ໜ້າຫຼັກ Muan.la - ສາລະບັນເທີງ The Interview ຟັງຄວາມຮູ້ສຶກຈາກການແຕ່ງເພງ ບົດສຸດທ້າຍ ຂອງ Phoenix Boii ນັກຮ້ອງ-ແຣັບເປີ ຈາກຫຼວງພະບາງ
The Interview

ຟັງຄວາມຮູ້ສຶກຈາກການແຕ່ງເພງ ບົດສຸດທ້າຍ ຂອງ Phoenix Boii ນັກຮ້ອງ-ແຣັບເປີ ຈາກຫຼວງພະບາງ

ແບ່ງປັນ

ຫຼັງຈາກມ່ວນໄດ້ແນະນຳໃຫ້ທຸກຄົນລອງຟັງເພງ “ບົດສຸດທ້າຍ” ຮ້ອງໂດຍ Phoenix Boii ນັກຮ້ອງແຣັບເປີຈາກຫຼວງພະບາງ ແລະ ຜົນງານເພງນີ້ຫຼາຍຄົນກໍຢາກຮູ້ຈັກລາວໃຫ້ຫຼາຍຂຶ້ນ ເພາະເພງນີ້ເຮັດໃຫ້ອິນກັນສຸດໆກັບທຳນອງເພງ ແລະ ເນື້ອເພງທີ່ມີຄວາມໝາຍສຸດຊຶ້ງ.

ອາມິດ ແກ້ວມະນີ ຫຼື Phoenix Boii ຄື aka ຂອງລາວ (ຊື່ໃນວົງການ Hip-Hop), ແລະ ລາວຍັງເປັນໜຶ່ງໃນສະມະຊິກກຸ່ມແຣັບເປີສຸດເທ່ດ້ວຍການແຣັບຫຼາກຫຼາຍສະໄຕສ໌ມາລວມຕົວກັນນັ້ນກໍຄື: “Lit Boii Gang” ແລະ ອາມິດມີສິ່ງໜຶ່ງທີ່ເຮັດໃຫ້ຄົນຟັງເພງຈື່ລາວໄດ້ດີນັ້ນກໍຄືການແຣັບສຳນຽງຫຼວງພະບາງ.

ໃນນິໄສສ່ວນຕົວ ອາມິດ ຈະເປັນຄົນມິດບໍ່ມັກເວົ້າຄືຊື່ຂອງລາວເລີຍ, ແຕ່ຖ້າໄດ້ລອງເວົ້າແລ້ວນັ້ນ ກໍຈະເວົ້າຫຼາຍເປັນພິເສດເລີຍແຫຼະ.

ໃນສ່ວນເພງທີ່ຫາກໍປ່ອຍໄປຊື່ວ່າເພງ ບົດສຸດທ້າຍ ອາມິດໄດ້ເລົ່າໃຫ້ຟັງວ່າ “ເປັນເພງທີ່ຕັ້ງໃຈທີ່ສຸດທີ່ເຄີຍເຮັດເພງມາເລີຍກໍວ່າໄດ້ ເພາະໃຊ້ເວລາໃນການແຕ່ງໃໝ່, ແກ້ ແລະ ອັດສຽງໃໝ່ ລວມໄປເຖິງ Mv ກໍໃຊ້ເວລາດົນປະມານໜຶ່ງເລີຍກ່ອນຈະໄດ້ Mv ງາມໆມາໃຫ້ທຸກຄົນໄດ້ເບິ່ງ”.

“ເລື່ອງການໄດ້ຮ່ວມງານກັບເອື້ອຍຖິ່ນລຳພອນແມ່ນ ເຮົາໄດ້ມີໂອກາດພໍ້ກັນກ່ອນໜ້ານັ້ນເມື່ອສອງປີກ່ອນກັບເອື້ອຍເພິ່ນ, ແຕ່ກໍເປັນຊ່ວງເວລາທີ່ເຮົາມີເພງນີ້ ແລະ ໄດ້ມີໂອກາດສົ່ງໃຫ້ໂປຣດິວເຊີທາງຕົ້ນສັງກັດ. ທາງຕົ້ນສັງກັດກໍສົນໃຈເຮົາຈື່ງໄດ້ມີໂອກາດຮ່ວມງານກັນກັບເອື້ອຍເພີ່ນ ແລະ ເຮົາດີໃຈຫຼາຍທີ່ໄດ້ຮວ່ມງານກັບລາວ.

ເວົ້າໄດ້ວ່າເອື້ອຍ ຖິ່ນລຳພອນ ລາວເປັນຕົວ Top ຂອງປະເທດລາວເຮົາກໍວ່າໄດ້ ແລະ ເຮົາມີໂອກາດໄດ້ຮ່ວມງານກັບເພິ່ນກໍດີໃຈສຸດໆແລ້ວ ແລະ ໃນອະນາຄົດກໍຢາກມີໂອກາດຮ່ວມງານກັບສິລະປີນອີກຫຼາຍຄົນ ແຕ່ຍັງບໍ່ບອກຊື່ຂໍເກັບໄວ້ກ່ອນເດີ” ອາມິດຍັງໄດ້ເລົ່າຄວາມຮູ້ສຶກຄວາມປະທັບໃຈກ່ຽວກັບການໄດ້ຮ່ວມງານກັບນັກຮ້ອງດັງຢ່າງ ຖິ່ນລຳພອນ ໃຫ້ທີມງານມ່ວນຟັງ.

ໃນສ່ວນຂອງເພງນີ້ມີຈຸດພິເສດຫຼັກໆເລີຍກໍຄື: ອາມິດໄດ້ມີໂອກາດ ft ກັບ ຖິ່ນລຳພອນ ທີ່ເປັນ idol ຂອງລາວອີກໜຶ່ງຄົນໃນວົງການເພງ ໂດຍເພງນີ້ແຕກຕ່າງຈາກເພງທີ່ຜ່ານໆມາກໍຄືມີຜູ້ຍິງມາຮ່ວມຮ້ອງນຳ, ເພາະປົກກະຕິກໍບໍ່ຄ່ອຍເຫັນ Phoenix Boii ft ເພງກັບຜູ້ຍິງເລີຍ ແລະ ສ່ວນຫຼາຍຈະຮ້ອງກັບແຕ່ອ້າຍນ້ອງໃນກຸ່ມທີ່ເປັນຜູ້ຊາຍ.

ອ່ານຕື່ມ:  ຖ້ຽວບິນວຽງຈັນ-ຫຼວງນໍ້າທາ ເປີດບິນຄືນແລ້ວ ພ້ອມໂປຣໂມຊັນປີ້ຍົນລາຄາພິເສດ

ຄວາມໝາຍຂອງເພງແມ່ນແຕ່ງມາຈາກຊີວິດຈິງທີ່ຕົວຂອງລາວເອງໄດ້ພົບ ເຊິ່ງຄວາມໝາຍກໍຕາມເນຶ້ອງຮ້ອງຂອງເພງ “ຖ້າເຮົາຕ້ອງຈາກກັນ ວັນສຸດທ້າຍເຮົາຈະຍິ້ມໃຫ້ກັນບໍ່” ເນຶ້ອຮ້ອງໄດ້ສື່ສານກົງກັບຄວາມໝາຍທີ່ອາມິດຕ້ອງການຈະສື່ສານເລີຍ.

ໂຈດຄວາມຍາກຂອງເພງນີ້ແມ່ນຍ້ອນ ອາມິດ ຢູ່ຕ່າງແຂວງ ຫຼື ວ່າຢູ່ຫຼວງພະບາງ ນັ້ນເອງ, ເຮັດໃຫ້ບໍ່ສາມາດມານັ່ງລົມ ຫຼື ແກ້ໄຂເພງນຳ ຖິ່ນລຳພອນ ໄດ້ແບບສະດວກ ແລະ ໄດ້ເຈິກັນໃນມື້ອັດສຽງແທ້ ແລະ ແກ້ໄຂໜ້າງານເລີຍ.

ເພງ “ບົດສຸດທ້າຍ” ແມ່ນ ອາມິດ ເປັນຄົນແຕ່ງເອງ ແລະ ແຕ່ງໄວ້ເປັນປີແລ້ວ, ແຕ່ກໍບໍ່ໄດ້ນຳມາໃຊ້ງານ ໃນສ່ວນນີ້ຖືເປັນເວລາໂອກາດດີ ໃນການນຳເພງມາມາໂປຣໂມດໃຫ້ລຸ້ນອ້າຍຂອງລາວຟັງ. “ຫຼັງຈາກການໂປຣໂມດແລ້ວ ພວກລຸ້ນອ້າຍຈຶ່ງສົນໃຈໃນຕົວເພງ, ເຊິ່ງ ອາມິດ ທີ່ເປັນຄົນແຕ່ງເພງນີ້ ກໍດີໃຈຫຼາຍແລ້ວ” ອາມິດໄດ້ເລົ່າຄວາມຮູ້ສຶກດ້ວຍຄວາມຍິນດີໃຫ້ທີມມ່ວນຟັງຕື່ມ.

ບັນຍາກາດໃນກ່ອງຖ່າຍຖືວ່າຄຶກຄື້ນຫຼາຍ, ໃນການຖ່າຍທຳບໍ່ມີຄວາມເປັນກັງວົນໃນການເຂົ້າສາກເລີຍ ແລະ ນັກສະແດງກໍເປັນມືອາຊີບ, ເຂົ້າເຖິງບົດບາດທີ່ໄດ້ຮັບໄດ້ດີທຸກຄົນເປັນມືອາຊີບ ເຖິງວ່າມີຄົນໜ້ອຍແຕ່ກໍມີຄວາມຮັບຜິດຊອບຫຼາຍ ນັບຖື ແລະ ອາມິດບອກວ່າ ຕ້ອງຂອບໃຈທີມງານທຸກຄົນໃນມື້ນັ້ນເລີຍ.

ຖ້າ ອາມິດ ຕົກໃນສະຖານະການດຽວກັນກັບພະເອກ ລາວບອກວ່າ “ໜ້າຈະຮັບບໍ່ໄຫວຄືພະເອກ ແລະ ໜ້າຈະໜັກກວ່ານັ້ນແນ່ນອນ”  ໃນສ່ວນຂອງຄວາມຄາດຫວັງໃນເພງນີ້ຖ້າບອກວ່າຈະບໍ່ຄາດຫວັງກໍເປັນໄປບໍ່ໄດ້, ສຳລັບ ອາມິດ ແມ່ນຍອດວິວ ຫຼື ວ່າຍອດຄົນຟັງໄປຮອດເທົ່າໄດກໍເທົ່ານັ້ນ ການໄດ້ ft ກັບ ຖິ່ນລຳພອນ ຖືວ່າເປັນປະສົບການເກີນຄວາມຄາດຫວັງແລ້ວ.

ຝາກເພງໃໝ່ “ບົດສຸດທ້າຍ” ແລະ ຢາກໃຫ້ທຸກຄົນເປີດໃຈຮັບຟັງກັນ ເພງນີ້ເປັນເພງທີ່ ອາມິດ ໄດ້ຮ່ວມສ້າງ ຫຼື ເຮັດມັນຂຶ້ນມາກັບ ຖິ່ນລຳພອນ ເປັນເພງທີ່ທັງສອງຕັ້ງໃຈ, ລົງທຶນຫຼາຍທີ່ສຸດໃນຊີວິດ ຝາກໃຫ້ທຸກຄົນໄປຟັງໄປເບິ່ງ Mv ກັນຫຼາຍໆເດີ.

ອ່ານຕື່ມ:  Imel ສ້າງສີສັນແປກໃໝ່ ໃນເພງ Trust issues ດ້ວຍດົນຕີສະໄຕລ໌ City Pop

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
The Interview

ຈາກຜູ້ຟັງສູ່ຜູ້ຫຼິ້ນ ລົມນຳ Kino ມືເບສຜູ້ທີ່ເຊື່ອວ່າດົນຕີຄືເສັ້ນທາງທີ່ຊີວິດເລືອກ

ຈາກຜູ້ຟັງກາຍເປັນນັກດົນຕີ! Kino ນັກເບສອິດສະລະຜູ້ໃຊ້ດົນຕີນຳເສັ້ນທາງຊີວິດ. ຕິດຕາມການເດີນທາງຂອງລາວໃນອຸດສາຫະກຳດົນຕີລາວ!

The Crown ExclusiveUncategorized

“ເມລີ້” ນາງແບບຈາກລາວ ຜູ້ພ້ອມທີ່ຈະພາໂຕເອງໄປສູ່ອີກລະດັບໃນ The Face Thailand Season 6

ເມລີ້ ນາງແບບຈາກລາວ ຜູ້ທີ່ເປັນໜຶ່ງໃນ 500 ຄົນ ກ້າວເຂົ້າສູ່ The Face Thailand Season 6 ດ້ວຍຄວາມຝັນທີ່ຍິ່ງໃຫຍ່...

The Interview

SenJx ເຜີຍ “ຢາກເປັນສິລະປິນຕົວຢ່າງ” ສົ່ງເສີມຄົນຮຸ່ນໃໝ່ໃນທາງທີ່ດີ

ໃນການສົນທະນາທີ່ເຕັມໄປດ້ວຍແຮງບັນດານໃຈກັບ SenJx ຈາກ HUEN CREW ໄດ້ພາເຮົາໄປສຳຜັດກັບມຸມມອງຂອງສິລະປິນຮຸ່ນໃໝ່ທີ່ບໍ່ພຽງແຕ່ຢາກສ້າງສັນຜົນງານຜ່ານສຽງດົນຕີເທົ່ານັ້ນ, ແຕ່ຍັງມຸ່ງສ້າງຊຸມຊົນຮິບຮັອບ-ແຣັບເປີ ໃຫ້ເປັນພື້ນທີ່ປອດໄພ ພ້ອມທັງສົ່ງເສີມຄົນຮຸ່ນໃໝ່ໃຫ້ກ້າວເດີນໃນແນວທາງທີ່ດີຜ່ານເນື້ອຮ້ອງ ແລະ ວິຖີຊີວິດທີ່ແທ້ຈິງຂອງລາວ. ການທີ່ໄດ້ລົມກັບ...

Muan Listen - ມ່ວນຊວນຟັງ

ການເດີນທາງສິ້ນສຸດບອກຕົວເອງວ່າ “ຢູ່ໃຫ້ໄດ້” ເມື່ອບໍ່ມີເຈົ້າ ຜົນງານເພງໃໝ່ PHOENIX BOII ft PT FLOW

ການເດີນທາງສິ້ນສຸດ ບອກຕົວເອງວ່າຕ້ອງ “ຢູ່ໃຫ້ໄດ້” ເມື່ອບໍ່ມີເຈົ້າ ຜົນງານເພງໃໝ່ຈາກ PHOENIX BOII ft PT FLOW

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.