ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ໃຜເປັນແດ່? ຫຼອນວຽກແຮງຈົນເກັບໄປຝັນ ວິທີແກ້ອາການເຄັ່ງຄຽດຈາກວຽກຈົນໃຫ້ນອນຫຼັບຝັນດີ
Muan RelationTips

ໃຜເປັນແດ່? ຫຼອນວຽກແຮງຈົນເກັບໄປຝັນ ວິທີແກ້ອາການເຄັ່ງຄຽດຈາກວຽກຈົນໃຫ້ນອນຫຼັບຝັນດີ

ແບ່ງປັນ
Getting your Trinity Audio player ready...

ເຄີຍບໍ່? ເຮັດວຽກໜັກຈົນກັບຮອດບ້ານຮອດເຮືອນ ຍາມນອນກໍຫຼອນແຮງ ແລະ ເກັບໄປຝັນ?

ໃນແຕ່ລະມື້ເຮົາເຮັດວຽກ ກໍມີທັງມື້ທີ່ເບົາ ແລະ ມື້ທີ່ໜັກ. ບາງມື້ຕື່ນເຊົ້າມາກໍຟ້າວໄປສະສາງວຽກທີ່ຄ້າງຢູ່ ນັບແຕ່ເຊົ້າຈົນເທົ້າບ່າຍ ກາຍໄປຮອດຄໍ່າ ວຽກກໍຍັງບໍ່ແລ້ວ ກາຍເປັນຄວາມເມື່ອຍທີ່ເກາະກິນພະລັງກາຍ-ພະລັງໃຈ ລາມໄປຈົນຮອດໂມງນອນ. ກາຍເປັນວ່າ ຄວາມຄິດວົນວຽນຢູ່ນຳແຕ່ເລື່ອງວຽກຈົນຫຼອນ ເກັບໄປຄິດຕໍ່ໃນຄວາມຝັນ ເຮັດໃຫ້ເມື່ອຍຍິ່ງຂຶ້ນໄປອີກ.

ແລ້ວເຮົາຈະເຮັດແນວໃດຈຶ່ງຈະບໍ່ໃຫ້ວຽກຕາມໄປຫຼອກຫຼອນໃນຄວາມຝັນ? ກ່ອນອື່ນຕ້ອງທຳຄວາມເຂົ້າໃຈກ່ອນວ່າ ຄວາມຝັນມີຫຼາຍແບບ ແຕ່ຄວາມຝັນທີ່ເຮົາກຳລັງເວົ້າເຖິງນີ້ເອີ້ນວ່າ Anxiety Dream ເຊິ່ງເປັນຝັນທີ່ເຮັດໃຫ້ຮູ້ສຶກເຄັ່ງຄຽດ, ກັງວົນໃຈ ຫຼື ຕົກໃຈ ບໍ່ຕ່າງກັບຕອນຕື່ນນອນ ເຊິ່ງສາມາດເຮັດໃຫ້ເຮົາຮູ້ສຶກເມື່ອຍເມື່ອຕື່ນຂຶ້ນມາໄດ້.

Anxiety Dream ເປັນຜົນມາຈາກສິ່ງກະຕຸ້ນທາງລົບທີ່ຍັງບໍ່ຖືກປະມວນຜົນ ເຮັດໃຫ້ສະໝອງພະຍາຍາມປະມວນຜົນເລື່ອງນັ້ນຕໍ່ໃນເວລາທີ່ເຮົາຫຼັບ ອີງຕາມຂໍ້ມູນຈາກ Claudia Luiz ນັກຈິດວິເຄາະ ແລະ ຜູ້ຂຽນໜັງສື The Making of a Psychoanalyst.

ສຳລັບສາເຫດຂອງຝັນແບບນີ້ກໍມີທັງເກີດຈາກ ຄວາມຢ້ານກົວ ແລະ ຄວາມເຄັ່ງຄຽດ ເຊັ່ນ ຢ້ານວຽກທີ່ລໍຖ້າໃນຕອນເຊົ້າ, ການປ່ຽນແປງຄັ້ງໃຫຍ່, ໂຣກນອນບໍ່ຫຼັບ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ການສີດສານຕ່າງໆເຂົ້າຮ່າງກາຍ.

ແລ້ວຈະປັດເປົ່າຝັນຮ້າຍໃຫ້ຜ່ານພົ້ນໄປໄດ້ແນວໃດ? ການຮັບມືແບ່ງອອກເປັນ 2 ກໍລະນີໄດ້ແກ່:

1. ແກ້ບັນຫາສະເພາະໜ້າ ເຊັ່ນ ໃນຄືນທີ່ຝັນເຖິງເລື່ອງວຽກຈົນຕົກໃຈຕື່ນ ແລະຢາກກັບໄປນອນໃຫ້ຫຼັບຄືນ ລອງຊອກເຮັດສິ່ງທີ່ຊ່ວຍໃຫ້ໃຈສະຫງົບ ບໍ່ວ່າຈະເປັນການດື່ມເຄື່ອງດື່ມອຸ່ນໆ, ຟັງເພງສະບາຍໆ, ອ່ານໜັງສືໃຫ້ຕາຫຼັບ ຫຼື ນັ່ງສະມາທິກໍໄດ້.

2. ແກ້ບັນຫາທີ່ຕົ້ນເຫດ: ກໍຄືຫຼຸດຄວາມເຄັ່ງຄຽດ ແລະ ພາລະວຽກທີ່ເຮັດໃຫ້ເຮົາເກັບເອົາໄປຝັນ ເຊັ່ນ: ຫາຕົ້ນຕໍຄວາມເຄັ່ງຄຽດແລ້ວຈັດການກັບມັນ, ເລົ່າ ຫຼື ຂຽນຄວາມເຄັ່ງຄຽດນັ້ນອອກມາ, ຫາກິດຈະກຳສະຫງົບກ່ອນນອນ ເປັນຕົ້ນ.

ອ່ານຕື່ມ:  ຍ້ອນຫຍັງ? ເວລາອົກຫັກຜູ້ຍິງຈຶ່ງມັກຕັດຜົມ

ກໍຫວັງວ່າຫຼັງຈາກອ່ານ Tips ນີ້ແລ້ວ ຈະຊ່ວຍໃຫ້ຄໍ່າຄືນນີ້ທຸກຄົນຈະລອດພົ້ນຈາກຄວາມຝັນທີ່ເຄັ່ງຄຽດນັ້ນໄດ້.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ຮັກຄືເລື່ອງຫົວໃຈ ແຕ່ຊີວິດຄູ່ບໍ່ມີເປົ້າໝາຍ ຄວນໄປຕໍ່ ຫຼື ຢຸດຄວາມສຳພັນ?

ຫຼາຍຄັ້ງທີ່ເຮົາມັກຈະເບິ່ງວ່າການທີ່ຢູ່ໃນຄວາມສຳພັນໃດໜຶ່ງ ພຽງຮັກກັນກໍພໍແລ້ວ ແຕ່ເວລາຜ່ານໄປຄວາມຮັກພຽງຢ່າງດຽວອາດຈະບໍ່ພຽງພໍທີ່ຈະສ້າງອະນາຄົດທີ່ໝັ້ນຄົງໄດ້ ຖ້າບໍ່ມີເປົ້າໝາຍ ຫຼື ທິດທາງທີ່ຊັດເຈນ ຈະເລືອກຈັບມືກັນ ຫຼື ປ່ອຍໃຫ້ແຕ່ລະຄົນພົບເສັ້ນທາງຂອງຕົນເອງ?

Doorway Effect: ຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຄິດ ຊວນເຂົ້າໃຈການຈັດລະບຽບຂອງສະໝອງ

ເຄີຍຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຈະເຮັດບໍ່? ທຳຄວາມເຂົ້າໃຈກັບ Doorway Effect ແລະ ວິທີທີ່ສະໝອງຈັດລະບຽບຄວາມຈຳໃນຊີວິດປະຈຳວັນ. ຊວນຮູ້ຈັກທິດສະດີ Doorway Effect ແລະ 3 ວິທີແກ້ໄຂງ່າຍໆ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.