ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຍ້ອນຮັກຫຼາຍຈຶ່ງລະແວງ? Trust Issues ກຳລັງທຳຮ້າຍຄວາມສຳພັນ ເຂົ້າໃຈ ແລະ ຮັບມື ບັນຫາທີ່ເກີດຈາກຄວາມບໍ່ໄວ້ໃຈກັນ
Muan RelationTips

ຍ້ອນຮັກຫຼາຍຈຶ່ງລະແວງ? Trust Issues ກຳລັງທຳຮ້າຍຄວາມສຳພັນ ເຂົ້າໃຈ ແລະ ຮັບມື ບັນຫາທີ່ເກີດຈາກຄວາມບໍ່ໄວ້ໃຈກັນ

ບັນຫາທາງຈິດໃຈທີ່ເຮັດໃຫ້ບໍ່ສາມາດໄວ້ວາງໃຈໃຜໄດ້ ມັກເກີດຈາກການຖືກທຳຮ້າຍທາງຈິດໃຈໃນອະດີດ ເຊິ່ງສົ່ງຜົນຕໍ່ຄວາມຄິດ, ອາລົມ ແລະ ພຶດຕິກຳໃນປັດຈຸບັນ.

ແບ່ງປັນ
Getting your Trinity Audio player ready...

“ເຈົ້າຢ່າມາຫາເລື່ອງຜິດກັນເລີຍ ຂ້ອຍເມື່ອຍແລ້ວ!” ໃຜທີ່ກຳລັງຜິດກັບແຟນໃນເລື່ອງເກົ່າໆຄືການລະແວງບໍ່ໄວ້ໃຈກັນ ເນື່ອງມາຈາກສາເຫດພຶດຕິກຳໃນອະດີດຂອງຄົນຮັກທີ່ອາດຈະເຮັດຜິດພາດໃນບາງເລື່ອງຈົນເຮັດໃຫ້ເກີດການຢ້ານ, ບໍ່ສະບາຍໃຈ ແລະ ວິຕົກກັງວົນຢູ່ເລື້ອຍໆ ນັ້ນເອງ.

ການຫວາດລະແວງ ບໍ່ໄວ້ໃຈ ຫຼືຊື່ພາສາອັງກິດແມ່ນ Trust Issues ແມ່ນການອ້າງອີງອາການທີ່ເກີດຂຶ້ນຈາກບັນຫາທີ່ເກີດຂຶ້ນໃນເລື່ອງຂອງການທີ່ບໍ່ສາມາດໄວ້ວາງໃຈໃຜໄດ້ (ສ່ວນຫຼາຍຄຳນີ້ມັກຖືກຍົກມາເວົ້າໃນເລື່ອງຄວາມຮັກ-ຄວາມສຳພັນ) ທີ່ໝາຍເຖິງເລື່ອງສະພາວະທາງຈິດໃຈທີ່ຄົນເຮົາ ຫຼື ຄົນທີ່ຢູ່ໃນຄວາມສຳພັນ ມີຄວາມກັງວົນໃນຄວາມເຊື່ອໝັ້ນ ແລະ ບໍ່ໄວ້ວາງໃຈ ເຊິ່ງອາການເຫຼົ່ານີ້ສາມາດສະແດງອອກໄດ້ໃນຫຼາຍຮູບແບບບໍ່ວ່າຈະເປັນ ແບບຮູ້ໂຕ ແລະ ບໍ່ຮູ້ໂຕ.

Trust Issues ສາມາດເກີດຈາກຫຼາຍສາເຫດເຊັ່ນ: ປະສົບການທີ່ຖືກທຳຮ້າຍຈິດໃຈໃນໄວເດັກ ຫຼື ການທີ່ເດັກນ້ອຍຮັບຮູ້ເຖິງຄວາມສຳພັນທີ່ບໍ່ດີຂອງຄົນອ້ອມຂ້າງ. ພວກເຂົາຈະແນມເຫັນ, ແລ້ວຈື່ຈຳ ຮັບຮູ້ຈາກປະສົບການດ້ານລົບຈາກຄວາມສຳພັນທີ່ຜ່ານມາ ເຮັດໃຫ້ເກີດຄວາມບໍ່ເຊື່ອໃນເລື່ອງຄວາມຮັກ-ຄວາມສຳພັນດີໆ, ມັນຍັງສົ່ງຜົນເສຍຕໍ່ສຸຂະພາບຈິດ ແລະ ຄວາມສຳພັນກັບຄົນອ້ອມຂ້າງ.

ການເຂົ້າໃຈປະເພດຂອງອາການຈະຊ່ວຍໃຫ້ສາມາດຫາວິທີແກ້ໄຂບັນຫາໄດ້ຢ່າງຖືກຕ້ອງ ແລະ ໄດ້ຮັບຄວາມຊ່ວຍເຫຼືອຈາກຜູ້ຊ່ຽວຊານ. ມື້ນີ້ ມ່ວນ ເລີຍນຳຮູບແບບອາການຕ່າງໆມາແຊຣ໌ໃຫ້ທຸກຄົນຟັງ ເພື່ອທີ່ຈະສາມາດຊ່ວຍໃຫ້ເຮົາເຂົ້າໃຈບັນຫາຂອງຕົນເອງ ຫຼື ຄົນອ້ອມຂ້າງໄດ້ດີຂຶ້ນ.

ປະເພດອາການຂອງ Trust Issue

1. ອາການທາງຄວາມຄິດ (Cognitive Symptoms)
  • ຄິດລົບຕໍ່ຄົນອື່ນ: ມັກຈະຄິດວ່າຄົນອື່ນມີເຈດຕະນາບໍ່ດີ, ຫຼອກລວງ ຫຼື ບໍ່ຊື່ສັດ.
  • ຕີຄວາມຜິດພາດ: ແປຄວາມໝາຍການກະທຳເລັກໆ ນ້ອຍໆ ໄປໃນທາງລົບ.
  • ການຄາດເດົາທີ່ບໍ່ດີ: ມັກຄິດໄປເອງວ່າຈະເກີດເລື່ອງຮ້າຍແຮງຂຶ້ນຢູ່ສະເໝີ.
2. ອາການທາງອາລົມ (Emotional Symptoms)
  • ກັງວົນ ແລະ ບໍ່ໝັ້ນໃຈ: ຮູ້ສຶກບໍ່ສະບາຍໃຈໃນສາຍສຳພັນທີ່ໃກ້ຊິດ.
  • ຄຽດແຄ້ນ ແລະ ຜິດຫວັງ: ໃຈຮ້າຍແບບຮຸນແຮງເມື່ອຮູ້ສຶກວ່າຖືກຫັກຫຼັງ.
  • ຢ້ານຖືກທຳຮ້າຍ: ບໍ່ກ້າເປີດໃຈຍ້ອນຢ້ານຈະເຈັບປວດອີກ.
3. ອາການທາງພຶດຕິກຳ (Behavioral Symptoms)
  • ຫຼີກລ້ຽງການຜູກສຳພັນ: ຮັກສາໄລຍະຫ່າງ ແລະ ຍາກທີ່ຈະສ້າງຄວາມສຳພັນທີ່ເລິກເຊິ່ງ.
  • ກວດສອບ ແລະ ຄວບຄຸມ: ມັກກວດສອບພຶດຕິກຳຂອງຄົນອື່ນ ແລະ ຕ້ອງການໃຫ້ຄົນອ້ອມຂ້າງເຮັດຕາມທີ່ຕົນເອງຄິດ.
  • ປິດກັ້ນຕົນເອງ: ບໍ່ຍອມເປີດເຜີຍຄວາມຮູ້ສຶກ ຫຼື ເລື່ອງສ່ວນໂຕ ເພື່ອປ້ອງກັນຈຸດອ່ອນ.
  • ຊຸກດັນຄົນອື່ນອອກໄປ: ສ້າງບັນຫາເພື່ອຍູ້ຄົນທີ່ກຳລັງເຂົ້າມາໃນຊີວິດໃຫ້ຫ່າງອອກໄປ.
ອ່ານຕື່ມ:  ເຮັດໜ້ອຍແຕ່ໄດ້ຫຼາຍ ແບບນີ້ແຫຼະເຂົາຈະຕົກຫຼຸມຮັກເຮົາ ລອງໃຊ້ວິທີ Micro-mance ເບິ່ງແມະ

ວິທີຮັກສາອາການ Trust Issues

ການຮັກສາບັນຫາຄວາມໄວ້ວາງໃຈ (Trust Issues) ເປັນຂະບວນການທີ່ເລີ່ມຈາກການເຂົ້າໃຈສາເຫດໃນອະດີດ. ຈາກນັ້ນ, ເຮົາກໍຕ້ອງ ປ່ຽນແປງຄວາມຄິດຕົນເອງ ດ້ວຍການຢຸດເໝົາລວມວ່າຄົນໃໝ່ຈະເປັນຄືຄົນເກົ່າ ແລະ ຝຶກຄວາມຄິດ, ຊອກຫາຫຼັກຖານ, ໃຊ້ເຫດຜົນ ກ່ອນທີ່ຈະຕັດສິນຄົນອື່ນດ້ວຍອາລົມ.

ນອກຈາກນີ້, ໃຫ້ເລີ່ມ ສ້າງຄວາມໄວ້ວາງໃຈໃນຂັ້ນເລີ່ມຕົ້ນ ໂດຍການເປີດໃຈໃຫ້ກັບຄົນທີ່ເຮົາໄວ້ໃຈໄດ້ແລ້ວ ແລະ ຮຽນຮູ້ທີ່ຈະສື່ສານຢ່າງຊັດເຈນ. ຖ້າອາການຍັງຮຸນແຮງຄວນ ປຶກສາຜູ້ຊ່ຽວຊານທາງດ້ານສຸຂະພາບຈິດ ຈະຊ່ວຍໃຫ້ເຮົາເຂົ້າໃຈບັນຫາໄດ້ເລິກເຊິ່ງ ແລະ ພັດທະນາການສ້າງສາຍສຳພັນທີ່ດີຂຶ້ນ.

ການຮັກສາອາການ Trust Issues ແມ່ນການເດີນທາງທີ່ຕ້ອງໃຊ້ເວລາ, ຄວາມອົດທົນຫຼາຍ ເພາະການທີ່ຈະສ້າງຄວາມເຊື່ອໝັ້ນຄືນໃໝ່ຕ້ອງເລີ່ມຈາກຕົນເອງ. ຮຽນຮູ້ໃນການອົດທົນ ແລະ ຢ່າປ່ອຍໃຫ້ປະສົບການທີ່ເຈັບປວດໃນອະດີດກີດກັ້ນເຮົາຈາກການມີຄວາມສຳພັນທີ່ດີໃນອະນາຄົດ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.