ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ສຸດຕຶງເດັກໆ 1X ມີເພງທີ່ເປັນກະແສທົ່ວປະເທດເພື່ອບ້ານ ແລະ ມີຄົນໃຊ້ແຜ່ນສຽງໃນ TikTok ເຖິງ 3 ໝື່ນ
Muan Listen - ມ່ວນຊວນຟັງ

ສຸດຕຶງເດັກໆ 1X ມີເພງທີ່ເປັນກະແສທົ່ວປະເທດເພື່ອບ້ານ ແລະ ມີຄົນໃຊ້ແຜ່ນສຽງໃນ TikTok ເຖິງ 3 ໝື່ນ

ແບ່ງປັນ

ຕ້ອງຍອມກະແສຂອງພວກເຂົາອີ່ຫຼີ! ເພາະໄວລຸ້ນດາວ TikTok ປະເທດໄທຮິດກັນຟັງເພງແຣັບຂອງສິລະປິນຢ່າງ 1X ທີ່ເປັນເດັກນ້ອຍຜູ້ມີຄວາມມັກໃນການເຮັດເພງສໄຕລ໌ຮິບຮອບເຊິ່ງເພງທີ່ມີການໃຊ້ແຜ່ນສຽງໃນຕິກຕອກກໍແມ່ນເພງ My Style

ຂໍບອກໝູ່ເພື່ອນໄວ້ກ່ອນວ່າເພງຂອງພວກເຂົາອາດຈະມີເນື້ອຫາທີ່ບໍ່ສຸພາບເລັກນ້ອຍ, ແຕ່ເພງຕ່າງໆກໍມີຍອດວິວໃນຢູທູບສູງຢູ່ຫຼາຍເພງ My Style (2021) ມີຍອດເຂົ້າເບິ່ງ 4 ແສນກວ່າ, ເງິນລ້ານ (2021) ມີຍອດເຂົ້າເບິ່ງ 5 ແສນກວ່າ ແລະ ເພງຫຼ້າສຸດ Come back FT. 1J (2023) ມີຍອດວິວເຖິງ 6 ແສນກວ່າ.

ປະເທດເພື່ອນບ້ານເວົ້າເປັນສຽງດຽວກັນວ່າເດັກນ້ອຍກຸ່ມນີ້ ໄປໄດ້ໄກແນ່ນອນ ເຊິ່ງມ່ວນກໍເຫັນເລີຍວ່າພວກເຂົາຈະສ້າງເພງຄັກໆອອກມາອີກຫຼາຍແທ້ໆ, ເຮົາສາມຕິດຕາມ 1X ໄປນໍາກັນ ແລະ ສະໜັບສະໜຸນຄວາມສາມາດຂອງໄວໜຸ່ມລາວກັນເທາະ!

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ຮັກແລ້ວຕ້ອງຈາກກັນໄປ ເຈົ້າຈະເປັນຈັງໃດຈະຍິ້ມໄດ້ຫຼືບໍ? ຟັງເພງ ບົດສຸດທ້າຍ ຮ້ອງໂດຍ Phoenix Boii ft Thinlamphone
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ໃຜວ່າຮິບຮັອບ ແລະ ໝໍລຳບໍ່ເຂົ້າກັນ? MAO MUN ປ່ອຍຂອງໃນເພງ ໝໍລຳໃຫຍ່ ຈັດເຕັມຄວາມມັນແຣັບແບບລາວ

ໃຜວ່າຮິບຮັອບກັບໝໍລຳໄປນຳກັນບໍ່ໄດ້? ມາຟັງເພງນີ້ກ່ອນ! "ໝໍລຳໃຫຍ່" ຈາກ MAO MUN ບອກເລີຍວ່າໂຄດສຸດ! ຈັງຫວະແໜ້ນໆບວກກັບຄວາມເປັນໝໍລຳແບບລາວໆຄືກົມກ່ອມສຸດໆ. ຕອນນີ້ປ່ອຍແລ້ວເດີທັງເວີຊັນ Official ແລະ Live...

ຖ້າຟັງ ຮັກຕ້ອງໃຊ້ເວລາ ເພງເກົ່າເລົ່າໃໝ່ຈາກ Aluna Project

ກັບມາຕາມຄວາມຮຽກຮ້ອງສິລະປິນ Diva ຢ່າງ Aluna ກຽມປ່ອຍເພງຮິດໃນຕຳນານ "ຮັກຕ້ອງໃຊ້ເວລາ" ເວີຊັນ 2026 ເພື່ອພາແຟນໆຫວນຄືນບັນຍາກາດຄວາມຫຼັງຈາກປີ 2007

ຟັງ ຍັງຄິດຮອດຢູ່ເດີ້ ຈາກ vvvvanno ຂໍ້ຄວາມຈາກຮັກເກົ່າ ເຖິງເຈົ້າທີ່ເລີ່ມຕົ້ນໃໝ່ແລ້ວ

ໃນວົງຈອນຂອງຄວາມຮັກ, ການມູຟອອນ (Move on) ບໍ່ໄດ້ແປວ່າເຮົາຈະສາມາດລົບທຸກຢ່າງຖິ້ມໄປໄດ້ທັງໝົດ ແຕ່ມັນຄືການເກັບທຸກຄວາມຊົງຈຳໄວ້ເລີກໃນໃຈ ແລະ ເພງ "ດີໃຈນຳເດີ້" ຈາກ vvvvanno ຖືເປັນຕົວແທນຂອງຄວາມຮູ້ສຶກໃນມຸມຂອງຄວາມຮັກທີ່ເຈັບປວດ...

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.