ບາງເທື່ອປາຍທາງອາດເບິ່ງຄືວ່າງເປົ່າ ແຕ່ຢ່າລືມເກັບກ່ຽວຄວາມງາມລະຫວ່າງທາງ ຍິ່ງຍາກເທົ່າໃດເຮົາຍິ່ງໄດ້ຮຽນຮູ້. ໃຫ້ເຊື່ອໝັ້ນ ແລະ ລໍຄອຍວັນທີ່ສວຍງາມທີ່ກຳລັງຈະມາເຖິງ.
ເຄີຍບໍ່? ພຽງແຕ່ເຫັນໃຜບາງຄົນຍ່າງຜ່ານ ກໍພໍຈະເດົາໄດ້ເລີຍວ່າເຂົາເປັນຄົນແນວໃດ. ບາງຄົນບໍ່ຕ້ອງເວົ້າຫຼາຍ ແຄ່ເສື້ອທີ່ໃສ່, ເກີບ ຫຼື ຂອງທີ່ຫ້ອຍກະເປົ໋າ ກໍຄືກັບການເປີດໂປຣໄຟລ໌ໃຫ້ເບິ່ງໄປແລ້ວເຄິ່ງໜຶ່ງ. ເພາະສຳລັບ Gen Z “ລຸກ (Look)” ບໍ່ແມ່ນພຽງແຕ່ລຸກ ແຕ່ມັນຄື bio ແບບ real-life ແລະ ນີ້ຄື 10 ໄອເທັມທີ່ໄວລຸ້ນຍຸກນີ້ໃຊ້ຂຽນຕົວຕົນຂອງຕົນເອງ....
ເມື່ອນໍ້າມັນຂາດແຕ່ໃຈຕ້ອງບໍ່ຮ້ອນ! ເຈາະເລິກຈິດຕະວິທະຍາຄວາມຮ້ອນ ແລະ ວິທີຝຶກ Empathy ເພື່ອຫຼຸດອາການ Toxic ໃນມື້ທີ່ວິກິດພະລັງງານບີບບັງຄັບ.
ເມື່ອສີ… ບໍ່ໄດ້ເປັນພຽງເທຣນ ແຕ່ແມ່ນ “ຕົວຕົນ” ທີ່ເຮົາເລືອກຈະເປັນ. ເຄີຍສັງເກດບໍ່ວ່າບາງຊ່ວງເຮົາຢາກແຕ່ງຕົວດ້ວຍສີຂາວລ້ວນ, ງຽບໆ, ລຽບໆ ບໍ່ຢາກໃຫ້ໃຜສົນໃຈ. ແຕ່ພໍຜ່ານໄປໜ້ອຍໜຶ່ງ ເຮົາກໍຢາກໃສ່ຊຸດສີສົ້ມອອກໄປນັ່ງກິນເຂົ້າກັບໝູ່, ຫົວສຽງດັງໆ ໂດຍບໍ່ສົນໃຈໂລກ. ມັນບໍ່ແມ່ນຄວາມບໍ່ແນ່ໃຈໃນຕົວເອງ — ແຕ່ມັນຄື ເຮົາປ່ຽນໄປ. ແລະໃນປີ 2026 ນີ້, ວົງການແຟຊັ່ນກໍຈັບສັນຍານນັ້ນໄດ້ ຜ່ານການປະກາດ “ສີແຫ່ງປີ”...
ເມື່ອເສົາໄຟກາງວຽງຈັນກາຍເປັນ Superstar! ພາໄປເຊັກອິນ Electric Pole Super Star ຈຸດເຊັກອິນໃໝ່ທີ່ນັກທ່ອງທ່ຽວຕ່າງຊາດແຫ່ກັນມາຣີວິວ.
ເຈາະເບື້ອງຫຼັງຄວາມສຳເລັດຂອງ ຫຼິງຫຼິງ ຄອງ ກັບທັດສະນະຄະຕິການເອົາຊະນະຕົນເອງ ແລະ ເຄັດລັບການເບິ່ງແຍງຜິວໃຫ້ Glow ຈາກພາຍໃນສູ່ພາຍນອກ
ວຽງຈັນຈະລຸກເປັນໄຟ! LIT POP MUSIC FESTIVAL ຈັດເຕັມສິລະປິນປັອບ ລາວ-ໄທ ສຸດຈຶ້ງກັບ 17 Line Up ບອກເລີຍວ່າອາລັງການທັງແສງສີສຽງ ໃຜບໍ່ມີບັດລະວັງລົມກັບໝູ່ບໍ່ຮູ້ເລື່ອງເດີ.
ເຖິງວ່າຈະເບິ່ງຄືວ່າເປັນສິ່ງຟຸ່ມເຟືອຍ, ແຕ່ເຄື່ອງນຸ່ງ ແລະ ເທຣນແຟຊັ່ນກໍສະທ້ອນເຖິງຄວາມຮູ້ສຶກຂອງສັງຄົມສະເໝີ. ໃນຊ່ວງປ່ຽນຜ່ານປີຈາກ 2025 ມາເປັນ 2026, Depop ແອັບພລິເຄຊັນສັນຊາດອັງກິດຢູ່ໃນເຄືອ Etsy ສຳລັບການຊື້ຂາຍເສື້ອຜ້າມືສອງ, ສິນຄ້າແຟຊັ່ນວິນເທດ ແລະ ຂອງສະສົມສຸດຮິບ ທີ່ໄດ້ຮັບຄວາມນິຍົມສູງຫຼາຍໃນກຸ່ມ Gen Z ທົ່ວໂລກ ໄດ້ໃຊ້ສະຖິຕິທີ່ພວກເຂົາພົບເຫັນໃນປີທີ່ຜ່ານມາເພື່ອເດົາທິດທາງທີ່ແຟຊັ່ນອາດຈະເກີດຂຶ້ນໄປໃນປີນີ້ ແລະ ຈາກການລາຍງານດັ່ງກ່າວເຮັດໃຫ້ເຫັນວ່າ ໂລກອິນເຕີເນັດ,...
ຮູ້ຈັກໂຕຕົນ ຢຸ້ນ-ທະນູສິດ ວົງສົມບັດ ຫຼື DJ PINEMELON ດີເຈໜຸ່ມໄຟແຮງທີ່ກຳລັງມາແຮງໃນຕອນນີ້! ຈາກເດັກນ້ອຍຜູ້ຫຼົງໃຫຼໃນສຽງເພງ ສູ່ການຕາມຫາຄວາມຝັນທີ່ຢາກໃຫ້ຜົນງານດັງໄປຮອດ Skrillex ພ້ອມອັບເດດພິກັດຕິດຕາມ ແລະ ຜົນງານໃໝ່ລ່າສຸດທີ່ນີ້.
ຫາກຈະເວົ້າເຖິງຜູ້ຍິງທີ່ເປັນ “Icon” ແຫ່ງຄວາມພະຍາຍາມໃນວົງການນາງງາມລາວ, ຊື່ຂອງ ເຈນນີ້ ຕົ້ນຄຳ ພົນຈັນເຮືອງ ຄືຊື່ທຳອິດທີ່ລອຍຂຶ້ນມາ. ຈາກເດັກຍິງທີ່ເຕີບໂຕມາໃນຄອບຄົວແມ່ຄ້າ, ກ້າວສູ່ການເປັນເຈົ້າຂອງມົງກຸດລະດັບປະເທດເຖິງສອງເວທີໃຫຍ່ເຈົ້າຂອງມົງກຸດ Miss World Laos 2017 ແລະ Miss Universe Laos 2021, ແລະໃນປັດຈຸບັນ ເຈນນີ້ກັບໄວ 31 ປີ...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານທີ່ສຸດ. ຍິນຍອມໃຫ້ເຮົາເບິ່ງແຍງປະສົບການຂອງທ່ານບໍ່?