ໜ້າຫຼັກ Muan.La - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຍິ້ມໃຫ້ກັນໃນຖານະໝູ່ເກົ່າ ທີ່ເຄີຍຮຽນຮູ້ພາສາໃຈ ຟັງເພງ “ຂອບໃຈທີ່ເຄີຍສອນຄຳວ່າຮັກ” ຈາກ Tee Oudalay ft Nouan
Muan Listen - ມ່ວນຊວນຟັງ

ຍິ້ມໃຫ້ກັນໃນຖານະໝູ່ເກົ່າ ທີ່ເຄີຍຮຽນຮູ້ພາສາໃຈ ຟັງເພງ “ຂອບໃຈທີ່ເຄີຍສອນຄຳວ່າຮັກ” ຈາກ Tee Oudalay ft Nouan

ແບ່ງປັນ

ປ່ອຍໃຫ້ໄດ້ຟັງກັນແລ້ວເພງທີ່ຈະສະກົດທຸກຄວາມຮູ້ສຶກໃຫ້ຕິດຢູ່ໃນໃຈຄົນຟັງໄປອີກດົນກັບເພງ “ຂອບໃຈທີ່ເຄີຍສອນຄຳວ່າຮັກ” ຂອງອ້າຍຕີ໋ ອຸດາໄລ ທີ່ໄດ້ເອື້ອຍນວນ Numtao ມາຮ່ວມ Ft.

ເອື້ອຍນວນ Numtao ຕຳນານນັກຮ້ອງຍິງອີກໜຶ່ງຄົນໃນວົງການເພງລາວເຈົ້າຂອງເພງດັງຢ່າງເພງ “ພຽງກັບມາ ແລະ ເພງ ຕົບຫົວແລ້ວລູບຫຼັງ”, ດ້ວຍແນວເພງ Rock ໜັກແໜ້ນປະກອບກັບພະລັງສຽງຮ້ອງທີ່ມີເອກະລັກ ແລະ ການກັບມາຮ່ວມຮ້ອງເພງກັບ ອ້າຍຕີ໋ ອຸດາໄລ ໃນຄັ້ງນີ້ກໍຖືວ່າໄດ້ເຮັດໃຫ້ແຟນເພງເຊົາຄິດຮອດກັນແດ່.

ເພງ “ຂອບໃຈທີ່ເຄີຍສອນຄຳວ່າຮັກ” ໄດ້ເລົ່າເຖິງເລື່ອງລາວຂອງຊາຍຍິງຄູ່ໜຶ່ງທີ່ໄດ້ຫວນກັບມາພົບເຈິກັນອີກຄັ້ງໃນໄວທີ່ເປັນຜູ້ໃຫຍ່ ແລະ ການພົບກັນໃນຄັ້ງນີ້ແມ່ນເຮັດໃຫ້ນຶກເຖິງເລື່ອງຄວາມຮັກທີ່ຜ່ານມາຂອງທັງສອງຄົນທີ່ເປັນຮັກຄັ້ງແລກຂອງກັນ ແລະ ກັນ.

“ເມື່ອເຖິງທາງແຍກສອງເຮົາຕ້ອງລາຫ່າງໄກ ໄປເຕີບໃຫຍ່ຕາມທາງໃຜມັນ”

ພໍມາຮອດທ່ອນຮ້ອງທ່ອນນີ້, ພາບໃນເອັມວີກໍໄດ້ເລົ່າເຖິງເຫດການຂອງຄົວຄົວຜູ້ຍິງໄດ້ມີການຜິດຖຽງກັນ ແລະ ເກີດການໃຊ້ຄວາມຮຸນແຮງພາຍໃນຄອບຄົວ. ຈົນເຮັດໃຫ້ຄວາມຮັກໃນຄັ້ງນີ້ກໍ່ເກີດມີອຸປະສັກໃຫຍ່ໃຫ້ທັງສອງຕ້ອງໄດ້ຈາກກັນ, ເພາະຜູ້ຍິງຕ້ອງໄດ້ຍ້າຍໄປຢູ່ກັບແມ່ໃນທີ່ແຫ່ງໃໝ່.

“ຍິ້ມໃຫ້ໃນຖານະເພື່ອນເກົ່າ ຍິນດີທີ່ຮູ້ຈັກເຈົ້າ ໃນແບບທີ່ສຸກລົ້ນ” ກັບມາທີ່ສະຖານະການປັດຈຸບັນທີ່ທັງສອງໄດ້ຢູ່ໃນງານລ້ຽງໃນສະຖານທີ່ບັນເທີງແຫ່ງໜຶ່ງທີ່ທັງສອງຕ່າງກໍຮູ້ສຶກຄິດຮອດກັນ ແລະ ກໍຮູ້ສຶກຍິນດີທີ່ທັງສອງຕ່າງກໍຍັງສະບາຍດີ, ດ້ວຍຄວາມຜູກພັນຄວາມຮູ້ສຶກດີໆທີ່ມີໃຫ້ກັນມາໃນຖານະໝູ່ເກົ່າທີ່ເຄີຍເພີ່ງພາກັນມາໃນໄວເດັກ.

ສຸດທ້າຍແລ້ວ, ອະດີດທີ່ຜ່ານມາກໍໄດ້ສອນທັງສອງໃຫ້ໄດ້ເຕີບໃຫຍ່ ແລະ ຕ່າງຄົນກໍຕ່າງມີທາງເດີນຂອງໃຜລາວ, ສິ່ງທີ່ມ່ວນເຫັນໃນເອັມວີແມ່ນອ້າຍຕີ໋ໄດ້ເລົ່າເຖິງຊີວິດຂອງທັງສອງໄດ້ລະອຽດຜ່ານມຸມມອງຊີວິດຄອບຄົວທັງສອງຄົນ, ວ່າບັນຫາຂອງຄອບຄົວໄດ້ສົ່ງຜົນກະທົບແນວໃດຕໍ່ຊີວິດເດັກນ້ອຍຜູ້ໜຶ່ງ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
Muan Listen - ມ່ວນຊວນຟັງ

Warm ເພງຈາກ Luhwvn ທີ່ຈະພາໃຈຍ້ອນໄປຫາຄວາມຮູ້ສຶກທີ່ບໍ່ເຄີຍຈາງຫາຍ

Warm ເພງທີ່ຍັງເຮັດໃຫ້ໃຈອຸ່ນສະເໝີກັບສິລະປິນສາວສຽງເປັນເອກະທີ່ຫາທຽບໄດ້ຢາກໃນບ້ານເຮົາຢາງ Luhwvn ກັບແນວດົນຕີ Pop, Soul Ballad ຖ່າຍທອດອາລົມຂອງການຄິດຮອດໃຜບາງຄົນທີ່ເຄີຍມີຄວາມໝາຍ ແລະ ຍັງຄົງສົງໃສຢູ່ໃນໃຈວ່າຈະເປັນແນວໃດຖ້າເຮົາຍັງຮັກກັນ. ເພງທີ່ບໍ່ມີຈັງຫວະຂອງກອງເລີຍແມ້ແຕ່ບາດເຄາະດຽວມີພຽງແຕ່ໃຫ່ເປຍໂນຂັບເຄື່ອນເປັນດົນຕີຫຼັ້ກພ້ອມກັບດົນຕີຊິ້ນອື່ນທີ່ຄ່ອຍບິ້ວອາລົມ ສ່ວນໃຫ້ຜູ້ຟັງຈິນຕະນາການຈັງຫວະໃນຫົວເອງໃຫ້ເຮົາໄດ້ລອງລ່ອຍໄປກັບສຽງຮ້ອງທີ່ສື່ຄວາມໝາຍໄດ້ຢ່າງເລິກຊຶ່ງ...

Muan Listen - ມ່ວນຊວນຟັງ

ສອງຄຳກໍດັງ ເພງພາກຕໍ່ຈາກ ສະຕິ ຂອງແຣັບເປີສາວຮ້ອນແຮງເບຣກແຕກນະເວລານີ້ NAEMZ

ເພງຈາກແຣັບເປີສາວພາກໃຕ້ທີ່ເວົ້າເຖິງການໃຊ້ສະຕິຢູ່ໃນໂລກອອນລາຍເວົ້າງ່າຍໆກໍຄືເພງ ສະຕິພາກສອງນັ້ນເອງ. ເພງນີ້ມີການປະສົມກັນລະຫວ່າງ beat trap ແລະ ດົນຕີພື້ນເມື່ອງລາວອີສານນັ້ນກໍເພາະວ່າ ໄດ້ Esan Ambient ສິລະປິນ ແລະ...

Muan Listen - ມ່ວນຊວນຟັງ

ສາຍປາຕີ້ຫ້າມພາດ ເພາະສອງສາວສິລະປິນລາວ NutDao ແລະ Thinlamphone ມາພ້ອມກັບຜົນງານ ມາເດີອ້າຍ

ສາຍແດນຊສາຍຕື່ດຕຽມຕົວໂຍກໃຫ້ສຸດກັບເພງ ມາເດີອ້າຍ ຊິງເກີ້ນໃໝ່ ຈາກສອງສິລະປິນລາວເຮົາຢ່າງ NutDao ແລະ Thinlamphone ທີ່ໂຄຈອນມາຮ່ວມຄໍແລັບກັນໄດ້ຢ່າງລົງໂຕເພາະເພງນີ້ຈະມາໃນການເຊີນຊວນທຸກຄົນໃຫ້ມາປົດປ່ອຍຈອຍປ່ອຍໃຈໃຫ້ສຸດມັນ ດ້ວຍຈັງຫວັງເພງທີ່ປະສົມປະສານຢ່າງຫຼາກຫຼາຍກັບ Electronic Dance ສຸດເດືອດ...

Muan Listen - ມ່ວນຊວນຟັງ

“ສາທຸ” ໂດຍ Hopee Tii ແຣັບເປີ ລາວ-ອາເມຣິກາ ບໍ່ພຽງແຕ່ປຸກໃຈ ແຕ່ໃຫ້ “ພອນ” ທຸກທ່ອນ

“ສາທຸ (Sa Tu)” ຈາກຜົນງານສິລະປິນສາວລາວທີ່ໃຊ້ຊີວິດຢູ່ ສະຫະລັດອາເມຣິກາ ບອກເລົ່າເສັ້ນທາງຊີວິດຜ່ານເພງ ແລະ ສະໄຕລ໌ການແຣັບສຸດທີ່ຈະໂດດເດັນກັບທຸກຖ້ອຍຄຳໃນເພງທີ່ເຕັມໄປດ້ວຍພະລັງບວກ ແລະ ແຮງບັນດານໃຈໃຫ້ຄົນກ້າເປັນໂຕຂອງໂຕເອງ. ດ້ວຍແນວເພງ Hip-Hop...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.