ມ່ວນຊວນຟັງມື້ນີ້ ຈະພາທຸກຄົນມາຟັງເພງທີ່ເໝາະກັບອາກາດເຢັນໆ ຫຼື ລະດູໜາວ. ເກັບໄວ້ເປີດວົນໄປເພາະມັນເໝາະກັບອາກາດບ້ານເຮົາຕອນນີ້ ແລະ ຟິນສຸດໆ.
ແຕ່ພວກເຮົາກໍຈະຕ້ອງຮີບຟັງເອົາຟິລກ່ອນເນາະ ກ່ອນຈະໝົດໜາວເພາະດົນໆຈະອາກາດເຢັນເທື່ອໜຶ່ງແດ່, ສຳລັບ “Playlist ລະດູໜາວ” ເທື່ອນີ້ມ່ວນກໍຂໍລວມເພງຈາກຫຼາຍປະເທດມາໄວ້ທັງໃໝ່ ແລະ ເກົ່າເດີເນັ້ນໄປທີ່ Mood & Tone ອອກແນວໂທນເຢັນເປັນພິເສດແດ່.
ເພງທີ່ມ່ວນແນະນຳໃຫ້ຟັງລວມມາທັງໝົດ 9 ເພງ:
1. Mariah Carey – All I want for Chrismas is you
ພໍເເຂົ້າຊ່ວງໜ້າໜາວເທື່ອໃດກໍຈະກັບເຂົ້າມາຕິດອັນດັບ Top ໃນທຸກໆປີ ຖືວ່າເປັນເພງຄລາສສິກປະຈຳເທດສະການເລີຍກໍວ່າໄດ້.
2. Justin Bieber – Mistletoe
ເປັນເພງທີ່ໃຫ້ບັນຍາກາດສຸດທີ່ຈະໜ້າຮັກໂຣແມນຕິກ ແລະ ຢາກໃຊ້ເວລາທີ່ດີໃນການສະເຫຼີມສະຫຼອງກັບຄົນທີ່ຮັກໃນຊ່ວງເທດສະການອົບອຸ່ນທ້າຍປີ.
3. BTS – Spring Day
ເພງແນວບັລລາດທີ່ເຮັດໃຫ້ຮູ້ສຶກທັງເສົ້າ ແລະ ໂຫຍຫາຄວາມໝາຍທີ່ກ່ຽວກັບການລໍຖ້າໃຜບາງຄົນໃນຊ່ວງລະດູໜາວທີ່ເຮັດໃຫ້ຄິດຮອດຄົນທີ່ຮັກ.
4. AKMU – Last Goodbye
ເປັນເພງທີ່ມີເນື້ອຫາເລິກເຊິ່ງທີ່ສະແດງເຖິງຄວາມເສຍໃຈ, ເໝາະກັບການຟັງໃນອາກາດໜາວດ້ວຍທຳນອງເພງທີ່ມີຄວາມລຽບງ່າຍແຕ່ມີພະລັງ ແລະ ເກີດຄວາມຮູ້ສຶກອ່ອນໂຍນໄປພ້ອມກັນ.
5. Wave to earth – bad
ເຖິງຊື່ເພງຈະມີຄວາມໝາຍໃນທາງທີ່ບໍ່ດີ ແຕ່ເພງມັນດີ ແລະ ເໝາະກັບເປີດໃຫ້ຄົນຮັກຟັງເພາະມັນທັງມີຄວາມໜ້າຮັກ ແລະ ໂຣແມນຕິກ, ເຖິງວ່າຈະເຈິເລື່ອງທີ່ບໍ່ດີຂະໜາດໃດແຕ່ຖ້າມີເຈົ້າມັນກໍດີຂຶ້ນເອງ.
6. JUST” – Radio
ເພງແນວ R&B Soul ທີ່ຟັງສະບາຍໆ ເຊິ່ງເພງແມ່ນໄດ້ເວົ້າເຖິງຄົນທີ່ກຳລັງຕົກຂຸມຮັກໃຜຈັກຄົນ ແລະ ຢາກຊວນຄົນນັ້ນມາຟັງເພງໃນວິທະຍຸນຳກັນ, ກໍປະມານວ່າຊວນມາເດທກັນ ແລະ ເຮັດສິ່ງທີ່ມັກນຳກັນນີ້ລະ.
7. Finding Hope – 3:00 AM
ເປັນເພງທີ່ເໝາະກັບການຟັງກ່ອນນອນໃນອາກາດເຢັນໆທີ່ງຽບເຫງົາ ແລະ ນອນບໍ່ຄ່ອຍຫຼັບເພາະກຳລັງຄິດຮອດຄົນໆໜຶ່ງທີ່ໄດ້ມີຊ່ວງເວລາທີ່ດີຕໍ່ກັນ, ເຖິງເຂົາຈະຈາກລາໄປແລ້ວແຕ່ກໍຫວັງວ່າເຂົາຈະກັບມາ.
8. Billie Eilish – BIRDS OF A FEATHER
ເປັນເພງທີ່ເວົ້າເຖິງຄວາມຮັກທີ່ຢາກໃມຫ້ເຂົາຢູ່ຂ້າງໆ, ຢູ່ຈົນຮອດມື້ສຸດທ້າຍຂອງຊີວິດ ແລະ ເປັນໜຶ່ງດຽວກັນໄປຕະຫຼອດ. ເປັນເພງທີ່ມີອາລົມທີ່ຊັບຊ້ອນ ແລະ ບໍ່ໝັ້ນໃຈ.
9. ເປັນໄປໄດ້ບໍ – Napha Yaganagi
ເພງສຳລັບຄົນທີ່ແອບຮັກໝູ່ ທີ່ມ່ວນຍົກເພງນີ້ຂື້ນມາຍ້ອນວ່າເພງນີ້ເໝາະກັບອາກາດເຢັນໆທີ່ແຮງເຮັດໃຫ້ມີທັງຄວາມຮູ້ສຶກເບົາ ແລະ ໜັກໄປພ້ອມກັນເວລາທີ່ຄິດເຖິງຄວາມຮູ້ສຶກທີ່ເປັນໄປບໍ່ໄດ້ເລີຍ.
ໂດຍ: ທີມບັນນາທິການ Muan