ຄົນເຮົາມັກຄິດວ່າ...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.