ຈາກ “ເຈົ້າບໍ່ແມ່ນອາກາດ” ສູ່ “You Are My Akard”: ເປັນຫຍັງເຮົາຈຶ່ງຕ້ອງໄປຄອນເສີດດ່ຽວຄັ້ງທຳອິດຂອງ “ຕ່າຍ ອາກາດ” ນຳກັນ?

ຖ້າໃຫ້ລອງນຶກເຖິງສິລະປິນລາວຈັກຄົນທີ່ເພງຂອງລາວໃຫຍ່ມາພ້ອມກັບເຮົາ, ໝັ້ນໃຈເລີຍວ່າຊື່ຂອງ ຕ່າຍ ອາກາດ (Taiy Akard) ຕ້ອງຕິດຢູ່ໃນລາຍຊື່ອັນດັບຕົ້ນໆຢ່າງແນ່ນອນ ວ່າບໍ່?
ສຳລັບແຟນເພງ, ຕ່າຍ ອາກາດ ຫຼື ຂຸນຄຳ ສິດທິຍົມ ບໍ່ແມ່ນພຽງແຕ່ນັກຮ້ອງ ແຕ່ເພງຂອງລາວຄືໝູ່ທີ່ຢູ່ຄຽງຂ້າງເຮົາໃນທຸກໆໂມເມັ້ນ.
ຕັ້ງແຕ່ຍຸກທີ່ເຮົາອົກຫັກແລ້ວຮ້ອງເພງ ເຈົ້າບໍ່ແມ່ນອາກາດ ແລ້ວໝູບໄຫ້ໃສ່ໝອນ, ມາຈົນຮອດຍຸກທີ່ເຮົາເຈັບຄືກັບຖືກ “ແທງ” ຈົນຢາກຖິ້ມຄວາມຮູ້ສຶກເສົ້າໆໄປໃຫ້ໝົດ ຫຼື ເວລາທີ່ຕ້ອງດຶງສະຕິຕົວເອງໃຫ້ ຢຸດເຮັດໂຕຄືຄວາຍ. ທຸກເນື້ອເພງຂອງລາວມັນຄືມຸມໜຶ່ງຂອງຊີວິດຄວາມສຳພັນຂອງເຮົາບໍ່ທາງໃດກໍທາງໜຶ່ງ.
ໃນທີ່ສຸດ, ອີກບົດໃໝ່ທີ່ຍິ່ງໃຫຍ່ທີ່ສຸດຂອງ ຕ່າຍ ອາກາດ ກໍກຳລັງຈະເກີດຂຶ້ນກັບຄອນເສີດດ່ຽວຄັ້ງທຳອິດຂອງລາວ ນັ້ນກໍຄື “You Are My Akard”.
ເຮົາຄິດວ່າ ຄອນເສີດຄັ້ງນີ້ມັນເປັນຫຼາຍກວ່າການສະແດງ ແຕ່ມັນຄືການເຮົາຢ້ອນກັບໄປໃນຄວາມຊົງຈຳ
ການໄປຄອນເສີດດ່ຽວຄັ້ງທຳອິດຂອງສິລະປິນທີ່ເຮົາຮັກ ມັນມີມົນສະເໜ່ບາງຢ່າງທີ່ຫາຈາກໃສບໍ່ໄດ້. ມັນຄືພື້ນທີ່ທີ່ລວມເອົາຄົນທີ່ອິນໃນສິ່ງດຽວກັນມາຢູ່ຮ່ວມກັນ. ຈາກທີ່ເຄີຍຟັງຜ່ານຫູຟັງຄົນດຽວ, ເຮົາຈະໄດ້ໄປຮ້ອງເພງຂອງ ຕ່າຍ ອາກາດ ໄປພ້ອມໆກັບຄົນເປັນພັນ. ມັນຄືການປົດປ່ອຍ ແລະ ການຕື່ມພະລັງໃຫ້ຕົວເອງແບບທີ່ດີທີ່ສຸດ.
ບົດໃໝ່ໃນບ້ານ Miracle Music
ການກັບມາຄັ້ງນີ້ພາຍໃຕ້ສັງກັດ Miracle Music ບໍ່ໄດ້ມີແຕ່ບັນຍາກາດເກົ່າໆທີ່ເຮົາຄິດຮອດ, ແຕ່ຍັງມີຄວາມໃໝ່ທີ່ໜ້າຕື່ນເຕັ້ນ.
ຊື່ຄອນເສີດ “You Are My Akard” ມັນຄືການບອກຮັກແຟນເພງແບບກົງໄປກົງມາວ່າ ທຸກຄົນຄື “ອາກາດ” ທີ່ເຮັດໃຫ້ລາວມີຊີວິດຢູ່ເທິງເສັ້ນທາງດົນຕີນີ້.
ໃນງານນີ້, ນອກຈາກເພງຮິດທີ່ເຮົາຮ້ອງໄດ້ຈົນຂຶ້ນໃຈແລ້ວ, ສິ່ງທີ່ພາດບໍ່ໄດ້ເລີຍຄືຂອງຂວັນທີ່ລາວກຳລັງຊຸ່ມເຮັດຢູ່. ບໍ່ວ່າຈະເປັນເພງ “ຄົນມືສອງ”, “ຢາພິດ”, “ຮັກບ້າອິຫຍັງ” ຫຼື “ໂງ່” (ອາດຈະບໍ່ແມ່ນທຸກເພງ).
ເຖິງວ່າ ວັນທີ ແລະ ສະຖານທີ່ຍັງເປັນສິ່ງທີ່ເຮົາຕ້ອງລຸ້ນກັນຕໍ່, ແຕ່ສິ່ງໜຶ່ງທີ່ເຮົາຮູ້ແນ່ນອນຄື: ນີ້ຈະເປັນຄອນເສີດທີ່ເຮົາຈະໄດ້ເຫັນ ຕ່າຍ ອາກາດ ໃນແບບທີ່ເຕັມທີ່ທີ່ສຸດ ດ້ວຍການອອກແບບການສະແດງທີ່ລາວຕັ້ງໃຈມອບໃຫ້ແຟນເພງແທ້ໆ.
Muan ຢາກບອກໝູ່ທຸກຄົນວ່າ: ຖ້າເຈົ້າເຄີຍມີເພງຂອງ ຕ່າຍ ອາກາດ ຢູ່ໃນ Playlist ຊ່ວງໃດຊ່ວງໜຶ່ງຂອງຊີວິດ, ຄອນເສີດ “You Are My Akard” ຄືບ່ອນທີ່ເຈົ້າຄວນໄປປາກົດຕົວ ເພື່ອໄປຂອບໃຈ “ອາກາດ” ທີ່ຢູ່ຄຽງຂ້າງເຮົາມາຕະຫຼອດ.
ແລ້ວພົບກັນໃນງານເດີ້! 💙