ຕົວແທນລາວພ້ອມແລ້ວ ກຽມເຊຍ Thinla ໃນ Eurovision Song Contest Asia 2026

Key Takeaways:
- Eurovision Song Contest ຈັດການແຂ່ງຂັນຢູ່ຝັ່ງອາຊີເປັນຄັ້ງທຳອິດໃນຊື່ Eurovision Song Contest Asia 2026 ໂດຍມີ 11 ປະເທດເຂົ້າຮ່ວມ.
- ລາວສົ່ງຕົວແທນຄື Thinla ເຂົ້າຮ່ວມປະກວດດ້ວຍເພງ BAE ເຊິ່ງຖືກເລືອກມາຈາກລາຍການ Sieng Lao: The One.
- ການຄະແນນຕັດສິນຜົນການແຂ່ງຂັນແບ່ງເປັນ 2 ສ່ວນ ຄື ຄະແນນຈາກຄະນະກຳມະການ 50% ແລະ ຄະແນນໂຫວດຈາກຜູ້ຊົມ 50%.
- Thinla ຖືເປັນສິລະປິນຍິງລາວທີ່ມີຜົນງານເພງໂດດເດັ່ນ ໂດຍມักນຳກິ່ນອາຍໝໍລຳມາປະສົມຜສານກັບດົນຕີສະໄໝໃໝ່.
- ງານ Eurovision Song Contest Asia 2026 ຈະຈັດຂຶ້ນໃນວັນທີ 14 ພະຈິກ 2026 ນີ້ ທີ່ One Bangkok Forum ປະເທດໄທ.
ຫຼາຍຄົນອາດຈະຄຸ້ນກັບຊື່ Eurovision Song Contest ຢູ່ແລ້ວ ເພາະເປັນເວທີປະກວດເພງຊື່ດັງຈາກຝັ່ງເອີຣົບ ທີ່ຈັດມາດົນກວ່າ 70 ປີ. ແຕ່ປີນີ້ເວທີ Eurovision ກໍມາຈັດຢູ່ຝັ່ງອາຊີເປັນຄັ້ງທຳອິດເດີທຸກຄົນ ໂດຍມີ 11 ປະເທດເຂົ້າຮ່ວມແຂ່ງຂັນ ແລະ ທີ່ສຳຄັນໄປກວ່ານັ້ນ ລາວເຮົາກໍມີຕົວແທນຂຶ້ນເວທີນີ້ສຸດທ້າທາຍນຳເດີທຸກຄົນ.
ມື້ນີ້, ເຮົາເລີຍຢາກຊວນທຸກຄົນມາຮູ້ຈັກ Eurovision Song Contest Asia 2026 ພ້ອມກັບ Thinla ສິລະປິນຕົວແທນປະເທດລາວ ແລະ ເພງ BAE ກ່ອນຈະໄປຮ່ວມເຊຍກັນໃນວັນທີ 14 ພະຈິກ ນີ້ນຳກັນກ່ອນ.

Eurovision ແມ່ນເວທີປະກວດເພງແບບໃດ?
ຖ້າໃຜຍັງບໍ່ຮູ້ຈັກ Eurovision ເຮົາກໍຂໍເລົ່າໃຫ້ຟັງສັ້ນໆກັນກ່ອນເນາະ ເຊິ່ງນີ້ແມ່ນເວທີປະກວດເພງຈາກເອີຣົບ ທີ່ມີປະຫວັດມາດົນກວ່າ 70 ປີ ແລະມີຜູ້ຊົມຕິດຕາມຈາກຫຼາຍປະເທດທົ່ວໂລກ ຂໍບອກວ່າກະແສລາຍການເປັນທີ່ນິຍົມສຸດໆ.
ສິ່ງທີ່ເຮັດໃຫ້ເວທີນີ້ໜ້າສົນໃຈ ບໍ່ແມ່ນມີພຽງການຮ້ອງເພງເພື່ອຊິງຕຳແໜ່ງຜູ້ຊະນະເທົ່ານັ້ນ ແຕ່ລະປະເທດຍັງໄດ້ນຳເອົາແນວດົນຕີ, ພາສາ ແລະ ຄວາມເປັນຕົວເອງມາສະແດງໃຫ້ຄົນທົ່ວໂລກໄດ້ເຫັນອີກດ້ວຍ.
ສ່ວນປີ 2026 ນີ້ Eurovision ກໍຂະຫຍາຍມາສູ່ອາຊີເປັນຄັ້ງທຳອິດ ໃນຊື່ Eurovision Song Contest Asia 2026 ໂດຍມີຕົວແທນຈາກ 11 ປະເທດມາຮ່ວມແຂ່ງຂັນກັນ.

11 ປະເທດ 11 ບົດເພງ ມີໃຜແດ່? ມາເບິ່ງກັນວ່າມີສິລະປິນຈາກປະເທດຕ່າງໆ ຈະນຳເພງຫຍັງມາສະແດງໃນມື້ Grand Final ກັນແດ່.
- ຫວຽດນາມ – Tóc Tiên ເພງ EM TIÊN
- ກຳປູເຈຍ – Monetrey ເພງ I Let You Go
- ລາວ – Thinla ເພງ BAE
- ມົງໂກລີ – Beck ເພງ Chamguigeer (Without You)
- ພູຖານ – Nyendra ເພງ Lhayi Semo
- ຟິລິບປິນ – CARMELLE ເພງ Sobra-Sobra
- ບັງກະລາເທດ – Beatmosphere ເພງ Tumi Ele
- ໄທ – MANG x DAOU ເພງ Aroma
- ເກົາຫຼີໃຕ້ – JUNHEE ເພງ DEEP DIVE
- ເນປານ – Pratik Himal Rai ເພງ Ananta Maya
- ມາເລເຊຍ – Aina Abdul ເພງ Bluest Sky
ນີ້ແມ່ນອີກເວທີສຸດທ້າທາຍເລີຍສຳລັບ Thinla ເພາະແຕ່ລະຄົນກໍມາຈາກຄົນລະປະເທດ ມີແນວເພງ ແລະ ສະໄຕລ໌ການສະແດງທີ່ຕ່າງກັນ ເລີຍໜ້າຈະເປັນອີກຄືນທີ່ໄດ້ຟັງເພງຫຼາຍແນວ ແລະ ໄດ້ເຫັນວ່າແຕ່ລະປະເທດຈະມີຫຍັງມາເຊີໄພສ໌ຄົນເບິ່ງແດ່.
ກ່ອນຮອດຄືນປະກວດ ມີຫຍັງຄວນຮູ້ແດ່?
ອີກຢ່າງທີ່ໜ້າສົນໃຈຄື ຄົນເບິ່ງກໍສາມາດມີສ່ວນຮ່ວມຕັດສິນຜົນການແຂ່ງຂັນນຳ ໂດຍຄະແນນລວມຈະແບ່ງເປັນ 2 ສ່ວນ: ຄະແນນຈາກຄະນະກຳມະການ 50% ແລະ ຄະແນນໂຫວດຈາກຜູ້ຊົມ 50% ເຊິ່ງລວມການໂຫວດຈາກຜູ້ຊົມທົ່ວໂລກໃນສ່ວນ Rest of the World ນຳອີກ.
ສ່ວນກົດການສະແດງກໍບໍ່ຊັບຊ້ອນປານໃດ ແຕ່ລະເພງມີເວລາສູງສຸດ 3 ນາທີ ແລະ ມີຜູ້ຂຶ້ນສະແດງເທິງເວທີໄດ້ບໍ່ເກີນ 6 ຄົນ.
ຮູ້ຈັກ Thinla ຕົວແທນຈາກລາວ ກັບເພງ BAE
ມາຮອດຕົວແທນຈາກບ້ານເຮົາກັນແລ້ວ ສຳລັບ Eurovision Song Contest Asia 2026. ລາວເຮົາສົ່ງ Thinla ໄປແຂ່ງຂັນກັບເພງ BAE ເຊິ່ງເປັນເພງທີ່ຖືກເລືອກຈາກລາຍການ Sieng Lao: The One.
ການຄັດເລືອກຄັ້ງນັ້ນບໍ່ໄດ້ມາຈາກຄະແນນຜູ້ຊົມຢ່າງດຽວ ແຕ່ມີການແບ່ງຄະແນນຈາກຫຼາຍຝ່າຍຄື ຜູ້ຊົມໃນລາວ 40%, ຜູ້ຊົມຈາກຕ່າງປະເທດ 20% ແລະ ຄະນະກຳມະການ 40%.
ສ່ວນເພງ BAE ກໍມີຜູ້ຮ່ວມຂຽນເພງຫຼາຍຄົນຄື DonutDropIt, Johan Gustafsson, Rebbi James, Sam Intharaphithak ແລະ Thinlamphone Mahavong.
ລາຍຊື່ລຳດັບໃນການຂຶ້ນສະແດງກໍເຜີຍອອກມາແລ້ວ, ມື້ນັ້ນ Thinla ຈະໄດ້ສະແດງໃນລຳດັບທີ 3 ຕໍ່ຈາກຕົວແທນຫວຽດນາມ ແລະ ກຳປູເຈຍ.
ແຕ່ຖ້າໃຜຍັງບໍ່ຄຸ້ນ ຫຼື ຍັງບໍ່ເຄີຍຮູ້ຈັກ Thinla ກໍຂໍເລົ່າອີກໜ້ອຍໜຶ່ງໃຫ້ຟັງຕື່ມກ່ອນຄື Thinla ຫຼື Thinlamphone ແມ່ນສິລະປິນຍິງລາວ ທີ່ໄດ້ປ່ອຍຜົນງານເພງມາຕັ້ງແຕ່ປີ 2021 ແລະ ມີຜົນງານໃນແພລດຟອມດິຈິຕອນແລ້ວຫຼາຍກວ່າ 20 ຜົນງານ.
ດ້ານແນວດົນຕີ Thinla ມັກນຳກິ່ນອາຍຂອງໝໍລຳມາປະສົມກັບດົນຕີສະໄໝໃໝ່ ເຊັ່ນ Pop, R&B ແລະ Dance. ນອກຈາກຜົນງານເພງແລ້ວ ຍັງເຄີຍຕາງໜ້າລາວໄປຮ່ວມງານ Round Festival ທີ່ ເມືອງປູຊານ ປະເທດເກົາຫຼີໃຕ້ ລວມທັງເຄີຍສະແດງໃນງານລະດັບອາຊຽນມາແລ້ວ.
ການໄດ້ຂຶ້ນເວທີ Eurovision Song Contest Asia ຄັ້ງນີ້, ຈຶ່ງເປັນອີກໂອກາດທີ່ຈະເຮັດໃຫ້ຄົນຈາກຫຼາຍປະເທດໄດ້ຮູ້ຈັກ Thinla ແລະ ດົນຕີຈາກລາວຫຼາຍຂຶ້ນນຳອີກ.
ມາຮ່ວມເຊຍ Thinla ໄປພ້ອມກັນໃນ ວັນທີ 14 ພະຈິກ 2026 ນີ້ ຢ່າລືມເປີດຈໍລໍຖ້າຊົມ Eurovision Song Contest Asia 2026 ກັນເດີ. ເພາະຄືນນັ້ນຈະມີສິລະປິນຈາກ 11 ປະເທດມາສະແດງເພງຂອງຕົນເອງ ແລະ ພວກເຮົາກໍມີ Thinla ເປັນຕົວແທນລາວໃຫ້ຮ່ວມເຊຍນຳກັນ.
ຂໍ້ມູນການຮັບຊົມ Eurovision Song Contest Asia 2026
- ວັນທີ: 14 ພະຈິກ 2026
- ເວລາ: 20:30 ໂມງ (ເວລາລາວ)
- ສະຖານທີ່: One Bangkok Forum, ກຸງເທບ ປະເທດໄທ
- ຊ່ອງທາງຮັບຊົມ: YouTube ຊ່ອງ Eurovision Song Contest ແລະ VTE9 ສຳລັບຜູ້ຊົມໃນລາວ