???? Lao Pageant, Lao Idol, Lao Model, Lao Fashion, Style. ກອງປະກວດ, ນາງແບບນາຍແບບ, ແຟຊັນ ແລະ ສະໄຕລ໌ ເພື່ອສົ່ງເສີມຄວາມໝັ້ນໃຈ ກ້າສະແດງອອກຢ່າງສ້າງສັນ.
ກ່ອນທີ່ສີມ່ວງຈະກາຍເປັນໜຶ່ງໃນບັນດາສີທີ່ພວກເຮົາພົບເຫັນໄດ້ທົ່ວໄປໃນໂລກແຟຊັນ ຮູ້ຫຼືບໍ່ວ່າ ໃນອະດີດສີນີ້ເຄີຍເປັນສັນຍະລັກແຫ່ງອຳນາດ ແລະສິດພິເສດຂອງຊົນຊັ້ນສູງ ຈົນເຖິງຂັ້ນມີກົດໝາຍກຳນົດວ່າຜູ້ໃດມີສິດສວມໃສ່ ນອກຈາກນັ້ນ ສີມ່ວງຍັງມີມູນຄ່າສູງຫຼາຍ ເນື່ອງຈາກຂະບວນການຜະລິດທີ່ຊັບຊ້ອນ ແລະວັດຖຸດິບທີ່ຫາໄດ້ຍາກ ຈົນໄດ້ຮັບການຂະໜານນາມວ່າເປັນສີທີ່ມີຄ່າບໍ່ຕ່າງຈາກຄຳ ຈຸດເລີ່ມຕົ້ນຂອງສີມ່ວງອັນລ້ຳຄ່າ ຫາກຍ້ອນກັບໄປໃນຍຸກບູຮານ ສີມ່ວງທີ່ມີຊື່ສຽງຫຼາຍທີ່ສຸດຄື “Tyrian Purple” ຫຼື ສີມ່ວງໄທຣຽນ ເຊິ່ງມີຕົ້ນກຳເນີດຈາກຊາວຟີນີເຊຍ (Phoenician) ແຫ່ງເມືອງໄທຣ໌ (Tyre) ບໍລິເວນຊາຍຝັ່ງທະເລເມດິເຕີເຣນຽນ ໂດຍສີມ່ວງສະເພາະເສດນີ້ບໍ່ໄດ້ເກີດຈາກການປະສົມສີທົ່ວໄປ...
ເຄີຍສົງໄສບໍວ່າ ເປັນຫຍັງເວລາໄປລອງສິນຄ້າ ບໍ່ວ່າຈະເປັນເສື້ອຜ້າ, ກະເປົາ, ເຄື່ອງປະດັບ ຫຼືແມ່ນແຕ່ເຄື່ອງສຳອາງ ແມ່ຄ້າພໍ່ຄ້າມັກຈະບອກວ່າ “ໃສ່ແລ້ວງາມແພງ” ຈົນອົດຄິດແບບກວນໆບໍ່ໄດ້ວ່າ ບໍ່ຂໍງາມແພງ ຂໍງາມແບບລາຄາຖືກໄດ້ບໍ່? ຄວາມຈິງແລ້ວ ຄຳວ່າ “ງາມແພງ” ບໍ່ໄດ້ໝາຍຄວາມວ່າເຮົາຕ້ອງໃຊ້ແຕ່ຂອງລາຄາແພງສະເໝີໄປ ແຕ່ເປັນການສື່ເຖິງພາບລັກທີ່ເບິ່ງດີ ມີລະດັບ ແລະມີຄວາມສະຫງ່າງາມ. ເພາະໃນສັງຄົມ ຮູບລັກພາຍນອກ ແລະການສະແດງອອກສາມາດສົ່ງຜົນຕໍ່ຄວາມປະທັບໃຈຕັ້ງແຕ່ການພົບກັນຄັ້ງທຳອິດໄດ້ ຄຳວ່າ “ງາມແພງ”...
ເຄີຍສັງເກດບໍ່ວ່າ ເສື້ອຜ້າຊຸດດຽວກັນ ເມື່ອຢູ່ເທິງຣັນເວ (Runway) ກັບ ເວລາທີ່ດາລານຳມາໃສ່ເດີນພົມແດງ (Red Carpet) ກັບເບິ່ງອອກມາຕ່າງກັນ? ບາງຊຸດເບິ່ງແປກຕາເມື່ອຢູ່ເທິງຣັນເວ ແຕ່ກັບສວຍງາມ ຫຼູຫຼາ ຫຼື ເຊັກຊີ່ຂຶ້ນເມື່ອຢູ່ເທິງຕົວດາລາ. ຄວາມແຕກຕ່າງນີ້ບໍ່ໄດ້ເກີດຈາກຮູບຮ່າງຂອງຜູ້ສວມໃສ່ພຽງຢ່າງດຽວ ແຕ່ຍັງຂຶ້ນຢູ່ກັບຈຸດປະສົງຂອງງານ, ການແຕ່ງຕົວ ແລະ ວິທີທີ່ແຕ່ລະຄົນນຳສະເໜີເສື້ອຜ້າ. 1. ຣັນເວ ແລະ ພົມແດງ...
ສະຫຼອງ 13 ປີ NAREE ແບຣນກະເປົາລາວປະກາດທິດທາງໃໝ່ ເປີດໂຕ MAISONAREE ແຟຊັນຈາກເສັ້ນໄຍກ້ວຍ ແລະ ຜ້າທໍລາວ ພ້ອມກ້າວສູ່ສາກົນ.
ຖືວ່າເປັນກະແສແບບເກີນຕ້ານຂອງເວທີ Mister Global 2026 ກັບໜຶ່ງໃນຜູ້ເຂົ້າປະກວດທີ່ຖືກເວົ້າເຖິງ ແລະ ສ້າງປາກົດການຫຼາຍທີ່ສຸດ ກັບ “ແອນໂທນີ ມົວ” (Anthony Tub Zaj Moua) ເຈົ້າຂອງຕຳແໜ່ງ Mister Global Hmong 2026 ເຊິ່ງຖືເປັນຕົວແທນຊົນເຜົ່າມົ້ງຄົນທຳອິດທີ່ໄດ້ມາເວທີປະກວດລະດັບໂລກ ພາຍໃຕ້ແນວຄິດທີ່ວ່າ “ມົ້ງຄືຜູ້ຄົນ ບໍ່ແມ່ນສະຖານທີ່”...
ໃນໂລກແຟຊັນທີ່ເທຣນປ່ຽນຜ່ານໄປທຸກລະດູການ, ຄວາມຕ້ອງການຂອງຜູ້ຄົນໝູນວຽນຢູ່ຕະຫຼອດເວລາ, ແລະ ນິຍາມຂອງຄຳວ່າ ‘ຄວາມຫຼູຫຼາ’ ກໍບໍ່ໄດ້ມີຮູບແບບຕາຍຕົວຄືເກົ່າ ແມ່ນຫຍັງຄືສິ່ງທີ່ເຮັດໃຫ້ແບຣນໜຶ່ງ ສາມາດຢືນຢັດກາງກະແສການປ່ຽນແປງນີ້ ໄດ້ຍາວນານເຖິງ 13 ປີ? ທຸກມື້ນີ້, ເຮົາບໍ່ໄດ້ເລືອກຊື້ແບຣນພຽງເພາະດີຊາຍ ຫຼື ຄຸນນະພາບພຽງຢ່າງດຽວອີກຕໍ່ໄປ ແຕ່ເຮົາກຳລັງຊອກຫາສິ່ງທີ່ສະທ້ອນ ‘ຕົວຕົນ’ ແລະ ‘ເລື່ອງລາວ’ ທີ່ເຊື່ອມໂຍງກັບເຮົາ. ເມື່ອໂລກປ່ຽນ, ແບຣນກໍຕ້ອງປັບຕົວ. ແຕ່ສິ່ງທີ່ທ້າທາຍທີ່ສຸດ...
ລອງຈິນຕະນາການເບິ່ງວ່າ ຈະຮູ້ສຶກແນວໃດ ຖ້າມື້ໜຶ່ງເຮົາໄດ້ເຂົ້າໄປເຮັດວຽກໃນລາຍການໂທລະພາບທີ່ເຮົາມັກ ແລະ ນັ່ງຕິດໜ້າຈໍເບິ່ງມາຕະຫຼອດ 12 ປີເຕັມ? ສຳລັບຫຼາຍຄົນ ມັນອາດຈະເປັນພຽງຄວາມຝັນ ແຕ່ສຳລັບ “ແຄນດີ້ ວິດຊະພົນ ແກ້ວວິໄລ” ໃນໄວ 29 ປີ ຍິງສາວຜູ້ມີຕຳແໜ່ງເປັນ Fashion Designer & Content Creative ຄວາມຝັນນັ້ນໄດ້ກາຍເປັນຄວາມຈິງແລ້ວ....
“Got this timepiece from Geneva.” ແນ່ນອນເພງຂອງຕົວແມ່ຂຶ້ນຊື່ວ່າ LISA ກໍຕ້ອງມີທ່ອນເນື້ອເພງສຸດປັງທີ່ເວົ້າເຖິງເລື່ອງຂອງແຟຊັ່ນກໍຄື Geneva ແຕ່ເປັນຫຍັງ LISA ຄືບໍ່ເລືອກຮ້ອງຊື່ແບຣນດັງໆໄປເລີຍ ຫຼື ຍົກຊື່ເມືອງແຟຊັ່ນຄື Paris, Milan ຫຼື New York. ແຕ່ເປັນຫຍັງຈຶ່ງເລືອກໃຊ້ຄຳວ່າ “Geneva” (ເຈນີວາ)? ບອກເລີຍວ່າຄຳນີ້ບໍ່ໄດ້ມາຫຼິ້ນໆ...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.