ເຫັນໜ້າຮັກໆແບບນີ້… ອາຍຸ 50 ປີແລ້ວເດີ! ຮູ້ຈັກ Grogu ກ່ອນໄປເບິ່ງ The Mandalorian and Grogu

ຫຼັງຈາກເປີດໂຕຟົດຟື້ນໃນເທດສະການຮູບເງົາເມືອງຄານ 2026 , ຕົວລະຄອນທີ່ກາຍເປັນໂຕຕຶງຂອງງານທີ່ໃຜເຫັນກໍຕ້ອງຮ້ອງວ້າວເພາະຄວາມຫນ້າຮັກຄົງຈະເປັນໃຜໄປບໍ່ໄດ້ ນອກຈາກນ້ອງ Grogu. ແຕ່ເຊື່ອບໍ່ວ່າ ໃບໜ້າອ່ອນເຍົາແບບເບບີ້ແບບນີ້ ຄວາມຈິງນ້ອງມີອາຍຸ 50 ປີແລ້ວ.
ເປັນຫຍັງເຜົ່າພັນນີ້ຈຶ່ງອາຍຸຍືນຍາວແບບນີ້? ມື້ນີ້ muan.space ຈະພາທຸກຄົນໄປເຈາະເລິກໂລກຂອງນ້ອງກ່ອນຈອງປີ້ໄປເບິ່ງໜັງໃນໂຮງ.
Grogu ເປັນສິ່ງມີຊີວິດທີ່ເຕັມໄປດ້ວຍພະລັງ Force ທີ່ເລິກລັບ. ໃນຈັກກະວານ Star Wars, ເຜົ່າພັນຂອງໂກຣກູ ເຊິ່ງເປັນເຜົ່າພັນດຽວກັບອາຈານ Yoda ແມ່ນເຜົ່າພັນທີ່ຫາຍາກ ແລະ ຍັງຄົງເປັນປິດສະໜາທີ່ສຸດ. ເຖິງວ່າຈະມີແຟນໆເອີ້ນວ່າ Baby Yoda ແຕ່ນີ້ບໍ່ແມ່ນອາຈານໂຢດາໃນໄວເດັກເດີ ແລະ ທາງ Lucasfilm ກໍບໍ່ເຄີຍບອກຊື່ເຜົ່າພັນຢ່າງເປັນທາງການ, ບໍ່ຮູ້ແທ້ໆວ່າດາວຕົ້ນກຳເນີດຂອງພວກເຂົາຢູ່ໃສ ແລະ ບໍ່ມີຂໍ້ມູນວ່າພວກເຂົາແຜ່ພັນກັນແນວໃດ.
ສິ່ງດຽວທີ່ເຮົາຮູ້ຄື ພວກເຂົາທຸກຄົນທີ່ປະກົດໂຕໃນຈັກກະວານ Star Wars ລ້ວນແຕ່ມີພະລັງ Force ທີ່ແຂງແກ່ນເປັນພິເສດ.
ສາເຫດທີ່ນ້ອງເບິ່ງຄືເດັກນ້ອຍກໍຍ້ອນວ່າມີວົງຈອນຊີວິດທີ່ແຕກຕ່າງຈາກມະນຸດຫຼາຍເທົ່າ. ເຜົ່າພັນນີ້ສາມາດມີຊີວິດຢູ່ໄດ້ເຖິງ 900 ກວ່າປີ. ດັ່ງນັ້ນ, ອາຍຸ 50 ປີຂອງໂກຣກູ ຈຶ່ງຖືວ່າເປັນພຽງໄວເດັກໃນສາຍຕາຂອງເຜົ່າພັນນີ້ນັ້ນເອງ.
ໂກຣກູເຄີຍເປັນນັກຮຽນ Jedi ໃນ Jedi Temple ຢູ່ດາວ Coruscant. ນ້ອງໄດ້ຮັບການຝຶກຝົນຈາກອາຈານ Jedi ຫຼາຍຄົນກ່ອນທີ່ຈະເກີດເຫດການ Order 66 ຫລື ການກວາດລ້າງ Jedi. ໃນມື້ນັ້ນ, ມີຜູ້ຊ່ວຍນ້ອງອອກມາໄດ້ ແລະ ນ້ອງກໍຫາຍສາບສູນໄປຫຼາຍປີ ຈົນກະທັ້ງມາພົບກັບ Mando.
ເຖິງຈະບໍ່ລະບຸຊັດເຈນວ່າເປັນພໍ່ລູກກັນ ຫຼື ບໍ່ກັບອາຈານໂຢດາ, ແຕ່ດ້ວຍລັກສະນະທີ່ຄ້າຍກັນຫຼາຍ ເຊັ່ນ: ຫູ, ຕາ ແລະ ພະລັງ Force, ເຮັດໃຫ້ໂກຣກູກາຍເປັນຕົວເຊື່ອມໂຍງທີ່ສຳຄັນທີ່ສຸດໃນຍຸກໃໝ່. ນ້ອງຄືຫຼັກຖານທີ່ມີຊີວິດຂອງຍຸກສະໄໝ Jedi ທີ່ຍິ່ງໃຫຍ່. ຖ້າບໍ່ມີນ້ອງ, ເນື້ອເລື່ອງຫຼັກຂອງ Star Wars ກໍຈະຂາດຫົວໃຈທີ່ເຊື່ອມໂຍງອະດີດ ແລະ ອະນາຄົດໄປຢ່າງໜ້າເສຍດາຍ.
ໃນຮູບເງົາ The Mandalorian ນີ້ຈະເລົ່າເລື່ອງສືບຕໍ່ຈາກຊີຣີສ໌ The Mandalorian ທີ່ພາ ດິນ ຈາຣິນ (Mando) ແລະ ໂກຣກູ ເດີນທາງໄປສຳຫຼວດດວງດາວ ແລະ ປົກປ້ອງກັນຈາກໄພອັນຕະລາຍທີ່ຍັງຫຼົງເຫຼືອຈາກຈັກກະວານທີ່ກຳລັງຈະຫລົ້ມສະຫລາຍ. ພາກນີ້ບອກເລີຍວ່າ ຈັດເຕັມທັງ Action, ຄວາມອົບອຸ່ນ ແລະ ພາບທີ່ສວຍງາມຕາແຕກ.
📍 ໄປເບິ່ງນ້ອງໂກຣກູໄດ້ແລ້ວມື້ນີ້, The Mandalorian and Grogu ເຂົ້າສາຍແລ້ວໃນໂຮງຮູບເງົາທົ່ວປະເທດລາວ. ໃຜທີ່ເປັນສາວົກ Star Wars ຫຼື ຢາກໄປເບິ່ງຄວາມໜ້າຮັກຂອງນ້ອງ ຫ້າມພາດ!


