ເລິກກັນແລ້ວ ແຕ່ໃຈຍັງຄິດຮອດຄົນເກົ່າ ສຳຜັດຄວາມເສົ້າໃນເພງ ປາກແຂງແຕ່ໃຈອ່ອນ ໂດຍ HEO-VKK

ແບ່ງປັນ

ເລິກກັນແລ້ວ ແຕ່ໃຈຍັງຄິດຮອດຄົນເກົ່າ ສຳຜັດຄວາມເສົ້າໃນເພງ ປາກແຂງແຕ່ໃຈອ່ອນ ໂດຍ HEO-VKK

27 November 2026● 14
✦ AI Summarized

Key Takeaways:

  • ມະນຸດເຮົາມັກສະແດງອອກກົງກັນຂ้ามກັບຄວາມຮູ້ສຶກທີ່ແທ້ຈິງ ແລະ ມັກປາກແຂງວ່າບໍ່ເປັນຫຍັງທັງທີ່ເຈັບປວດ.
  • ເພງ ປາກແຂງແຕ່ໃຈອ່ອນ ຈາກ HEO-VKK ຖ່າຍທອດມຸມມອງຂອງຄົນທີ່ພະຍາຍາມເຮັດເປັນເຂັ້ມແຂງແຕ່ໃຈຍັງບໍ່ພ້ອມປ່ອຍວາງ.
  • ການພົບເຈົ້າຂອງເກົ່າໂດຍບັງເອີນຕ້ອງຝືນຍິ້ມແລະຍ່າງຜ່ານໄປຄືຄົນບໍ່ຮູ້ຈັກກັນເພື່ອເຊື່ອງຊ້ອນຄວາມເຈັບປວດ.

“ຢູ່ຄົນດຽວກໍ່ໄຫວ ບໍ່ມີເຈົ້າກໍ່ໄດ້ ນີ້ເປັນພຽງຄຳລວງຫຼອກ ທີ່ຄອຍປອບໃຈໂຕເອງຊ້ຳໆ”

ມະນຸດເຮົາເປັນສິ່ງທີ່ຊັບຊ້ອນ ແລະ ມັກສະແດງສິ່ງທີ່ກົງກັນຂ້າມກັບໃຈຕົນເອງສະເໝີວ່າບໍ່ທຸກຄົນ. ອົກຫັກເຈັບຈົນຈະຕາຍ ແຕ່ປາກພັດບອກວ່າບໍ່ເປັນຫຍັງ ສະບາຍດີ ວ່າຊັ້ນ. ແບບນີ້ແຫຼະ ຄືລັກສະນະຂອງຄົນປາກແຂງ ແລະ ທຳຮ້າຍຄວາມຮູ້ສຶກຕົນເອງຢູ່.

ທີ່ບອກຄົນອື່ນວ່າຢູ່ຄົນດຽວໄດ້, ບໍ່ມີເຂົາກໍບໍ່ເປັນຫຍັງ ທັງທີ່ເລິກກັນແລ້ວ ແຕ່ຍັງຄົງເຈັບປວດກັບຄວາມຮັກທີ່ຈົບລົງໄປ ຄືກັບຄວາມຮູ້ສຶກໃນ ປາກແຂງແຕ່ໃຈອ່ອນ ຈາກ HEO-VKK ເພງທີ່ໄດ້ຖ່າຍທອດອອກມາຜ່ານມຸມມອງທີ່ ເຫງົາ ແລະ ເສົ້າ ຂອງຄົນທີ່ພະຍາຍາມເຮັດຄືວ່າຕົນເອງເຂັ້ມແຂງ ທັງທີ່ຫົວໃຈຍັງບໍ່ພ້ອມຈະປ່ອຍວາງຫຍັງເລີຍ.

ໃນບາງຄັ້ງ, ໂຊກຊະຕາກໍບໍ່ໄດ້ໃຈດີກັບເຮົາ ພ້ອມທັງພາຄວາມບັງເອີນທີ່ເຮົາບໍ່ຢາກໃຫ້ເກີດມາເຈິຄົນຮັກເກົ່າ ຢາກລົມຢາກເວົ້າແຕ່ຕ້ອງເຮັດບໍ່ສົນໃຈ ແຕ່ສິ່ງທີ່ເຮັດໄດ້ກັບມີພຽງຝືນຍິ້ມ ແລ້ວຍ່າງຜ່ານໄປຄືຄົນບໍ່ຮູ້ຈັກກັນ.

ມັນຕ້ອງພະຍາຍາມຫ້າມນ້ຳຕາໄວ້ບໍ່ໃຫ້ໄຫຼ ເພາະບໍ່ຢາກໃຫ້ເຂົາຮູ້ວ່າ ຈົນຮອດມື້ນີ້ເຮົາກໍຍັງເຈັບປວດກັບການຈາກລາຄັ້ງນັ້ນຢູ່. ແຕ່ພໍກັບມາຢູ່ຄົນດຽວ ບໍ່ມີໃຜເຫັນ, ບໍ່ມີໃຜຮູ້ວ່າຕ້ອງຮັກສາພາບລັກຄວາມເຂັ້ມແຂງອີກຕໍ່ໄປ ນ້ຳຕາທີ່ເຄີຍກັ້ນໄວ້ກໍຄ່ອຍໆໄຫຼອອກມາ. ເພາະເອົາແທ້ໆ ເຮົາຈະເວົ້າກັບຄົນອື່ນໄດ້ວ່າບໍ່ເປັນຫຍັງ ແຕ່ກັບຫົວໃຈຕົນເອງ ບາງເທື່ອກໍຕົວະບໍ່ໄດ້.

ສະຖານທີ່ເກົ່າທີ່ເຄີຍໄປນຳກັນ ເມື່ອກັບໄປຜ່ານທາງນັ້ນອີກຄັ້ງ ກໍຍັງເບິ່ງງົດງາມຄືເກົ່າ. ແມ່ນແຕ່ຄຳສັນຍາທີ່ເຄີຍໃຫ້ໄວ້ຕໍ່ກັນ ກໍຍັງຈື່ໄດ້ທຸກຄຳ ແລະ ເກັບມັນໄວ້ໃນໃຈມາຕະຫຼອດ ເຖິງວ່າວັນນີ້ຄົນທີ່ເຄີຍສັນຍາກັນຈະບໍ່ໄດ້ຢູ່ຂ້າງກັນແລ້ວກໍຕາມ.

ອ່ານຕື່ມ:  ມັນຄືຄວາມຮັກ ຫຼື ເຮົາສຳຄັນໂຕເອງຜິດໄປ? A Little Kindness ຮູບເງົາສັ້ນທີ່ກ້າເລົ່າເລື່ອງຄວາມຮັກຍິງ-ຍິງ ຈາກ MVIIZ

ເມື່ອທຸກຄົນໄດ້ຟັງເພງນີ້ແລ້ວ ກໍຄົງພໍຈະເຂົ້າໃຈວ່າເພງນີ້ກຳລັງເລົ່າເຖິງຄົນທີ່ປາກແຂງທີ່ອກວ່າຢູ່ໄດ້, ບໍ່ໄດ້ຄິດຮອດ ແລະ ບໍ່ເປັນຫຍັງ. ແຕ່ໃນໃຈກັບຍັງຄົງຮັກ, ຍັງໂຫຍຫາ ແລະ ຍັງວົນວຽນຢູ່ກັບຄວາມຊົງຈຳເກົ່າໆ. ການທີ່ເຮົາປາກແຂງກໍບໍ່ໄດ້ໝາຍຄວາມວ່າບໍ່ຮູ້ສຶກຫຍັງ ແຕ່ອາດເປັນພຽງວິທີທີ່ໃຊ້ປົກປ້ອງຫົວໃຈທີ່ຍັງອ່ອນໄຫວຂອງຕົນເອງກໍໄດ້.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.