ສຳຜັດສະເໜ່ສຽງດົນຕີອໍເຄສຕຣາສຸດຄລາສສິກ ຜ່ານ 10 ບົດເພງມໍລະດົກລາວທີ່ຫາຟັງຢູ່ໃສບໍ່ໄດ້

ແບ່ງປັນ

ສຳຜັດສະເໜ່ສຽງດົນຕີອໍເຄສຕຣາສຸດຄລາສສິກ ຜ່ານ 10 ບົດເພງມໍລະດົກລາວທີ່ຫາຟັງຢູ່ໃສບໍ່ໄດ້

15 September 2026 24

ເມື່ອມໍລະດົກດົນຕີລາວ ປະສານກັບຄວາມຍິ່ງໃຫຍ່ຂອງດົນຕີແນວ ອໍເຄສຕຣາ (Orchestra) ຄວາມຝັນທີ່ເຄີຍຈິນຕະນາການກຳລັງຈະກາຍເປັນປະສົບການທີ່ເຮັດໃຫ້ເຮົາຮູ້ສຶກອີ່ມໃຈໄປພ້ອມກັນ…

ທຸກຄົນເຄີຍສົງໄສບໍ່ວ່າ ເປັນຫຍັງເວລາເຮົາເບິ່ງວົງ ອໍເຄສຕຣາ ທີ່ມີເຄື່ອງດົນຕີແໜ້ນເຕັມເວທີມັນຄືສ້າງສຽງເພງທີ່ເຮັດໃຫ້ເຮົາຮູ້ສຶກຂົນລຸກ ແລະ ອິ່ມໃຈໃນເວລາດຽວກັນໄດ້ຫຼາຍຂະໜາດນັ້ນ.

ຫຼາຍຄົນອາດຈະເຄີຍຈິນຕະນາການວ່າ ຖ້າເອົາສຽງດົນຕີຄລາສສິກລະດັບສາກົນແບບນີ້ ມາປະສົມປະສານກັບບົດເພງມໍລະດົກຂອງລາວເຮົາມັນຈະອອກມາມ່ວນຫູປານໃດ ເຊິ່ງຄວາມຝັນນີ້ກໍກຳລັງຈະກາຍເປັນຈິງ ແບບທີ່ທຸກຄົນຈະໄດ້ໄປສຳຜັດດ້ວຍຕົນເອງແລ້ວເດີ.

ຍ້ອນຮອຍ 400 ປີ ຈາກລານເຕັ້ນກຣີກບູຮານ ສູ່ຄວາມຍິ່ງໃຫຍ່ຂອງວົງດົນຕີ ອໍເຄສຕຣາ

ກ່ອນທີ່ Muan Scoop ຈະເວົ້າເຖິງງານຄອນເສີດ ກໍຢາກພາທຸກຄົນຍ້ອນເວລາໄປເບິ່ງຄວາມເປັນມາຂອງ ອໍເຄສຕຣາ ກັນກ່ອນ ເຊິ່ງຄຳວ່າ ອໍເຄສຕຣາ ແຕ່ເດີມເປັນພາສາກຣີກ ໂດຍແຕ່ກ່ອນບໍ່ໄດ້ໝາຍເຖິງວົງດົນຕີເລີຍ ແຕ່ໝາຍເຖິງບ່ອນເຕັ້ນລຳ ຫຼື ພື້ນທີ່ທາງໜ້າເວທີຂອງໂຮງລະຄອນກຣີກບູຮານ.

ວົງດົນຕີ ອໍເຄສຕຣາ ໃນຮູບແບບທີ່ມີການຈັດປະສົມເຄື່ອງສາຍ, ເຄື່ອງເປົ່າ ແລະ ເຄື່ອງຕີ ເພື່ອຫຼິ້ນປະກອບການສະແດງ ແມ່ນເລີ່ມກໍ່ໂຕຂຶ້ນໃນ ຊ່ວງຕົ້ນສະຕະວັດທີ 17 (ປະມານ ຄສ 1600) ໃນ Baroque era. ຖ້ານັບຈາກຮູບແບບວົງດົນຕີທີ່ເຮົາຄຸ້ນເຄີຍກໍມີອາຍຸປະມານ 400 ກວ່າປີແລ້ວ.

ຈົນມາຮອດຊ່ວງກາງສະຕະວັດທີ 18 ຄຳນີ້ຈຶ່ງຄ່ອຍໆປ່ຽນຄວາມໝາຍມາເປັນວົງດົນຕີແບບທີ່ເຮົາຮູ້ກັນໃນຮູບແບບປັດຈຸບັນ. ຖ້າເວົ້າເຖິງວິວັດທະນາການ, ຈຸດເລີ່ມຕົ້ນຂອງການລວມວົງແມ່ນເລີ່ມຈາກວົງນ້ອຍໆໃນສະຕະວັດທີ 16 ທີ່ມີແຕ່ເຄື່ອງສາຍປະມານ 10-25 ຄົນ. ພໍເຂົ້າສະຕະວັດທີ 17 ກໍເລີ່ມມີເຄື່ອງລົມໄມ້, ເຄື່ອງເປົ່າລົມທອງເຫຼືອງ ແລະ ເຄື່ອງຕີ ເຂົ້າມາຕື່ມ.

ອ່ານຕື່ມ:  ຢາກຟັງເພງລາວເວີຊັນ Orchestra ບໍ່? ຮູ້ຈັກໂປຣເຈັກ 'ສຽງປະສານແຫ່ງມໍລະດົກລາວ' ທີ່ຈະເຮັດໃຫ້ເຈົ້າຫຼົງຮັກເພງລາວອີກຄັ້ງ

ຈົນມາຮອດກາງສະຕະວັດທີ 18 ວົງດົນຕີແບບນີ້ກໍເລີ່ມມີມາດສ້າງຕະຖານກັນຂຶ້ນມາ ເພາະແນວເພງປະເພດ ຊິມໂຟນີ, ຄອນເຊີໂຕ ແລະ ລະຄອນຮ້ອງ ເລີ່ມເປັນທີ່ນິຍົມຫຼາຍ ເຮັດໃຫ້ຕ້ອງຈັດຮູບແບບວົງໃຫ້ເປັນລະບຽບ ນັ້ນເອງ.

ພໍເຂົ້າສູ່ຍຸກໂຣແມນຕິກ ໃນຊ່ວງກາງສະຕະວັດທີ 19 ວົງກໍຍິ່ງຂະຫຍາຍໃຫຍ່ຂຶ້ນອີກ ເພາະນັກແຕ່ງເພງຍຸກນັ້ນນິຍົມແຕ່ງເພງທີ່ເລົ່າເລື່ອງລາວ, ລະຄອນໂອເປຣາ ຫຼື ບັລເລ່ ທີ່ຕ້ອງການສຽງດົນຕີທີ່ສົມຈິງ ແລະ ສື່ອາລົມໄດ້ເລິກເຊິ່ງ.

ຈົນມາຮອດທ້າຍສະຕະວັດທີ 20 ແບບແຜນການແຕ່ງເພງ ແລະ ຂະໜາດຂອງວົງກໍມີການປ່ຽນແປງໄປຕາມງົບປະມານ ແລະ ເສດຖະກິດ ແຕ່ມັນກໍບໍ່ໄດ້ເປັນອຸປະສັກຕໍ່ຄວາມຄິດສ້າງສັນເລີຍ. ມາຮອດມື້ນີ້, ອໍເຄສຕຣາ ກໍຍັງເປັນການລວມໂຕກັນຂອງເຄື່ອງສາຍ, ເຄື່ອງລົມໄມ້, ເຄື່ອງເປົ່າລົມທອງເຫຼືອງ ແລະ ເຄື່ອງຕີ ຢ່າງລົງໂຕ ແລະ ມີສະເໜ່ບໍ່ຄືໃຜ.

10 ເພງມໍລະດົກລາວ ທີ່ຢາກໃຫ້ທຸກຄົນສຳຜັດໃນມຸມມອງໃໝ່ຈາກ The Pianist Vientiane

“ພັດທະນາ ແຕ່ບໍ່ລືມຄວາມເປັນລາວ” ຈາກຄວາມສວຍງາມຂອງດົນຕີຄລາສສິກນີ້ເອງ ທີ່ The Pianist Vientiane ເຊິ່ງເປັນວົງ ອໍເຄສຕຣາ ຂອງລາວ ກໍໄດ້ຮວບຮວມເອົາໄວໜຸ່ມກວ່າ 30 ຊີວິດ ແລະ ຮ່ວມກັນສ້າງສັນຜົນງານມາໄດ້ເຖິງ 6 ປີແລ້ວ ໂດຍມີຄວາມຝັນຢາກພາສຽງດົນຕີ ແລະ ເພງລາວ ກ້າວສູ່ເວທີສາກົນ.

ສິ່ງທີ່ເຮັດໃຫ້ຄົນມັກຟັງເພງຄື Muan Scoop ຮູ້ສຶກດີ ແລະ ພູມໃຈຂຶ້ນຕື່ມອີກກໍຄື The Pianist Vientiane ໄດ້ຈັດຄອນເສີດການກຸສົນສຸດພິເສດໃນຊື່ ສຽງປະສານແຫ່ງມໍລະດົກ.

ງານນີ້ຖືເປັນຄັ້ງທຳອິດທີ່ເຮົາຈະໄດ້ຟັງ 10 ບົດເພງມໍລະດົກອັນຊົງຄຸນຄ່າຂອງລາວ ທີ່ນຳມາປະພັນ ແລະ ຮຽບຮຽງດົນຕີໃໝ່ໂດຍ ອາລຸນຍະເດດ ລາດຊະໂຫດີ ນັກປະພັນດົນຕີ ເຮັດໃຫ້ເຮົາໄດ້ຟັງສຽງດົນຕີໃນມຸມມອງໃໝ່ໆ.

ອ່ານຕື່ມ:  ຢາກຟັງເພງລາວເວີຊັນ Orchestra ບໍ່? ຮູ້ຈັກໂປຣເຈັກ 'ສຽງປະສານແຫ່ງມໍລະດົກລາວ' ທີ່ຈະເຮັດໃຫ້ເຈົ້າຫຼົງຮັກເພງລາວອີກຄັ້ງ

ນອກຈາກນີ້, ຍັງມີສິລະປິນຮັບເຊີນຢ່າງ ມາທຽສ ບວກເນີ (Matthias Boegner) ນັກໄວໂອລິນຈາກປະເທດສະວິດເຊີແລນ ມາບັນເລງເພງມ່ວນໆນຳກັນ.

ທີ່ສຳຄັນເລີຍ, ທຸກຄົນທີ່ໄດ້ໄປເບິ່ງຄອນເສີດຄັ້ງນີ້ຍັງໄດ້ຮ່ວມເຮັດບຸນໄປນຳ ເພາະລາຍໄດ້ຈາກການຂາຍບັດທັງໝົດ ຈະນຳໄປຈັດຊື້ອຸປະກອນດົນຕີໃຫ້ແກ່ໂຮງຮຽນສິລະປະແຫ່ງຊາດ ເພື່ອສົ່ງຕໍ່ໂອກາດດີໆໃຫ້ນ້ອງໆຮຸ່ນຫຼັງອີກດ້ວຍ.

ທີ່ມາen.wikipedia.org

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.