
ເມື່ອຄວາມຮັກບໍ່ເປັນພຽງຄວາມຮູ້ສຶກ ແຕ່ມີເສັ້ນແບງຂອງຖານະຄອບຄົວຂວາງກັ້ນໂຊກສະຕາໄວ້.

ເພງນີ້ທີ່ຈະນຳພາເຫຼົ່າຜູ້ຟັງສູ່ເລື່ອງລາວຂອງຄູ່ຮັກທີ່ແມ່ນວ່າຈະມີຮັກແທ້ຕໍ່ກັນ ແຕ່ຕ້ອງພັດພາກຈາກກັນເພາະຄວາມແຕກຕ່າງທາງຖານະທາງຄອບຄົວ .
“ບົວລະພາ” ທີ່ໝາຍເຖິງທິດຕາເວັນອອກ ໃນບໍລິບົດເພງນີ້ປຽບເປີຍເຖິງຄົນຮັກທີ່ຢູ່ສູງເກີນຄືດັ່ງ ດວງອາທິດທີ່ຂື້ນໃນທິດຕາເວັນອອກ ໄກເກີນທີ່ເອື້ອມເຖິງ ແມ່ນວ່າຈະຮັກແທ້ ແຕ່ຊອງວ່າງລະວ່າງຖານະທີ່ແຕກຕ່າງກັນຈຶ່ງເຮັດໃຫ້ຕ້ອງມືອອກຈາກກັນ.

ດ້ວຍເພງສະຕິງລາວປະສົມປະສານກັບດົນຕີພື້ນເມືອງລາວໃຫ້ມູດເພງທີ່ອົບອຸ່ນແຕ່ແຟງໄປດ້ວຍຄວາມເຈັບປວດ ສື່ເຖິງການເລົ່າເລື່ອງຂອງຄວາມຮັກທີ່ບໍ່ສົມຫວັງຖ່າຍທອດຄວາມຮູ້ສຶກເສຍດາຍຂອງການຈາກລາທີ່ບໍ່ເຕັມໃຈ.
ເຄມີທີ່ຕົງກັນ ຂອງ AIILA ແລະ Taiy Akard ສະກົດທຸຖກອາລົມຈຶງເຮັດໃຫ້ເພງນີ້ເຕັມອິ່ມໄປດ້ວຍຄວາມເລິກເຊິງກິນໃຈ ແລະ ເຮັດໃຫ້ຟັງຕ້ອງອິນກັບເລື່ອງລາວຂອງພວກເຂົາ.
ໂດຍ: ທີມບັນນາທິການມ່ວນ