ການແຂ່ງຂັນໂອລິມປິກ 2024 ທີ່ ປາຣີສ ຖືວ່າໄດ້ປິດຕົວລົງຢ່າງຍິ່ງໃຫຍ່ ແລະ ສວຍງາມ, ໃນພິທີປິດຍັງມີການສະແດງສິລະປະວັດທະນາທຳ ແລະ ປະຫວັດສາດຂອງປະເທດຝຣັ່ງອີກດ້ວຍ. ນອກຈາກນັ້ນ ກໍຍັງມີລາຍການການສະແດງດົນຕີ ທີ່ ໄດ້ລວບລວມເອົາສິລະປິນຈາກທົ່ວທຸກມຸມໂລກ ໃຫ້ໄດ້ມີສ່ວນຮ່ວມຂຶ້ນມາສະແດງໃນພິທີປິດງານໂອລິມປິກ 2024 ນີ້ ເຊິ່ງຖືວ່າມີເລື່ອງລາວໜ້າຍິນດີ ແລະ ໄດ້ເປັນທີ່ຍອມຮັບຈາກຜູ້ຄົນທົ່ວໂລກ ເພາະໄດ້ມີສິລະປິນນັກຮ້ອງຈາກກຳປູເຈຍ ປະເທດເພື່ອນບ້ານຂອງເຮົາທີ່ໄດ້ຖືກເຊີນຂຶ້ນຮ້ອງເພງໃນພິທີປິດງານນີ້ອີກດ້ວຍ.
VannDa ແຣັບເປີຊື່ດັງຈາກກຳປູເຈຍ ໄດ້ສ້າງຄວາມໜ້າສົນໃຈ ແລະ ປະກົດການໃໝ່ໃນການປະກົດຕົວເປັນຕົວແທນໃຫ້ກັບສິລະປິນໃນພາກພື້ນເອເຊຍ ແລະ ເປັນພຽງໜຶ່ງດຽວທີ່ໄດ້ຂຶ້ນສະແດງໃນພິທີປິດໃນງານໂອລິມປິກ 2024 ຢູ່ Stade de France ປະເທດຝຣັ່ງ ດ້ວຍເພງດັງຢ່າງ “Time To Rise”. ໃນການສະແດງເທິງເວທີ ລາວໄດ້ນໍາສະເໜີເຖິງວັດທະນະທຳການແຣັບແບບຜະສົມຜະສານຮູບແບບດົນຕີສຽງເພງສະໄໝໃໝ່ກັບຄວາມເປັນກຳປູເຈຍ ການສະແດງຄັ້ງນີ້ແມ່ນໄດ້ເຊື່ອມໂຍງເຮັດໃຫ້ເພງຂອງລາວເປັນທີ່ຮູ້ຈັກຫຼາຍຂຶ້ນໃນເວທີລະດັບສາກົນ.

Chhun Sovanndara ຫຼື VannDa ແມ່ນແຣັບເປີຊາວກໍາປູເຈຍ ອາຍຸ 27 ປີ, ແຕ່ກ່ອນທີ່ຈະມາເປັນສິລະປິນແຣັບເປີຊື່ດັງໃນປັດຈຸບັນ. ຊິວິດຂອງ VannDa ໃນໄວເດັກແມ່ນບໍ່ໄດ້ສວຍງາມຢ່າງທີ່ຄິດ ເພາະລາວເກີດໃນຄອບຄົວຍາກຈົນ ແລະ ມີຊີວິດທີ່ລຳບາກ, ດ້ວຍຄວາມຈຳເປັນເຮັດໃຫ້ຕ້ອງອາໄສຢູ່ ທີ່ ວັດແຫ່ງໜຶ່ງໃນກຳປູເຈຍ. ໃນຕອນຍັງນ້ອຍ Vannda ໄດ້ມີຄວາມຝັນຄືຢາກເປັນສິລະປິນ ຫຼື ແຣັບເປີ ເຮັດໃຫ້ໝູ່ໃນຫ້ອງຮຽນກໍພາກັນປະຕິບັດກັບລາວບໍ່ດີດ້ວຍການຫົວເຢາະເຢີ້ຍລາວ, ບໍ່ເຊື່ອວ່າສິ່ງທີ່ລາວມັກ ຫຼື ວ່າຄວາມຝັນນັ້ນຈະເປັນຈິງໄດ້. ແຕ່ດ້ວຍຄວາມພະຍາຍາມຂອງລາວໄດ້ຊຸກດັນຕົວເອງໃຫ້ໄດ້ເຮັດສາຍອາຊີບນີ້. ຈົນໃນທີ່ສຸດກໍເຮັດໃຫ້ VannDa ປະສົບຜົນສຳເລັດໃນເສັ້ນທາງຂອງລາວ.
ການເດີນທາງຂອງ VannDa ໃນນາມສິລະປິນ ລາວໄດ້ເລິ່ມຕົ້ນດ້ວຍການແຣັບ ແລະ ສ້າງເພງເອງ. ໃນປີ 2019 VannDa ໄດ້ເຂົ້າຮ່ວມ Hang Meas Production ເຊິ່ງເປັນຄ້າຍເພງອັບດັບຕົ້ນໆຂອງກໍາປູເຈຍ ແລະ ນີ້ຄືຈຸດປ່ຽນສໍາຄັນໃນການຜະລິດເພງທີ່ມີຄຸນນະພາບຂອງລາວໃນການສ້າງເພງທີ່ເປັນທີ່ຈົດຈຳ ແລະ ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ.
ຈາກເນື້ອຫາຂອງບົດເພງທີ່ເປັນເອກະລັກສະທ້ອນເຖິງຊີວິດສັງຄົມຢູ່ກໍາປູເຈຍ ແລະ ເພງຂອງລາວກໍໄດ້ເລີ່ມແຜ່ຫຼາຍຂຶ້ນເລື້ອຍໆຈົນເຮັດໃຫ້ກາຍເປັນສິລະປິນຄົນທຳອິດທີ່ເຮັດໃຫ້ເພງກຳປູເຈຍ ມີຍອດວິວເກີນ 100 ລ້ານວິວ ໃນ YouTube ແລະ ເພງທີ່ເຮັດໃຫ້ເປັນທີ່ນິຍົມຫຼາຍກໍແມ່ນ “Time To Rise” ດ້ວຍຜົນງານເພງທີ່ມີຄວາມໂດດເດັ່ນ.
ເພງ “Time To Rise” ມີຄວາມໝາຍເລິກເຊິ່ງທີ່ເວົ້າທີ່ເຖິງຄວາມພາກພູມໃຈໃນວັດທະນະທຳ ສະແດງໃຫ້ເຫັນໃນຄວາມມຸ່ງໝັ່ນ, ຄວາມກ້າຫານ ແລະ ການຕໍ່ສູ້ກັບອຸປະສັກຂອງພວກເຂົາ. ເພື່ອສ້າງຄວາມເຊື່ອໝັ່ນໃຫ້ກັບຄົນຮຸ່ນໃໝ່ໃຫ້ພັດທະນາຮ່ວມກັນເພື່ອເດີນທາງໄປສູ່ອານາຄົດ. ເພງນີ້ໄດ້ຜະສົມຜະສານດົນຕີສະໄໝໃໝ່ກັບດົນຕີພື້ນເມືອງຈາກເຄື່ອງດົນຕີ Chapei Dong Veng ຂັບຮ້ອງໂດຍ ອາຈານ Kong Nay ສິລະປິນໃນຕຳນານຂອງກຳປູເຈຍ.
VannDa ໄດ້ຮ່ວມງານກັບສິລະປິນຕ່າງປະເທດ ແລະ ເຂົ້າຮ່ວມກິດຈະກຳທີ່ສຳຄັນຫຼາຍເຊັ່ນ: ການສະແດງໃນງານດົນຕີນານາຊາດ, ງານສະເຫຼີມສະຫຼອງລະດັບໂລກ ແລະ UNICEF Charity Events. ນອກຈາກນັ້ນ VannDa ຍັງຮັກທຳມະຊາດ. ເວລາທີ່ລາວບໍ່ໄດ້ຢູ່ໃນສະຕູດິໂອເຮັດເພງ ລາວມັກຈະອອກໄປໃຊ້ຊີວິດທ່າມກາງທຳມະຊາດ ດ້ວຍການຕັ້ງແຄ້ມ ປ່ອຍໂຕເອງໃຫ້ລ່ອງລອຍໄປກັບສິ່ງອ້ອມໂຕ, ຟັງສຽງຮ້ອງຂອງນົກ. ລາວກ່າວວ່າ ຄົນເຮົາມັກລະເລີຍທຳມະຊາດ ແລະ ທຳລາຍສິ່ງເຫຼົ່ານັ້ນ.

ດ້ວຍຄວາມຄິດແບບນັ້ນເອງ ລາວມີໂອກາດໄດ້ເຮັດວຽກກັບໂຄງການສ້າງຄວາມຮັບຮູ້ກ່ຽວກັບສິ່ງແວດລ້ອມຫຼາຍໂຄງການ ເຊັ່ນ: ແຄມເປນສ້າງຄວາມຮັບຮູ້ກ່ຽວກັບໄພອັນຕະລາຍຂອງການລ່າສັດປ່າ ໃນເພງ Khmer Blood ເຊິ່ງເຮັດຮ່ວມກັບ Wildlife Alliance, ໂຄງການຮູບເງົາອະນິເມຊັນ ແລະ ເທດສະການດົນຕີ The 1River ເພື່ອສົ່ງເສີມແຄມເປນຕ້ານການນຳໃຊ້ພລາສຕິກຮ່ວມກັບ UNDP, ກະຊວງສິ່ງແວດລ້ອມຂອງກຳປູເຈຍ, ສະຖານທູດສະວີເດນ ແລະ Mitsubishi Corporation.
ນອກຈາກນັ້ນ ຫຼ້າສຸດ ລາວຍັງໄດ້ຮ່ວມໃນຄອນເສີດ Bon Phum On The Move Eco-Awareness ເຊິ່ງໄດ້ຮັບການສະໜັບສະໜຸນໂດຍ UNICEF ແລະ ກະຊວງສິ່ງແວດລ້ອມຂອງກຳປູເຈຍເພື່ອອະນຸລັກປາຂ່າ ຫຼື ໂລມາອີຣະວະດີ, ຕ້ານການນຳໃຊ້ພລາສຕິກ ແລະ ການຕັດໄມ້ທຳລາຍປ່າ.
VannDa ໄດ້ສ້າງກຳລັງໃຈ ແລະ ຄວາມເຊື່ອໝັ້ນໃຫ້ກັບຄົນທີ່ມີຄວາມຝັນທີ່ເລີ່ມຈາກຈຸດນ້ອຍໆ, ເຮັດເພງຈາກຄວາມມັກ ແລະ ຄວາມພະຍາຍາມແລ່ນຕໍ່ສູ້ກັບອຸປະສັກໃນຊີວິດ. ຈົນເປັນທີ່ຍອມຮັບຈາກຄົນທົ່ວໂລກ ແລະ ຍັງເປັນສິລະປິນທີ່ໄດ້ສ້າງແຮງບັນດານໃຈໃຫ້ສິລະປິນຄົນອື່ນໆທີ່ຈະໄດ້ຍ່າງຕາມຮອຍ VannDa ໃຫ້ສະແຫວງຫາໂອກາດທີ່ດີສູ່ເວທີລະດັບສາກົນ.
ໂດຍ: ທີມບັນນາທິການ Muan