ບໍ່ຈຳເປັນຕ້ອງເປັນຜົນງານຈາກຄ້າຍໃຫຍ່ກໍຊະນະ Oscars ໄດ້ ບົດຮຽນຈາກ Flow ຮູບເງົາແອນິເມຊັນຈາກລັດເວຍ ດ້ວຍການສ້າງສັນດ້ວຍຊັບພະຍາກອນທີ່ຈຳກັດ ແລະ ບອກເຮົາວ່າທີມນ້ອຍໆກໍມີຄວາມເປັນໄປໄດ້ຖ້າເຮົາລົງມືເຮັດ.
ຜົນການປະກາດລາງວັນ Oscars ຫຼື Academy Awards ຄັ້ງທີ 97 ຈົບລົງໄປແລ້ວ ແລະ ຮູບເງົາຫຼາຍເລື່ອງ ລວມທັງຜູ້ທີ່ສ້າງສັນຜົນງານທັງເບື້ອງໜ້າ ແລະ ເບື້ອງຫຼັງຕ່າງກໍປະຈັກຕາວ່າເໝາະສົມກັບລາງວັນແລ້ວ, ໜຶ່ງໃນຊື່ທີ່ຖືກກ່າວເຖິງຫຼາຍແຮງຄົງຈະໜີບໍ່ພົ້ນ Flow ຮູບເງົາແອນິເມຊັນອິດສະລະ ສັນຊາດລັດເວຍ ທີ່ຄວ້າລາງວັນ Best Animated Feature ໄປໄດ້ ແລະ ຖືເປັນການສ້າງບາດກ້າວທີ່ສຳຄັນ ພ້ອມທັງສະແດງໃຫ້ເຫັນວ່າ ບໍ່ຈຳເປັນຕ້ອງເປັນຮູບເງົາຈາກຄ້າຍໜັງຍັກໃຫຍ່ ກໍສາມາດປະສົບຄວາມສຳເລັດໄດ້.

ເຫດຜົນທີ່ເຮົາເວົ້າແບບນັ້ນກໍຍ້ອນວ່າ ໃນການປະກາດລາງວັນອອສກາຄັ້ງທີ່ຜ່ານໆມາ ຮູບເງົາແອນິເມຊັນສ່ວນໃຫຍ່ທີ່ໄດ້ລາງວັນ ຈະເປັນຮູບເງົາຈາກຄ້າຍໃຫຍ່ລະດັບໂລກທັງນັ້ນ. ຍົກຕົວຢ່າງເຊັ່ນ: Shrek ເມື່ອປີ 2001 ຈາກຄ້າຍ Dreamworks, Spirited Away ເມື່ອປີ 2003 ຈາກ Studio Ghibli ແລະຫຼັງຈາກນັ້ນຜ່ານມາອີກ 20 ປີກໍເປັນຜົນງານຈາກຄ້າຍໃຫຍ່ທັງນັ້ນ ບໍ່ວ່າຈະເປັນ Frozen, Inside Out, Zootopia, Toy Story 4 ເປັນຕົ້ນ.
ການໄດ້ຮັບລາງວັນນີ້ຂອງ Flow ຈຶ່ງຖືກກ່າວວ່າ ເປັນການ “ທຳລາຍ” ການກືນກິນຂອງສະຕູດີໂອຍັກໃຫຍ່ຈາກຮໍລີວູດ ເຊັ່ນ: Disney, Pixar ແລະ Dreamworks ແລະ ທີ່ສຳຄັນຍິ່ງໄປກວ່ານັ້ນຄື ມັນເປັນສັນຍານຂອງການປ່ຽນແປງໃນວົງການແອນິເມຊັນ ທີ່ Academy Awards ເລີ່ມໃຫ້ຄວາມສຳຄັນກັບຜົນງານຈາກນານາຊາດ ແລະ ຮູບເງົາອິດສະລະ (indie film) ຫຼາຍຂຶ້ນ.
Flow ເປັນເລື່ອງລາວກ່ຽວກັບຫຍັງ?
Flow ເລົ່າເລື່ອງລາວຂອງແມວດຳໂຕໜຶ່ງທີ່ຕ້ອງປະເຊີນກັບໄພນໍ້າຖ້ວມຄັ້ງໃຫຍ່ທີ່ທຳລາຍເຮືອນຂອງມັນ. ມັນໄປພົບກັບບ່ອນຫຼົບໄພເທິງເຮືອພ້ອມກັບສັດຊະນິດອື່ນໆເຊັ່ນ: ໝາ, ລີເມີ, ຄາປິບາຣາ ແລະ ນົກເລຂານຸການ ເຊິ່ງຕ້ອງຮຽນຮູ້ທີ່ຈະຢູ່ຮ່ວມກັນ ແລະ ເອົາຊີວິດລອດທ່າມກາງໂລກທີ່ປາສະຈາກຄົນ.




ຈຸດເດັ່ນຂອງຮູບເງົາເລື່ອງນີ້ແມ່ນ “ບໍ່ມີບົດເວົ້າ” ເລີຍ ແຕ່ເນັ້ນໃຊ້ພາບ ແລະ ດົນຕີປະກອບເພື່ອຖ່າຍທອດອາລົມ ແລະ ເລື່ອງລາວ.
ຜູ້ກຳກັບ ກິນສ໌ ຊິລບາໂລດິສ (Gints Zilbalodis) ສັນຊາດລັດເວຍ ເປີດເຜີຍວ່າ ພວກເຂົາສ້າງຮູບເງົານີ້ໂດຍໃຊ້ຊອບແວ open-source ຊື່ວ່າ Blender ເຊິ່ງເປັນເຄື່ອງມີຟຣີໃນການປັ້ນຖມເດວຕ່າງໆຂຶ້ນມາ ນີ້ເອງທີ່ຊ່ວຍຫຼຸດຕົ້ນທຶນການຜະລິດ ແຕ່ຍັງຄົງຄຸນນະພາບລະດັບສູງ ເຊິ່ງຕົ້ນທຶນຢູ່ທີ່ 3.7 ລ້ານໂດລາ ເຊິ່ງຖືວ່າບໍ່ຫຼາຍຖ້າທຽບໃສ່ຮູບເງົາຂອງຄ້າຍທີ່ເປັນເບີໃຫຍ່.

ນອກຈາກນັ້ນ ທີມງານຜະລິດກໍບໍ່ໄດ້ມີຫຼາຍຄົນ ແຕ່ເປັນທີມນ້ອຍໆຈຳນວນ 20 ຄົນ ໃຊ້ເວລາເຮັດ 6 ເດືອນ ແລະ ເຄິ່ງໜຶ່ງຂອງທີມງານບໍ່ເຄີຍໃຊ້ Blender ມາກ່ອນ.
ແລ້ວແມ່ນຫຍັງທີ່ເຮັດໃຫ້ເຂົາເຈົ້າເຮັດໜັງທີ່ຄຸນນະພາບດີ, ໄດ້ຮັບຄຳວິຈານທີ່ດີ ໄປຈົນຄວ້າລາງວັນໃຫຍ່ແບບນີ້ໄດ້? ຄຳຕອບແມ່ນ ພວກເຂົາມີວິໄສທັດທີ່ຊັດເຈນ ແລະ ມຸ່ງໝັ້ນ ຈົນສາມາດສ້າງຜົນກະທົບລະດັບໂລກໄດ້ ແລະ ຍັງກາຍເປັນແຮງບັນດານໃຈໃຫ້ກັບນັກສ້າງຮູບເງົາອິດສະລະໃນທົ່ວໂລກອີກດ້ວຍ.



ລາງວັນອື່ນໆທີ່ Flow ໄດ້ຮັບ
- Best Animated Feature ຈາກ Golden Globes 2025
- ລາງວັນຈາກ New York Film Critics Circle, Los Angeles Film Critics Association ແລະ National Board of Review
- ຄວ້າ 4 ລາງວັນຈາກ Annecy International Animation Film Festival
- ຊະນະລາງວັນ Best Independent Animated Film ຈາກ Annie Awards
ອ້າງອີງ: