ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?
Muan RelationTips

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ ແລະ ຢ້ານຄວາມຜິດຫວັງເປັນທີ່ສຸດ.

ແບ່ງປັນ
Getting your Trinity Audio player ready...

ຖ້າເຈົ້າມີຄົນຮັກ ແລ້ວໄດ້ໃຊ້ເວລາຮ່ວມກັນແບບໃກ້ຊິດ ແຕ່ກໍຮູ້ສຶກອຶດອັດໃຈຫຼາຍ ແລະ ມັນກໍກະທົບກັບຄວາມສຳພັນຢູ່ ມັນເກີດຂຶ້ນຍ້ອນຫຍັງ?

ຖ້າໃຜກຳລັງຕົກຢູ່ໃນສະຖານະການນີ້ ຄົນທີ່ກຳລັງລົມຢູ່ ຫຼື ເປັນແຟນກັນແລ້ວ ໄດ້ໃຊ້ເວລາຮ່ວມກັນໄປຈັກໄລຍະໜຶ່ງກໍຮູ້ສຶກວ່າມີກຳແພງໃສໆມາຂວາງກັ້ນຄວາມຮູ້ສຶກໄວ້, ເຮັດໃຫ້ທັງສອງຄົນບໍ່ສາມາດເຂົ້າໄປເລິກເຖິງຈິດໃຈຂອງກັນ ແລະ ກັນ. ພໍຢູ່ນຳກັນຍິ່ງຮູ້ສຶກອຶດອັດ ເມື່ອຄວາມໃກ້ຊິດໄດ້ປ່ຽນເປັນຄວາມຮູ້ສຶກວ່າເຮົາເອງກຳລັງຈະຖືກຄຸກຄາມ ແລະ ເກີດຫວງພື້ນທີ່ສ່ວນໂຕໃນບາງຄັ້ງ ທັງໆທີ່ເຮົາກໍຮັກເຂົາໃດລະ ມັນກໍຈະເປັນຄວາມຮູ້ສຶກທີ່ມັກຈະສັບສົນໃນໂຕເອງແດ່ໜ້ອຍໜຶ່ງ.

ເອົາເປັນວ່າພວກເຮົາມາລອງສຳຫຼວດໂຕເອງກັນດີກວ່າ ວ່າເປັນຫຍັງຈຶ່ງຮູ້ສຶກແບບນີ້ ຫຼື ວ່າເຮົາແມ່ນຄົນທີ່ເປັນ Avoidant? ແລ້ວຄຳວ່າ Avoidant ແມ່ນຫຍັງຟັງແລ້ວແປກໆເນາະ.

ມື້ນີ້, ມ່ວນ ເລີຍຈະມາເລົ່າສູ່ຟັງ ເພື່ອໃຫ້ທຸກຄົນໄດ້ເຂົ້າໃຈໃຫ້ຫຼາຍຂຶ້ນ ເພາະມັນກໍກ່ຽວກັບເລື່ອງຄວາມຮັກ-ຄວາມສຳພັນຂອງເຮົາໂດຍກົງເລີຍ ເຊິ່ງມັນເປັນເລື່ອງທີ່ບໍ່ແປກເລີຍເດີ ເພາະແຕ່ລະຄົນກໍສະແດງອອກບໍ່ຄືກັນ.

ຍ້ອນການສະແດງອອກທີ່ແຕກຕ່າງນີ້ ຈຶ່ງເຮັດໃຫ້ນັກຈິດຕະວິທະຍາ John Bowlby ແລະ Mary Ainsworth ໄດ້ລົງສຶກສາກ່ຽວກັບຮູບແບບຄວາມສຳພັນຂອງມະນຸດ ແລ້ວໄດ້ຂໍ້ສະຫຼຸບວ່າມີ 4 ຮູບແບບຄວາມສຳພັນ (4 Attachment Styles) ຄື:

  • ຄວາມສຳພັນແບບໝັ້ນຄົງ (Secure)
  • ຄວາມສຳພັນແບບວິຕົກກັງວົນ (Anxious)
  • ຄວາມສຳພັນແບບຫຼີກໜີອາລົມຄວາມໃກ້ຊິດ (Avoidant)
  • ຄວາມສຳພັນແບບຢ້ານຄວາມຜູກພັນ (Disorganized). 

Avoidant ຄືຫຍັງ? 

ໃນມື້ນີ້, ມ່ວນ ເລີຍຂໍຍົກຮູບແບບຄວາມສຳພັນແບບ “Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ” ເພື່ອຮັບຮູ້ ແລະ ເຂົ້າໃຈ ພ້ອມທັງຊວນທຸກຄົນທີ່ກຳລັງຕົກໃນສະຖານະການເຫຼົ່ານີ້ ມາຈັດການຄວາມຮູ້ສຶກຂອງເຮົາເອງ, ເພື່ອຫາທາງອອກໃຫ້ກັບຄວາມສຳພັນໃຫ້ດີຂຶ້ນ.

ຄົນທີ່ເປັນ Avoidant ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້ ໃນຄວາມຢ້ານຄວາມໃກ້ຊິດທີ່ເກີດຂຶ້ນນັ້ນ “ອາດຈະຮູ້ໂຕ ຫຼື ບໍ່ຮູ້ໂຕ” ກໍໄດ້ ເພາະບາງເທື່ອເຮົາເອງ ກໍບໍ່ຮູ້ວ່າໂຕເອງໄດ້ເຮັດຫຍັງທີ່ມັນໄປກະທົບຄວາມຮູ້ສຶກຂອງຄົນຮັກຈົນທຳຮ້າຍຄວາມສຳພັນ.

ອ່ານຕື່ມ:  ຢາກນັ່ງສະມາທິແຕ່ເປັນຄົນຄິດຫຼາຍ ເຮັດແນວໃດດີ?

ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ ແລະ ຢ້ານຄວາມຜິດຫວັງເປັນທີ່ສຸດ. ການເປັນ Avoidant ແມ່ນອາດເກີດຈາກການຖືກລ້ຽງດູໃນໄວເດັກ ແລະ ປະສົບການຈາກສະພາບແວດລ້ອມທີ່ເຈິມາແຕ່ນ້ອຍຈົນໃຫຍ່ ໂດຍມັກຖືກສອນໃຫ້ຕ້ອງເຂັ້ມແຂງ, ຕ້ອງເພີ່ງພາໂຕເອງຢູ່ສະເໝີ ພໍໄດ້ຢູ່ໃນຄວາມສຳພັນ ສະໝອງຈຶ່ງສັ່ງການໃຫ້ສະແດງອອກມາແບບບໍ່ສົນໃຈ ແລະ ບໍ່ມີອາລົມຮ່ວມໃດໆໃນຄວາມສຳພັນ. 

ຊວນສັງເກດລັກສະນະຂອງຄວາມສຳພັນແບບ Avoidant

ບໍ່ມັກການລົມກັນແບບເລິກເຊິ່ງກ່ຽວກັບເລື່ອງຄວາມຮູ້ສຶກ, ມັກຖອຍຫ່າງເມື່ອຄວາມສຳພັນເລີ່ມທີ່ຈະຈິງຈັງ, ບໍ່ມັກຂໍຄວາມຊ່ວຍເຫຼືອ ຫຼື ເພິ່ງພາຄົນອື່ນ, ເບິ່ງຄືເປັນຄົນເຢັນຊາ ຫຼື ບໍ່ຕ້ອງການໃຜ, ມັກເກັບບັນຫາໄວ້ຄົນດຽວ ແລະ ພະຍາຍາມຈັດການດ້ວຍໂຕເອງ.

ສິ່ງທີ່ຄົນຮັກ Avoidant ມັກຮູ້ສຶກ

ຄົນທີ່ຄົບກັບ Avoidant (ມັກຈະເປັນກຸ່ມ Anxious ຫຼື ພວກທີ່ຂີ້ກັງວົນ) ຈະຮູ້ສຶກວ່າ: ຕົນເອງຕ້ອງເປັນຝ່າຍໄລ່ຕາມຕະຫຼອດ, ເວົ້າຫຍັງໄປກໍຄືກັບບໍ່ໄດ້ຮັບການຕອບສະໜອງຄືນມາ, ຮູ້ສຶກບໍ່ໝັ້ນຄົງໃນຄວາມສຳພັນ ແລະ ຄິດວ່າຕ້ອງເປັນຄົນທີ່ບໍ່ຖືກເລືອກສະເໝີ ພ້ອມທັງສັບສົນ ແລະ ເກີດຄຳຖາມວ່າ “ເຂົາຮັກເຮົາແທ້ ຫຼື ບໍ່?” ທັງທີ່ຄວາມຈິງ Avoidant ອາດຈະຮັກ ແຕ່ບໍ່ມັກສະແດງອອກ.

ເປີດໃຈ ແລະ ຫຼຸດຄວາມເປັນ Avoidant

ຖ້າເຮົາເອງເປັນ Avoidant ໃຫ້ລອງຝຶກສັງເກດອາລົມໂຕເອງຢູ່ສະເໝີ, ໃຫ້ສື່ສານກົງໆກັບຄົນຮັກວ່າຕ້ອງການພື້ນທີ່ໃນບາງຄັ້ງ (ບໍ່ແມ່ນການຫາຍງຽບໄປເລີຍ), ຮຽນຮູ້ວ່າການເພິ່ງພາກັນບໍ່ໄດ້ແປວ່າເຮົານັ້ນອ່ອນແອ, ຢ່າຖອຍຫ່າງຈາກຄວາມສຳພັນພຽງເພາະຄິດໄປເອງ ໃຫ້ຄິດດີໆ ພ້ອມໃຊ້ສະຕິໃຫ້ຫຼາຍທີ່ສຸດ, ຮຽນຮູ້ທີ່ຈະສະແດງຄວາມຮັກ ແລະ ຮັກສາຄວາມສະໝໍ່າສະເໝີ.

ຖ້າລອງປັບຄວາມຄິດ ແລະ ພຶດຕິກຳເຫຼົ່ານີ້ໄດ້ ພຽງເທົ່ານີ້ກໍຈະເຮັດໃຫ້ຄວາມຮັກຂອງເຮົາສົດໃສຂຶ້ນ ແບບບໍ່ເປັນພິດທີ່ມັກຈະເຂົ້າມາທຳຮ້າຍຄວາມສຳພັນແລ້ວ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ໂສດ 100% ເພາະມີ Self-Partnered ການສ້າງຄວາມສຳພັນທີ່ໝັ້ນຄົງຕ້ອງເລີ່ມຈາກໂຕເອງ

Self-Partnered ການມີຄວາມສຸກຢູ່ກັບໂຕເອງດ້ວຍຄວາມເຕັມໃຈ ບໍ່ແມ່ນວ່າຈະ "ປະຕິເສດທີ່ຈະຮັກ" ແຕ່ພວກເຂົາຮຽນຮູ້ວ່າ "ຄວາມສຳພັນທີ່ໝັ້ນຄົງທີ່ສຸດແມ່ນເລີ່ມຈາກໂຕເອງ".

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.