ລືມຣັນເວທຳມະດາ Louis Vuitton ຍົກທະເລມາໄວ້ກາງປາຣີກັບ Spring-Summer 2027 Men’s Collection

ແບ່ງປັນ

ລືມຣັນເວທຳມະດາ Louis Vuitton ຍົກທະເລມາໄວ້ກາງປາຣີກັບ Spring-Summer 2027 Men’s Collection

ໂດຍ: Tonmai Phoutthasack Tonmai Phoutthasack
26 June 2026 7

ເຄີຍຈິນຕະນາການບໍ່ວ່າ ຖ້າເຮົາຍົກຫາດຊາຍ ແລະ ກຽວຄື້ນສີຄາມມາໄວ້ກາງນະຄອນຫຼວງປາຣີ ມັນຈະອອກມາເປັນແນວໃດ? ບອກເລີຍວ່າ Pharrell Williams ເຮັດໃຫ້ມັນເກີດຂຶ້ນແລ້ວ ດ້ວຍການເນລະມິດຣັນເວໂຊ Spring-Summer 2027 Men’s Collection ໃຫ້ກາຍເປັນຫາດຊາຍ ແລະ ຄື້ນຍັກສຸດອະລັງການ ມອບປະສົບການເໜືອຈິງຄືກັບພາຜູ້ຊົມຫຼຸດເຂົ້າໄປຢ่ູອີກໂລກໜຶ່ງເມື່ອວັນທີ 23 ມິຖຸນາ 2026 ທີ່ຜ່ານມາ.

ມື້ນີ້ ມ່ວນຈະພາທຸກຄົນມາເຈາະເລິກຄວາມປັງຂອງໂຊນີ້ ທີ່ບໍ່ໄດ້ມີດີພຽງແຕ່ເສື້ອຜ້າທີ່ດູດີມີສະຕາຍ ແຕ່ຍັງຈັດເຕັມເລື່ອງໂປຣດັກຊັນແສງສີທີ່ສ້າງພາບອອກມາໄດ້ຢ່າງສວຍງາມ ແລະ ຍັງແຝງຄວາມຮັກໂລກເອົາໄວ້ແບບເຕັມປ່ຽມທຸກອະນູທີ່ໃຜເຫັນກໍຕ້ອງຫຼົງຮັກ.

ເສກຄື້ນ ສ້າງຫາດຊາຍ ມາໄວ້ໃຈກາງເມືອງ

ງານນີ້ Pharrell Williams (Creative Director) ໄດ້ແຮງບັນດານໃຈມາຈາກມາຈາກໄລຟ໌ສະຕາຍການໂຕ້ຄື້ນ ແລະ ການໃຊ້ຊີວິດແຄມຫາດຊາຍ ບັນຍາກາດຂອງໂຊຈຶ່ງເຕັມໄປດ້ວຍກຽວຄື້ນ, ດິນຊາຍ ແລະ ຜະໜັງທີ່ຕັດກັບທ້ອງຟ້າສີຄາມ ແຕ່ໃນຂະນະດຽວກັນ ໂຊນີ້ກໍຍັງຕ້ອງການສື່ສານເລື່ອງສິ່ງແວດລ້ອມນຳອີກ.

ໄຮໄລ້ທີ່ເຮັດເອົາຄົນເບິ່ງວ້າວສຸດໆ ແມ່ນການເນລະມິດເດີ່ນກວ້າງຂອງສະຖາບັນ Cité Internationale Universitaire de Paris ໃຫ້ກາຍເປັນຫາດຊາຍ, ແຖມມີສາກຫຼັງເປັນຄື້ນຍັກຈຳລອງຂະໜາດມະຫຶມາກວ້າງ 37 ແມັດ, ສູງ 8 ແມັດ ປ່ອຍນ້ຳຕົກລົງມາຕະຫຼອດເວລາ ເປີດທາງໃຫ້ບັນດານາຍແບບປາກົດຕົວອອກມາ ຄືກັບວ່າກຳລັງຍ່າງລອດຜ່ານອຸມົງນ້ຳຕົກ.

ບໍລິເວນທາງເຂົ້າງານ ຖືກເຕີມເຕັມປະສົບການການເດີນທາງແບບສະບັບ Louis Vuitton ດ້ວຍລົດ Camper Van ທີ່ຈອດເດັ່ນຢູ່ເທິງຫາດຊາຍ ໂດຍຕົວລົດໄດ້ຮັບການອອກແບບໃຫ້ມີຫຼັງຄາ ແລະ ຜະໜັງໂປ່ງໃສປະກາຍສີທອງ ຮັບກັບແສງແດດ ແລະ ບັນຍາກາດອ້ອມຮອບໄດ້ຢ່າງລົງຕົວ.

ອ່ານຕື່ມ:  ເຈາະເທຣນ ດອກບົວ 2026 ບໍ່ວ່າຮູບຖ່າຍຍອດຮິດ ຫຼື ແຮງບັນດານໃຈໃນວົງການແຟຊັ່ນ

ແຕ່ເບື້ອງຫຼັງຄວາມອະລັງການນີ້ ແບຣນກໍໄດ້ຄຳນຶງເຖິງຄວາມຍືນຍົງໃນຫຼາຍພາກສ່ວນ ໂດຍ Louis Vuitton ໄດ້ຮ່ວມສະໜັບສະໜູນສະມາຄົມ CORAL GARDENERS ເພື່ອຮ່ວມອະນຸລັກ ແລະ ຟື້ນຟູລະບົບນິເວດປະກາລັງໃນແຖບ French Polynesia.

ນອກຈາກນີ້ ຍັງມີການຈັດການອົງປະກອບຕ່າງໆ ຂອງໂຊ ໃຫ້ເປັນມິດກັບສິ່ງແວດລ້ອມທີ່ສຸດ ບໍ່ວ່າຈະເປັນນ້ຳ ທັງໝົດໃນໂຊແມ່ນໄດ້ເຮັດວຽກຮ່ວມກັບຫ້ອງການນ້ຳປະປາຂອງນະຄອນຫຼວງປາຣີ (Eaux de Paris) ເພື່ອໃຫ້ນ້ຳສາມາດໝູນວຽນກັບເຂົ້າສູ່ລະບົບສາທາລະນະໄດ້, ເຊິ່ງຊາຍທີ່ໃຊ້ເທິງຣັນເວ ກໍຈະຖືກນຳໄປສົ່ງຕໍ່ໃຫ້ເປັນເດີ່ນບານສົ່ງຫາດຊາຍຂອງມະຫາວິທະຍາໄລ.

ຄົນທີ່ບອກໃສ່ສູດໄປທະເລບໍ່ໄດ້ ແຕ່ LV ບອກວ່າໄດ້

ຈົບເລື່ອງການອອກແບບເລື່ອງໂຊວ໌ ຕອນນີ້ເຮົາມາສ່ອງເລື່ອງເສື້ອຜ້າທີ່ຮອບນີ້ເປັນການຈັບຄູ່ກັໍນລະຫວ່າງຄວາມນຽບແບບລູກຜູ້ດີປາຣີ ກັບ ຄວາມເທ່ແບບສາຍສະຕຣີດ ແລະ ນັກໂຕ້ຄື້ນ:

  • ອ້າຍຊາວີໃສ່ສູດໄປທະເລ ເປັນການເອົາເສື້ອສູດຊົງປ່ອຍໆ ຜ້າພິ້ວໆ ມາແມັດກັບໂສ້ງຂາສັ້ນຊົງໃຫຍ່ (Baggy) ຫຼື ຈະເປັນແຈັກເກັດກັນລົມໃສ່ກັບເກີບບູດ ກໍເບິ່ງຄູນໄປອີກແບບ ໄດ້ຟີລນັກໂຕ້ຄື້ນປົນນັກສະເກັດບອດ.
  • ຊີມີລູກຫຼິ້ນແພຣວພຣາວມີການເອົາຊຸດດຳນ້ຳ (Wetsuit) ມາເຮັດໃໝ່ໃສ່ລາຍ LV ເຂົ້າໄປ, ຫຼິ້ນເທັກນິກພິມລາຍຜ້າໃຫ້ເບິ່ງຄືປຽກນ້ຳຢູ່ຕະຫຼອດເວລາ. ອີກອັນທີ່ເທ່ຄື ການຟອກສີໂສ້ງຢີນໃຫ້ເບິ່ງຈືດໆ ຄືກັບເສື້ອຜ້າທີ່ຖືກແດດແຜດເຜົາ ແລະ ຖືກນ້ຳທະເລກັດມາດົນໆ.
  • ແລະຂອງມັນຕ້ອງມີ ງານນີ້ກະດານໂຕ້ຄື້ນລາຍ LV ຕ້ອງເຂົ້າແລ້ວ ແຖມຍັງມີເກີບຜ້າໃບຊົງສະເກັດບອດໜ້າຕາລຸຍໆ ໄປຈົນເຖິງລົດຖີບລຸ້ນພິເສດທີ່ນາຍແບບແບກໂຊປິດທ້າຍນຳອີກ. ດີເທວນ້ອຍໆ ຢ່າງປຸ່ມກະດຸມ ຫຼື ອາໄຫຼ່ກະເປົາ ກໍປ່ຽນມາໃຊ້ໄຂ່ມຸກ ແລະ ຮູບເປືອກຫອຍແທນ ດູດີມີລາຄາແຮງ.

ສະຫຼຸບແລ້ວ Louis Vuitton Men’s SS27 ພາຍໃຕ້ວິໄສທັດຂອງ Pharrell Williams ບໍ່ແມ່ນພຽງແຕ່ການນຳສະເໜີຄໍເລັກຊັນເສື້ອຜ້າໃໝ່ເທົ່ານັ້ນ ແຕ່ເປັນການສ້າງງານສິລະປະທີ່ເຊື່ອມໂຍງແຟຊັນ, ໄລຟ໌ສະຕາຍ ແລະ ຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມເຂົ້າກັນຢ່າງລົງຕົວ.

ອ່ານຕື່ມ:  ຢາກເບິ່ງເປັນ "ລູກຜູ້ດີ" ຕ້ອງແຕ່ງໂຕແນວໃດ? Old Money Style ຄືຄຳຕອບ

ມັນຊ່ວຍເປີດມຸມມອງໃໝ່ໃຫ້ເຮົາເຫັນວ່າ ໂປຣດັກຊັນທີ່ຍິ່ງໃຫຍ່ອະລັງການ ກໍສາມາດເຮັດຄວບຄູ່ໄປກັບການດູແລທຳມະຊາດໄດ້ ຖ້າມີການວາງແຜນທີ່ດີ. ເປັນອີກໜຶ່ງໂຊທີ່ບໍ່ພຽງແຕ່ສ້າງແຮງບັນດານໃຈໃນເລື່ອງຂອງການແຕ່ງຕົວ ແຕ່ຍັງຝາກຂໍ້ຄິດດີໆ ໃຫ້ກັບວົງການແຟຊັນໂລກອີກດ້ວຍ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.