“ເຖິງຮັກກັນເທົ່າໃດ ແຕ່ມັນຕ້ອງມີຈັກວັນ ທີ່ເຮົາສອງຄົນຈະຈາກລາ” ໜຶ່ງໃນທ່ອນຮ້ອງຈາກເພງ “ຮູ້ຈັກເພື່ອຈາກລາ” ຮ້ອງໂດຍສິລະປິນ BAY6IX & LALA ft. เรนิษรา ເປັນທ່ອນຮ້ອງທີ່ຕິດຫູຫຼາຍສຳລັບເພງໃໝ່ຈາກສິລະປິນ BAY6IX & LALA ທີ່ມີເພງດັງຢ່າງ “ຕື່ນຈາກຝັນ” ເຊິ່ງປັດຈຸບັນມີຄົນຟັງຫຼາຍກວ່າ 185 ລ້ານວິວໃນຍູທູບ.
ການກັບມາໃນຄັ້ງນີ້ຍັງເຮັດແຟນເພງຕື່ນເຕັ້ນຫຼາຍເພາະໄດ້ພະເອກເອັມວີຢ່າງ ຊານົນ ມະນີຜົນ (ຮອງອັນດັບ 4 Mister Supranational 2024) ແລະ ນາງເອກເອັມວີ ເລດີ້ ຊະຊິກອນ (Miss International Laos 2024) ມາຮ່ວມສະແດງເອັມວີເພື່ອຖ່າຍທອດຄວາມຮັກຫວານເລິກເຊິ່ງຂອງສັງສອງຄົນໃຫ້ເຮົານັ້ນຕ້ອງຍິ້ມຕາມໃນເອັມວີ.

ການເຊີໄພຂອງ BAY6IX & LALA ຍັງບໍ່ໝົດພຽງເທົ່ານີ້, ເພາະເພງນີ້ໄດ້ດືງສິລະປິນດັງຈາກຝັ່ງໄທເຊັ່ນ: “เรนิษรา ຫຼື ເຣນິສະຣາ” ມາຮ່ວມຮ້ອງທີ່ຖືວ່າເປັນສິລະປິນອິນດີ້ທີ່ຄອງອັນດັບເພງຮັກທີ່ບໍ່ສົມຫວັງຫຼາຍທີ່ສຸດອີກວົງໜຶ່ງ ແລະ ຍັງມີເພງດັງຢ່າງ “ຜູ້ຖືກເລືອກໃຫ້ຜິດຫວັງ(ผู้ถูกเลือกให้ผิดหวัง), ນັກສະສົມຄວາມເສົ້າ (ฉันคือนักสะสมความเศร้า)” ທີ່ໃຜຟັງກໍຮູ້ສຶກວ່າທັງເຫງົາທັງເສົ້າອິນຕາມສຸດໆ.

ເພງ “ຮູ້ຈັກເພື່ອຈາກລາ” ໃນຄັ້ງທຳອິດທີ່ເຫັນຊື່ຫຼາຍໆຄົນຄົງຄິດວ່າເປັນເພງເສົ້າທີ່ຕ້ອງເຮັດໃຫ້ດິ່ງກັນແນ່ນອນ, ແຕ່ຍ້ອນດົນຕີແມ່ນມີຄວາມອົບອຸ່ນສະບາຍໆ ແລະ ເຣນິສະຣາ ໄດ້ເຂົ້າມາຊ່ວຍເຮັດໃຫ້ອາລົມຂອງເພງມີທັງຄວາມຮູ້ສຶກຫວານປົນເສົ້າ, ເຖິງວ່າເນື້ອເພງຈະເສົ້າບໍ່ສົມຫວັງ ແຕ່ເພງຍັງເປັນແນວທີ່ເຮັດໃຫ້ເຮົາຕ້ອງຈື່ເປັນຄວາມຊົງຈຳການຈາກລາທີ່ຍັງມີມິດຕະພາບທີ່ດີຕໍ່ກັນ.
ໂດຍ: ທີມບັນນາທິການ Muan