ໜ້າຫຼັກ Muan.la - ສາລະບັນເທີງ The Interview ລົມກັບ PT Flow ແຣັປເປີສຽງເຈົ້າສະເໜ່ຈາກຫຼວງພະບາງ ຜູ້ຮ້ອງທ່ອນຮຸກຕິດຫູໃນເພງ ”ເທບທິດາ”
The Interview

ລົມກັບ PT Flow ແຣັປເປີສຽງເຈົ້າສະເໜ່ຈາກຫຼວງພະບາງ ຜູ້ຮ້ອງທ່ອນຮຸກຕິດຫູໃນເພງ ”ເທບທິດາ”

ລົມກັບ PT Flow ແຣັປເປີສຽງເຈົ້າສະເໜ່ຈາກຫຼວງພະບາງ ຜູ້ຮ້ອງທ່ອນຮຸກຕິດຫູໃນເພງ ”ເທບທິດາ”

ແບ່ງປັນ

ຫາກໍຜ່ານມາໄວໆນີ້ ສິລະປິນ 3 ໜຸ່ມຈາກຄ້າຍ Nemo Record ຢ່າງ Phoenix BOII,LIL ROXZ ແລະ PT FLOW ໄດ້ປ່ອຍເພງໃໝ່ໃຫ້ຟັງກັນແບບຫວານຊ່ຳຢ່າງ ”ເທບທິດາ” ແຕ່ທີ່ໜ້າຈັບຕາຄືວັກຮຸກທີ່ມີເອກະລັກ ແລະ ມີສະເໜ່ໃນຕົວທີ່ຮ້ອງໂດຍ PT FLOW ແຣັປເປີຈາກຫຼວງພະບາງເຈົ້້າຂອງເພງ “ເຕີມເຕັມ”.

ພິທັກ ວັນໂນສິນ ອາຍຸ 24 ປີ ມາຈາກຫຼວງພະບາງ ປັດຈຸບັນແມ່ນເປັນສິນລະປິນອິດສະລະສ່ວນຕົວເປັນຄົນໃຈດີ ເຂົ້າກັບທຸກຄົນໄດ້ງ່າຍເປັນຄົນຮັບຟັງຄົນອື່ນ ແລະ ມັກຈະເເນະນຳໝູ່ສະເໝີ. ເວລາຫວ່າງກໍຈະມັກເເຕ່ງເພງ ນອກນັ້ນກໍມັກແຕ້ມຮູບງານ Art ຫລື custom ເສື້ອຜ້າ Fashion ແບບບໍ່ຄືໃຜ IG:TMONG 4289.

ຈຸດເລີ່ມຕົ້ນໃນການເປັນສິລະປິນກໍຄືເປັນຄົນມັກຮ້ອງເພງມາຕັ້ງເເຕ່ນ້ອຍຢູ່ແລ້ວ ແລະ ມີພໍ່ເປັນໄອດໍ ເພາະພໍ່ຕົວເອງກໍເຄີຍເປັນນັກຮ້ອງມາກ່ອນກໍເລີຍໄດ້ຮັບອິດທິພົນມາຈາກພໍ່. ສະໄຕລ໌ການຮ້ອງຈະເນັ້ນໄປທາງເພງເມໂລດີຕິດຫູ ແລະ ແຣັ້ປເປັນສ່ວນໃຫຍ່ເພາະແນວທາງທີ່ເຮົາຕ້ອງການ.

ຄວາມຝັນສູງສຸດຂອງ PT FLOW ກໍຄື ຢາກເປັນສິລະປິນທີ່ດີເດັ່ນຂອງປະເທດລາວໃຫ້ໄດ້ ແລະ ອີກຄວາມຝັນທີ່ຢາກເຮັດກໍຄືຢາກຮ່ວມໂປຣເຈັກເພງກັບສິລະປິນຄົນໄທ ຫລື ຕ່າງຊາດນັ້ນເອງ. ຖ້າມີໂອກາດຢາກຮ່ວມງານນຳສິລະປິນຄົນລາວຄົນໃດຄົນໜຶ່ງຄົນໆນັ້ນກໍຄື GX2 ຍ້ອນວ່າມັກວິທີການຮ້ອງເພງ ແລະ ເເນວເພງທີ່ໂຈເອງເຮັດຢູ່ກໍມີຄວາມໃກ້ຄຽງກັນ.

ເພາະສ່ວນຕົວຄິດວ່າເພງເຮົາຈະສ້າງຄວາມປ່ຽນແປງທາງດ້ານວົງການເພງລາວ ເພາະດຽວນີ້ເພງລາວເຮົາກໍມີຫຼາກຫຼາຍແບບຫຼາກຫຼາຍເເນວ ເເຕ່ແນວເພງທີ່ມາເເຮງທີ່ສຸດຕອນນີ້ໃນລາວກໍຄືເພງແນວ Pop ແລະ R&B.

ຕັ້ງເເຕ່ໄດ້ປ່ອຍເພງໄປກະຮູ້ສຶກວ່າດີ ທີ່ມີຄົນຮູ້ຈັກຫຼາຍຂື້ນ ແລະ ຂອບໃຈທຸກຄົນທີ່ support ກັນ. ສຸດທ້າຍນີ້ເເລ້ວກໍຂໍຝາກຜົນງານເພງເທບທິດາ ຫາກໍປ່ອຍລົງຊ່ອງຢູທູບ NEMO RECORD OFFICAL ແລະ ກໍຈະມີຜົນງານເພງໃໝ່ອອກມາເລື້ອຍໆເປັນແນວໄດ້ກໍຝາກຕິດຕາມກັນດ້ວຍ.

ອ່ານຕື່ມ:  ເພາະມັກຄວາມທ້າທາຍ ແລະ ການຮຽນຮູ້ສິ່ງໃໝ່ ສາຍສະຫວັນ ອາພິລົມ ຈາກລາຍການ GIRL$GURL CHITCHAT

ໂດຍ: ທີມບັນນາທິການ Muan

ບົດຄວາມທີ່ກ່ຽວຂ້ອງ

ໃຜເຄີຍຖືກຖິ້ມຈະເຂົ້າໃຈຄວາມເຈັບນີ້ດີກັບ”ຖິ້ມໄວ້ (Leave it)” ຈາກ XZERO

ໃຜທີ່ກຳລັງຮູ້ສຶກເສົ້າ, ຜິດຫວັງ, ແລະ ບໍ່ສາມາດກ້າວຜ່ານເລື່ອງລາວຄວາມຮັກເກົ່າໆ ທີ່ເຈັບປວດໄປໄດ້, “ຖິ້ມໄວ້ (Leave it)” ຈາກສິລະປິນ XZERO ແມ່ນອີກບົດເພງທີ່ເປັນຄືກະຈົກສະທ້ອນຄວາມຮູ້ສຶກເຫຼົ່ານັ້ນໄດ້ຢ່າງເຈັບປວດ ດ້ວຍຈັງຫວະດົນຕີທີ່ໜັກແໜ້ນແນວ...

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ຄ້າຍໆວ່າຈະຮັກ ແຕ່ອາດຈະຍັງນະ! ຟັງເພງ “ເສຍໃຈ” ຈາກ ອາລູນ້າ

ອາລູນ້າ ປ່ອຍ “ເສຍໃຈ” ເພງ Funky Pop ກິ່ນອາຍ '80 ສະທ້ອນຄວາມຮູ້ສຶກຂອງຄົນທີ່ເກືອບຈະຖືກຮັກ ແຕ່ສຸດທ້າຍໄດ້ພຽງຄວາມວ່າງເປົ່າ.

Remy Highbros ປ່ອຍເພງ Thousand Miles ບົດເພງທີ່ສ້າງຈາກສຽງຫົວໃຈເຖິງຄົນຮັກ

Thousand Miles ເພງນີ້ໄດ້ເລົ່າເລື່ອງລາວຄົນໆໜຶ່ງທີ່ໄດ້ອອກເດີນທາງຕາມຫາຝັນ ແລະ ລາວກໍໄດ້ເຈິຮັກແທ້ທີ່ທັງສອງມີຄວາມຮັກ ແລະ ເປົ້າໝາຍໃນສິ່ງດຽວກັນ. ໃນສ່ວນຂອງເພງມີຄວາມໂດດເດັ່ນດ້ານດົນຕີແບບ Country Music ປະສົມປະສານເນື້ອງຮ້ອງລາວ ແລະ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.