ບອກເລີກ ຍ້ອນຫ່າງກັນ? ຫຼື ຂໍ້ອ້າງມີຄົນໃໝ່ ນ້ຳຕາຊຶມກັບເພງ ລືມ ຈາກ Thinlamphone

ແບ່ງປັນ

ບອກເລີກ ຍ້ອນຫ່າງກັນ? ຫຼື ຂໍ້ອ້າງມີຄົນໃໝ່ ນ້ຳຕາຊຶມກັບເພງ ລືມ ຈາກ Thinlamphone

28 May 2026 25

Highlights

  • ຫ່າງກັນຄືຂໍ້ອ້າງຈະເລີກ ແລະ ພະຍາຍາມຫາເລື່ອງຜິດກັນ ເພື່ອສ້າງຄວາມສຳພັນ Toxic ໃຊ້ເປັນເຫດຜົນເລີກລາກັນເພື່ອເປີດທາງໃຫ້ຄົນໃໝ່.
  • ຄວາມເຈັບປວດຈບໍ່ເທົ່າກັນ ເພາະຄົນຊິໄປເລືອກທີ່ຈະລືມທຸກຄຳສັນຍາຢ່າງງ່າຍດາຍ ເພາະຕື່ນເຕັ້ນກັບຮັກໃໝ່ ແຕ່ຄົນຖືກຖິ້ມຍັງຈື່ທຸກຄວາມຊົງຈຳຂຶ້ນໃຈ ແລະ ຕ້ອງທໍລະມານຢູ່ຄົນດຽວ.
  • ສຳຜັດຄວາມເສົ້າໃນເພງ ລືມ (Lost) ຂອງ Thinlamphone ດຶງໂຕ ນັກສະແດງ ແລະ Influencer ຄື ໂຕໂຕ້ ກຽດຕິສັກ ມາຖ່າຍທອດຄວາມຮູ້ສຶກໃນ MV


ບໍ່ແມ່ນທຸກຄົນຈະໂຊກດີໃນເລື່ອງຄວາມຮັກ… ບາງເທື່ອຄຳວ່າຍ້ອນຢູ່ “ຫ່າງກັນ” ມັນບໍ່ໄດ້ເກີດໄລຍະທາງດອກແມ່ນບໍ່? ແຕ່ມັນເກີດຈາກການທີ່ເຂົາເອົາ “ຄົນໃໝ່” ເຂົ້າມາແທນເຮົາ.

ໃຜທີ່ເຄີຍເຈິເຫດການແບບນີ້ຄືຈະເຂົ້າໃຈຄວາມຮູ້ສຶກສຸດເຈັບປວດນີ້ດີ ຄົນຖິ້ມບໍ່ຈື່ ແຕ່ຄົນຖືກຖິ້ມນີ້ຍັງຈື່ມັນຂຶ້ນໃຈ ຄວາມຮູ້ສຶກມັນທໍລະມານຄືກັບເລື່ອງລາວໃນເພງ “ລືມ (Lost)” ຂອງ Thinlamphone ທີ່ໄດ້ຖ່າຍທອດຄວາມເຈັບປວດຂອງຄົນທີ່ຖືກທໍລະຍົດໃນຄວາມສຳພັນ.

Thinlamphone ໄດ້ດຶງໜຸ່ມຫຼໍ່ຢ່າງ ໂຕໂຕ້ ກຽດຕິສັກ ນັກສະແດງ ແລະ Influencer ທີ່ມີສະເໜ່ ມາຖ່າຍທອດຄວາມເປັນຄົນທີ່ເຮັດໃຫ້ຄົນຮັກຕ້ອງສັບສົນຫຼົງທາງ ແລະ ເຈັບປວດໃຈ.

ເຂົາໄດ້ເລີ່ມປ່ຽນໄປ ແລ້ວກໍເອົາເລື່ອງ “ຄວາມຫ່າງໄກ” ມາເປັນຂໍ້ອ້າງຂອງຄົນຊິໄປ ໂດຍເລືອກທີ່ຈະ “ລືມ” ແລະ ຢາກຕັດເຮົາຖິ້ມ ເພື່ອເປີດທາງໃຫ້ຄົນໃໝ່ເຂົ້າມາແທນ. ໄດ້ເຮັດທຸກທາງທີ່ຄິດວ່າໂຫດຮ້າຍ ແລະ ເລືອດເຢັນອອກມາ, ມັກຫາເລື່ອງຜິດກັນໄດ້ທຸກມື້ ເພື່ອທຳຮ້າຍຈິດໃຈກັນ ແລະ ໃຊ້ຄວາມສຳພັນທີ່ Toxic ເປັນເຫດຜົນໃນການບອກເລີກ.

ອ່ານຕື່ມ:  ສາຍປາຕີ້ຫ້າມພາດ ເພາະສອງສາວສິລະປິນລາວ NutDao ແລະ Thinlamphone ມາພ້ອມກັບຜົນງານ ມາເດີອ້າຍ

ຕໍ່ໃຫ້ເຮົາຮ້ອງໄຫ້ຂໍອ້ອນວອນ ເຂົາກໍບໍ່ມີຄວາມເຫັນອົກເຫັນໃຈເຫຼືອໃຫ້ເລີຍ ເພາະກຳລັງຕື່ນເຕັ້ນກັບຮັກໃໝ່. ສຸດທ້າຍແລ້ວ, ເປັນເຮົາເອງທີ່ຕ້ອງໄດ້ຍອມຮັບຄວາມຈິງ ເຂົາບໍ່ຢູ່ແລ້ວ ໃຈເຂົາໄປກັບຄົນໃໝ່ແລ້ວ ແລະ ເຂົາກໍບໍ່ແຄຣ໌ຄວາມຮູ້ສຶກຂອງຄົນທີ່ຍັງຢູ່ບ່ອນເກົ່າຄືເຮົາດອກ.

ນີ້ແມ່ນເລື່ອງລາວຄວາມຮັກຂອງຄົນໆໜຶ່ງທີ່ຍັງຊື່ສັດ ແລະ ຍຶດໝັ້ນໃນຄຳສັນຍາ ແຕ່ຕ້ອງຈົມຢູ່ກັບຄວາມຊົງຈຳເກົ່າໆ. ໃນເວລາດຽວກັນ, ເຂົາເລືອກທີ່ຈະເດີນຈາກໄປແບບບໍ່ຫັນຫຼັງກັບ,ບໍ່ສົນໃຈເລີຍວ່າຄົນທາງຫຼັງຊິເຈັບປວດສ່ຳໃດ ທຸກຄຳສັນຍາທີ່ເຄີຍເວົ້າມາ… ມັນກໍເປັນພຽງລົມປາກທີ່ບໍ່ມີຄ່າຫຍັງເລີຍ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.