ອາທຽນ ເສີບຄວາມຫວານຈົນນ້ຳຕານຊິຂຶ້ນຈໍ ໃນເພງໃໝ່ Coz i Love You

ແບ່ງປັນ

ອາທຽນ ເສີບຄວາມຫວານຈົນນ້ຳຕານຊິຂຶ້ນຈໍ ໃນເພງໃໝ່ Coz i Love You

16 February 2026 123

Highlights

  • ອາທຽນ (ATIAN) ສິລະປິນຈາກຄ້າຍ Miracle Music ກັບມາໃນຮອບ 3 ປີ ພ້ອມຜົນງານໃໝ່ “Coz i Love You” ໃນລຸກ (Look) ທີ່ສົດໃສ ແລະ ຫວານກວ່າເກົ່າ.
  • ຕົວເພງສື່ເຖິງການຕົກຂຸມຮັກຈົນໂງຫົວບໍ່ຂຶ້ນ ແລະ ການສາລະພາບຮັກແບບຊື່ໆ ຕົງໆ ເພື່ອຢືນຢັນຄວາມຈິງໃຈທີ່ມີຕໍ່ຄົນພິເສດ.
  • MV ເພງນີ້ ໄດ້ ພິງກີ້ MVIIZ ມາຮ່ວມສະແດງເປັນນາງເອກ ເພີ່ມຄວາມໜ້າຮັກ ແລະ ຄວາມໂລແມນຕິກຈົນເຮັດໃຫ້ຄົນເບິ່ງຕ້ອງຍິ້ມຕາມ.


ຫຼັງຈາກຫ່າງຫາຍກັນໄປດົນເຖິງ 3 ປີ, ສິລະປິນດ່ຽວ ອາທຽນ (ATIAN) ຈາກຄ້າຍ Miracle Music ໄດ້ກັບມາພ້ອມຜົນງານເພງທີ່ສອງຂອງລາວທີ່ມີຊື່ວ່າ  “Coz i Love You” ການກັບມາຄັ້ງນີ້ກໍໄດ້ເຜີຍອີກໂຕຕົນຂອງລາວທີ່ມີທັງຄວາມສົດໃສ, ເປັນຊາຍຄົນຮັກທີ່ສຸດແສນຈະໜ້າຮັກ ແລະ ລາວຈະມາເສີບຄວາມຫວານໃຫ້ທຸກຄົນໄດ້ຊຸ່ມຊື່ນຫົວໃຈກັນ.

ໃນວິດີໂອເພງຍັງໄດ້ ພິງກີ້ MVIIZ ມາຮ່ວມສະແດງເປັນນາງເອກປະກົບຄູ່ ອາທຽນ ເຮັດໃຫ້ເຮົາໄດ້ເຫັນໂມເມັ້ນ (Moment) ສຸດໜ້າຮັກຂອງທັງສອງຄົນ ຕ້ອງບອກວ່າຫວານກັນຫຼາຍຈົນນ້ຳຕານຊິຂຶ້ນຈໍແລ້ວ ຄົນໂສດທີ່ກຳລັງຟັງເພງນີ້ຕ້ອງອົດທົນກັນແດ່ເດີ.

Coz i Love You ແມ່ນເພງທີ່ສື່ເຖິງຄົນທີ່ກຳລັງຕົກຢູ່ໃນຄວາມຫຼົງໃຫຼຂອງຄວາມຮັກ. ເພງນີ້ໄດ້ບອກເລົ່າຜ່ານຄວາມຮູ້ສຶກທີ່ກຳລັງຫຼົງຮັກໃຜຜູ້ໜຶ່ງຢ່າງເລິກເຊິ່ງ ແລະ ມີການສື່ສານຢ່າງຊັດເຈນ ເພື່ອຢືນຢັນຄວາມຕ້ອງການທີ່ຈະມີຄົນຮັກໄວ້ຢູ່ຄຽງຂ້າງແຕ່ພຽງຜູ້ດຽວເທົ່ານັ້ນ.

ອ່ານຕື່ມ:  ຕົກຂຸມຮັກເຈົ້າອີກຄັ້ງແລ້ວ ຟັງເພງຊິລໆສະໄຕລ໌ Pop Indie ເພງ "Don't Be Shy" ຮ້ອງໂດຍ Chris

ເພງຍັງເນັ້ນອາລົມຂອງຄວາມຮູ້ສຶກຮັກທີ່ສົດໃສ, ຄວາມຜູກພັນທີ່ໝັ້ນຄົງ ແລະ ການໃຫ້ຄວາມສຳຄັນກັບຄວາມສຳພັນເໜືອກວ່າສິ່ງອື່ນໃດ. ການຕົກຂຸມຮັກຈົນໂງຫົວບໍ່ຂຶ້ນ (Crazy Love) ເຊິ່ງເປັນສິ່ງທີ່ຢູ່ໃນໃຈຈົນມັນລົ້ນອອກມາເລີຍຕ້ອງຮີບບອກສາລະພາບຮັກຊ້ຳໆວ່າ “Coz i Love You. Love You-Love You-Love You” ເພື່ອຢ້ຳເຕືອນເຖິງຄວາມຈິງໃຈທີ່ມີຕໍ່ຄົນພິເສດ. 

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.